Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທູກໆທ່ານ ທີ່ເຂົ້າມາທີ່ນີ້
Anonymous

Date:
ທູກໆທ່ານ ທີ່ເຂົ້າມາທີ່ນີ້

furious ສະບາຍດີ ທູກໆຄົນ
ຂໍຖາມແດ່ເດີ ພວກທ່ານທີ່ເຂົ້າມາອ່ານຢູ່ທີ່ນີ້
ແມ່ນທ່ານມີຈູດປະສົງຫັຍງຫລາຍກວາ?
1 ເພືອຄວາມສ້າງສັນ?
2 ເພື່ອອ່ານຂ່າວທົ່ວໆໃປ?
3 ເພື່ອມາອອກຄວາມເຫັນ?
                  ແລະອື່ນໆໆໆໆໆໆໆໆໆ

__________________
Anonymous

Date:

Anonymous wrote:

furious ສະບາຍດີ ທູກໆຄົນ
ຂໍຖາມແດ່ເດີ ພວກທ່ານທີ່ເຂົ້າມາອ່ານຢູ່ທີ່ນີ້
ແມ່ນທ່ານມີຈູດປະສົງຫັຍງຫລາຍກວາ?
1 ເພືອຄວາມສ້າງສັນ?
2 ເພື່ອອ່ານຂ່າວທົ່ວໆໃປ?
3 ເພື່ອມາອອກຄວາມເຫັນ?
                  ແລະອື່ນໆໆໆໆໆໆໆໆໆ

All of the above!!! You have any problem with that my friend?! biggrin

__________________
Anonymous

Date:

ຂ້ອຍເຂົ້າມາສົນທະນາບັນຫາທົ່ວໆໄປທີ່ກໍາລັງເກີດຂຶ້ນໃນບ້ານເຮົາ, ເຂົ້າໄປອ່ານຂ່າວຢູ່ເວັບຫນັງສືພິມວຽງຈັນໃຫມ່ ເວັບຂ່າວສານປະເທດລາວ ເວັບ vientianetimes ກໍ່ໄດ້ອ່ານແຕ່ຂ່າວດອກໄມ້ ບໍ່ເຫັນເພິ່ນເອົາຂ່າວປາກົດການຫຍໍ້ທໍ້ໃນສັງຄົມຕົວຈິງມາໃຫ້ອ່ານຈັກເທື່ອ. ເມື່ອເຂົ້າມາຫ້ອງສົນທະນາຫ້ອງນີ້ ກໍ່ໄດ້ເຫັນຫລາຍຄົນຍົກເອົາບັນຫາຕົວຈິງຂຶ້ນມາສົນທະນາກໍ່ເລີຍສົນໃຈແລະເຂົ້າມາອ່ານເປັນປະຈໍາແລະຮ່ວມສົນທະນາດ້ວຍ.

__________________
Anonymous

Date:

ສະພາກາເຟ  ເວົ້າໄດ້. ດ່າໄດ້. ອອກຄວາມເຫັນໄດ້  ຜູ້ນຳໂກງກິນວິຈານໄດ້
ນິ້ຄື ສິ່ງປະຊາຊົນລາວຕ້ອງການ

__________________

Newbie

Status: Offline
Posts: 1
Date:

ທ່ານເອີ້ຍ ຖ້າທຸກບັນຫາເລື່ອງລາວຕ່າໆຫາກບໍ່ມີການສົນທະນາແລກປ່ຽນຄວາມຄິດຄວາມເຫັນກັນແລ້ວ  ການພັດທະນາ ຫຼືການຂະຫຍາຍຕົວດ້ານສັງຄົມແລະຂ່າວສານຕ່າງໆໄດ້ຢຸດຢັ້ງຄາທີ່ ດັ່ງລະບອບການປົກຄອງຝ່າຍດຽວຂອງລາວເຮົາໃນປັດຈຸບັນນີ້.
 ບໍ່ມີໃຜກ້າຕຳນິຕິຕຽນມີແຕ່ຍອ້ງຕະລອດ ກໍສະແດງວ່າບໍ່ຕ່າງຫຍັງກັບເວລາເຈົ້າເຂົ້າກະຕ່າ
ແລ້ວຍໍໂຕເອງແມ່ນບໍ່ລະ? ແລ້ວກໍ ທຸກໆທ່ານທີ່ເຂົ້າມາໃນເວບນີ້ກໍບໍ່ມີໃຜຫ້າມແນວຄືດຂອງ
ຕົນ ຢາກເວົ້າຫຍັງ ດ່າປອ້ຍກໍຕາມສະບາຍ ຕາມລະດັບແລະແນວຄືດຂອງບຸກຄົນນັ້ນ. ໃນນາມ
ຂພຈ. ເອງຄືດວ່າ ຄົນລາວຮັກແພງແລະສ້າງສັນກັນຫັ້ນແລ້ວມັນດີ ຄືວ່າ ອ້າຍຮູ້ສອງນອ້ງຮູ້ນື່ງ.

__________________

Veteran Member

Status: Offline
Posts: 78
Date:

saolaonok ຍຸກສະໃຫມນີ້ ອ້າຍຮູ້ສອງນ້ອງຕ້ອງຮູ້ສາມ ບວກກັນຈັ່ງຊິເປັນຫ້າ, ຖ້າອ້າຍຮູ້ສອງນອ້ງຍັງຮູ້ນຶ່ງຢູ່ ເຮັດໃດ໋ລົດໄຟຄວາມໄວສູງຈຶ່ງຈະໄປຮອດລີ່ຜີ?

__________________
Anonymous

Date:

SAOLAONOK, JOCKYBOY ພວກທ່ານແລະຫລາຍໆ ທ່ານ ບໍ່ວ່າ

ຢູ່ສະພາກາເຟແຫ່ງນີ້ ແລະ ສະພາກາເຟແຫ່ງອື່ນໆ ກໍ່ລ້ວນແລ້ວແຕ່ໂຈມຕີ

ແລະດູຖູກດູແຄນລາວໃນທັງນັ້ນ ມັນບໍ່ແມ່ນແລກປ່ຽນຄຳຄິດຄຳເຫັນກັນແບບ

ອ້າຽຮູ້ສອງນອ້ງຮູ້ນຶ່ງຈັກນ້ຽເລີຽ ຢາມໄດພວກທ່ານກໍ່ຄຶດວ່າຕົນເປັນຄົນສີວິໄລ

ຮູ້ກວ້າງເຫັນໄກ ຜູ້ຂ້າຄຶດວ່າດີແທ້ບໍ່ຕ້ອງເປັນຮ່ວງລາວໃນດອກ ເອົາເວລາ

ໄປຫາເງີນລ້ຽງລູກ ຫາເງີນເສັຽພາສີໃຫ້ລັດຖະບານຂອງທ່ານຈະດີກ່ວາ ເຖິງ

ຢ່າງໄດກໍ່ດີ ລາວໃນເຂົາກໍ່ຍັງມີທຸງຊາດເປັນຂອງຕົນເອງ ປີວສະບັດຢູ່ສະຫະ

ປະຊາຊາດ

 ຢ່າໄປຫ່ວງເຂົາຖ້ອນເລື້ອງຫາກິນລ້ຽງຄອບລ້ຽງຄົວຫັ້ນ ຄັນເຂົາທ້ອງແຫ້ງຄືທ່ານຄິດເຂົາບໍ່ມານັ່ງຂຽນຢູ່ນີ້ດອກ. ທ່ານເອົາທຸງໄປປິວສະບັດຢູ່ສະຫະປະຊາຊາດໄດ້ກໍ່ຍ້ອນທ່ານບ້ຽວສັນຍາລາວຮວມລາວ 73, ທຸງທີ່ປິວສະບັດຢູ່ຫ້ອງການຣັດຖະບານທ້ອງຖິ່ນແມ່ນທຸງຊ້າງສາມຫົວ ບໍ່ແມ່ນທຸງກາວົງເດືອນ.

__________________
Anonymous

Date:

ເຄີຽເຫັນແຕ່ທ້າວຊາ ສູນດາຣາ ປະກາດວ່າ

ຈະເອົາທຸງຊ້າງສາມຫົວມາປັກຢູ່ ນະຄອນ

ຫລວງວຽງຈັນ ຍັງມີເຈົ້າອີກຜູ້ນຶ່ງນໍ

__________________
Anonymous

Date:

ທຸງຊ້າງສາມຫົວແມ່ນທຸງອີຫຍັງ? no

__________________
Anonymous

Date:

Anonymous wrote:

ເຄີຽເຫັນແຕ່ທ້າວຊາ ສູນດາຣາ ປະກາດວ່າ

ຈະເອົາທຸງຊ້າງສາມຫົວມາປັກຢູ່ ນະຄອນ

ຫລວງວຽງຈັນ ຍັງມີເຈົ້າອີກຜູ້ນຶ່ງນໍ

ບໍ່ມີໃຜຊິເອົາທຸງຊ້າງສາມຫົວໄປທັກຢູ່ວຽງຈັນດອກ , ຫ້ອງການຣັດຖະບານທ້ອງຖິ່ນຫມາຍເຖິງຫ້ອງການແຂວງ ຫ້ອງການເມືອງຢູ່ໃນສະຫະຣັດອາເມຣິກາ.

__________________
Anonymous

Date:

Anonymous wrote:

ທຸງຊ້າງສາມຫົວແມ່ນທຸງອີຫຍັງ? no

ທຸງຊ້າງສາມຫົວແມ່ນທຸງຊາດລາວກ່ອນປີ 1975

__________________
Anonymous

Date:

ບໍ່ເປັນຫ່ວງດອກທ່ານ ພວກເຮົາຮູ້ດີຢູ່ດອກທ່ານ 

ເຖິງແມ່ນວ່າພວກທ່ານອາດຕົກວຽກຕົກການ ພວກ

ກໍ່ຍັງໄດ້ກີນເງີນສັງຄົມສົ່ງເຄາະຢູ່  

__________________
Anonymous

Date:

ເອົາຄວາມຈິງມາເວົ້າເດີທ່ານ ບໍ່ໄດ້ຫາເລື້ອງເສກສັນປັ້ນແຕ່ງ

ມາເວົ້າ ໃຫ້ທ່ານເຂົ້າໄປຊອກເບີ່ງ Clip VDO ທີ່ທ່ານຊາ

ສູນດາຣາ ລັຖະມົນຕຣີ ກະຊວງມະຫາດໄທ ລັຖະບານລາວ

ພັດຖີ່ນເພີ່ນວ່າແນວໄດ

__________________
Anonymous

Date:

Anonymous wrote:

ບໍ່ເປັນຫ່ວງດອກທ່ານ ພວກເຮົາຮູ້ດີຢູ່ດອກທ່ານ 

ເຖິງແມ່ນວ່າພວກທ່ານອາດຕົກວຽກຕົກການ ພວກ

ກໍ່ຍັງໄດ້ກີນເງີນສັງຄົມສົ່ງເຄາະຢູ່  

 ຕົກງານແມ່ນສາມາດໄປຂໍກິນເງິນວ່າງງານ( Unemployee Benefits ), ເຂົາໃຫ້ກິນປະມານນຶ່ງປີຢ່າງນ້ອຍ ໄດ້ປະມານ 70% ຂອງເງິນທີ່ເຮົາເຄີຍໄດ້. ເງິນປະຊາສົງແມ່ນ Social Securety Benifits, ມີແຕ່ຄົນເສຍອົງຄະກັບຄົນເຖົ້າຈັ່ງໄດ້ກິນ.

__________________
Anonymous

Date:

SORRY ເຂົ້າໃຈຜິດX

__________________
Anonymous

Date:

Anonymous wrote:

SORRY ເຂົ້າໃຈຜິດX

ບໍ່ເປັນຫຍັງ ມື້ຫນ້າມາກິນກຸ້ງລອຍນໍາກັນ

__________________
Anonymous

Date:

ຢາກຢູ່ແຕ່ຢ້ານໂຕດູ

__________________
Anonymous

Date:

Anonymous wrote:

SAOLAONOK, JOCKYBOY ພວກທ່ານແລະຫລາຍໆ ທ່ານ ບໍ່ວ່າ

ຢູ່ສະພາກາເຟແຫ່ງນີ້ ແລະ ສະພາກາເຟແຫ່ງອື່ນໆ ກໍ່ລ້ວນແລ້ວແຕ່ໂຈມຕີ

ແລະດູຖູກດູແຄນລາວໃນທັງນັ້ນ ມັນບໍ່ແມ່ນແລກປ່ຽນຄຳຄິດຄຳເຫັນກັນແບບ

ອ້າຽຮູ້ສອງນອ້ງຮູ້ນຶ່ງຈັກນ້ຽເລີຽ ຢາມໄດພວກທ່ານກໍ່ຄຶດວ່າຕົນເປັນຄົນສີວິໄລ

ຮູ້ກວ້າງເຫັນໄກ ຜູ້ຂ້າຄຶດວ່າດີແທ້ບໍ່ຕ້ອງເປັນຮ່ວງລາວໃນດອກ ເອົາເວລາ

ໄປຫາເງີນລ້ຽງລູກ ຫາເງີນເສັຽພາສີໃຫ້ລັດຖະບານຂອງທ່ານຈະດີກ່ວາ ເຖິງ

ຢ່າງໄດກໍ່ດີ ລາວໃນເຂົາກໍ່ຍັງມີທຸງຊາດເປັນຂອງຕົນເອງ ປີວສະບັດຢູ່ສະຫະ

ປະຊາຊາດ

 ຄົນນີ້ເລີ້ມແລ້ວ    ເຂົ້າໃຈດີໆກ່ອນ ຄິດກ່ອນຈະເວົ້າ ດຽວກ້ຽວກັບຄືນຈະເຈັບນາ ຢ່າແກ່ເລື້ອງສ່ວນຕົວໄປ

ປົນເລື້ອງຂອງບ້ານເມືອງນາ ບໍ່ເຂົ້າໃຈຫັຍງຖາມຄືນກໍໄດ້ ບໍ່ເປັນຫັຍງ ຫົວລ້ານຢ່າໃຈນ້ອຍນາ ຊອກບັນຍາກາດ

ດີໆ ສ້າງສັນກັນດີກ່ວາ

__________________
Anonymous

Date:

ພໍໄດ້ຍິນວ່າ ກອງປະຊຸມຂອງພັກເທື່ອທີ່9ແລ້ວ ຂົນໜາວແຕກຂຶ້ນເລີຽ ບໍ່ຮູ້ວ່າຕັ້ງແຕ່

ເທື່ອທີ່ໜຶ່ງ ຮອດເທື່ອທີ່9 ແກ່ເວລາມາ ເຖິງ36ປີ ເຂົາມີແຕ່ລື້ມຄວາມເກົ່າເລົ່າ

ຄວາມຫລັງ ຈາກ ໝໍໄກສອນ, ໝໍໜູຮັກ, ໝໍຄຳໄຕເຖິງໝໍຈຸມມະລີ ຢາກຖາມພວກ

ເຂົາວ່າ ແມ່ນພວກເຂົາເອົາ ປາກເວົ້າ ຫລືເອົາ ທະວານ ວາຈາ  ເພາະຄຳເວົ້າຂອງ

ພວກເຂົາຄືສຽງນົກສຽງກາຊື່ໆ ບໍ່ສັກສິດເລີຽ ຖ້າທ່ານສະມາຊີກສະມາຄົມລາວ ຟັງ

ຄຳປະໄສ ຂອງໝໍຕຳແຍ ຈຸມມະລີ ແລ້ວ ປວດຮາກຂຶ້ນມາທັນທີ ເຂົາຍືນຍັນວ່າGDP

ເພີ່ມ6,8%ຕະຫລອດ5ປີ ອັນນີ້ມັນໂກງກັນຊັດໆ ແລະGDPເພີ່ມຂຶ້ນມານັ້ນໄປໃສ

ວາຈາໄປແບບນີ້ ຄົນບໍລິຄຳໄຊ ທີ່ເຄີຽໄປສຶກສາ ເສດຖະສາດທີ່ ລັດເຊັຽມາຟັງບໍ່ຂຶ້ນ

ລາຽໄດ້ຂອງຄົນລາວ 1060$ຕໍ່ປີ/ຕໍ່ຄົນ ມັນເທົ່າກັບເງິນເດືອນ 1ອາທິດຂອງປະ

ເທດເຢຽລະມັນ ຟັງແລ້ວຄັນວາຈາຈິງໆo

__________________
saolaonok

Date:

ກໍ່ຍອ້ນແນວນັ້ນຕົ໊ວ ຄວາມຮູ້ໜອ້ຍຫຼືຫຼາຍບວກໃສ່ກັນ ແລກປ່ຽນບົດຮຽນຄວາມຄືດຄວາມເຫັນນຳກັນ ມີຫຍັງບໍ່ດີກໍ່ກ້າຕຳນິຕິຕຽນກັນ ແລະຜູ້ທີ່

ຖືກຕິຕຽນກໍ່ຢ່ານອ້ຍໃຈຫຼືໂມໂຫ ແລະກໍ່ຍອມຮັບເອົາແດ່ຄຳໂອວາດຕັກເຕືອນຂອງຜູ້ອື່ນ ບໍ່

ແມ່ນຈະມີແຕ່ແນວຄິດສວ່ນຕົວ ຊອກຫາແຕ່ເລື່ອງລາວທີ່ບໍ່ເປັນປະໂຫຍດມາເວົ້າສຽດສີໃສ່ກັນ.

ເຖີງແມ່ນວ່າເຮົາຈະເປັນລາວນອກຫຼືລາວໃນກໍ່ຕາມ ເວົ້າຫຍັງກໍ່ຕອ້ງມີເຫດມີຜົນ ມີຄວາມຈີງອ້າງອີງໃຫ້ກັນ ຮັກແພງປອງດອງກັນຈະດີກວ່າ. ສວ່ນລົດໄຟຄວາມໄວສູງນັ້ນເຂົາ

ຈະສ້າງໄປຮອດໃສບອ່ນໃດນັ້ນ ພວກເຮົາກໍ່ຊອ່ຍຫຍັງບໍ່ໄດ້ດອກ ເພາະເຂົາເອົາແຕ່ຄົນເຂົາເອງເປັນເຈົ້າການ

__________________
Anonymous

Date:

ລູງເອີຽ! ເຈົ້າຄິດຊ່ອຽຂ້ອຽແດ່  ຮຽນເສດຖະສາດ ທີ່ລັດເຊຽ 6ປີ  ກັບມາປະເທດ

ແຕະຝຸ່ນໄປຕາມ ໂຊກສະຕາ ບາງມື້ກໍ່ໄປຂາຽຂອງຊ່ອຽເມຽຢູ່ຕະລາດ ຈະເອົາຫຽັງ

ດີ ຈະໄປຫາງານທຳ ທີ່ເມືອງໄທ ຈິດໃຈແລະເຫື່ອແຮງກໍ່ບໍ່ສູ້ແລ້ວ ພໍໄດ້ຍິນວ່າ ໃນ

ກອງປະຊຸມໃຫຽ່ຂອງພັກ ປ່າວເປັ່ງໆ ອອກມາວ່າ ຕໍ່ໄປນີ້ ຈະບໍ່ຫລີ້ນພັກ ຫລີ້ນພວກ

ຈະເອົາຄົນທີ່ມີຄວາມສາມາດ ເຂົ້າທຳງານ ດັ່ງ ບຸນຍັງ ວໍລະຈິດ ເສີມຕໍ່ທຈາກ ຈຸມ

ມະລີ ຕໍ່ຈາກນັ້ນ ສຽງຕົບຕີນ ກໍ່ດັງສະໜັ່ນ ເໝືອນວ່າ ຕໍ່ໄປນີ້ ລັດຖະບານຈະເອົາຈິງ

ເອົາຈັງ ກັບການປາບປາມ ບັນຫາສໍ້ລາດບັງຫລວງ ທີ່ເປັນບັນຫາຕົ້ນຕໍແລະເປັນຕົ້ນ

ເຫດ ຂັດຂວາງການພັດທະນາປະເທດ ມື້ນັ້ນຂ້ອຽນັ່ງຂາຽເຄື່ອງຢູ່ຕະລາດ ແລະແນມ ໄປເບິ່ງທຸລາໂຄ່ງ ມັດຕິດຢູ່ເສົາໄມ້ຂ້າງຕະລາດ ເປັນພິຍານໃຫ້ຂ້ອຽຊື້ງໃຈໄປນຳຄຳ

ປາໃສ ຂອງນັກປະຕິວັດ.

__________________
Anonymous

Date:

ພວກອ້າຍນ້ອງເຂົາມີຄາຖາລີ້ນທອງ ເຊື່ອຫລາຍບໍ່ມີບ່ວງຊົດແກງ ຮາໆໆໆໆໆໆ

__________________
Anonymous

Date:

SAOLAONOK, JOCKYBOY ພວກທ່ານແລະຫລາຍໆ ທ່ານ ບໍ່ວ່າ

ຢູ່ສະພາກາເຟແຫ່ງນີ້ ແລະ ສະພາກາເຟແຫ່ງອື່ນໆ ກໍ່ລ້ວນແລ້ວແຕ່ໂຈມຕີ

ແລະດູຖູກດູແຄນລາວໃນທັງນັ້ນ ມັນບໍ່ແມ່ນແລກປ່ຽນຄຳຄິດຄຳເຫັນກັນແບບ

ອ້າຽຮູ້ສອງນອ້ງຮູ້ນຶ່ງຈັກນ້ຽເລີຽ ຢາມໄດພວກທ່ານກໍ່ຄຶດວ່າຕົນເປັນຄົນສີວິໄລ

ຮູ້ກວ້າງເຫັນໄກ ຜູ້ຂ້າຄຶດວ່າດີແທ້ບໍ່ຕ້ອງເປັນຮ່ວງລາວໃນດອກ ເອົາເວລາ

ໄປຫາເງີນລ້ຽງລູກ ຫາເງີນເສັຽພາສີໃຫ້ລັດຖະບານຂອງທ່ານຈະດີກ່ວາ ເຖິງ

ຢ່າງໄດກໍ່ດີ ລາວໃນເຂົາກໍ່ຍັງມີທຸງຊາດເປັນຂອງຕົນເອງ ປີວສະບັດຢູ່ສະຫະ

ປະຊາຊາດ

_________________________________________________________

ເຈົ້າເວົ້າຫຽັງເກາະ ຂ້ອຽຄືບໍ່ເຂົ້າໃຈ ? ເຈົ້າເປັນລາວໃນ ? ຂ້ອຽກໍ່ເປັນລາວໃນ ເຂົາເວົ້າກັນທຸກມື້ນີ້ ມັນບໍ່ໄດ້ກຽ່ວກັບທຸງຊາດ  ເຂົາຖືເລື່ອງປາກທ້ອງເປັນເລື່ອງ

ໃຫຽ່ ຢ່າໄປເລີ່ມເລື່ອງລາວນອກລາວໃນ  ຖ້າບໍ່ຮູ້ຈັກ  ເລື່ອງທຸງຢູ່ສະຫາປະຊາຊາດ ນັ້ນ ເຈົ້າມີຫຽັງກັບມັນ    ຂ້ອຽເຮັດການນຳອົງການສະຫາປະຊາດ ປີນີ້ເປັນປີທີ່ 27

ແລ້ວ ຂ້ອຽເປັນຫ່ວງ ປະເທດຂອງຕົນ ສົງສານຄົນລາວທີ່ຍັງ ທຸກຍາກຂາດແຄນ

ໂດຽສະເພາະ ຊົນນະບົດ ແຕ່ເໜືອຕະຫລອດໃຕ້  ໜ້າທີ່ຂອງພວກເຮົາທຸກຄົນ ຄື:

ບໍ່ແມ່ນຕໍ່ສູ້ລັດຖະບານ   ພວກເຮົາຮຽກຮ້ອງໃຫ້ລັດຖະບານ ປາບ ສໍ້ລາດບັງຫລວງ  ໃຫ້ສິ້ນສ້ຽງ  ເປັນຕາຂ້າກໍ່ຂ້າມັນໄປ  ມົວເມົາແຕ່ປົກປ້ອງລັດຖະບານ  ມັນເປັນຫົນ

ທາງທີ່ຜິດ, ເພາະພວກເຮົາທຸກຄົນຖືວ່າ ຜູ້ທີ່ມາເປັນລັດຖະບານ ນັ້ນມາແກ້ໄຂບັນຫາ

ທຸກຢ່າງ ທີ່ປະຊາຊົນລາວທຸກຊົນຊາດ ລໍຄຽຖ້າຢູ່.

(ຖ້າຢາກຮູ້ຈັກລາວນອກ ລາຽລະອຽດຂຽນມາຖາມຂ້ອຽ ຂ້ອຽຈະຕອບໃຫ້ຮູ້ )ຖ້າບໍ່ຮູ້ ຢ່າເວົ້າໄປໂລເລ ອາຽເຂົາ.

ກີວກະຈຳ

__________________
Anonymous

Date:

ໂອ ມັນກ່າດີແລ້ວເດຢູ່ສະພາກາເຟນີ້ ມັນກ່າມີຜູ້ຄວາມຮູ້ສູງໆ

ຄືທ່ານ ກີ່ວກະຈຳ ເຮັດວຽກນຳ ສປຊ ມາ 27 ປີ ສ່ວຍຖ່າຍ

ທອດຄວາມຮູ້ ໃຫ້ບັນດາສະມາຊິກເຮົາຈະເປັນການດີ ພໍໄດ້ຄວາມ

ຮູ້ຮອບຕົວ ທ່ານ ກີ່ວກະຈຳ ເຮັດວຽກຢູ່ ສປຊ ນີວຢອກ ຫລື ເຊີ

ແນວບໍ່ ຫລືວ່າ ເຮັດວຽກນຳ UNDP ວຽງຈັນບໍ່ ໄດ້ຍີນເພີ່ນວ່າຢູ່

ສປຊ ວຽກຫລາຍແທ້ໆ ມັນມີຈັກກຳມາທິການແທ້ເກາະທ່ານ ແຕ່

ລະກຳມາທິການມີໜ້າທີ່ຫຍັງແດ່ທ່ານ ສປຊ ຢູ່ເຊີແນວເພີ່ນມີໜ້າທີ່

ເຮັດຫຍັງແດ່ ແລ້ວ ກົມຈັດຕັ້ງສາກົນ ຂອງກະຊວງການຕ່າງປະເທດ

ສປປລາວ ມັນມີໜ້າທີ່ຫຍັງກ່ຽວຂ້ອງກັນກັບ ສປຊ ນີວຢອກ ແລະ

ສປຊ ເຊີແນວ ຫລືບໍ່ທ່ານ ? ເຮັດວຽກນຳ ສປຊ ມາໄດ້ 27 ປີແລ້ວ

ຄົງຈະອາວຸໂສສົມຄວນເນາະທ່ານ ເຫັນ ທ່ານ ຍົງ ຈັນທະລັງສີ ເພີ່ນ

ເຮັດວຽກນຳກະຊວງຖະແຫລງຂ່າວເກືອບ 20 ປີ ແລະ ປະຈຳການຢູ່

ອາຊຽນ ທີ່ ອີນໂດເນເຊັຽ ຕັ້ງ 6 ປີ ແລະ ສຸດທ້າຍເພີ່ນກໍ່ເຮັດວຽກຢູ່

ກະຊວງການຕ່າງປະເທດລາວຕັ້ງ 6 ປີ ເພີ່ນຈຶ່ງໄດໄປປະຈຳການຢູ່

ສປຊ ເຊີແນວ ຫວັງຢ່າງຍິ່ງວ່າຈະໄດ້ຮຽນຮູ້ບົດຮຽນໃຫ່ມຈາກທ່ານ

ຂອບໃຈຫລ່ວງໜ້າ.

ຈາກ ເດັກບ້ານນອກ

 ແລະ ທີ່ສຳຄັນຂ້ອຍຮູ້ສຶກວ່າອົງການ ສ ປ ຊ ສ້າງຂຶ້ນມາເພື່ອ satisfy ອາເມລິກາ ໃນການເຂົ້າແຊກແຊງປະເທດອື່ນ ໂດຍສະເພາະບັນດາປະເທດທີ່ມີນ້ຳມັນ. ດັ່ງທີ່ທ່ານເຫັນແລ້ວ ສ ປ ຊ ເຄີຍ ຄ້ານອາເມລິກາໃນການກໍ່ສົງຄາມໃນ ອີຣັກ ສຸດທ້າຍກໍ່ບໍ່ໄດ້ຜົນ, ມາບາດນີ້ ລົງມື ສະໜັບສະໜຸນ ຢ່າງເຕັມທີ່ໃນການທຳລາຍ Libya ໂດຍອ້າງວ່າເພື່ອປົກປ້ອງ ປະຊາຊົນ ແຕ່ການຖິ້ມລະເບີດ ແຕ່ລະລູກລົງໄປ ກໍ່ໝາຍເຖິງຊິວິດ ແລະ ຊັບສິນຂອງປະຊາຊົນ Libya ທີ່ສ້າງມາ. ເພາະສະນັ້ນ ໃນຄວາມຄິດຂອງຂ້ອຍເອງຢາກເຫັນ ສ ປ ຊ ຢືນເປັນໂຕກາງໃນການໄກ່ເກ່ຍ ແລະ ສ້າງສັນຕິພາບໃນໂລກ ແທນທີ່ຈະໄປ ຄຽງບ່າ ຄຽງໄຫລ່ ຝ່າຍໃດຝ່າຍໜຶ່ງ ແລະ ໄປຮູກຮານປະເທດໃດປະເທດໜຶ່ງ. ທີ່ຈິງ ແລ້ວ ກໍ່ເຂົ້າໃຈ ແລະ ເຫັນໃຈ Ban Ki-moon ທີ່ຢາກຈະເປັນ ເລຂາທີ່ການໃຫຍ່ ສ ປ ຊ ອີກ ສະໃໝໜຶ່ງ, ແຕ່ກໍ່ບໍ່ໄດ້ໝາຍວ່າຈະເດີນອອກນອກເສັ້ນຂອງຄຳວ່າ "Ethics and Values"

By:

Kon Ban nok 

__________________
Anonymous

Date:

Anonymous wrote:

furious ສະບາຍດີ ທູກໆຄົນ
ຂໍຖາມແດ່ເດີ ພວກທ່ານທີ່ເຂົ້າມາອ່ານຢູ່ທີ່ນີ້
ແມ່ນທ່ານມີຈູດປະສົງຫັຍງຫລາຍກວາ?
1 ເພືອຄວາມສ້າງສັນ?
2 ເພື່ອອ່ານຂ່າວທົ່ວໆໃປ?
3 ເພື່ອມາອອກຄວາມເຫັນ?
                  ແລະອື່ນໆໆໆໆໆໆໆໆໆ

ເພື່ອອ່ານຂ່າວທົ່ວໆໃປ?

ເວັບປະຊາຊົນມີຂ່າວຫລາຍ http://pasaxon.org.la

__________________
Anonymous

Date:

ທ່ານ ຄົນບ້ານນອກ ຂຽນເປັນສີແດງຫັ້ນ ຜຂ ໃຫ້ຂະແນນເຕັມ ໑໐໐

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard