ໂອ...ປີໃໝ່.........................ມາໄວປານຂີ່ຍົນ ບໍ່ທັນດົນ............................ປີໃໝ່ວຽນຈອດຈວບເຖິງ ປີຂານໄປ...........................ລວງເລີຍໄປເວິ່ງໆ ອີກນານເຫີງ.......................ກໍຈັກໂຄ້ງຕ່າວຄືນມາ ປີເຖາະເຂົ້າ.........................ເນົານັ່ງເຂດຄອງແທນຂານ ປະຊາບານ..........................ຊື່ນຊົມຮັບດ້ວຍຄວາມສຸກ ຄົນເຂົາວ່າ...........................ປີຂານຄອງຄົນມີທຸກ ປີເຖາະສຸກ..........................ມີດີກວ່າປີຂານຄອງ ເບິ່ງເຫດການ.......................ຜ່ານມາຄືຄວາມແທ້ ໂລກຜ່າຍແພ້........................ເຫດໃຫຍ່ມະຫາພັຍ ແຜ່ນດີນໄຫວ.......................ສຶນາມິພັຍຍິ່ງໃຫຍ່ ນໍ້າຖ້ວມໄວ...........................ລົມພາຍຸພັດຮຸນແຮງ ຫົວປີນັ້ນ...............................ເສດຖະກິດໂລກປັ່ນປ່ວນ ໂລກຖືກກວນ.........................ຈາກທັມມະຊາດຜ່ອງມືຄົນ ປີຂານຊົ່ວ...............................ຫຼືຄົນຊົ່ວສັບປະດົນ ຫຼືວ່າຄົນ.................................ທໍາລາຍໂລກໂລກຕອບຄືນ ປີໃໝ່ນີ້...................................ປີເຖາະມາແທນແທບ ຄົນໃຈແຈບ.............................ວ່າປີເຖາະດີລົ້ນເຫຼືອ ຫາກເຫດການ........................ພັຍພິບັດບໍ່ມີເທື່ອ ກໍຈັກເຊື່ອ...............................ວ່າປີຂານສານມານຈິງ ແຕ່ຄົງເປັນ..............................ໄປຕາມນັ້ນແມ່ນບໍ່ໄດ້ ໄພຍິ່ງໃຫຍ່..............................ມະນຸດຕ້ອງປະສົບ ເຖິງປີຂານ..............................ຜ່ານພົ້ນໄປຍໍມືນົບ ມະນຸດຊົນ...............................ຈະຕ້ອງພົບກັບພັຍມານ ເພາະໂລກນີ້............................ມີທັງດີແລະທັງຊົ່ວ ດີຫຼາຍກວ່າ..............................ຫາກມະນຸດຖືຄອງທັມ ຫາກມະນຸດ..............................ຍັງສືບຕໍ່ສ້າງບາບກັມ ປີເຖາະຊໍ້າ................................ແຮງຮ້າຍຍິ່ງກວ່າປີຂານ ມະນຸດຊົນ.................................ປີເຖາະມາເຖິງແລ້ວ ຈົ່ງພ້ອມກັນ..............................ສ້າງໂລກໃຫ້ສົດໃສ ຫາກມະນຸດ..............................ສ້າງໃຈໃຫ້ສີວິໄລ ຄວາມມີຊັຍ...............................ຍ່ອມຈັກມີກັບປີການ ປີໃໝ່ແລ້ວ................................ມາຮ່ວມກັບກອບກູ້ໂລກ ທໍາລາຍໂສກ.............................ທໍາລາຍພັຍດ້ວຍໃຈໃສ ຈົ່ງສ້າງໂລກ..............................ໃຫ້ສໍາລານຕາມປີໃໝ່ ໃຫ້ສົດໃສ..................................ປີໃໝ່ແລ້ວ ຈົ່ງຈະເລີນ
ຂໍນ້ອມນະມັດສະການອາຈານສາຍເຊລໍາເພົາ.
ກ່ອນອື່ນຂ້ານ້ອຍຂໍອ່ວຍພອນໃຫ້ອາຈານຈົງສຸຂພາບເຂັ້ມແຂງແລະປະສົບຜົນສໍາເລັດໃນທຸກຂົງເຂດວຽກງານທີ່ທາງພັກລັດມອບ
ໝາຍໃຫ້. ຂອບໃຈທີ່ອາຈານໄດ້ສະລະເວລາຂຽນກາບກອນນີ້ມາສັ່ງສອນຄົນທີ່ເກີດປີເສືອຄົນນຶ່ງທີ່ນັ່ງຄິດນອນຄິດສ້າງຫວຍພັດ
ທະນານັ້ນສ້າງຫວຍພັດທະນານີ້ຂຶ້ນມາເພື່ອສ້າງຮັ່ງຄູນມີແກ່ຕົນແລະພັກພວກໂດຍບໍ່ຄິດຄໍານຶງເຖິງພະນັກງານ ອົງກອນທີ່ມີເງິນ
ເດືອນພໍປະທັງຊີວິດ. ລະຖິ້ມກິເລດຕັນຫາຂອງທ່ານສາເຖີ້ນ, ພໍແລ້ວ ທ່ານຮັ່ງມີພໍແລ້ວ ຢ່າຄິດສ້າງຫວຍບັງຄັບອອກມາຂູດຮີດ
ປະຊາຊົນອີກເລີຍ !
Anonymous wrote:ຂໍນ້ອມນະມັດສະການອາຈານສາຍເຊລໍາເພົາ.ກ່ອນອື່ນຂ້ານ້ອຍຂໍອ່ວຍພອນໃຫ້ອາຈານຈົງສຸຂພາບເຂັ້ມແຂງແລະປະສົບຜົນສໍາເລັດໃນທຸກຂົງເຂດວຽກງານທີ່ທາງພັກລັດມອບໝາຍໃຫ້. ຂອບໃຈທີ່ອາຈານໄດ້ສະລະເວລາຂຽນກາບກອນນີ້ມາສັ່ງສອນຄົນທີ່ເກີດປີເສືອຄົນນຶ່ງທີ່ນັ່ງຄິດນອນຄິດສ້າງຫວຍພັດທະນານັ້ນສ້າງຫວຍພັດທະນານີ້ຂຶ້ນມາເພື່ອສ້າງຮັ່ງຄູນມີແກ່ຕົນແລະພັກພວກໂດຍບໍ່ຄິດຄໍານຶງເຖິງພະນັກງານ ອົງກອນທີ່ມີເງິນເດືອນພໍປະທັງຊີວິດ. ລະຖິ້ມກິເລດຕັນຫາຂອງທ່ານສາເຖີ້ນ, ພໍແລ້ວ ທ່ານຮັ່ງມີພໍແລ້ວ ຢ່າຄິດສ້າງຫວຍບັງຄັບອອກມາຂູດຮີດປະຊາຊົນອີກເລີຍ !
ໃນປີໃໝ່ຂໍໃຫ້ທ່ານ ແລະຄອບຄົວຈົ່ງສົມປອງ ຢ່າມີມານ ຢ່າມີເວນ ຢ່າມີໄພ ຈົ່ງສຸໂຂ ສຸຂີຕລອດໄປ
- ອັນວ່າຫວຍນັ້ນ ເປັນສິ່ງບໍ່ຄວນໃກ້ ຕົກຢູ່ໃນອະປາຍະພູມ ໃຜຕົກເປັນທາດຂອງມັນຍ່ອມອັປປີແທ້ ຢ່າລອງເດີ