Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນິຍາມ ຄວາມຫມາຍ ຂອງການຂາຍຊາຕ໌ ແລະຮັກຊາຕ໌ ແຕກຕ່າງຫຍັງແດ່....?
Anonymous

Date:
ນິຍາມ ຄວາມຫມາຍ ຂອງການຂາຍຊາຕ໌ ແລະຮັກຊາຕ໌ ແຕກຕ່າງຫຍັງແດ່....?

·        ໃນພົຈນານຸກົມກ່າວເອົາໄວ້ວ່າຊາຕ໌ (ຊາດ)ຄຶ: ຊາຕ໌ ໑ [ຊາດ, ຊາຕ໌, ຊາດຕ໌] ແມ່ນການເກີດ ເຊັ່ນຊາດນີ້ ຊາດຫ້ນາ; ກໍາເນີດ ເຊັ່ນມີຊາຕະກຸນ; ເລົ່າກໍ່, ເຜົ່າພັນ ເຊັ່ນຊາຕ໌ເຊຶ້ອ ຊາຕ໌ຂີ້ຂ້າ; ຊນິດ, ຈໍາພວກ, ຊັ້ນ, ຫມູ່; ຄໍາເພີ້ມຂ້າງຫລັງຂອງຄໍາເດີມ ໃຫ້ມີຄວາມຄວາມເພີ້ມຂື້ນ ເຊັ່ນມະນຸສຊາຕ໌.

·        ຊາຕ໌ ໒[ຊາດ, ຊາຕ໌, ຊາດຕ໌] ປະເທສ; ປະຊາຊົນທີ່ເປັນພົຣເມຶອງຂອງປະເທສ, ກຸ່ມຊົນທີ່ມີ ຄວາມຮູ້ສຶກໃນເລຶ່ອງເຊຶ້ອຊາຕ໌ ສາສນາ ພາສາ ປະວັດສາຕ໌ ຄວາມເປັນມາ ຂະນົມທັມນຽມ ປະເພນີ ແລະວັທນະທັມຢ່າງດຽວກັນ ຫລຶຢູ່ໃນການປົກຄອງຣັຖບານດຽວກັນ, ປະຊາຊາຕ໌ກໍກໍວ່າໃດ້.

·        ຊາຕ໌ ໓[ຊາດ, ຊາຕ໌, ຊາດຕ໌]ຣັຖ ເຊັ່ນບໍ່ມີເປັນຣັຖ ບໍ່ມີເປັນຊາຕ໌.

 ໃນກໍຣະນີ ຂອງພົຈນານຸກົມ ທີ່ບົ່ງບອກເຖິງຄວາມຫມາຍຂອງຊາຕ໌ ກໍຖືກເຄິ່ງນຶ່ງ ແລະບໍ່ຖືກ ອີກເຄິ່ງນຶ່ງ ຣະວ່າງ ຣັຖ ແລະ ຊາຕ໌ ຖ້າບໍ່ມີຣັຖບານແລ້ວ ໃຜຈະຮ້ອງຕົນເອງເປັນຊາຕ໌ ນັ້ນຄຶ ຄວາມຖືກຕ້ອງ ຄວາມຈິງແລ້ວ ຣັຖບານຄຶ ຄັນຍູ້ ທີ່ປົກປ້ອງຊາຕໃຫ້ມັ້ນຄົງ (Sovereignty) ປົກປ້ອງອະທິປະໄຕຣ໌ ເຂຕນໍ້າແດນດີນ ໃຫ້ຄົບຖ້ວນ ເພຶ່ອໃຫ້ຊາຕ໌ ຍັງເປັນຊາຕ໌ ທີ່ທຸກໆຄົນໃນ ໂລກຮູ້ ວ່າລາວກໍເປັນຊາຕ໌ນຶ່ງ.

ຫມາຍເຫຕຸ :

ກ່ອນອຶ່ນຫມົດ ຢາກໃຫ້ທ່ານຜູ້ອ່ານເຂົ້າໃຈ ຣັຖບານ ແລະຣະບອບແຕກຕ່າງກັນ.ຖ້າຈະເບິ່ງອີກໃນແງ່ນຶ່ງ ຣັຖບານຝ່າຍ ວຽງຈັນທ໌ ທີ່ປົກຄອງປະເທສ ໂດຍເປັນຣະບອບປະຊາທິປະໄຕຣ໌ ທີ່ມີ ພຣະມະຫາກະສັດຕ໌ ເປັນປະມຸກ ຄົນທັງໂລກກໍຍັກຮ້ອງວ່າ ຊາຕ໌ລາວ ມາເຖິງປັຈຸບັນ ປະເທສລາວ ຖືກປ່ຽນແປງ ຣະບອບ ການປົກຄອງ ມາເປັນ ຄອມມຸຍນິສ ທີ່ມີປະທານປະເທສ ເປັນປະມຸກ ຄົນທັງໂລກກໍຍັງຮ້ອງເຫມຶອນເພີມວ່າ ຊາຕ໌ລາວ ດັ່ງນັ້ນ ເຖິງແມ່ນວ່າ ຈະປ່ຽນ ຣັຖບານ ຫລຶ ຣະບອບການປົກຄອງ ກີ່ຮ້ອຍ ກີ່ພັນເທຶ່ອ ຄົນທັງໂລກກໍຈະຮ້ອງເປັນສຽງເດີມວ່າ ຊາຕ໌ລາວ. ດັ່ງນັ້ນເມຶ່ອທວນຄືນເຖິງ ຊາຕ໌ ກໍມີຄວາມຫມາຍ ແລະບັນທັດຖານທີ່ກ້ວາງຂວາງທີ່ມີຫລາຍຄົນ ໃດ້ເຂົ້າໃຈ ຂອງຄໍາວ່າຊາຕ໌. ຊາຕ໌ຈະຢູ່ດີ ພົລເມຶອງໃນຊາຕ໌ ຈະປອງດອງກັນ ກໍລ້ວນແລ້ວແຕ່ ຄົນໃນຊາຕ໌ ມີຈິຕສໍານຶກຂອງຄວາມເປັນຊາຕ໌ຢ່າງແທ້ຈິງ ເຊິ່ງນັບແຕ່ ຕົນເອງຂື້ນໄປ ຫາບຸກຄົນອຶ່ນໆ ຈະຮັກຊາຕ໌ ຫລຶຈະຮັກຣະບອບ ຕ້ອງຖາມໃຈຕົນເອງວ່າ ຣະຫວ່າງຊາຕ໌ ແລະຣະບອບ ຕົນເອງໃຫ້ຄວາມສໍາຄັນແຕກຕ່າງກັນພຽງໃດ $$$$ ຄວາມຫມາຍຂອງ ຂພຈ ກໍຢູ່ທໍານອງວ່າ ຖ້າຣະບອບຕາຍ ດີກົ່ວຊາຕ໌ຕາຍຫລຶບໍ່...?ຄວາມຫມາຍກໍຄົງບໍ່ມົ້ມໄປຈາກ ສາສນາ, ພາສາ, ປະວັດສາຕ໌ ຄວາມເປັນມາ ຂະນົມທັມນຽມປະເພນີ ແລະວັທນະທັມທັມ ທີ່ເປັນອົງປະກອບ ຂອງ ຊາຕ໌.

ທ່ານຜູ້ອ່ານທີ່ຮັກແພງ, ຂາຍຊາຕ໌ ແລະຮັກຊາຕ໌ ມີຄວາມແຕກຕ່າງກັນຢ່າງໃດ? ນີ້ຄຶຄໍາເວົ້າ ທີ່ມະນຸສ ຍົກມາເປັນປະເດັນ ຖົກຖຽງກັນໃນສັງຄົມ ທໍາໃຫ້ສັງຄົມ ກາຍເປັນສັງຄົມ ສອງມາດຕາຖານ ກ່ອນຈະສົນທະນາກັນ ໃນປະເດັນນີ້ ເຮົາຕ້ອງເຂົ້າໃຈ ຂາຍ ແລະຮັດ ພຽງເພີ້ມຄໍາວ່າ ຊາຕ໌ ໃນທ້າຍຂອງພະຍາງ.

ຂາຍຊາຕ໌ :

ເປັນຄໍາເວົ້າທີ່ ຮຸນແຮງ ກະຕຸ້ນເຖິງຄວາມຮູ້ສຶກ ປຽບເຫມຶອນຄວາມແຕກຕ່າງຂອງ ອຸນະພູມຣະຫວ່າງເຢັນ ແລະຮ້ອນ. ເປັນຄໍາເວົ້າ ທີ່ຂາຍກັນນັບແຕ່ຊົນຊັ້ນລ້າງ ຫມາຍເຖິງ ປຊຊ ທັມມະດາ ໄປເຖິງຊົນຊັ້ນບົນ ຄຶຊົນຊັ້ນ ຜູ້ປົກຄອງປະເທສ ເຊັ່ນນັກການເມຶອງ ຫລຶຂ້າຣາຊການ ພາຄຣັຖກອນ ອຶ່ນໆຯດັ່ງນີ້ເປັນຕົ້ນ ເປັນການຊື້, ເປັນຂາຍ ຂາຍດິບຂາຍດີ ບໍ່ມີຫມົດຈັກເທຶ່ອ ຂາຍແລ້ວຂາຍອີກ ຜູ້ຊື້ກໍຊື້ແລ້ວກໍຊື້ອີກ ແລະຊື້ອີກຕໍ່ໆໄປ ຜູ້ຂາຍກໍຈະຂາຍອີກຕໍ່ໆໄປ ດັ່ງນັ້ນ

ຂາຍຊາຕ໌ ຈິ່ງເປັນ ສີນຄ້າສີ້ນດີ ຄົງຄອງຕະລາດ ທຸກຍຸກ ທຸກສມັຍ ຄຸນນະພາບ ແລະຣາຄາ ຄົງຈະດີ ແລະກໍບໍ່ເຫັນວ່າ ຝ່າຍໃດຝ່າຍນຶ່ງ ປະກາດຕົນເອງວ່າ ຕົນເອງໃດ້ສ້າງຊາຕ໌ ທໍ່ນັ້ນ ທໍ່ນີ້ Kg, Ton, Gram, Ounce, Km, Mile, Kilobyte, Celsius degree, Fahrenheit degree, Hectare, Acre or Gallon and Liter……………

ຍົກຕົວຢ່າງ :

ຄົງບໍ່ໄປ ບໍ່ມາແຖວໃດດອກນອກເຫມຶອຈາກ ຣັຖບານວຽງຈັນທນ໌ ປະຕິການຂາຍຊາຕ໌ ຂາຍກັນ ຂາຍດິບ ຂາຍດີ ຜູ້ຊື້ກໍຊື້ດິບຊື້ດີ ເມຶ່ອມາຕົກປັຈຸບັນ ຣັຖບານ ຫົວແກວແອວລາວ ກໍຍັງຂາຍກັນ ເຫມຶອນເດີມ ບໍ່ຕ່າງຍັງຈາກ ຣັຖບານວຽງຈັນທນ໌ ຜູ້ຊື້ກໍຖ້າຊື້ຄຶກັນ. ເມຶ່ອເບິ່ງພີ່ນ້ອງເພຶ່ອນບ້ານໄກ້ຄຽງ ຣະຫ່ວາງເຫລຶອງ ກັບແດງ ກໍຊື້ຂາຍກັນ ເປັນຂະບວນແບບຟົດເຟຶ້ອນ ມີທັງຣົດຖັງ ມີທັງທະຫານ ຍົນຍານ ສະຣະພັດຂາຍ..........

 ສ່ວນປະຊາຊົນທັມມະດາ ກໍຂາຍກັນແບບສົມຈິງສົມຈັງ ຂາຍແຕ່ຕະລາດເຊົ້າ ຮອດຕະລາດແລງ ຂາຍແຕ່ຊຸມຊົນບ້ານນາຜາສຸຂ ຈົນຮອດຊຸມຊົນຄົນເມຶອງ ເຊັ່ນເມຶ່ອລູກ, ເພຶ່ອນ ເປັນຄົນທີ່ຮູ້ຈັກ ຫລຶບໍ່ຮູ້ຈັກ ເວົ້າບໍ່ຖືກ ທໍາສິ່ງໃດທີ່ບໍ່ເຫມາະສົມ ເອິກກະເລິກ ໂພດເກີນໄປ, ຫນຸ່ງຖືຜິດປົກກະຕິແຕກຕ່າງຈາກຄົນທົ່ວໄປ ເພີ່ນກໍຈະເວົ້າໂລດວ່າ ອີ່ຮ່າມຶງເອີຍເບິ່ງແມ໋ ອີ່ນາເຕີຍນີ້ຈັ່ງມັນຂາຍຊາຕ໌ ດັ່ງນີ້ເປັນຕົ້ນຯ........

ຮັກຊາຕ໌ :

ຊາຕ ຄຶສັງຄົມ ແລະວັທທະນະທັມ ທີ່ມີມະຫາຊົນ ເປັນອົງກອຣເປັນຈຸດລຸເລີ້ມຂອງສັງຄົມຍ້ອນມີການວິວັດທນາການ ຈິ່ງເປັນກະແສເຊຶ່ອມຍົງເຖິງ ພາສາ ວັທທະນະທັມ, ຮິດຄອງປະເພນີ ແລະວິຖີຊີວິດ ການທີ່ມີນັກ ທິດສະດີ ປາກແບ້ ອອກມາເວົ້າ ແບະ......ແບະ......ແບະ.......ວ່າຕົນເອງຮັກຊາຕ໌, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕອງຮັກປະຊາຊົນ, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງຄົບຣົບປະຊາຊາຊົນ ແລະເພຶ່ອນຮ່ວມຊາຕ, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງເຄົາຣົບສ່ຽງສ່ວນຫລາຍຂອງປະຊາຊົນ, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງຮັກ ປະຊາຊົນເພຶ່ອປະຊາທິປະໄຕຣ໌, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງຮັກປະຊາຊົນ ເພຶ່ອຄວາມເປັນທັມ, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງເຄົາຣົບສິດເສຣິພາບ ຂອງເພຶ່ອນຮ່ວມຊາຕ໌ດ້ວຽກັນ, ຖ້າຕົນເອງ ຮັກຊາຕ໌ແລ້ວ ຕົນເອງຕ້ອງຍອມຟັງ ຄວາມຄິດຄວາມເຫັນຂອງຄົນອຶ່ນໆ ບໍ່ວ່າທາງລົບ ກໍຄຶທາງບວກ ສ່ວນຈະປະຕິບັດ ຂື້ນຢູ່ກັບເຫງຶ່ອນໄຂ, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງຮັກ ສິ່ງຂອງທີ່ເປັນຂອງ ສາທາຣະນະ ຂອງປະຊາຊົນ ຂອງປະເທສຊາຕ໌, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງຮັກ ຄວາມເປັນຄົນຈິງໆ ຄົນທີ່ມີອຸດົມການ ຄົນທີ່ເຫັນຄົນເປັນຄົນຄຶກັນ ບໍ່ແມ່ນສັດ ຫລຶສິ່ງຂອງທີ່ປັດສະຈາກຄວາມຄິດ, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງປ່ອຍໂອກາດ ເພຶ່ອນຮ່ວມຊາຕ໌ໃດ້ມີໂອກາດ ສະແດງຄວາມຮັກຊາຕ໌ຂອງເຂົາ ເພຶ່ອປະເທສຊາຕ໌ ທີ່ແສນຮັກຂອງເຂົາ ໃຫ້ເທົ້າທຽມກັບຄວາມຮັກ ທີ່ພວກທິດສະດີປາກແບະ.....ທັງຫລາຍຂັນກັນທຸກໆວັນ ທຸກໆນາທີແລະວິນາທີ, ສຸດທ້າຍ ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງຮັກ ລາວ.....

ປະເທສລາວຈົ່ງຈະເຣີນ.....! ອາແມນຣ໌ ອະມິຕາພຸດ ຄຸນພຣະຊ່ວຍ....

__________________
Sid Ek of Maha Sila Viravong.

Date:
RE: ນິຍາມ ຄວາມຫມາຍ ຂອງການຂາຍຊາຕ໌ ແລະຮັກຊາຕ໌ ແຕກຕ່າງຫຍັງແດ່....?

Your Lao grammars are mixing with the old Laos Royal's and Communist's. The most of your spelling words of the old Laos Royal's grammar are incorrected. If you want to write the old Laos make sure to be corrected spelling or writing.

__________________
Anonymous

Date:

scales-of-justice.gif

                Justice can't be BLIND

ຄົນທີ່ຮັກຊາດຄືຄົນປະເພດໃດ? ອີງຕາມ my legal definition ຄົນທີ່ຮັກຊາດຈະຕ້ອງເປັນຄົນ ພໍ່າພ້ອມໄປດ້ວຍຄຸນນະວຸທິ, ຄຸນສົມບັດ ແລະ ສ້າງວີຣະກັມ  ຜົນງານອັນມາກມາຍ ປະໄວ້ໃຫ້ແກ່ຊາດ ແກ່ ປຊຊລ ດັ່ງຕໍ່ລົງໄປນີ້:

ກ.ຕໍ່ສູ້ດິ້ນລົນເອົາເອກກະຣາດອັນສົມບູນມາໃຫ້ແກ່ຊາດ ດ້ວຍການ ປົດແອກ ປທຊ ຕົນເອງ ອອກຈາກ ອິດທິພົນຂອງໂລກຕາເວັນຕົກ.....ແລ້ວ ຫອບສັງຂານ ປຊຊລ ພ້ອມທັງໃບສະໂນດຕາດິນ ມາຢູ່ພາຍໄຕ້

ຄັນຍູ ການອາລັກຂາ ຂອງແກວ.....ຢ່າງລອດສົ້ງດໍາໝາຢ່ຽວຂອງແກວແບບບໍ່ມີສັກສີ..

.ຕໍ່ມາກໍແມ່ນມາ..ຂໍຊົ້ນ ປີກ..ຈີນ.

ຂ.ແບ່ງແຍກສ້າງຄວາມປັ່ນປ່ວນພາຍໃນຊາດ (Divide, we conquer) ຈົນໃນທີ່ສຸດ ປທຊ ຕ້ອງແຕກຫັກ ຈົມດິ່ງດັບລົງສູ່ຄວາມຫາຍຍະນະ.ພະຍາຍາມກໍາຈັດ ສັດຕູຣທາງດ້ານການເມືອງຖອນ

ຮາກຖອນ ຂົນ  ເພືອ່ ຕົນເອງ ແລະ ພັກພວກ ໃນພັກ ປຊຊ ປຕວລ ຈະສາມາດ Monopoly of power.

ຄ.ນໍາພາ ປທຊ  ແລະ ປຊຊລ ເຂົ້າສູ່ສົງຄາມ ທີ່ ບໍ່ມີຄວາມຈໍາເປັນ ແລະ ປທຊ ບໍ່ມີຜົນໃດ້ຫັຍງທັງມົດ

ຈາກສົງຄາມວຽດນາມ...ຈົນໃນທີ່ສຸດ ແຜ່ນດີນ ຂອງຊາດ ກາຍເປັນຮູບຂຸມວົງເດືອນ..ຍ້ອນຖືກ ຣະເບີດ ອະເມຣິກາ (Carpet bombing from B-52).

ງ.ພະຍາຍາມຂັບໄລ່ໄຖຫົວ ພວກລາວລຸ່ມໝີ ຫລາຍເທົ່າທີ່ຈະຫລາຍໃດ້ ເພືອ່ດິນດອນຕອນຫ້ຍາ

ຈະຫ່ວາງເປົ່າ   ແລ້ວເປີດປະຕູ ຖນົນລ້ານຊ້າງ ສີ່ເລນ ເອົາ ພີ່ນ້ອງວຽດ ແລະ ພີ່ນ້ອງເຈັກເຮົາເຂົ້າມາຢູ່.

  ຂພຈ, ໃນຖານະ ປຊຊລ,  ຂໍຈາຣຶກຄຸນງາມຄວາມດີ ຄອບໃຈຕໍ່ ວີຣະກໍາ  ຜົນງານອັນດີເລີດ ລົ້ນຟ້າເຫືລອແຜ່ນດິນຂອງເມີຍລາງ ສຸພ່ານຸວົງສ໌ ແລະ ເມີຍລາງໄກສອນ ທີ່ ປະໄວ້ໃຫ້ແກ່ຊາດ ແກ່ ປຊຊລ.

ຂພຈ ຂໍສະງົບອາລົບ ຫຶ່ນງນາທີ ເພືອ່ອຸທິດໃຫ້ດວງວິນຍານຂອງ ມະຫາ ປຕວ ລາວ ຜູ້ຫິ່ຍງໃຫ່ຍ ໃຫ້ໄປສູ່ ສຸຂຕິພົບເຖີດ.

 ພວກຂາຍຊາດ.  ແມ່ນລາວນອກມົດທຸກຄົນ. ໂດຍ ປາສ້ອຍນ້ອຍ ຫາດດອນຂຽວ.. ເມືອງ ປະທຸມພອນ.

__________________
Anonymous

Date:

Sid Ek of Maha Sila Viravong. wrote:

Your Lao grammars are mixing with the old Laos Royal's and Communist's. The most of your spelling words of the old Laos Royal's grammar are incorrected. If you want to write the old Laos make sure to be corrected spelling or writing.

 There's no such thing as (Old Lao Royal's gramma ) Where the hell did you get the old lao royal gramma ? you must be from ther new generation ha. When I read your comment about old royal gramma, I laugh at you as hell.... next time do some research about your own language before something very stupid as you did Ok son.

__________________
Anonymous

Date:

As a new generation who love to read and research about my birthplace that called'' Laos'' I think both PDR's government and Royal's government Fackup the country real good. Believe me, I read both french and english try to findout both sides and both side blame each other...

__________________
Anonymous

Date:

ຜູ້ນີ້ ຄືສິປິມານ 50% ບໍ່ເຂົ້າໃຈຄວາມໝາຍວ່າລາວເວົ້າຫຍັງ

__________________
Anonymous

Date:

Anonymous wrote:

ຜູ້ນີ້ ຄືສິປິມານ 50% ບໍ່ເຂົ້າໃຈຄວາມໝາຍວ່າລາວເວົ້າຫຍັງ

 ຈັ່ງວ່ານັ້ນແລະ ຂ້ອຍສົງສັຍລາວເປັນວໍ້

__________________
Anonymous

Date:

Anonymous wrote:
Anonymous wrote:

ຜູ້ນີ້ ຄືສິປິມານ 50% ບໍ່ເຂົ້າໃຈຄວາມໝາຍວ່າລາວເວົ້າຫຍັງ

 ຈັ່ງວ່ານັ້ນແລະ ຂ້ອຍສົງສັຍລາວເປັນວໍ້

 ເຫັນພ້ອມເດີ ບໍ່ເຂົ້າໃຈຫຍັງໝົດ ນໍ້າຖ້ວມພູເຂົາບໍ່ແມ່ນຖ້ວມທົ່ງ

__________________
Anonymous

Date:

Anonymous wrote:

·        ໃນພົຈນານຸກົມກ່າວເອົາໄວ້ວ່າຊາຕ໌ = Incorrected spelling if you write with old Laos royal's grammar, and it's not new Laos PDR Lao grammar either grandpa(ຊາດ)ຄຶ: ຊາຕ໌ ໑ [ຊາດ, ຊາຕ໌, ຊາດຕ໌] ແມ່ນການເກີດ ເຊັ່ນຊາດນີ້ ຊາດຫ້ນາ; ກໍາເນີດ ເຊັ່ນມີຊາຕະກຸນ; ເລົ່າກໍ່, ເຜົ່າພັນ ເຊັ່ນຊາຕ໌ເຊຶ້ອ ຊາຕ໌ຂີ້ຂ້າ; ຊນິດ, ຈໍາພວກ, ຊັ້ນ, ຫມູ່; ຄໍາເພີ້ມຂ້າງຫລັງຂອງຄໍາເດີມ ໃຫ້ມີຄວາມຄວາມເພີ້ມຂື້ນ ເຊັ່ນມະນຸສຊາຕ໌.

SEE BELOW THERE ARE SOME SAMPLES OF LAO WORDS THAT YOU WROTE WITH THE OLD LAOS ROYAL'S GRAMMAR BUT, INCORRECTED, THEY ARE BOLD WITH RED:

·        ຊາຕ໌ ໒[ຊາດ, ຊາຕ໌, ຊາດຕ໌] ປະເທສ; ປະຊາຊົນທີ່ເປັນ  ພົຣເມຶອງ ຂອງປະເທສ, ກຸ່ມຊົນທີ່ມີ ຄວາມຮູ້ສຶກໃນເລຶ່ອງເຊຶ້ອຊາຕ໌ ສາສນາ ພາສາ ປະວັດສາຕ໌ ຄວາມເປັນມາ ຂະນົມທັມນຽມ ປະເພນີ ແລະວັທນະທັມຢ່າງດຽວກັນ ຫລຶຢູ່ໃນການປົກຄອງຣັຖບານດຽວກັນ, ປະຊາຊາຕ໌ກໍກໍວ່າໃດ້.

·        ຊາຕ໌ ໓[ຊາດ, ຊາຕ໌, ຊາດຕ໌]ຣັຖ ເຊັ່ນບໍ່ມີເປັນຣັຖ ບໍ່ມີເປັນຊາຕ໌.

 ໃນກໍຣະນີ ຂອງ ພົຈນານຸກົມ ທີ່ບົ່ງບອກເຖິງຄວາມຫມາຍຂອງຊາຕ໌ ກໍຖືກເຄິ່ງນຶ່ງ ແລະບໍ່ຖືກ ອີກເຄິ່ງນຶ່ງ ຣະວ່າງ ຣັຖ ແລະ ຊາຕ໌ ຖ້າບໍ່ມີຣັຖບານແລ້ວ ໃຜຈະຮ້ອງຕົນເອງເປັນຊາຕ໌ ນັ້ນຄຶ ຄວາມຖືກຕ້ອງ ຄວາມຈິງແລ້ວ ຣັຖບານຄຶ ຄັນຍູ້ ທີ່ປົກປ້ອງຊາຕໃຫ້ມັ້ນຄົງ (Sovereignty) ປົກປ້ອງອະທິປະໄຕຣ໌ ເຂຕນໍ້າແດນດີນ ໃຫ້ຄົບຖ້ວນ ເພຶ່ອໃຫ້ຊາຕ໌ ຍັງເປັນຊາຕ໌ ທີ່ທຸກໆຄົນໃນ ໂລກຮູ້ ວ່າລາວກໍເປັນຊາຕ໌ນຶ່ງ.

ຫມາຍເຫຕຸ :

ກ່ອນອຶ່ນຫມົດ ຢາກໃຫ້ທ່ານຜູ້ອ່ານເຂົ້າໃຈ ຣັຖບານ ແລະຣະບອບແຕກຕ່າງກັນ.ຖ້າຈະເບິ່ງອີກໃນແງ່ນຶ່ງ ຣັຖບານຝ່າຍ ວຽງຈັນທ໌= THIS WORD IS CORRECTED SPELLING OR WRITING WITH THE OLD LAOS ROYAL'S GRAMMAR, JUST SAMPLE.  ທີ່ປົກຄອງປະເທສ ໂດຍເປັນຣະບອບປະຊາທິປະໄຕຣ໌ ທີ່ມີ ພຣະມະຫາກະສັດຕ໌ ເປັນປະມຸກ ຄົນທັງໂລກກໍຍັກຮ້ອງວ່າ ຊາຕ໌ລາວ ມາເຖິງປັຈຸບັນ ປະເທສລາວ ຖືກປ່ຽນແປງ ຣະບອບ ການປົກຄອງ ມາເປັນ ຄອມມຸຍນິສ ທີ່ມີປະທານປະເທສ ເປັນປະມຸກ ຄົນທັງໂລກກໍຍັງຮ້ອງເຫມຶອນເພີມວ່າ ຊາຕ໌ລາວ ດັ່ງນັ້ນ ເຖິງແມ່ນວ່າ ຈະປ່ຽນ ຣັຖບານ ຫລຶ ຣະບອບການປົກຄອງ ກີ່ຮ້ອຍ ກີ່ພັນເທຶ່ອ ຄົນທັງໂລກກໍຈະຮ້ອງເປັນສຽງເດີມວ່າ ຊາຕ໌ລາວ. ດັ່ງນັ້ນເມຶ່ອທວນຄືນເຖິງ ຊາຕ໌ ກໍມີຄວາມຫມາຍ ແລະບັນທັດຖານທີ່ກ້ວາງຂວາງທີ່ມີຫລາຍຄົນ ໃດ້ເຂົ້າໃຈ ຂອງຄໍາວ່າຊາຕ໌. ຊາຕ໌ຈະຢູ່ດີ ພົລເມຶອງໃນຊາຕ໌ ຈະປອງດອງກັນ ກໍລ້ວນແລ້ວແຕ່ ຄົນໃນຊາຕ໌ ມີຈິຕສໍານຶກຂອງຄວາມເປັນຊາຕ໌ຢ່າງແທ້ຈິງ ເຊິ່ງນັບແຕ່ ຕົນເອງຂື້ນໄປ ຫາບຸກຄົນອຶ່ນໆ ຈະຮັກຊາຕ໌ ຫລຶຈະຮັກຣະບອບ ຕ້ອງຖາມໃຈຕົນເອງວ່າ ຣະຫວ່າງຊາຕ໌ ແລະຣະບອບ ຕົນເອງໃຫ້ຄວາມສໍາຄັນແຕກຕ່າງກັນພຽງໃດ $$$$ ຄວາມຫມາຍຂອງ ຂພຈ ກໍຢູ່ທໍານອງວ່າ ຖ້າຣະບອບຕາຍ ດີກົ່ວຊາຕ໌ຕາຍຫລຶບໍ່...?ຄວາມຫມາຍກໍຄົງບໍ່ມົ້ມໄປຈາກ ສາສນາ, ພາສາ, ປະວັດສາຕ໌ ຄວາມເປັນມາ ຂະນົມທັມນຽມປະເພນີ ແລະວັທນະທັມທັມ ທີ່ເປັນອົງປະກອບ ຂອງ ຊາຕ໌.

ທ່ານຜູ້ອ່ານທີ່ຮັກແພງ, ຂາຍຊາຕ໌ ແລະຮັກຊາຕ໌ ມີຄວາມແຕກຕ່າງກັນຢ່າງໃດ? ນີ້ຄຶຄໍາເວົ້າ ທີ່ມະນຸສ ຍົກມາເປັນປະເດັນ ຖົກຖຽງກັນໃນສັງຄົມ ທໍາໃຫ້ສັງຄົມ ກາຍເປັນສັງຄົມ ສອງມາດຕາຖານ ກ່ອນຈະສົນທະນາກັນ ໃນປະເດັນນີ້ ເຮົາຕ້ອງເຂົ້າໃຈ ຂາຍ ແລະຮັດ ພຽງເພີ້ມຄໍາວ່າ ຊາຕ໌ ໃນທ້າຍຂອງພະຍາງ.

ຂາຍຊາຕ໌ :

ເປັນຄໍາເວົ້າທີ່ ຮຸນແຮງ ກະຕຸ້ນເຖິງຄວາມຮູ້ສຶກ ປຽບເຫມຶອນຄວາມແຕກຕ່າງຂອງ ອຸນະພູມຣະຫວ່າງເຢັນ ແລະຮ້ອນ. ເປັນຄໍາເວົ້າ ທີ່ຂາຍກັນນັບແຕ່ຊົນຊັ້ນລ້າງ ຫມາຍເຖິງ ປຊຊ ທັມມະດາ=WRONG SPELLING, GRANDPA. ONLY ONE SINGLE TOL " m " ໄປເຖິງຊົນຊັ້ນບົນ ຄຶຊົນຊັ້ນ ຜູ້ປົກຄອງປະເທສ ເຊັ່ນນັກການເມຶອງ ຫລຶຂ້າຣາຊການ ພາຄຣັຖກອນ ອຶ່ນໆຯດັ່ງນີ້ເປັນຕົ້ນ ເປັນການຊື້, ເປັນຂາຍ ຂາຍດິບຂາຍດີ ບໍ່ມີຫມົດຈັກເທຶ່ອ ຂາຍແລ້ວຂາຍອີກ ຜູ້ຊື້ກໍຊື້ແລ້ວກໍຊື້ອີກ ແລະຊື້ອີກຕໍ່ໆໄປ ຜູ້ຂາຍກໍຈະຂາຍອີກຕໍ່ໆໄປ ດັ່ງນັ້ນ

ຂາຍຊາຕ໌ ຈິ່ງເປັນ ສີນຄ້າສີ້ນດີ ຄົງຄອງຕະລາດ ທຸກຍຸກ ທຸກສມັຍ ຄຸນນະພາບ ແລະຣາຄາ ຄົງຈະດີ ແລະກໍບໍ່ເຫັນວ່າ ຝ່າຍໃດຝ່າຍນຶ່ງ ປະກາດຕົນເອງວ່າ ຕົນເອງໃດ້ສ້າງຊາຕ໌ ທໍ່ນັ້ນ ທໍ່ນີ້ Kg, Ton, Gram, Ounce, Km, Mile, Kilobyte, Celsius degree, Fahrenheit degree, Hectare, Acre or Gallon and Liter……………

ຍົກຕົວຢ່າງ :

ຄົງບໍ່ໄປ ບໍ່ມາແຖວໃດດອກນອກເຫມຶອຈາກ ຣັຖບານວຽງຈັນທນ໌ ປະຕິການຂາຍຊາຕ໌ ຂາຍກັນ ຂາຍດິບ ຂາຍດີ ຜູ້ຊື້ກໍຊື້ດິບຊື້ດີ ເມຶ່ອມາຕົກປັຈຸບັນ ຣັຖບານ ຫົວແກວແອວລາວ ກໍຍັງຂາຍກັນ ເຫມຶອນເດີມ ບໍ່ຕ່າງຍັງຈາກ ຣັຖບານວຽງຈັນທນ໌ ຜູ້ຊື້ກໍຖ້າຊື້ຄຶກັນ. ເມຶ່ອເບິ່ງພີ່ນ້ອງເພຶ່ອນບ້ານໄກ້ຄຽງ ຣະຫ່ວາງເຫລຶອງ ກັບແດງ ກໍຊື້ຂາຍກັນ ເປັນຂະບວນແບບຟົດເຟຶ້ອນ ມີທັງຣົດຖັງ ມີທັງທະຫານ ຍົນຍານ ສະຣະພັດຂາຍ..........

 ສ່ວນປະຊາຊົນທັມມະດາ ກໍຂາຍກັນແບບສົມຈິງສົມຈັງ ຂາຍແຕ່ຕະລາດເຊົ້າ ຮອດຕະລາດແລງ ຂາຍແຕ່ຊຸມຊົນບ້ານນາຜາສຸຂ ຈົນຮອດຊຸມຊົນຄົນເມຶອງ ເຊັ່ນເມຶ່ອລູກ, ເພຶ່ອນ ເປັນຄົນທີ່ຮູ້ຈັກ ຫລຶບໍ່ຮູ້ຈັກ ເວົ້າບໍ່ຖືກ ທໍາສິ່ງໃດທີ່ບໍ່ເຫມາະສົມ ເອິກກະເລິກ ໂພດເກີນໄປ, ຫນຸ່ງຖືຜິດປົກກະຕິແຕກຕ່າງຈາກຄົນທົ່ວໄປ ເພີ່ນກໍຈະເວົ້າໂລດວ່າ ອີ່ຮ່າມຶງເອີຍເບິ່ງແມ໋ ອີ່ນາເຕີຍນີ້ຈັ່ງມັນຂາຍຊາຕ໌ ດັ່ງນີ້ເປັນຕົ້ນຯ........

ຮັກຊາຕ໌ :

ຊາຕ” = THIS WORD IS CORRECTED WITH OLD LAOS ROYAL'S GRAMMAR SPELLING AND WRITINGຄຶສັງຄົມ ແລະວັທທະນະທັມ ທີ່ມີມະຫາຊົນ ເປັນອົງກອຣເປັນຈຸດລຸເລີ້ມຂອງສັງຄົມຍ້ອນມີການວິວັດທນາການ ຈິ່ງເປັນກະແສເຊຶ່ອມຍົງເຖິງ ພາສາ ວັທທະນະທັມ, ຮິດຄອງປະເພນີ ແລະວິຖີຊີວິດ ການທີ່ມີນັກ ທິດສະດີ ປາກແບ້ ອອກມາເວົ້າ ແບະ......ແບະ......ແບະ.......ວ່າຕົນເອງຮັກຊາຕ໌, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕອງຮັກປະຊາຊົນ, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງຄົບຣົບປະຊາຊາຊົນ ແລະເພຶ່ອນຮ່ວມຊາຕ, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງເຄົາຣົບສ່ຽງສ່ວນຫລາຍຂອງປະຊາຊົນ, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງຮັກ ປະຊາຊົນເພຶ່ອປະຊາທິປະໄຕຣ໌, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງຮັກປະຊາຊົນ ເພຶ່ອຄວາມເປັນທັມ, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງເຄົາຣົບສິດເສຣິພາບ ຂອງເພຶ່ອນຮ່ວມຊາຕ໌ດ້ວຽກັນ, ຖ້າຕົນເອງ ຮັກຊາຕ໌ແລ້ວ ຕົນເອງຕ້ອງຍອມຟັງ ຄວາມຄິດຄວາມເຫັນຂອງຄົນອຶ່ນໆ ບໍ່ວ່າທາງລົບ ກໍຄຶທາງບວກ ສ່ວນຈະປະຕິບັດ ຂື້ນຢູ່ກັບເຫງຶ່ອນໄຂ, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງຮັກ ສິ່ງຂອງທີ່ເປັນຂອງ ສາທາຣະນະ ຂອງປະຊາຊົນ ຂອງປະເທສຊາຕ໌, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງຮັກ ຄວາມເປັນຄົນຈິງໆ ຄົນທີ່ມີອຸດົມການ ຄົນທີ່ເຫັນຄົນເປັນຄົນຄຶກັນ ບໍ່ແມ່ນສັດ ຫລຶສິ່ງຂອງທີ່ປັດສະຈາກຄວາມຄິດ, ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງປ່ອຍໂອກາດ ເພຶ່ອນຮ່ວມຊາຕ໌ໃດ້ມີໂອກາດ ສະແດງຄວາມຮັກຊາຕ໌ຂອງເຂົາ ເພຶ່ອປະເທສຊາຕ໌ ທີ່ແສນຮັກຂອງເຂົາ ໃຫ້ເທົ້າທຽມກັບຄວາມຮັກ ທີ່ພວກທິດສະດີປາກແບະ.....ທັງຫລາຍຂັນກັນທຸກໆວັນ ທຸກໆນາທີແລະວິນາທີ, ສຸດທ້າຍ ຖ້າຕົນເອງຮັກຊາຕ໌ແລ້ວ ຕົນເອງຕ້ອງຮັກ ລາວ.....

ປະເທສລາວຈົ່ງຈະເຣີນ.....! ອາແມນຣ໌ ອະມິຕາພຸດ ຄຸນພຣະຊ່ວຍ....

__________________
Anonymous

Date:

Anonymous wrote:
Sid Ek of Maha Sila Viravong. wrote:

Your Lao grammars are mixing with the old Laos Royal's and Communist's. The most of your spelling words of the old Laos Royal's grammar are incorrected. If you want to write the old Laos make sure to be corrected spelling or writing.

 There's no such thing as (Old Lao Royal's gramma ) Where the hell did you get the old lao royal gramma ? you must be from ther new generation ha. When I read your comment about old royal gramma, I laugh at you as hell.... next time do some research about your own language before something very stupid as you did Ok son.

Check your own writing that I bold and red on the words are the old Royal of Laos grammar above of this section. I didn't pull out all, just some of them with corrected and incorrected. I am don't have to do research because I am Sid Ek of Maha Sila Viravong and I am smart as better than you're.

Sid Ek Maha Sila Viravong.

__________________
Anonymous

Date:

Anonymous wrote:
Anonymous wrote:

ຜູ້ນີ້ ຄືສິປິມານ 50% ບໍ່ເຂົ້າໃຈຄວາມໝາຍວ່າລາວເວົ້າຫຍັງ

 ຈັ່ງວ່ານັ້ນແລະ ຂ້ອຍສົງສັຍລາວເປັນວໍ້

 ເຫັນພ້ອມເດີ ບໍ່ເຂົ້າໃຈຫຍັງໝົດ ນໍ້າຖ້ວມພູເຂົາບໍ່ແມ່ນຖ້ວມທົ່ງ

--------------------------------------------------------------------------------------

ຄົນແນວໃດກໍ່ມີ ເປັນແນວນັ້ນລະອິ່ລຸງ

ຢ່າໝົ້ນຫລາຍ ອິ່ລຸງ

ປັນຍາອ່ອນທັງຫລາຍ ແທນທີ່ຈະມີແນວຄິດສ້າງສັນ ມີແຕ່ເວົ້າໃຫ້ຄົນອື່ນວ່າແບບນັ້ນ ແບບນີ້...ເພີ່ນຕັ້ງຄຳຖາມມາກໍ່ສະແດງຄວາຄິດເຫັນ ອອກໄປ..ຄິດໄດ້ແຕ່ເທົ່ານີ້ນີ້ບໍ່......

ອະທິບາຍໄດ້ຈະແຈ້ງຫລາຍ....ແຕ່ກໍ່ຈະມີຄຳເຫັນເພີ່ມເຕີ່ມຕື່ມ...ບໍ່ຮູ້ວ່າເຫດການອະດີດໃນໄລຍະນັ້ນເປັນແນວໃດ, ຄົນທຸກຄົນແມ່ນມັກຄວາມສະຫງົບ ແລະ ບໍ່ມັກສົງຄາມ.. ບໍ່ຕ້ອງການໃຫ້ເກີດກັບຊີວິດຕົນເອງ..ແຕ່ມັນກໍ່ຜ່ານມາແລ້ວ ມີແຕ່ເຮົາຄວນຈະປົງຊະ..ໃຫ້ຫວ່າງເປົາ..ຈິດໃຈຈະຮູ້ສຶກເບົາ..ເກັບໄປກໍ່ໜັກໃຈຕົນເອງ..ຄວນຈະຍົກໂທດ ຫລື ໃຫ້ອາໄພກັນດີກວ່າ ຊີວິດຄົນເຮົາມັນສັ້ນ...ທຸກຄົນກໍ່ຕ້ອງຕາຍຄືກັນໝົດ. ສາດສະໜາພຸດເຮົາກໍ່ສອນເອົາໄວ໊ ເວລາເຮົາຕາຍໄປນັ້ນແລ້ວ ສີ່ງນີ້ແລ້ວຈະຮູ້ວ່າ ຄົນໃດດີ ຄົນໃດຊົ່ວ...

(ຖ້າຮັກຊາດລາວ ກໍ່ຄວນຈະຊ່ວຍກັນຊ່ວຍສ້າງເມືອງລາວ ໃຫ້ຈະເລີນໄດບໍ່?)

ຄົນຮັກຊາດ ແລະ ຄົນຂາຍຊາດ ແຕກຕ່າງກັນ:

ຄົນຮັກຊາດ:

1.ແມ່ນຈະເກີດເຫດການໃດກໍ່ຕາມ ແມ່ນບໍ່ຍ້ອມປະຖີ້ມປະເທດຊາດຂອງຕົນ

2.ແມ່ນຄົນທີ່ສ້າງພາຍໃນປະເທດໃຫ້ມີຄວາມສະຫງົບສຸກ

ຄົນຂາຍຊາດ:

1.ແມ່ນຄົນທີ່ຢ້ານຕາຍຈື່ງຍ່ອມຂາຍຊາດ

2.ແມ່ນສ້າງຄວາມແຕກແຍກພາຍໃນ ແລະ ໃຫ້ປະເທດໃຫ້ວຸ້ນວ້າຍ

__________________
Anonymous

Date:

ການທີ່ຫລົບໜີຈາກປະເທດໃນຍາມຄັບຂັນບໍ່ໄດ້ໝາຍຄວາມວ່າ
ເປັນຄົນຂາຍຊາຍສະເໝີໄປ. ໃນສະໄໝຕໍ່ສູ້ກັບຝຣັ່ງກໍ່ມີທ່ານ
ຜູ່ນໍາຫລາຍທ່ານໄດ້ຫລົບໄປອາໃສແລະຕັ້ງຖານທີ່ໝັ້ນຢູ່ຕ່າງປະ
ເທດ ຖ້າຂືນຢູ່ກໍ່ຈະຖືກປາມປາບດັບສູນ ເມື່ອໄດ້ທ່າແຮງແລະສະ
ພາບການອໍານວຍຈຶ່ງໄດ້ກັບຕ່າວມາສືບຕໍ່ເຄື່ອນໄຫວປົດປ່ອຍ
ຊາດ. ໃນສະໄໝຕໍ່ສູ້ກັບອາເມຣິກາກໍ່ເຊັ່ນກັນ, ແມ່ນບໍ່ລະ?
ການສ້າງສາພັດທະນາປະເທດຊາດບໍ່ຈໍາເປັນຕ້ອງອາໃສຢູ່ໃນປະ
ເທດດອກຈຶ່ງສາມາດປະກອບສ່ວນໄດ້ ໄປຢູ່ຕ່າງປະເທດກໍ່ມີສ່ວນ
ຮ່ວມຄືກັນ.
ຫລັງຈາກມີການປ່ຽນລະບອບການປົກຄອງ ພີ່ນ້ອງຮ່ວມຊາດ
ຫລາຍແສນຄົນໄດ້ອົບພະຍົບໄປຕັ້ງຖິ່ນຖານຢູ່ຕ່າງປະເທດ, ສອງ
ສາມປີຕໍ່ມາ ເຂົາເຈົ້າໄດ້ພາກັນສົ່ງເງິນມາຊ່ອຍຄອບຄົວ ພີ່ນ້ອງ
ໝູ່ຄູ່ໃຫ້ຫລຸດພົ້ນອອກຈາກວິກິດການດ້ານເສດຖະກິດ, ຫລາຍໆ
ຄອບຄົວໄດ້ຫລຸດພົ້ນອອກຈາກຄວາມອຶດຢາກແລະສາມາດສົ່ງ
ເສີມລູກຫລານໃຫ້ມີການຮໍ່າຮຽນສຶກສາແລະຫລາຍໆຄົນກໍ່ໄດ້
ກາຍເປັນພະນັກງານ ລັດຖະກອນ ປະກອບສ່ວນພັດທະນາປະ
ຊາດແທນພີ່ນ້ອງຂອງເຂົ້າເຈົ້າ.

__________________
Anonymous

Date:

ສບດ ພີ່ນ້ອງເພຶ່ອນຮ່ວມຊາຕທີ່ແພງທັງຫລາຍ,

ກ່ອນອຶ່ນຫມົດ ຂພຈ ຂໍເວລາໄອ ຈັກສອງສາມນາທີ ຈະເວົ້າເຖິງຄໍາທີ່ວ່າ ການຂາຍຊາຕ ແລະຄວາມຮັກຊາຕ ວ່າມັນມີມົນຂັງຢູ່ບ່ອນໄດແດ່ ແລະແຕກຕ່າງການແນວໃດ. ກ່ອນອຶ່ນ ຂພຈ ຈະບອກຄວາມໃນໃຈ ຂອງ ຂພຈ ນັບແຕ່ຕີນທໍ່ຝາຫອຍ ຂພຈ ບໍ່ເຄີຍສ້າງຜົລງານໃດໆ ໃຫ້ກັບ ປະເທສຊາຕ ບ້ານເມຶອງ ແລະພ້ອມກັນນັ້ນ ຂພຈ ກໍບໍ່ເຄີຍທໍາລາຍຊາຕ ແມ້ຈະຄິດກໍ   ບໍ່ໍ່ເຄີຍ. ແນວໄດຈິ່ງວ່າແນວນັ້ນ ເພາະ ຂພຈ ເອງບໍ່ໃດ້ມີໂອກາດດີໆ ເຫມຶອນດັ່ງ ເພຶ່ອນຮ່ວມຊາຕຫລາຍ ຄົນ, ທັງນີ້ ທັງນັ້ນ ກໍບໍ່ຮູ້ວ່າເວນ ຫລຶກັມ ແລະສະວັນ ຫລຶນາຣົກ ຊີ້ສາຕາກັມ ໃຫ້ຊີວິດຂອງ ຂພຈ ແລະຊາວລາວອີກຫລາຍແສນຄົນ ໃດ້ກາຍເປັນຄົນທີ່ໄຮ້ຊາຕ ຂາດແຜ່ນດີນ ອັນນີ້ເປັນເລຶ່ອງ ຂອງຊາຕາກັມນໍ໋...!

ຂໍເພີ້ມເຕີມລັກໆນ້ອຍ ກ່ຽວກັບ ຊາຕ. ຈະເປັນຮັກຊາຕ ຫລຶຂາຍຊາຕກໍຕາມ. ສໍາລັບ ຂພຈ ແລ້ວ ຊາຕເປັນຂອງສູງສັກ ຈະຢູ່ເຫນຶອກ່ວາອຸດົມການໄດໆ....! ຂພຈ ບອກໃດ້ວ່າ ຂພຈ ຂໍຕາຍເພຶ່ອ ຊາຕໃດ້ທຸກເວລາ, ທຸກສະຖານາການ ແລະທຸກອາລັມພະບົດ ໂດຍບໍ່ຄວາມກີນແຫນງ ແມ້ແຕ່ພຽງ ສັ້ນຜົມ. ແຕ່.....! ແຕ່ ຂພຈ ບໍ່ຂໍຍອມຕາຍ ເພຶ່ອ ຣະບອບ ຫລຶບຸກຄົນເປັນເດັດຂາດ. ເພາະວ່າ ຫຍັງ? ເປັນຫຍັງ ຂພຈ ຈິ່ງເຖິງເວົ້າໃດ້ແນວນັ້ນ ກໍເພາະວ່າ ນັກການເມຶອງ ໃນປັດຈຸບັນນີ້ ໃດ້ກາຍ ເປັນນັກການເມືອງຕົວເມັຽ ເວົ້າໂດຍສ່ວນລວມ. ນັກການເມືອງພວກນີ້ ສວຍໄຊ້ໂອກາດ ແລະຊ່ອງວ້າງ ຂອງຄວາມຂັດແຍ້ງ ທັງພາຍໃນສັງຄົມລາວ ມາໃດ້ຫລາຍ ທົດສະວັດແລ້ວ ຈົນພວກ ເຂົາໃດ້ກາຍເປັນ (ແຊມ) ຂອງນັກສວຍໂອກາດ. ພວກເຂົາເປັນຕົວຍັກ ຕົວມານ ໂຕບັກໃຫ່ຍ ທີ່ຈະຄອກຄຸມ ຊາຕາກັມຂອງປະເທສຊາຕ ໂດຍອາສັຍຣະບອບ ຄ່ອຍຂີດກັ້ນ ເສັ້ນທາງ ຂວາງກັ້ນເພຶ່ອນຮ່ວມຊາຕດ້ວຽກັນ ຈະຢູ່ໃນທໍານອງ ເຈົ້າຕໍ່າ ຂ້ອຍສູງ ເຈົ້າຂາວ ຂ້ອຍດໍາ ແລະເຈົ້າແດງ ຂອ້ຍຟ້າ ອັນນີ້ເປັນເລຶ່ອງ ຂອງນາໆຈິຕຕັງ ຕາຫລັກໃດ້ ຕາໄບ້ເສັຽ.........!

ຖ້າເຮົາມີຄວາມຮັກຊາຕຈິງ ຕ້ອງເຄົ້າຮົບ ແລະນັບຖືຄວາມນຶກຄິດ ຂອງເພຶ່ອນຮ່ວມຊາຕດ້ວຽກັນ ຢ່າງຂີ້ລາຍ ພວກເຂົາກໍມີສິດພໍໆກັບເຮົາ ທີ່ຈະສະມາດສະແດງຕົນ ສະແດງເຖິງຄວາມຈິງໃຈ ສະແດງຄວາມຮັກ ທີ່ເຂົາມີເພຶ່ອປະເທສບ້ານເມືອງ ນັ້ນມັນເປັນສິດທີ່ຊອບທັມຂັ້ນເພຶ້ອນຖານຂອງ ມະນຸສ ແລະສິດທີ່ຊອບທໍາ ໃນຖານະທີ່ພວກເຂົາເປັນເພຶ່ອນຮ່ວມຊາຕດ້ວຽກັນ. ຮັກຊາຕ ລີ້ເລີມມາຈາກ ສິ່ງນ້ອຍໆທີ່ເປັນອົງປະກອບຂອງຊາຕ ກ່ອນຈະຮຽນຮັກອັນໃຫ່ຍໆ ເຮົາຕ້ອງເລີ້ມຈາກຮັກ ເພຶ່ອນຝູງ, ຮັກພີ່ນ້ອງປ້ອງປາຍ, ຮັກພາສາວັທນະທັມ, ຮັກຮີດຄອງປະເພນີ, ຮັກເຂຕນໍ້າ ແດນດີນ ອະທິປະໄຕດີນແດນອັນຄົບຖ້ວນ, ຮັກສັພສີນ ພູຜາ ປ່າໄມ້ ຫ້ວຍນໍ້ານໍາລໍາທານ ທີ່ເປັນມໍຣະດົກ ຂອງຊາຕລາວ ທີ່ບັນພຣະບຸຣຸດຂອງພວກເຮົາ ທີສຶບທອດກັນມາຢ່າງຊ້ານານ ສຸດທ້າຍ ກໍຕ້ອງຮັກຄົນລາວດ້ວຽກັນ ຢ່າເຫັນຂີ້ດີກົ່ວໄສ້ ເຫັນຄົນໃນຊາຕອຶ່ນ ສໍາຄັນກ່ວາຄົນລາວ ( ຊາຕ ) ເລີ້ມຈາກຕົວຂອງທ່ານເອງ ແລະໄຕ້ເຕົ້າມາເຖິງ ຄົນລາວດ້ວຽກັນ ຫລາຍໆຮ້ອຍ ຫລາຍໆພັນ ເຊິ່ງຈະຕ້ອງໄຊ້ເວລາຍາວນານ ແລະຂັ້ນຕອນຢ່າງເປັນຣະບົບ ຣະແບບ ແລະມີກົນໄກ ວິທີການ

ຄຸນສົມບັດ ພາຍໃນຕົວ ນັ້ນກໍຄຶສັງຄົມມະນຸສຊາຕ ເວົ້າໂດຍທາງກ້ວາງ ຖ້າເປັນສັງເຂບ ພວກ

ເຮົາກໍຈະຮ້ອງວ່າ ສັງຄົມຂອງຄົນລາວຈິງໆ. ສິ່ງໃດຂາດເຫລຶອ ໄປຈາກຄວາມເຫັນຂອງ ຂພຈ ກໍບໍ່ໃດ້ຫມາຍຄວາມວ່າ ພວກເຂົາເປັນຄົນຂາຍຊາຕທັງຫມົດ ພຽງແຕ່ວ່າ ຄວາມຮັກຊາຕ ຫລຶ ມູມມອງຂອງພວກເຂົາ ເຫັນຄໍາວ່າ (ຊາຕ) ຄົນລະ Angle ຄົນລະ degree.........

ຮັກແພງ

__________________
Anonymous

Date:

ຢາກໃຫ້ທ່ານອະທິບາຍຄໍາວ່າ "ຢ່າເຫັນຂີ້ດີກ່ວາໄສ້ໃຫ້ຟັງແດ່ວ່າມີຄວາມໝາຍແນວໃດ໋? ຂອບໃຈ

__________________
Anonymous

Date:

Anonymous wrote:

ການທີ່ຫລົບໜີຈາກປະເທດໃນຍາມຄັບຂັນບໍ່ໄດ້ໝາຍຄວາມວ່າ
ເປັນຄົນຂາຍຊາຍສະເໝີໄປ. ໃນສະໄໝຕໍ່ສູ້ກັບຝຣັ່ງກໍ່ມີທ່ານ
ຜູ່ນໍາຫລາຍທ່ານໄດ້ຫລົບໄປອາໃສແລະຕັ້ງຖານທີ່ໝັ້ນຢູ່ຕ່າງປະ
ເທດ ຖ້າຂືນຢູ່ກໍ່ຈະຖືກປາມປາບດັບສູນ ເມື່ອໄດ້ທ່າແຮງແລະສະ
ພາບການອໍານວຍຈຶ່ງໄດ້ກັບຕ່າວມາສືບຕໍ່ເຄື່ອນໄຫວປົດປ່ອຍ
ຊາດ. ໃນສະໄໝຕໍ່ສູ້ກັບອາເມຣິກາກໍ່ເຊັ່ນກັນ, ແມ່ນບໍ່ລະ?
ການສ້າງສາພັດທະນາປະເທດຊາດບໍ່ຈໍາເປັນຕ້ອງອາໃສຢູ່ໃນປະ
ເທດດອກຈຶ່ງສາມາດປະກອບສ່ວນໄດ້ ໄປຢູ່ຕ່າງປະເທດກໍ່ມີສ່ວນ
ຮ່ວມຄືກັນ.
ຫລັງຈາກມີການປ່ຽນລະບອບການປົກຄອງ ພີ່ນ້ອງຮ່ວມຊາດ
ຫລາຍແສນຄົນໄດ້ອົບພະຍົບໄປຕັ້ງຖິ່ນຖານຢູ່ຕ່າງປະເທດ, ສອງ
ສາມປີຕໍ່ມາ ເຂົາເຈົ້າໄດ້ພາກັນສົ່ງເງິນມາຊ່ອຍຄອບຄົວ ພີ່ນ້ອງ
ໝູ່ຄູ່ໃຫ້ຫລຸດພົ້ນອອກຈາກວິກິດການດ້ານເສດຖະກິດ, ຫລາຍໆ
ຄອບຄົວໄດ້ຫລຸດພົ້ນອອກຈາກຄວາມອຶດຢາກແລະສາມາດສົ່ງ
ເສີມລູກຫລານໃຫ້ມີການຮໍ່າຮຽນສຶກສາແລະຫລາຍໆຄົນກໍ່ໄດ້
ກາຍເປັນພະນັກງານ ລັດຖະກອນ ປະກອບສ່ວນພັດທະນາປະ
ຊາດແທນພີ່ນ້ອງຂອງເຂົ້າເຈົ້າ.

 I AM RESPECTED YOUR COMMENTS FOR SURE BROTHER.  THERE ARE THOUSANDS AND THOUSANDS POOR LAO FAMILIES IN LAOS HAD CHANCE TO GET OUT FROM POVERTY WITH THE HUGE SUPPORTING FROM THEIR FAMILIES MEMBERS AND OR RELATIVES WHO WAS REFUGEES AND ARE LIVING IN 3RD COUNTRIES. THAT'S NOT JUST HELP THEIR FAMILES MEMBER TO GET OUT OF POVERTY ONLY BUT, HELPING THE LAOS PDR GOVT. TO MAKE ECONOMY GROW AS WELL.  JUST DON'T LOOK DOWN LAO PEOPLE IN OVERSEA, BE UNDERSTAND THAT THEY ARE SIDE BY SIDE WITH LAO PEOPLE IN MAN LAND TO DEVELOP OUR COUNTRY.

LAO REFUGEE

__________________
Anonymous

Date:

ຢາກໃຫ້ທ່ານອະທິບາຍຄໍາວ່າ "ຢ່າເຫັນຂີ້ດີກ່ວາໄສ້ໃຫ້ຟັງແດ່ວ່າມີຄວາມໝາຍແນວໃດ໋? ຂອບໃຈ

ຄໍາວ່າ “ຢ່າເຫັນຂີ້ດີກ່ວາໄສ້” ຫມາຍຄວາມວ່າ ເຫັນຄົນໃນຊາຕອຶ່ນດີ ກ່ວາຊາຕຕົນເອງ, ເຫັນຄົນອຶ່ນດີກ່ອນຄົນຕົວເອງ. ຂີ້ ຫມາຍຄວາມວ່າ ຂີ້ໄປແລ້ວ ວິດກົ້ນກໍແລ້ວໄປ, ຂີ້ເປັນຂອງທີ່ຖ່າຍເທ ແລະເສດເຫລຶອ ແຕ່ວ່າໄສ້ ເປັນອົງປະກອບຂອງຮ່າງກາຍຂອງຄົນເຮົາ ດັ່ງນັ້ນ ຣະຫວ່າງຂີ້ ແລະໄສ້ ຈິ່ງເປັນຄໍາ ທີ່ຄົນລາວເຮົາມັກເອົາເວົ້າ ແລະສົມທຽບຢູ່ໃນການສົນທະນາ, ປາກເວົ້າ ແລະການຂີດຂຽນ.

__________________
Anonymous

Date:

ຂີ້ ເປັນສິ່ງທີ່ສຳຄັນຢູ່ເດີ! ສຳຄັນກວ່າໄສ້ ຖ້າຢູ່ໃນໄສ້ ບໍ່ມີຂີ້ ໃຫ້ລະວັງ Doctor ຕອ້ງເຮັດວຽກໜັກ ບໍ່ແມ່ນຂີ້ຫວິດກົ້ນ ແລ້ວໆໄປ ! ຖ້າຂີ້ບໍ່ອອກ ເດ? ແຮ່ງເປັນເລື່ຶອງໃຫຍ່ ແລະ  ມັນຊິເກີດຫຍັງຂຶ້ນ ?

__________________
Anonymous

Date:

ຖ້າເວົ້າວ່າ:
ພວກຂາຍຊາດ. ແມ່ນລາວນອກຫມົດທຸກຄົນ. ໂດຍ ປາສ້ອຍນ້ອຍ ຫາດດອນຂຽວ.. ເມືອງ ປະທຸມພອນ.

ແປວ່າ:
ພວກຊື້ຊາດ. ແມ່ນລາວໃນໝົດທຸກຄົນ. ໂດຍ ປາຊີວນນ້ອຍ ຢູ່ໜອງຂຽວ..ເມືອງອຍ…ແຂວງຫລວງພຣະບາງ

ພວກທີ່ຂາຍທຸກຢ່າງ..ຂາຍຮອດພູຜາປ່າໄມ້..ຂາຍກະຫລີ່ຂ້າມຟາກພ້ອມ..ແມ່ນລັດຖະບານປະແຕດລາວ (pathetlao, pa.thet.lao) ຄົນຕາເວັນຕົກທີ່ເຄີຍຂັບເຮືອບິນມາຖີ້ມໝາກແຕກປາງສົງຄາມ..ເວົ້າວ່າໄປຖີ້ມໃສ່
ພວກຄະນະປະແຕດລາວ

ສາຍເຫດທີ່ປະຊາຊົນລາວມີຄວາມຍາກຈົນ..ແບບຍືດເຍື້ອຍາວນານມາຕະຫລອດ..ກໍເພາະວ່າມີການປົກຄອງໃນ
ລະບອບຂອງຄະນະ..ປະ.ແຕດ.ລາວ (Pathetlao Regime) in Laos.

__________________
Anonymous

Date:

ສຳລັບໃນຍຸກປັດຈຸບັນນີ້ແລ້ວ ຢາກໃຫ້ປະເທດລາວເຮົາກ້າວເດີນໄປທາງໜ້າ..... ບໍ່ວ່າລາວນອກ ຫລື ລາວໃນ ລ້ວນແຕ່ແມ່ນຄົນລາວ...ທຸກຄົນລ້ວນແຕ່ຮັກຜືນແຜ່ນດີນລາວ ຫລາຍກວ່າຄົນປະເທດອື່ນທີ່ມາຢູ່ລາວ..

ເພາະສະນັ້ນແລ້ວເຮົາຄວນຈະມີວີທີນຶກຄິດແບບໃດເພື່ອບໍ່ໃຫ້ຄົນລາວໃນເຮົາຍັງຈຳແນກວ່າລາວນອກຂາຍຊາດ..??

ລາວນອກ ຖ້າມາຢູ່ເມືອງລາວແລ້ວ ອາດຈະມີສ່ວນສຳຄັນໃນການພັດທະນາສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງແທ້ຈີ່ງ, ແລະ ບາງທີ່ອາດຈະແຊງໜ້າປະເທດອອ້ມຂ້າງປະເທດລາວກໍ່ເປັນໄດ້.

(ຂໍໃຫ້ພີ້ນ້ອງຊາວລາວຈົ່ງປະສົບຜົນສຳເລັດ)

__________________
Anonymous

Date:

ຄົນລາວໃນ ແລະ ຄົນລາວນອກ..; ຄົນຮັກຊາດ ແລະ ຄົນຂາຍຊາດ..;ຄົນລຸ້ນເກົ່າ ແລະ ຄົນລຸ້ນໃໝ່..;ອະດິິດ ແລະ ປັດຈຸບັນ...ຄືການປຽບທຽບ..

ປັດຈຸບັນຫລາຍປະເທດກໍ່ຍັງສາມາມັກຄີ, ປອງດອງ ແລະ ສາມາດເປັນມິດນຳກັນໄດ້, ຖ້າເປັນເມື່ອກ່ອນຖ້າເຫັນປະເທດສັດຕູ້ແມ່ນຕ້ອງຂ້າຖີ້ມ..ເຊັ່ນ: ອາເມລິກາ ແລະ ຝລັງ...ແຕ່ດ່ຽວນີ້ ຄົນເຫລົ່ານີ້ຢູ່ລາວ ຄືບໍ່ເຫັນເປັນຫຍັງ...ຍ້ອນຫັຍງ? ແລ້ວ ລາວໃນ ເຮົາຄືບໍ່ຄິດແບບນີ້ເດ່? ເຮົາຫຍັງມີຫຍັງທີ່ຄວນແກ້ໄຂ ແລະ ປັບປ່ຽນ...??

...ທຸກຄົນໜ້າຈະຫລຸດຖ່ອຍແນວຄວາມຄິດ ທີ່ອາຂາດບາດມ້າງກັນຄົນລະ1-2 ກ້າວ ຫລື ແບບໃດ??..ຖ້າປຽບທຽບແລ້ວຄົນຂາຍຊາດກໍໍ່ຄືຄົນໃນອະດີດ....

(ຢ່າເຫັນຂີ້ດີກວ່າໄສ້): ກໍ່ຄືຢ່າເຫັນຄົນຊາດອື່ນດີກວ່າຄົນລາວເຮົາ... ແລະ ຄົນລາວເຮົາບໍ່ວ່າລາວໃນ ຫລື ລາວນອກ ຢູ່ໃສ່ກໍ່ລ້ວນແຕ່ມີພາສາ, ວັດທະນາທຳ, ການນັບຖືສາສະໜາພຸດ, ນັບຖືຮີດສິບສອງຄອງສິບສີ ຂອງຊາດລາວ.

(ຂີ້ )..ເມື່ອເຮົາຖ່າຍອອກມາແລ້ວກໍ່ບໍ່ສາມາດເອົາເຂົ້າມາໃນຮ່າງກາຍເຮົາໄດ້..ກໍ່ຄືອະດິດຜ່ານມາທີ່ເຮັດໃຫ້ລາວໃນ ແລະ ລາວນອກແຕກແຍກກັນ...ແລ້ວກໍຜ່ານມາແລ້ວ..ແລະ ກໍ່ແມ່ນຄົນລາວໃນອະດິິດ...

(ໄສ້) ເປັນອະໄວຍະວະສຳຄັນຢູ່ໃນຮ່າງກາຍ ກໍ່ຄືກັບຄົນລາວນອກ ແລະ ລາວໃນ ...ກໍ່ຄືຄົນລາວໃນຍຸກປັດຈຸບັນ..ແມ່ນເປັນສ່ວນສຳຄັນໃນການສ້າງເມືອງລາວ.

ໂຊກດີ ເມືອງລາວ

 I LOVE YOU! YOU,ONE WHO SEEING THE POSITIVE SIDE OF ALL LAO PEOPLE AND THE BRIGHTER FUTURE OF OUR BEAUTIFUL COUNTRY!! THANKS!

 ຂ້ອຍບໍ່ເຂົ້າໃຈເນື້ອໃນເລີຍ ຮີບເອົາໄປຖິ້ມ ຢ່າສົນທະນາກະທູ້ນີ້ ເສັຍເວລາ ຄົນໂຕກໍຕຳຕາຍກະຢາກ

ມາສົນໝູ່

__________________
Anonymous

Date:

"ຖ້າເປັນເມື່ອກ່ອນຖ້າເຫັນປະເທດສັດຕູ້ແມ່ນຕ້ອງຂ້າຖີ້ມ..ເຊັ່ນ: ອາເມລິກາ ແລະ ຝລັງ...
ເຈົ້າໝາຍຄວາມວ່າທະຫານອ້າຍນ້ອງຈັບສະເລີຍເສິກໄດ້ແລ້ວຂ້າຖິ້ມຊັ້ນເບາະ? ຖ້າເຈົ້າຮູ້ບ່ອນເຂົາຖືກຂ້າ ຫຼືບ່ອນເຂົາຖືກຝັງ, ກະລຸນາໂທຫາເບີນີ້ໄດ້ບໍ່ລະ? ເບີໂທ: 21-26 7000 ຂອບໃຈ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard