ສະບາຍດີພີ່ນ້ອງ
ເວລາເວົ້າກັບຜູ້ໃຫຍ່ ໃຊ້ "ຫວະ" ໄດ້ບໍ? ເຊັ່ນ ທ່ານເຮັດຫຍັງຢູ່ຫວະ
ແລ້ວ "ເຮີ້ຍ" ເດ? ໃຊ້ເອີ້ນຜູ້ໃຫຍ່ໄດ້ບໍ ເຊັ່ນ ເຮີ້ຍ ທ່ານແມ່ນໃຜແດ່?
ຂອບໃຈ
ຈະສຸພາບຫລືບໍ່ແມ່ນຂຶ້ນສຽງສໍານຽງ, ຕົວຢ່າງທີ່ທ່ານຂຽນມານັ້ນ ບໍ່ສຸພາບແທ້ເພາະນໍ້າສຽງເປັນສີຮ້າຍໆ. ແຕ່ເວົ້າລວມແລ້ວ "ຫວາ" ແລະ "ເຮີຍ" ບໍ່ສົມຄວນໃຊ້ກັບຜູ່ທີ່ມີອາຍຸແກ່ກ່ວາເຮົາແລະຜູ່ຊົງຄຸນວຸທິ.
Anonymous wrote:ຈະສຸພາບຫລືບໍ່ແມ່ນຂຶ້ນສຽງສໍານຽງ, ຕົວຢ່າງທີ່ທ່ານຂຽນມານັ້ນ ບໍ່ສຸພາບແທ້ເພາະນໍ້າສຽງເປັນສີຮ້າຍໆ. ແຕ່ເວົ້າລວມແລ້ວ "ຫວາ" ແລະ "ເຮີຍ" ບໍ່ສົມຄວນໃຊ້ກັບຜູ່ທີ່ມີອາຍຸແກ່ກ່ວາເຮົາແລະຜູ່ຊົງຄຸນວຸທິ.
ຂໍໂທດແດ່, ຄັນຊັ້ນ ຄວນໃຊ້ຫຍັງແທນ "ຫວາ" ແລະ "ເຮີຍ" ໃນກໍລະນີດຽວກັບໂຕຢ່າງອັນຂ້ອຍໃຫ້ໄປ?
ຂອບໃຈຫຼາຍໆ
ເວົ້າກັບຜູ້ໃຫຍ່ ຈະບໍ່ສາມາດໃຊ້ຄຳວ່າ ( ຫວາ ຫລື ຫວະ ) ເດັດຂາດ. ຄຳສູພາບນອບນ້ອມກໍຄວນຈະເປັນ: ຍາລຸງກຳລັງເຮັດຫຍັງຢູ່ນໍ
( ຂ້ານ້ອຍ ) ທ່ານກິນເຂົ້າແລ້ວບໍ່ ຂ້ານ້ອຍ ( ບໍ່ແມ່ນຊິເວົ້າວ່າ ທ່ານກິນເຂົ້າແລ້ວຫວາ ) ນັ້ນແມ່ນພວກໄພ່ທີ່ບໍ່ມີຜູ້ດີເວົ້າກັນ!
ເຮັດຫຍັງຢູ່ ເຮີຍຫມູ່? ແມ່ນເພື່ອນຝຸງເວົ້າກັນ. ເຮີຍທ່ານແມ່ນໃຜ ພວກຜູ້ດີເຂົາບໍ່ເວົ້າກັນ ມີແຕ່ທ່ານເວົ້າຜູ້ດຽວເນີ
Anonymous wrote:ເວົ້າກັບຜູ້ໃຫຍ່ ຈະບໍ່ສາມາດໃຊ້ຄຳວ່າ ( ຫວາ ຫລື ຫວະ ) ເດັດຂາດ. ຄຳສູພາບນອບນ້ອມກໍຄວນຈະເປັນ: ຍາລຸງກຳລັງເຮັດຫຍັງຢູ່ນໍ( ຂ້ານ້ອຍ ) ທ່ານກິນເຂົ້າແລ້ວບໍ່ ຂ້ານ້ອຍ ( ບໍ່ແມ່ນຊິເວົ້າວ່າ ທ່ານກິນເຂົ້າແລ້ວຫວາ ) ນັ້ນແມ່ນພວກໄພ່ທີ່ບໍ່ມີຜູ້ດີເວົ້າກັນ!ເຮັດຫຍັງຢູ່ ເຮີຍຫມູ່? ແມ່ນເພື່ອນຝຸງເວົ້າກັນ. ເຮີຍທ່ານແມ່ນໃຜ ພວກຜູ້ດີເຂົາບໍ່ເວົ້າກັນ ມີແຕ່ທ່ານເວົ້າຜູ້ດຽວເນີ
ສະຫລຸບຕ້ອງໃຊ້ "ນໍ" ແທນ "ຫວາ" ຍາມເວົ້ານຳຜູ້ໃຫຍ່.
ຂອບໃຈ ຂ້ານ້ອຍ!!
ຄືສະໄໝນີ້ຂ້ອຍບໍ່ເຄີຍໄດ້ເຫັນຜູ້ໃດໃຊ້ "ຂ້ານ້ອຍ" ບ່ອຍຄືແຕ່ກ່ອນ.
ໝູ່ຂ້ອຍບາງຄົນຢາກໃຫ້ຄົນລາວໃຊ້ "ຂ້ານ້ອຍ" ໃນແບບທີ່ຄົນໄທໃຊ້ "ຄຣັບ/ຄ່ະ" ເຊັ່ນ "ສະບາຍດີ ຂ້ານ້ອຍ"
ແຕ່ກໍ່ສຳລັບຂ້ອຍ ມັນຍັງຟັງແປກໆ ຫູ.
ຂອບໃຈອີກເທື່ອ. ຂ້ອຍບໍ່ຢາກປາກຄືໄພ່ເດີ ຮາໆໆໆໆ.
ດຽວນີ້ເພິ່ນນໍາເອົາຄໍາສຸພາບໆທີ່ເຄີຍໃຊ້ໃນສະໃໜພະລາດຊະອະນາຈັກລາວມາໃຊ້ຄືນຫລາຍຄໍາແລ້ວເຊັ່ນ: ໂດຍ, ຂ້ານ້ອຍ, ພະນະທ່ານ, ໝ່ອມ, ຍາທ້າວ, ຍານາງ...ແຕ່ເຈົ້າອາດຈະບໍ່ໄດ້ຍິນໃນທີ່ສາທາລະນະຫລືຢູ່ຕາມບ້ານເຮືອນຂອງຄົນທໍາມະດາສາມັນຄືໜູ່ເຮົາເຈົ້າຂ້ອຍ.
Anonymous wrote:ສະບາຍດີພີ່ນ້ອງເວລາເວົ້າກັບຜູ້ໃຫຍ່ ໃຊ້ "ຫວະ" ໄດ້ບໍ? ເຊັ່ນ ທ່ານເຮັດຫຍັງຢູ່ຫວະແລ້ວ "ເຮີ້ຍ" ເດ? ໃຊ້ເອີ້ນຜູ້ໃຫຍ່ໄດ້ບໍ ເຊັ່ນ ເຮີ້ຍ ທ່ານແມ່ນໃຜແດ່?ຂອບໃຈ
ເປັນຄຳຖາມທີ່ດີ ທ່ານຕັ້ງກະທູ້ມານັ້ນ ຄວນແກ່ການສຶກສາຢ່າງຍິ່ງ ອາຈານບໍ່ຢາກໃຫ້ຄົນລາວໃຊ້ຫວ້ະ ເຊັ່ນ ແມ່ນຫວ້ະ, ຫວາ, ຄວນຈະໃຊ້ວ່າ ແມ່ນບໍ່, ແມ່ອີຫຼີບໍ ? ເຫີ້ຍໆໆໆ ກໍເຊັ່ນກັນ ບໍ່ຄວນເລີຍ ສໍາລັບໃຊກ້ກັບຜູ້ໃຫຍ່ໄມ້ສູງ ຫາກເວົ້າກັບຄົນສໍ່າຮານປານກັນ ໃນສະຖານທີ່ສາທາລະນະທີ່ເປັນທາງການ ໜ້າຈະໃຊ້ຄໍາ ທ່ານນັ້ນ ທ່ານນີ້ ເຈົ້າ ຫຼືຄໍາໃດທີ່ເໝາະສົມ ຊ່ວຍກັນເຮັດຊ່ວຍກັນເວົ້າເທື່ອລະນ້ອຍ ຈະດີມາກມາຍ ບໍ່ເຫິງກໍປ່ຽນໄດ້ ເພາະຫວ໊ະໆໆ ນີ້ກັບມານີ້ຍົມບໍ່ເຫິງນີ້ເອງ
Anonymous wrote:ດຽວນີ້ເພິ່ນນໍາເອົາຄໍາສຸພາບໆທີ່ເຄີຍໃຊ້ໃນສະໃໜພະລາດຊະອະນາຈັກລາວມາໃຊ້ຄືນຫລາຍຄໍາແລ້ວເຊັ່ນ: ໂດຍ, ຂ້ານ້ອຍ, ພະນະທ່ານ, ໝ່ອມ, ຍາທ້າວ, ຍານາງ...ແຕ່ເຈົ້າອາດຈະບໍ່ໄດ້ຍິນໃນທີ່ສາທາລະນະຫລືຢູ່ຕາມບ້ານເຮືອນຂອງຄົນທໍາມະດາສາມັນຄືໜູ່ເຮົາເຈົ້າຂ້ອຍ.