Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພວກທ່ານຄິດເຫັນຢ່າງໃດກັບການຫັນທີດິນເປັນທືນຂອງລັດຖະບານ?


Newbie

Status: Offline
Posts: 1
Date:
ພວກທ່ານຄິດເຫັນຢ່າງໃດກັບການຫັນທີດິນເປັນທືນຂອງລັດຖະບານ?


ພວກທ່ານຄິດເຫັນຢ່າງໃດກັບການຫັນທີດິນເປັນທືນຂອງລັດຖະບານ?

ການຫັນທີດິນເປັນທືນ ກັບການຂາຍຊາດ ມັນກາອັນດຽວກັນຫັນລະ ປຽນແຕ່ຄໍາເວົ້າແຕ່ທາດແທ້ມັນກາຄືກັນຫັນແລ້ວ.

ແຜ່ນດິນນີ້ບັນພະບູລຸດລາວເພິນຖະໜອມແພງຮັກໄວ້ໃຫ້ລູກຫຼານລາວທັງຊາດ ແຕ່ຜູ້ມີສິດຕັດສິນໃຈອະນຸມັດໂຄງການຕ່າງໆດຽວນີ້ ເຫັນປະໂຫຍດສ່ວນຕົວເປັນໃຫຍ່ ບໍຄິດເຖິງສ່ວນລວມ, ສໍາປະທານເປັນ 80-90 ປີ, ຄົນເຊັນອະນຸມັດ ຕາຍແລ້ວເກີດໃໜ່ ສັນຍາຍັງບໍ່ໜົດອາຍຸ.
ປະຊາຊົນຍັງບໍ່ຮູ້ທັນພືດຕິກໍາການສຸດຈະລິດ ແລະ ສິງທີ່ຕົນເອງເສຍປຽບ ຕໍການສຸດຈະລິດນັ້ນ, ຕົວຢາງ ໃຜຮູ້ແດ່ການໃຫ້ສໍາປະທານແກ່ຕ່າງຊາດໃນໂຄງການຕ່າງໆ ມີໃຜໄດ້ສິນບົນແດ່ ແລະ ປະເທດຊາດກໍຄືຄົນລາວສູນເສຍມະຫາສານຕໍການໃຫ້ສໍາປະທານນັ້ນ.



__________________
laos
Anonymous

Date:
RE: ພວກທ່ານຄິດເຫັນຢ່າງໃດກັບການຫັນທີດິນເປັນທືນຂອງລັດຖະບານ?


ສັນຍາ 80-90 ປີ ມີສິດຕໍ່ໄດ້ອີກ ໃຜໆກໍ່ຮູ້ວ່າແມ່ນການຂາຍດິນດອນຕອນຫຍ້າໃຫ້ຕ່າງຊາດແຕ່ເຂົາເວົ້າບໍ່ໄດ້ໄອບໍ່ດັງ ຄັນເວົ້າໄປເພິ່ນກໍ່ວ່າຕໍ່ຕ້ານພັກລັດ ຊິເຮັດຈັ່ງໃດ໋ຊັ້ນນະ?

__________________


Member

Status: Offline
Posts: 23
Date:

ຄິດຍາກຄືກັນຫັ້ນລະ. ຄັນບໍ່ໃຫ້ຕ່າງຊາດມາສຳປະທານທີ່ດີນ, ຂຸດຄົ້ນແຮ່ທາດ...ກໍ່ຢາກທີ່ລັດເຮົາຈະມີລາຍຮັບເພື່ອມາສ້າງສາພັດທະນາປະເທດຊາດ. ໃນການຄຸ້ມຄອງກວດກາຖ້າມີຄວາມຈິງໃຈ, ຖືຜົນປະໂຫຍດສ່ວນລວມສູງ ຂພຈ ຄິດວ່າຊິບໍ່ມີຜົນກະທົບພໍປານໃດ, ແຕ່ຖ້າຖືຜົນປະໂຫຍດສ່ວນຕົວມາກ່ອນ, ແກ້ໄຂບັນຫາພຽງແຕ່ໄລຍະສັ້ນໂດຍບໍ່ຄຳນຶງເຖິງໄລຍະຍາວແລ້ວນັ້ນ, ແນ່ນອນອະນາຄົດຫຼາຍບັນຫາກໍ່ຈະຕາມມາ ເປັນຕົ້ນກໍ່ແມ່ນ: ສານຜິດຕົກຄ້າງ, ສະພາບແວດລ້ອມເສື່ອມໂຊມ, ເກີດໄພທຳມະຊາດ(ຍາມແລ້ງນຳ້ຫ້ວຍຮອດບໍ່ມີນ້ຳ, ຍາມຝົນເກີດມີນ້ຳຖ້ວມນ້ຳໄຫຼເຊາະເຈື່ອນຍ້ອນຕົ້ນນ້ຳລຳທານຖືກທຳລາຍ). ຊາດເຮົາກໍ່ຄືຄົນລາວລຸ້ນໃຫມ່ໃຫຍ່ລຸນກໍ່ຍາກທີ່ຈະແກ້ໄຂ ແລະພັດທະນາໄດ້ ຍ້ອນຊັບພະຍາກອນທຳມະຊາດທີ່ເປັນບ່ອນອີງນັ້ນຖືກຂຸດຄົ້ນໄປຫມົດແລ້ວ. ອີກບັນຫາໜຶ່ງກໍ່ແມ່ນການຄູ້ມຄອງຄົນເຂົ້າອອກເມືອງຊາວຕ່າງຊາດໃນຫຼາຍປະເທດທີ່ເພິ່ນພັດທະນາແລ້ວກໍ່ຍັງຄູ້ມຄອງໄດ້ຍາກ, ລາວເຮົາຜືນແຜ່ນດີນກ້ວາງ ພົນລະເມືອງໜ້ອຍ, ແຕ່ມີຊາຍແດນຕິດຈອດກັບຫຼາຍປະເທດບວກກັບແຕ່ລະປີແມ່ນເປີດກ້ວາງຕິກໆ ໂດຍສະເພາະທີ່ເຫັນແຈ້ງໆກໍ່ແມ່ນຈີນມາຄ້າຂາຍ ແລະເກີດລູກຢູ່ລາວຈົນລູກກໍ່ໃຫຍ່ກ້າໜ້າບານເປັນບ່າວເປັນສາວຢູ່ລາວ.
ຫຼາຍບັນຫາທີ່ປະກອບຂ້າງເທິງນີ້ຍົກຂຶ້ນມາເພື່ອຂໍແລກປ່ຽນ ແລະສ້າງສະຕິທາງອອກຊ່ວຍກັນຊື່ໆ ຫຼາຍທ່ານຢ່າໄດ້ເຂົ້າໃຈຜິດເດີ. ສ່ວນທາງແກ້ຂພຈ ຄິດວ່າ:
-ເປັນເອກະພາບກັນດ້ານລະບຽບການລົງທຶນໃນແຕ່ລະແຂວງເຊັ່ນ:ໄລຍະເວລາ, ຂະໜາດການລົງທືນ, ການແບ່ງປັນຜູ້ຮັບຜິດຊອບ...
-ແຕ່ລະໄລຍະໂຄງການຄວນມີໜ່ວຍງານລົງກວດກາປະເມີນຜົນ, ທົບທວນຄືນວ່າຄວນໃຫ້ສືບຕໍ່ກິດຈະການຫຼືບໍ່. (ບໍ່ໝາຍຄວາມວ່າໝົດໂຄງການແລ້ວຈຶ່ງລົງແມ່ນບໍ່ໄດ້)
-ແຕ່ລະໂຄງການບໍ່ຄວນທີ່ຈະກຳນົດຕາຍຕົວຕາມຈຸດຕ່າງໆທີ່ໂຄງການສະເໜີມາ, ຈະຕ້ອງມີການຖາມຄວາມເຫັນຈາກປະຊາຊົນທ້ອງຖິ່ນນັ້ນເສຍກ່ອນ
ຜິດຜາດຂໍອະໄພ
ດ້ວຍຄວາມນັບຖື

__________________
souk
Anonymous

Date:

ຂໍຝາກຄລິບນີ້ແດ່


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard