Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການເກັບກູ້ລະເບີດແຫ່ງຊາດ
Anonymous

Date:
ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການເກັບກູ້ລະເບີດແຫ່ງຊາດ


ລັດ­ຖະ­ບານ​ຍີ່ປຸ່ນ ໄດ້​ສືບ­ຕໍ່​ໃຫ້­ການ​ຊ່ວຍ­ເຫຼືອ​ໂຄງ­ການ​ເກັບ​ກູ້​ລະ­ເບີດ​ແຫ່ງ​ຊາດ ປະ­ຈຳ​ປີ 2011 ມູນ​ຄ່າ 744.680 ໂດ​ລາ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ປະ­ຕິ­ບັດ​ວຽກ​ງານ​ເກັບ​ກູ້​ລະ­ເບີດ​ຢູ່​ແຂວງ​ ສາ­ລະ​ວັນ ແລະ ເຊ​ກອງ.

 

ພິ­ທີ​ເຊັນ​ສັນ­ຍາ​ຮັບ​ເອົາ​ການ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ໄດ້​ຈັດ​ຂຶ້ນ​ວັນ​ທີ 25 ມີ­ນາ 2011 ທີ່​ໂຄງ­ການ​ເກັບ​ກູ້​ລະ­ເບີດ​ແຫ່ງ​ຊາດ ລະ­ຫວ່າງ ທ່ານ ບຸນ​ປອນ ໄຊ​ຍະ​ເສນ ອຳ­ນວຍ​ການ​ໂຄງ­ການ​ເກັບ​ກູ້​ລະ­ເບີດ​ແຫ່ງ​ຊາດ ແລະ ທ່ານ​ນາງ ຈູນ​ໂກະ ໂຢ​ໂກ​ຕະ ເອກ​ອັກ­ຄະ­ລາ­ຊະ­ທູດ​ຍີ່­ປຸ່ນ ປະ­ຈຳ ສປປ ລາວ ເຊິ່ງ​ມີ​ທ່ານ​ນາງ ອ່ອນ​ຈັນ ທຳ​ມະ​ວົງ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ-ສັງ­ຄົມ ບັນ­ດາ​ທ່ານ​ຜູ້­ຕາງ­ໜ້າ​ຈາກ​ສຳ­ນັກ­ງານ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

 

ປີ​ນີ້​ເປັນ​ປີ​ທີ 6 ທີ່​ລັດ­ຖະ­ບານ​ຍີ່­ປຸ່ນ ໃຫ້­ການ​ຊ່ວຍ­ເຫຼືອ ເຊິ່ງ​ມາ​ເຖິງ​ປັດ­ຈຸ­ບັນ ມີ​ມູນ​ຄ່າ​ທັງ​ໝົດ 8,7 ລ້ານ​ໂດ​ລາ ໂດຍ​ການ​ຊ່ວຍ­ເຫຼືອ​ຢູ່ 4 ແຂວງ ຄື: ຊຽງ​ຂວາງ ສາ­ລະ​ວັນ ເຊ​ກອງ ແລະ ອັດ​ຕະ​ປື.

 

ປັດ­ຈຸ­ບັນ​ໂຄງ­ການ​ເກັບ​ກູ້​ລະ­ເບີດ​ແຫ່ງ​ຊາດ ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ບັນ­ດາ​ປະ­ເທດ​ຕ່າງໆ ເຊັ່ນ: ອົດ​ສະ​ຕຣາ​ລີ ເຢຍ​ລະ​ມັນ ຍີ່­ປຸ່ນ ໄອ​ແລນ ສະ­ຫະ­ພາບ​ເອີ​ລົບ ລຸກ​ຊຳ​ບວກ ໂປ​ໂລຍ ສະ​ວິດ​ເຊີ​ແລນ ນອກ​ແວ ນິວ​ຊີ​ແລນ ອັງ­ກິດ ແລະ ສະ­ຫະ­ລັດ​ອາ­ເມ­ລິ­ກາ ນອກ​ນັ້ນ​ຍັງ​ມີ​ການ​ຊ່ວຍ­ເຫຼືອ​ຈາກ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ ມູນ​ນິ­ທິ​ຕ່າງໆ​ຕື່ມ​ອີກ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard