Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລະບົບສະຫວັດດີການໃນລາວ
ຫມາກໂມຂຽວ

Date:
ລະບົບສະຫວັດດີການໃນລາວ

ເຂົ້າໄປອ່ານນິຕິກໍາຢູ່ເວັບສະພາແຫ່ງຊາດລາວ ຫມວດທີ 2 ລະບອບແສດຖະກິດແລະສັງຄົມ ມາດຕາ 28 ສະບັບປັບປຸງໃຫມ່ ເພິ່ນວ່າ:
ມາດ​ຕາ​ 28(ໃໝ່​). ລັດ​ ແລະ​ສັງ​ຄົມ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສະ​ຫວັດ​ດີ​ການ​ສັງ​ຄົມ​ເປັນ​ ຢ່າງ​ ດີ ໂດຍ​ສະ​ເພາະ​ຕໍ່​ວິ​ລະ​ຊົນ​ແຫ່ງ​ຊາດ​, ນັກ​ຮົບ​ແຂ່ງ​ຂັນ​, ພະ​ນັກ​ງານ​ບໍາ​ນານ​, ຜູ້​ເສຍ​ອົງ​ຄະ​, ຄອບ​ຄົວ​ຜູ້​ເສຍ​ສະ​ລະ​ຊີ​ວິດ​ ເພື່ອ​ພາ​ລະ​ກິດ​ປະ​ຕິ​ວັດ​ ແລະ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ.
ຜູ່ເສຍອົງຄະທີ່ເວົ້າເຖິງແມ່ນຜູ່ທະຫານຜູ່ເສຍອົງຄະໃນສະຫນາມຮົບຫັ້ນບໍ? ຫລືຜູ່ເສຍອົງຄະທົ່ວໄປ? ຂອບໃຈ

__________________
ພໍ່ເຖົ້າບ້ານນາ

Date:

ສວ່ນພໍ່ແມ່ປະຊາຊົນຄົນເຖົ້າທຳມະດາຫຼາຍແສນຄົນທີ່ໄດ້ຮັບຄວາມລຳບາກຍາກຈົນຍອ້ນລະບອບຜະເດັດ

ການກຳອຳນາດນີ້ແມ່ນບໍ່ມີເລີຍໃນງົບຊວ່ຍເຫຼືອ. ຍັງອາໃສແຕ່ລູກເຕົ້າເປັນຫຼັກ ເປັນຜູ້ຄ້ຳປະກັນ

ຊີວິດຂອງເພີ່ນຈົນຮອດວັນຕາຍ. ຫາກຜູ້ໃດມີຍາດພີ່ນອ້ງຫຼືລູກຫລານຢູ່ຕ່າງປະເທດກໍຍັງໃຄ

ແດ່ ພໍຈະໄດ້ຂໍທານກິນແລະບັນເທົາຊີວິດຢູ່ຕໍ່ໄປວັນໆໆໆ...

__________________
Anonymous

Date:

ພໍ່ເຖົ້າບ້ານນາ wrote:

 ບັນດາຜູ່ເຖົ້າລ້ານປີເອີຍ  ໄຫ້ລັດຖບານເອົາເງີນມາແຕ່ໃສໄຫ້ເປັນເບັ້ຽບຳນານ ນອກຈາກຈະເກັບເອົາເງີນພາສີເພີ້ມ(ຂື້ນ)ຈາກປະຊາຊົນ

ຢູ່ ອະເມຣິກາ ປະຈຸບັນຍັງເປັນບັນຫາຫນັກ ກຽ່ວກັບ ຣະບົບສະຫວັດດີການ ຣາຍຈ່າຍຫລາຍກ່ວາຣາຍຮັບ ຍ້ອນວ່າ ມັນມີການສວຍ

ໂອກາດ ຂອງ ກູ່ມຄົນບໍ່ດີ ໄດ້ປອມແປງເຮັດໃບຍື່ນສະເນີເອົາເງີນ ຈາກລັດຖະບານ ສ່ວນຫລາຍແມ່ນບັນດາເອກກະຊົນ ຄຼີນິກ

ເອກກະຊົນໂຮງຫມໍ   ສອງເດືອນຜ່ານມາກະຊວງຍຸຕິທັມ ຂອງອະເມຣິກາໄດ້ ຈັບກູ່ມຜູ່ສົງໃສໃນການໂກງເອົາເງີນຂອງລັດຖະບານ 100

ກວ່າຄົນ ໃນນັ້ນມີແຕ່ບັນດາທ່ານຫມໍທັ້ງນັ້ນ 

__________________
Anonymous

Date:
RE: ລະບົບສະຫວັດດີການໃນລາວ

Anonymous wrote:

 ກະຫນ້າເປັນຫ່ວງຢູ່ທີ່ໄດ້ຍິນເຂົາວ່ານັບແຕ່ປີ 2037 ເປັນຕົ້ນໄປ ເພິ່ນຈະຈ່າຍເງິນບໍານານນ້ອຍລົງ ໃຜມີເງິນ 401K ຫລາຍກໍ່ຄົງຈະມີຊີວິດບໍານານທີ່ລາບລື່ນ ໄປຫລິ້ນໄປທ່ຽວ ໄປຕີດອກຢູ່ໃສກໍ່ບໍ່ຕ້ອງຫ່ວງ. ສໍາລັບພວກຫລັກໂລບກິນເງິນ Disability Benefits ເຂົາກວດລ້າງມາຕະລອດ, ສ່ວນຫລາຍພວກທີ່ໄດ້ຮັບເງິນເສຍອົງຄະຍ້ອນເກີດອຸບັດເຫດໃນຫນ້າທີ່ບໍ່ແຈ້ງເຂົາເວລາເພິ່ນກັບໄປເຮັດວຽກຄືນ, ເງິນຄ່າແຮງກໍ່ໄດ້ ເງິນເສຍອົງຄະກໍ່ໄດ້, ຕົວຢ່າງບຸລຸດໄປສະນີໄດ້ບໍ່ຫລຸດ 6000 ໂດລາຕໍ່ເດືອນ(ເງິນເດືອນ 3500 ເງິນເສຍອົງຄະ 3000 ໂດລາຄ່າປິ່ນປົວບໍ່ໄດ້ເສຍ). ບາງຄົນໄດ້ກິນ 5-6 ປີ ໄປຫາທ່ານຫມໍຍາມໃດ໋ກະບອກເພິ່ນວ່າຍັງເຈັບຍັງປວດຢູ່ ບາດໄດ້ check ມາ ບິນໄປກອດສາວນ້ອຍຢູ່ທ່າງ່ອນເສີຍ.

ຂ້ອຍເຊື່ອວ່າລັດຖະບານລາວມີລາຍໄດ້ຫລາຍກ່ວາລັດຖະບານປະເທດອື່ນເພາະເພິ່ນຂາຍໄຟຟ້າ ຂາຍໄມ້ ຂາຍຊັບພະຍາກອນບໍ່ແຮ່ ແລະຂາຍຜົນຜະລິດກະສິກໍາອື່ນໆ ແຕ່ເງິນທີ່ເພິ່ນເອົາມາສ້າງພື້ນຖານໂຄງລ່າງຕ່າງໆຊໍ້າພັດແມ່ນເງິນຊ່ອຍເຫລືອຂອງນາໆຊາດ, ແຕ່ບໍ່ຮູ້ວ່າເງິນລາຍໄດ້ເຫລົ່ານັ້ນມີຈັກເປີເຊັນເຂົ້າຄັງຫລວງ?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard