Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສຶກສາຄວາມເປັນໄປໄດ້ການນໍາໃຊ້ລົດໄຟຟ້າໃນລາວ
ໝາກຕູມເຕ້ຍ

Date:
ສຶກສາຄວາມເປັນໄປໄດ້ການນໍາໃຊ້ລົດໄຟຟ້າໃນລາວ




ໜັງສືພິມເຊໂນທາມອອກຂ່າວວ່າ ຍີ່ປຸ່ນໃຈກ້າຈະສຶກສາຄວາມເປັນໄປໄດ້ໃນການນໍາໃຊ້ລົດໄຟຟ້າໃນລາວເພາະວ່າລາວເປັນປະເທດທີ່ມີເຂື່ອນໄຟຟ້າຫຼາຍ ບໍ່ຈໍາເປັນຕ້ອງສິ້ນເປືອງງົບໄປຊື້ນໍ້າມັນປີລະຫົກເຈັດຮ້ອຍລ້ານໂດລາສະຫະລັດ, ແຕ່ວ່າເຂື່ອນໄຟຟ້າເຫຼົ່ານັ້ນເປັນຂອງນັກລົງທຶນຊາວຕ່າງປະເທດ 80%-90% ເພາະລັດຖະບານລາວມີເງິນລົງທຶນນໍາເຂົາເຂື່ອນນຶ່ງພຽງແຕ່ 10%-20% ເທົ່ານັ້ນ.
ລົດໄຟຟ້າບໍ່ສ້າງມົນລະພິດໃນອາກາດ ແຕ່ລາຄາແພງກ່ວາລົດໃຊ້ນໍ້າມັນເກືອບສອງເທົ່າ, ບໍ່ເໝາະສົມສໍາລັບເດີນທາງໄກ, ໝໍ້ໄຟອາຍຸສັ້ນ, ເລັ່ງບໍ່ໄດ້ແຮງ. ທ່ານມີຄວາມເຫັນແນວໃດ໋ຕໍ່ບັນຫານີ້?


__________________
ຮັກຄົນລາວ

Date:
RE: ສຶກສາຄວາມເປັນໄປໄດ້ການນໍາໃຊ້ລົດໄຟຟ້າໃນລາວ


ຄົນລາວກໍ່ສະຫລາດ, ແລະມີຄວາມຄິດສ້າງສັນອັນທີ່ດີມີປະໂຫຍດຫລາຍໆຢ່າງ, ແມ່ນເຫັນວ່າກໍ່ດີ ແລະ ໜ້າຈະພັດທະນາໃຫ້ຫລາຍກວ່ານີ້ ເຫັນວ່າປັດຈຸບັນມີ 10 ກວ່າຄັນ, ແລະ ຕໍ່ໄປກໍ່ໃຫ້ພັດທະນາໄປ 20,30..ຫລືຫລາຍເທົ່າໃດຍິ່ງດີ ແລະ ໃຫ້ເອົາມານຳໃຊ້ໃນໄວໆນີ້ກໍ່ຍິງດີ.

ເຮົາຄວນຈະຫລຸດຜ່ອນການນຳເຂົ້າບາງຢ່າງທີ່ບໍ່ຈຳເປັນ , ເພາະລາວເຮົາກໍ່ສາມາດສ້າງໄດ້ ແລະ ເຫັນວ່າສາມາດໃຊ້ທົດແທນ ການນຳໃຊ້ລົດຕຸກໆ,ຈຳໂບ ແລະ ສາມລໍ້..

ເຮົາຄວນຈະສ້າງລົດເມໃຫ້ມີຫລາຍໆຂະໜາດ, ຫລາຍໆແບບ....ທີມີລັກສະນະທີ່ດີງາມກວ່າ ແລະ ອິກຢ່າງໜື່ງໍກໍ່ໜ້າຈະປັບປ່ຽນບັນຢາກາດພາຍໃນເມື່ອງລາວ ໃຫ້ທັນສະໄໝຂື້ນກວ່າເກົ່າ..




__________________
Addee

Date:

ແມ່ນດີ, ເຮົາຄວນຈະປັບປ່ຽນບັນຍາກາດເມືອງລາວໃຫ້ມີຄວາມສີວີໄລດີກວ່າເກົ່າ, ຄວນຈະໃຫ່ມີລົດເມຂະໜາດ 30,20 ແລະ 10 ບ່ອນນັ່ງ, ແລະ ຄວນຈະປ່ຽນຖ້າເປັນໄປໄດ້ ອັນລົດຖີບ,ລົດຈັກ ກໍ່ໃຫ້ໃຊ້ໄຟຟ້າໝົດກໍ່ດີ, ຊ່ວຍຫລຸດຜ່ອນການນຳເຂົ້ານຳມັນ ແລະ ສີ່ງທີດີແມ່ນຊ່ວຍແກ້ບັນຫາໂລກຮ້ອນອີກດ້ວຍ.



__________________
Anonymous

Date:

]



__________________
Anonymous

Date:


ບໍລິສັດຮອນດາເຮັດລົດໄຟຟ້າ Coda Sedan ລາຄາປະມານ 45000 USD ຖ້າສາກໄຟເຕັມຈະແລ່ນໄດ້ປະມານ 201 ກິໂລແມັດ. ຖ້າສາກ 2 ຊົ່ວໂມງ ຈະແລ່ນໄດ້ 80 ກິໂລແມັດ. ຄວາມໄວ 140 ກິໂລແມັດຕໍ່ຊົ່ວໂມງ.

__________________


Veteran Member

Status: Offline
Posts: 91
Date:

ເຫັນດີຫຼາຍທີ່ເພິ່ນຈະສຶກສາຄວາມເປັນໄປໄດ້ ເພາະວ່າບ້ານເຮົາບໍ່ມີແຫຼ່ງນ້ຳມັນທີ່ສາມາດຜະລິດເອງໄດ້ ເຮົາມານຳໃຊ້ສິ່ງເຮົາມີທົດແທນການນຳເຂົ້າຈາກຕ່າງປະເທດ ເປັນຈຳນວນເງິນຫຼາຍຮ້ອຍລ້ານຕໍ່ປີ
ພະລັງງານໄຟຟ້າໃນບ້ານເຮົາເຖິງບໍ່ແມ່ນເປັນການລົງທຶນຂອງລາວຮ້ອຍເປີເຊັນ ແຕ່ຖ້າຫາກມີການປະຕິບັດເຂົ້ານຳໃຊ້ແທ້ໃນຄວາມເຫັນສ່ວນໂຕແມ່ນມີທາງເປັນໄປໄດ້ແນ່ນອນໃນການນຳເອົາພະລັງງານໄຟຟ້າ
ໃນສ່ວນນອກເໜືອການຖືຫຸ້ນຂອງລາວມານຳໃຊ້ໃນລາຄາຖືກຈາກການເອົາໃຈໃສ່ຂອງພາກສ່ວນກ່ຽວຂ້ອງ ແລະ ລັດຖະບານ ຄິດວ່າເຮົາມີສິທິພິເສດນີ້


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard