ຂ່າວ: ສຸລີນ
ເຫດສະເທືອນຂວັນຫນຸ່ມ ຍີ່ປຸ່ນເຈົ້າຂອງລົດຕູ້ຍີ່ຫໍ້ ໂຕໂຢຕາ ປ້າຍສີຟ້າ ທະບຽນ ກຳແພງນະຄອນຫມາຍເລກ ກກ 3245 ແລ່ນ ຈາກຖະຫນົນທ່າເດື່ອມຸ່ງຫນ້າເຂົ້າໃນເມືອງດ້ວຍຄວາມໄວແລ້ວ ເກີດເສຍຫລັກຕຳເອົາຕົ້ນໄມ້ແຄມທາງຢ່າງແຮງ ເຮັດໃຫ້ຜູ້ຂັບຕາຍຄາທີ່ ເຈົ້າຫນ້າທີ່ສັນນິຖານຜູ້ຂັບຫລັບໃນ.
ຜູ້ເຫັນເຫດການກ່າວວ່າ: ອຸບັດເຫດເກີດຂຶ້ນຕອນປະມານ 4 ໂມງເຊົ້າຂອງວັນທີ 8 ເມສາ ເຊິ່ງຜູ້ຕາຍເປັນຄົນຍີ່ປຸ່ນອາຍຸປະມານ 30 ກວ່າປີທີ່ມາເຮັດວຽກຢູ່ລາວຂີ່ລົດຕູ້ຍີ່ຫໍ້ ໂຕໂຢ ຕາ ແລ່ນມາຈາກຖະຫນົນທ່າເດື່ອມຸ່ງຫນ້າເຂົ້າມາໃນເມືອງດ້ວຍຄວາມໄວ ພໍເຖິງ 4 ແຍກບ້ານເກົ້າຍອດບໍລິເວນວັດກາໂຕລິກ ລົດຜູ້ຕາຍເກີດເສຍຫລັກຂ້າມເສັ້ນທາງມາຕຳເອົາຕົ້ນໄມ້ທີ່ຢູ່ຝັ່ງກົງກັນຂ້າມ ເຮັດໃຫ້ຜູ້ຂັບຄົນດຽວໃນລົດທີ່ເປັນຄົນຍີ່ປຸ່ນທີ່ຍັງບໍ່ຮູ້ແຈ້ງສະຖານທີ່ເຮັດວຽກເສຍຊີວິດ, ສ່ວນສະພາບຂອງລົດເປ່ເພເສຍຫາຍຢ່າງຫນັກ.
ຝ່າຍເຈົ້າຫນ້າທີ່ສັນນິຖານຜູ້ຕາຍດື່ມສິ່ງມຶນເມົາເກີນຂອບເຂດຂາດສະຕິບັງຄັບພວງມະໄລພາໃຫ້ເກີດອຸບັດເຫດຈົນເຖິງແກ່ຊີວິດ. ປະຈຸບັນ ທາງເຈົ້າຫນ້າທີ່ຈະລາຈອນນະຄອນຫລວງກຳລັງ ຕິດຕໍ່ຫາຍາດພີ່ນ້ອງ ຫລື ສະຖານທີ່ເຮັດວຽກຂອງຜູ້ຕາຍເພື່ອຮັບສົບ.
Drink no driver!!