Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: EU ຊ່ວຍເຫຼືອລາວ ບັນລຸ 50 ລ້ານເອີໂຣຕໍ່ປີ
Anonymous

Date:
EU ຊ່ວຍເຫຼືອລາວ ບັນລຸ 50 ລ້ານເອີໂຣຕໍ່ປີ

ທ່ານ ເຈມ ມໍ​ລັນ (James Moran) ຫົວ­ໜ້າ​ຮັບ­ຜິດ­ຊອບ​ຂົງ­ເຂດ​ອາ­ຊີ​ຂອງ​ສຳ­ນັກ­ງານ​ກິດ­ຈະ­ການ​ຕ່າງ­ປະ­ເທດ​ ສະ­ຫະ­ພາບ​ເອີ​ຣົບ (EU) ໄດ້​ຖະ­ແຫຼງ​ພາຍ­ຫຼັງ​ກອງ​ປະ­ຊຸມ​ຄະ­ນະ​ກຳ­ມາ​ທິ​ການ​ຮ່ວມ​ມື ລະ­ຫວ່າງ ສປປ ລາວ ແລະ EU ຄັ້ງ​ທີ 6 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ວັນ​ທີ 18 ກຸມ­ພາ 2011 ວ່າ: ກອງ​ປະ­ຊຸມ​ໄດ້​ມີ​ການ​ປຶກ­ສາ​ຫາ­ລື​ຢ່າງ​ກົງ​ໄປ​ກົງ​ມາ ແລະ ໄດ້​ຊ່ວຍ​ຊຸກ­ຍູ້​ໃຫ້­ການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ ສປປ ລາວ ແລະ EU ມີ​ຄວາມ​ເລິກ­ເຊິ່ງ​ອີກ​ຕື່ມ ໂດຍ​ສະ­ເພາະ​ການ​ສົນ­ທະ­ນາ​ກ່ຽວ​ກັບ​ບັນ­ຫາ​ສິດ­ທິ​ມະ­ນຸດ ການ​ຊ່ວຍ­ເຫຼືອ​ຂອງ EU ແກ່ ສປປ ລາວ ໃນ​ໄລ­ຍະ​ຜ່ານ​ມາ EU ໄດ້​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ ແລະ ທັງ​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ຫຼາຍ​ຂົງ­ເຂດ​ວຽກ​ງານ ມີ​ມູນ​ຄ່າ​ສູງ​ສົມ­ຄວນ ແລະ ມາ​ຮອດ​ປັດ­ຈຸ­ບັນ ການ​ຊ່ວຍ­ເຫຼືອ​ຂອງ EU ແມ່ນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກ່ວ​າ 50% ໃນ​ວົງ​ເງິນ​ປະ­ມານ 50 ລ້ານ​ເອີ​ໂຣ​ຕໍ່​ປີ ນອກ​ນີ້​ຍັງ​ມີ​ການ​ຊ່ວຍ­ເຫຼືອ​ໃນ​ວຽກ​ງານ​ເກັບ​ກູ້​ລະ­ເບີດ ໂດຍ​ຊຸມ​ປີ​ຕໍ່­ໜ້າ ຈະ​ຊ່ວຍ​ປະ­ມານ 4 ລ້ານ​ເອີ​ໂຣ ພ້ອມ​ດຽວ​ກັນ ຍັງ​ມີ​ການ​ສົນ­ທະ­ນາ​ດ້ານ​ການ​ຄ້າ ແລກ­ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ສົນ­ທິ­ສັນ­ຍາ​ຕ່າງໆ​ທີ່​ພົວ­ພັນ​ກັບ​ ສະ­ຫະ​ປະ­ຊາ​ຊາດ ຢູ່​ໃນ​ລະ­ດັບ​ສາ­ກົນ ໃນ​ຂອບ​ເຂດ​ອາ​ຊຽນ  ເຊິ່ງ​ເປັນ​ໜ້າ​ພາກ­ພູມ​ໃຈ​ສຳ­ລັບ ສປປ ລາວ ທີ່​ໄດ້​ມີ​ບົດ­ບາດ​ສູງ ສະ­ແດງ​ອອກ​ໃນ​ການ​ເປັນ​ເຈົ້າ­ພາບ​ຈັດ​ງານ​ມະ​ຫະ​ກຳ​ກີ­ລາ​ຊີ­ເກມ ຄັ້ງ​ທີ 25 ກອງ​ປະ­ຊຸມ​ລັດ​ພາ­ຄີ​ວ່າ​ດ້ວຍ​ລະ­ເບີດ​ລູກ​ຫວານ ແລະ ໃນ​ປີ 2012 ກໍ​ຈະ​ໄດ້​ຮັບ​ກຽດ​ຈັດ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ­ຊີ-ເອີ​ຣົບ ເຊິ່ງ​ຈະ​ເປັນ​ເຫດ­ການໆ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ ສປປ ລາວ ໂດຍ​ຈະ​ມີ​ບັນ­ດາ​ປະ­ມຸກ​ລັດ ຫົວ­ໜ້າ​ລັດ­ຖະ­ບານ ຫຼາຍ​ກ່ວ​າ 50 ປະ­ເທດ​ເຂົ້າ​ຮ່ວມ ໂດຍ​ການ​ກະ­ກຽມ​ກອງ​ປະ­ຊຸມ​ນີ້ EU ກໍ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຈັດ​ສຳ​ມະ​ນາ​ລະ­ດັບ​ຊາດ​ກ່ຽວ​ກັບ​ສິດ­ທິ​ ມະ­ນຸດ ພ້ອມ​ດຽວ​ກັນ​ກໍ​ຈະ​ເປັນ​ການ​ຮັດ​ແໜ້ນ​ການ​ຮ່ວມ​ມື EU-ລາວ ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ

__________________
Anonymous

Date:

ຖ້າວ່າ EU ຊ່ອຍເຫລືອແບບສ້າງໂຄງຮ່າງພື້ນຖານຫລືວັດຖຸຸສີ່ງຂອງ ນັ້ນເປັນການ ດີ ສຳຣັບປະເທດຊາດແລະປະຊາຊົນ , ຖ້າວ່າEU ແບບເອົາ ເງີນສົດນັ້ນ ດີ ສຳຣັບ ຟັກແລະລັດ ເພາະ ວ່າພວກເພີ່ນມີສິດອຳນາດ ກໍ່ແບ່ງປັນກັນບາງສ່ວນໃສ່ຖົງສ່ວນຕົວ ຂອງໃຜລາວ. ການທີ່ຟັກຄອມມີວນິດລາວ ປົກຄອງປະເທດລາວ ທຸກມື້ນີ້ ບໍ່ ພຽງແຕ່ຍັກຍ້ອກເອົາເງີນຊ່ອຍເຫືລອຈາກຕ່າງປະເທດເທົ່ານັ້ນ ພວກເພີ່ນຍັງຍັກຍ້ອກເອົາເງີນການເກັບພາສີທີ່ຈາກ ປະຊາຊົນລາວອີກ ,ຖ້າເວົ້າແບບພາສາຕະຫລາດແມ່ນ ພວກເພີ່ນກີນທັງເຫນືອກ ກີນທັງເຕີ້ຍ . ສະແດງວ່າພວກເພີ່ນ ແຮງສະຫລາດແລະສ່ອງໃສ ກວ່າຣັຖະບານສະມັຍກ່ອນ1975 ອີກ 

__________________
Anonymous

Date:

Anonymous wrote:

ບໍ່ຕ້ອງເປັນຫວ່ງດອກທ່ານເອີຍ ອົງການຕ່າງຊາດເຂົາຄືຊິບໍ່ໂງ້ປ້ານນັ້ນຕິເບາະ. ຄົນໂງ້ຍ້ອມຕົກເປັນທາດຄົນສະຫຼາດ

__________________
Anonymous

Date:

ນີ້ຄືຈຸດອອນ ຂອງຜູ້ນຳ ສປປລ  ຫາຂໍທານຕ່າງປະເທດກິນ ປະເທດລາວອຸດົມສົມບູນ
ໄປພອ້ມທຸກຍ່າງ ປະຊາກອນກໍ່ບໍ່ຫລາຍ ການຊ່ວຍເຫລືອຈາກແຕ່ງປະເທດກໍຫລາຍ
ແຕ່ລາວເຮົາຍັງອອກຈາກ ຣິດປະເທດທຸກຍາກບໍ່ໄດ້..........ຍອ້ນຫຍັງ ???????

And you? what have you done for your motherland ? Just barking around ?

__________________
Anonymous

Date:

Anonymous wrote:

ນີ້ຄືຈຸດອອນ ຂອງຜູ້ນຳ ສປປລ  ຫາຂໍທານຕ່າງປະເທດກິນ ປະເທດລາວອຸດົມສົມບູນ
ໄປພອ້ມທຸກຍ່າງ ປະຊາກອນກໍ່ບໍ່ຫລາຍ ການຊ່ວຍເຫລືອຈາກແຕ່ງປະເທດກໍຫລາຍ
ແຕ່ລາວເຮົາຍັງອອກຈາກ ຣິດປະເທດທຸກຍາກບໍ່ໄດ້..........ຍອ້ນຫຍັງ ???????

ຍ້ອນຜູ້ມັນເຂົ້າມາເຫົ່າຢູ່ບໍ່ເຊົານີ້ຫລະ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard