ແມ່ນໃຜຮູ້ທີ່ໄປທີ່ມາ ຂອງການສົ່ງນໍ້າພະ 9 ວັດ ຊ່ອຍບອອກຂະນ້ອຍແນ່ ຂອບໃຈ
ເພາະຕ່າງປະເທດຖາມ ຂ້ອຍບໍ່ຮູ້ຈັກສິຕອບ
Anonymous wrote: ແມ່ນໃຜຮູ້ທີ່ໄປທີ່ມາ ຂອງການສົ່ງນໍ້າພະ 9 ວັດ ຊ່ອຍບອອກຂະນ້ອຍແນ່ ຂອບໃຈເພາະຕ່າງປະເທດຖາມ ຂ້ອຍບໍ່ຮູ້ຈັກສິຕອບ
ເປັນການສ້າງຄ່ານິຍົມທີ່ຜິດໆໆໆ ກາຍເປັນທຸລະກິດ ຕໍ່ໄປບັນຫາຂອງສັງຄົມ ຍິ່ງຈະເພີ່ມຂຶ້ນ ເພາະມັນຈະກ່ຽວເນື່ອງກັບ ບັນຫາອື່ນໆ ໂດຍສະເພາະທາງຄວາມເຊື່ອ
ມັນເປັນຄວາມເຊື່ອສ່ວນບຸກຄົນຊື່ໆດອກ ຫາກໃຈເຮົາບໍຣິສຸດແລ້ວວັດດຽວມັນກະເປັນກຸສົລແລ້ວ ເຮົາກໍຄວນຄໍານຶງເຖິງເວລານໍາ ຖ້າເຮົາມີເວລາ ມີປັດຈັຍພຽງພໍ 999 ວັດກໍແຫ່ງດີ. ບໍ່ຕ່າງຫັຽງ ກັບການທານປັດຈັຍ ນັ້ນແລ້ວບາງຄົນວ່າ ທານ 999 ດີກວ່າ 1000 .
ຄິດວ່າມັນຄົງຕິດພັນກັບຄວາມເຊື່ອ ແລະ ເປັນປິດສະໜາໃນການສ້າງຄົນໃຫ້ມີຄວາມອົດທົນ “ ເກົ້າອົດເກົ້າເຍື້ອນຫາກຊິໄດ້ທ່ອນຄຳ” ນັ້ນລະ