ຂ່າວ: ຕາດຳ
ຮ້ານຊາກາໂນ່ ເປັນອາຫານຍີ່ປຸ່ນ ແຕ່ມີການປະສົມປະສານເລື່ອງລົດຊາດໃຫ້ເຂົ້າກັບຄົນລາວໄດ້ຢ່າງລົງຕົວ ການບໍລິ ການວ່ອງໄວທັນໃຈບັນຍາກາດດີ ລາຄາບໍ່ແພງ ເຫມາະກັບພະນັກງານທີ່ມີເວລາຫນ້ອຍໃນການຮັບປະທານອາຫານ.
ທ່ານ ນາງ ນາຍານາ ສິມມາລາວົງ ເຈົ້າຂອງຮ້ານໄດ້ເປີດເຜີຍວ່າ: ຮ້ານຊາກາໂນ່ ເປັນຮ້ານອາຫານຍີ່ປຸ່ນທີ່ເນັ້ນອາຫານປະເພດເສັ້ນທີ່ມີຊື່ສຽງຂອງປະເທດຍີ່ປຸ່ນ ຄື ລາເມນ (ເສັ້ນຫມີ່ສີເຫລືອງ) ທີ່ມີດ້ວຍກັນເຖິງ 4 ນໍ້າ ປະກອບມີ: ນ້ຳລາເມນທີ່ເຮັດຈາກກະດູກຫມູ, ຖົ່ວເຫລືອງ, ສະອິວ ແລະນ້ຳເກືອ ເຊິ່ງເປັນສູດມາຈາກປະເທດຍີ່ປຸ່ນ ໂດຍໄດ້ມີການປັບລົດຊາດ ໃຫ້ເຂົ້າກັບຄົນລາວ ແລະ ໄດ້ກາຍເປັນອາຫານຂຶ້ນຊື່ຂອງທາງຮ້ານ.
ນອກຈາກນີ້ ຍັງມີອາຫານອີກຫລາຍຊະນິດທີ່ທຸກຄົນ ເຊິ່ງນັບວ່າຫາຮັບປະທານໄດ້ຍາກ ສະເພາະທີ່ປະເທດລາວ ເປັນອາຫານທີ່ຮັບປະທານງ່າຍເຊັ່ນ: ຍຳສະຫລັດຍີ່ປຸ່ນ ແລະອື່ນໆ ອີກຫລາຍຢ່າງ ລວມເຖິງຍັງມີເຄື່ອງດື່ມນ້ຳປັ່ນຫມາກໄມ້ ແລະ ທາງຮ້ານຍັງມີກາເຟທີ່ເປັນສູດສະເພາະຂອງທາງຮ້ານ.
ສຳລັບລາຄາອາຫານແມ່ນບໍ່ແພງ ເລີ່ມຕົ້ນທີ່ລາຄາ 15.000 ກີບ ຫາ 25.000 ກີບຕໍ່ຈານພິເສດໃນເດືອນເມສານີ້ ຈະມີແຖມຍຳສະຫລັດ 1 ຈານ ເປີດ ໃຫ້ບໍລິການແຕ່ 10:00 ໂມງ ເຊົ້າຫາ 10:00 ໂມງກາງຄືນ ຮ້ານຊາກາໂນ່ ຕັ້ງຢູ່ບ້ານມີໄຊ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຫລື ຢູ່ຊັ້ນ 2 ຂອງຮ້ານອາຫານໄຊໂຍ (ຂ້າງຫໍວັດທະນະທຳແຫ່ງຊາດ).
ໃນມື້ດຽວກັນຂອງວັນທີ 8 ເມສາຜ່ານມາ ຮ້ານອາຫານໄຊໂຍ ກໍ່ໄດ້ເປີດອີກຫລັງທີ່ໄດ້ປິດທຳການປັບປຸງມາໄດ້ໄລຍະຫນຶ່ງ ເຊິ່ງຮ້ານໄຊໂຍໄດ້ຕົກແຕ່ງຮ້ານໃຫມ່ທີ່ສະອາດ ແລະງົດ ງາມກວ່າເກົ່າ ເພີ່ມລາຍການອາຫານທີ່ຫລາກຫລາຍ ເນັ້ນເລື່ອງຄຸນນະພາບຂອງລົດຊາດເພື່ອໃຫ້ກຸ້ມຄ່າກັບເງິນລູກຄ້າທີ່ເສຍໄປແຖມບໍລິການຍັງວ່ອງໄວທັນໃຈ.