ເພື່ອນຜູ້ອ່ານຕັ້ງບັນຫາເລື່ອງນີ້ຂຶ້ນມາ
ວ່າ ຈະຄຸ້ມຄອງ ແລະ ແກ້ໄຂກັນຢ່າງໃດ ?.
Read more here...
your opinion!
ຜູ່ໃຊ້ນາມປາກກາແນວລາວຕອບບັນຫາແບບເກງໃຈໂພດ. ແມ່ນແທ້ບັນຫາຂາຍແຮງງານແບບຜິດກົດໝາຍມີຢູ່ຫລາຍປະເທດ
ໂດຍສະເພາະແມ່ນປະເທດທີ່ມີຄ່າແຮງງານສູງ ແຕ່ປະເທດເຫລົ່ານັ້ນມີກົດໝາຍແລະຜູ່ຮັກສາກົດໝາຍກໍ່ທໍາໜ້າທີ່ຕາມທີ່ເຂົາ
ໄດ້ຖືກມອບໝາຍໃຫ້ເປັນຢ່າງດີ.
ແຮງງານຜິດກົດໝາຍເປັນຜົນສະທ້ອນທາງລົບຫລາຍ ໂດຍສະເພາະແມ່ນດ້ານເສດຖະກິດ ສັງຄົມແລະຄວາມປອດໄພແຫ່ງ
ຊາດ. ເມື່ອມີຄົນຕ່າງຊາດເຂົ້າມາຍາດແຍ່ງທີ່ຢູ່ທໍາກິນ ແນ່ນອນຄົນທ້ອງຖິ່ນກໍ່ຕ້ອງຍອມສ່ຽງໄປຂາຍແຮງງານຢູ່ອີກປະເທດ
ນຶ່ງ, ບາງຄົນບໍ່ມີທາງອອກ ກໍ່ຕ້ອງທໍາການປຸ້ນຈີ້ ງັດແງະ ຂ້າເຈົ້າເອົາຂອງຄືພວກເຮົາໄດ້ປະສົບພົບພໍ່ໃນທຸກວັນນີ້.
ແນວລາວແນະນໍາວ່າ:
ຫັນເຂົ້າສູ່ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງຂອງ ສປປ ລາວ ເທື່ອລະກ້າວຢ່າງເຂັ້ມງວດ ບົນພື້ນຖານການຮັບປະກັນຄວາມສະຫງົບ ອຸນອ່ຽນໃນການທຳມາຫາກິນ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ລວມທັງຄວາມເປັນມິດໄມຕີກັບພົນລະເມືອງປະເທດອື່ນ ທີ່ເຂົ້າມາທຳມາຫາກິນຢູ່ປະເທດເຮົາ ໂດຍສອດຄ່ອງກັບແນວທາງການຕ່າງປະເທດຂອງພັກ ແລະ ລັດເຮົາ ປົກປ້ອງຜົນປະໂຫຍດຂອງພົນລະເມືອງ ແລະ ປະເທດຊາດຢ່າງເໝາະສົມ.
ແນວທາງການຕ່າງປະເທດຂອງພັກແລະລັດຫັ້ນຄວນໄດ້ມີການປັບປຸງກ່ອນບັນຫາອື່ນໃດ໋!