Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄອມຕັ້ງໂຕະໄຟເຂົ້າແຕ່ບູ້ດບໍ່ຂຶ້ນ ຍີ່ຫໍ້ຊຳຊຸງທັງຊຸດເປັນຍ້ອນສາເຫດໃດ


Veteran Member

Status: Offline
Posts: 91
Date:
ຄອມຕັ້ງໂຕະໄຟເຂົ້າແຕ່ບູ້ດບໍ່ຂຶ້ນ ຍີ່ຫໍ້ຊຳຊຸງທັງຊຸດເປັນຍ້ອນສາເຫດໃດ


ຄິດວ່າສິໄດ້ເອີ້ນຊ່າງ ແຕ່ຢາກລອງເບິ່ງດ້ວຍໂຕເອງກ່ອນປະກອບກັບຖາມທ່ານຜູ້ຮູ້ນຳ ທ່ານໃດມີຄວາມຮູ້ເລື່ອງນີ້ຊ່ວຍບອກຂ້າພະເຈົ້າແດ່ມັນເປັນຍ້ອນສາເຫດໃດ



__________________
Anonymous

Date:
RE: ຄອມຕັ້ງໂຕະໄຟເຂົ້າແຕ່ບູ້ດບໍ່ຂຶ້ນ ຍີ່ຫໍ້ຊຳຊຸງທັງຊຸດເປັນຍ້ອນສາເຫດໃດ


ຂອງຂອ້ຍເຄີຍເປັນ ໄດ້ປ່ຽນ power supply box ເວລາບີບປຸ່ມ

ບູດຈະເຫັນພັດລົມປິ່ນໜອ້ຍໜຶ່ງແລ້ວຢຸດ



__________________


Veteran Member

Status: Offline
Posts: 91
Date:

ແມ່ນລະ ເວລາເປີດໄຟເຂົ້າພັດລົມປິ່ນແຕ່ບູ້ດບໍ່ຂຶ້ນ

__________________
Anonymous

Date:

ລອງຢືມ power supply (ບໍ່ຮູ້ວ່າລາວຮ້ອງຫຍັງ)ຂອງໝູ່ເຈົ້າມາປ່ຽນໃສ່ກໍຮູ້ທັນທີ ແຕ່ຕອ້ງຫົວສຽບ mother board ລຸ້ນດຽວກັນ



__________________
Anonymous

Date:

Anonymous wrote:

ລອງຢືມ power supply (ບໍ່ຮູ້ວ່າລາວຮ້ອງຫຍັງ)ຂອງໝູ່ເຈົ້າມາປ່ຽນໃສ່ກໍຮູ້ທັນທີ ແຕ່ຕອ້ງຫົວສຽບ mother board ລຸ້ນດຽວກັນ




ຂ້ອຍເອີ້ນ Power supply ວ່າເຄື່ອງແຈກໄຟ ຫຼືເຄື່ອງແບ່ງໄຟ.

__________________
Anonymous

Date:

ບູດຈາກ ວິນໂດຈໍາລອງ (Boot cd) ລອງເບິ່ງແມ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard