Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສັບສົນເລື່ອງການແຕ່ງຕັ້ງຕຳແຫນ່ງນາຍົກຄົນໃຫມ່່
ສັບສົນ

Date:
ສັບສົນເລື່ອງການແຕ່ງຕັ້ງຕຳແຫນ່ງນາຍົກຄົນໃຫມ່່

ມາດ​ຕາ 65. ປະ​ທານ​ປະ​ເທດ ເປັນ​ປະ​ມຸກ​ລັດ​ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ ຊາ​ຊົນ​ລາວ​, ເປັນ​ຜູ້​ຕາງ​ໜ້າ​ໃຫ້​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ທັງ​ຢູ່​ພາຍ​ໃນ ແລະ​ຕ່າງ​ປະ ເທດ.

ມາດ​ຕາ 66(ໃໝ່​). ປະ​ທານ​ປະ​ເທດ ແມ່ນ​ສະ​ພາ​ແຫ່ງ​ຊາດ ເປັນ​ຜູ້​ເລືອກ​ຕັ້ງ​ໂດຍ​ໄດ້​ຮັບ ຄະ​ແນນ​ສຽງ​ຢ່າງ​ໜ້ອຍ​ສອງ​ສ່ວນ​ສາມ ຂອງ​ຈໍານວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທີ່​ເຂົ້າ ຮ່ວ​ມກອງ​ປະ​ຊຸມ.
ປະ​ທານ​ປະ​ເທດ​ມີ​ອາ​ຍຸ​ການ​ເທົ່າ​ກັບ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ.
ມາດ​ຕາ 67(ໃໝ່​). ປະ​ທານ​ປະ​ເທດ ມີ​ສິດ ແລະ​ໜ້າ​ທີ່​ດັ່ງ​ນີ້​:
1. ປະ​ກາດ​ໃຊ້​ລັດ​ຖະ​ທໍາ​ມະ​ນູນ​ແລະ​ກົດ​ໝາຍ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ຕົກ​ລົງ​ຮັບ​ຮອງ​ເອົາ​ແລ້ວ.
2. ອອກ​ລັດ​ຖະ​ບັນ​ຍັດ ແລະ​ລັດ​ຖະ​ດໍາ​ລັດ.
3. ສະ​ເໜີ​ການ​ແຕ່ງ​ຕັ້ງ​ ຫຼື​ປົດ​ຕໍາ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕໍ່​ສະ​ພາ​ແຫ່ງ​ຊາດ ເພື່ອ​ພິ​ຈາ ລະ​ນາ​ຕົກ​ລົງ.
4. ແຕ່ງ​ຕັ້ງ ຫຼື​ປົດ​ຕໍາ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ແຕ່ງ​ຕັ້ງ​, ຍົກ​ຍ້າຍ ຫຼື​ປົດ​ຕໍາ​ແໜ່ງ​ສະ​ມາ ຊິກ​ລັດ​ຖະ​ບານ ພາຍ​ຫຼັງ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ແລ້ວ.
5. ແຕ່ງ​ຕັ້ງ​ຫຼື​ປົດ​ຕໍາ​ແໜ່ງ​ຮອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ຕາມ​ການ​ສະ​ ເໜີ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​, ແຕ່ງ​ຕັ້ງ ຫຼື​ປົດ​ຕໍາ​ແໜ່ງ​ຮອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຕາມ​ການ​ສະ ເໜີ​ຂອງ​ໄອ​ຍະ​ການ ປະ​ຊາ​ຊົນ​ສູງ​ສຸດ.
6. ແຕ່ງ​ຕັ້ງ​, ຍົກ​ຍ້າຍ ຫຼື​ປົດ​ຕໍາ​ແໜ່ງ​ເຈົ້າ​ແຂ​ວງ​, ເຈົ້າ​ຄອງ​ນະ​ຄອນ ຕາມ​ການ​ສະ​ເໜີ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.
7. ເປັນ​ແມ່​ທັບ​ກໍາ​ລັງ​ປະກອບ​ອາ​ວຸດ​ປະ​ຊາ​ຊົນ.
8. ຕ​ົກ​ລົງ​ເລ​ື່ອນ​ຊັ້ນ ຫຼື​ປົດ​ຊັ້ນ​ນາຍ​ພົນ​ຢູ່​ໃນ​ກໍາ​ລັງ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ຕາມ​ການ​ສະ​ເໜີ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.
9. ຮຽກ​ໂຮມ ແລະ​ເປັນ​ປະ​ທາ​ນກອງ​ປະ​ຊຸມ​ພິ​ເສດ​ຂອງ​ລັດ​ຖະ​ບານ.
10. ຕົກ​ລົງ​ປະ​ດັບ​ຫຼຽນ​ຄໍາ​ແຫ່ງ​ຊາດ​, ຫຼຽນ​ກຽດ​ຕິ​ຄຸນ​, ຫຼຽນ​ໄຊ ແລະ​ນາມ​ມະ​ຍົດ​ສູງ​ສຸດ ແຫ່ງ​ລັດ.
11. ຕົກ​ລົງ​ການ​ໃຫ້​ອະ​ໄພ​ຍະ​ໂທ​ດ.
12. ຕົກ​ລົງ​ການ​ລະ​ດົມ​ພົນ​ທົ່ວ​ໄປ ຫຼື​ເປັນ​ພາກ​ສ່ວນ​, ຕົກ​ລົງ​ພາ​ວະ​ສຸກ​ເສີນ​ໃນ​ທົ່ວ​ປະ​ເທດ ຫຼື​ໃນ​ທ້ອງ​ຖິ່ນ​ໃດ​ໜຶ່ງ.
13. ປະ​ກາດ​ການ​ໃຫ້​ສັດ​ຕະ​ຍາບ​ັນ​  ຫຼື​ການ​ລົບ​ລ້າງ​ສົນ​ທິ​ສັນ​ຍາ ແລະ​ສັນ​ຍາ​ທີ່​ໄດ້​ເຊັນ ກັບ​ຕ່າງ​ປະ​ເທດ.
14. ແຕ່ງ​ຕັ້ງ​ຜູ້​ຕາງ​ໜ້າ​ທີ່​ມີ​ອໍາ​ນາດ​ເຕັມ​ຂອງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ ໄປ​ປະ​ຈໍາ​ຢູ່​ຕ່າງ​ປະ​ເທດ ຫຼື​ຮຽກ​ກັບ​ຄືນ​ປະ​ເທດ ຕາມ​ການ​ສະ​ເໜີ​ຂອງ​ນາ​ຍົກ​ລັດ ຖະ​ມົນ​ຕີ​, ຮັບ​ຮອງ​ເອົາ​ຜູ້​ຕາງ​ໜ້າ​ທີ່​ມີ​ອໍາ​ນາດ​ເຕັມ​ຂອງ​ຕ່າງ​ປະ​ເທດ ທີ່​ມາ​ປະ​ຈໍາ​ຢູ່​ສາ​ທາ ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ.
15. ປະ​ຕິ​ບັດ​ສິດ ແລະ​ໜ້າ​ທີ່​ອື່ນໆ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ.

ສຶກສາຈາກມາດຕ65​-67 ຂ້າງເທິງເລີຍເກີດການບໍ່ເຂົ້າໃຈກ່ຽວກັບສິດຫນ້າທີ່ຂອງປະທານປະເທດ ແລະ ຂອງສະພາແຫ່ງຊາດ. ຂ້າພະເຈົ້າມີຄຳຖາມດັ່ງນີ້:
1. ປະທານປະເທດມີອຳນາດໃນການແຕ່ງຕັ້ງຫລືປົດຕຳແຫນ່ງປະທານສະພາບໍ່?(ຄືບໍ່ເຫັນລະບຸ)ຕາມລັດຖະທຳມະນູນວ່າດ້ວຍສະພາແຫ່ງຊາດ: ສະມາຊິກສະພາແຫ່ງຊາດເປັນຜູ້ລົງຄະແນນເລືອກຕັ້ງປະທານປະເທດ ແລະ ປະທານສະພາຂອງຕົນ)
2. ກໍລະນີຂອງ ທ່ານທອງສິງ ຖືເປັນການປົດຕຳແຫນ່ງບໍ່?
3. ການແຕ່ງຕັ້ງທ່ານທອງສິງເປັນນາຍົກ ຈະມີຜົນຕໍ່ການເຮັດວຽກຂອງສະມາຊິກສະພາຫລື ບໍ່ ເພາະຂ້າພະເຈົ້າຄິດວ່າສະມາຊິກສະພາ ອາດຈະບໍ່ກ້າຊັກຖາມ ຫລືວິພາກວິຈານ ອະດີດນາຍຂອງຕົນ?.
4. ເປັນຫຍັງຈື່ງບໍ່ເອົາຮອງນາຍົກຂຶ້ນຮັກສາການແທນ?

ຂອບໃຈ

__________________
Anonymous

Date:
RE: ສັບສົນເລື່ອງການແຕ່ງຕັ້ງຕຳແຫນ່ງນາຍົກຄົນໃຫມ່່

ຖ້າຫາກວ່ມີແຕ່ສະພາເທົ່ານັ້ນທີ່ສາມາດເລືອກຕັ້ງແລະປົດຕໍາແໜ່ງປະທານສະພາໄດ້ ກໍ່ໝາຍຄວາມວ່າທ່ານທອງສິງຫລຸດຕໍາແໜ່ງ.

__________________
Anonymous

Date:

  ນັ້ນລະພີ່ນ້ອງເອີຍ ຣັຖະທັມະນູນ ຫລື ກົດຫມາຍ ຂອງຊາດລາວ   ເພີ່ນຕັ້ງຂື້ນເປັນຂັນຕາຣະບັດບັງຫນ້າຊື່ ໆ , ພໍຫລອກຕາບັນດາຊາວຕ່າງປະເທດທີ່ໄຫ້ການຊ່ອຍເຫລືອລາວ  ທາດແທ້ມັນມີແຕ່ຜູ່ດຽວບົ໋ງການ   ກໍ່ຄື ສະຫາຍຫວຽດນາມ ນັ້ນເອງ , ເພາະວ່າ ພັກຄອມມີວນິດລາວ ຢູ່ຄອງອຳນາດທຸກມື້ນີ້ກໍ່ຍ້ອນ ສະຫາຍອົງຫວຽດ ຄ້ຳປະກັນຄວາມປອດໄພໄຫ້  , ຈັງຊັ້ນລະ ຈະເຮັດຫຍັງກໍ່ບີນໄປ ຮ່າໂນຍ  ເພື່ອປຶກສາອ້າຍໃຫຍ່ ອົງຫວຽດກ່ອນ  

__________________
ງົງຄືກັນ

Date:

ອ່ານເບິ່ງ ຂໍ້ 7 ພີ່ນ້ອງ:
ຮູ້ໄດ້ແລ້ວວ່າປະທານປະເທດຂອງລາວຄົນຕໍ່ໄປຈະເປັນໃຜໄປບໍໄດ້
ເວັ້ນແຕ່ວ່າ ຜູ້ທີ່ຈະເປັນປະທານປະເທດ ກັບຜູ້ນຳກຳລັງກອງທັບ ປປ ລາວ ຈະແມ່ນຄົນລະຄົນກັນ.
ໃຜມີລັດຖະທຳມະນູນສະບັບເກົ່າມາເວົ້າສູ່ຟັງແນ່ເດີ ເພາະຢາກຮູ້ຄວາມແຕກຕ່າງຂອງຂໍ້ 7 ເກົ່າ ກັບໃຫມ່ ເປັນແນວໃດ
ແມ່ນໃຜແຕ່ງຕັ້ງຫລື ປົດຕຳແຫນ່ງ ລັດຖະມົນຕີ? ນາຍົກ, ສະພາ ຫລື ປະທານ ປະເທດ?
ສະມາຊິກລັດຖະບານໃນຂໍ້ 4 ແມ່ນຫມາຍເຖິງ ລັດຖະມົນຕີນຳຫວ໋າ ຖ້າແມ່ນ ກໍ່ສະແດງວ່າ ນາຍົກລັດຖະມົນຕີຂອງລາວ ແມ່ນບໍມີອຳນາດເຕັມໃນການບໍລິຫານບຸກຄະລາກອນຂອງຕົນເພາະບໍມີອຳນາດໃນການປົດຫລືແຕ່ງຕັ້ງລັດຖະມົນຕີ. ໃນທີສຸດການຈະເຮັດຫຍັງກໍ່ຕອ້ງແມ່ນປະທານປະເທດ

ລັດຖະມຸຸນຕີກະຊວງປ້ອງກັນປະເທດກະຢູ່ພາຍໃຕ້ອຳນາດຂອງນາຍົກຢູ່ຫວ໋າ ຫລື ຢູ່ພາຍໃຕ້ການຊີ້ນຳຂອງ ຈອມທັບໃຫຍ່ ຄືທ່ານ ຈູມມະລີ

ງົງຄືກັນ

__________________
Anonymous

Date:

Anonymous wrote:

ນັ້ນລະພີ່ນ້ອງເອີຍ ຣັຖະທັມະນູນ ຫລື ກົດຫມາຍ ຂອງຊາດລາວ   ເພີ່ນຕັ້ງຂື້ນເປັນຂັນຕາຣະບັດບັງຫນ້າຊື່ ໆ , ພໍຫລອກຕາບັນດາຊາວຕ່າງປະເທດທີ່ໄຫ້ການຊ່ອຍເຫລືອລາວ  ທາດແທ້ມັນມີແຕ່ຜູ່ດຽວບົ໋ງການ   ກໍ່ຄື ສະຫາຍຫວຽດນາມ ນັ້ນເອງ , ເພາະວ່າ ພັກຄອມມີວນິດລາວ ຢູ່ຄອງອຳນາດທຸກມື້ນີ້ກໍ່ຍ້ອນ ສະຫາຍອົງຫວຽດ ຄ້ຳປະກັນຄວາມປອດໄພໄຫ້  , ຈັງຊັ້ນລະ ຈະເຮັດຫຍັງກໍ່ບີນໄປ ຮ່າໂນຍ  ເພື່ອປຶກສາອ້າຍໃຫຍ່ ອົງຫວຽດກ່ອນ

ເຈົ້າບໍ່ຕ້ອງມາພີ່ນ້ອງເອີ້ຍ!ກັບຄົນລາວທັງຊາດເຖາະຄັນເຈົ້າອ້າງວ່າເຈົ້າຮັກປະເທດລາວລະເຈົ້າໜີໄປຢູ່ຕ່າງແດນເຮັດຫຍັງ
ຖ້າຮັກປະເທດລາວກະມາຕັ້ງກອງທຶນການຊ່ວຍເຫຼືອປະຊາຊົນລາວຜູ້ທຸກຍາກແມະ. ອັນນິເອົາແຕ່ອວດສະຫຼາດຢູ່ໜ້າຈໍຄອມ

How about you?  What did you do to help poor people in Laos?
If you are " SALAD " you should know how we " Lao abroad " are
helping Laos Govt. by sending money to our relatives or families
and friends in Laos. Million and Million dollar went to Laos every
years from us, don't look bad on Lao abroad.

Tell your govt. stop corruption is better then you bark on Lao abroad!!!

__________________
ສະຫວັນ

Date:

ພີ່ນອ້ງຊາວລາວຄົນທຸກຍາກ ເຂົາເຈົ້າບໍ່ມີເງີນມາລິ້ນ Internet ຄືພວກໝູ່ເຈົ້າດອກ
ມີແຕ່ພວກໂກງຊາດທັງນັ້ນ ທີ່ເຂົ້າມາດ່າຢູ່ນີ່.........................

__________________
Anonymous

Date:

555555555555555555555555555 From LAST Comment!

__________________
Anonymous

Date:

ຍ້ອງໄນຄວາມມຸມານະທີ່ຈະພີມໄດ້ຍາວຂະໜາດນີ້,
ຄວາມຄິດສ່ວນໂຕ:ຖ້າເອົາເວລາພີມໂຕນີ້ໄປລ້າງຖ້ວຍໄດ້ຈັກໃບ,ເປັນຈັກໂດລາ,
ໄປອ່ານປື້ມໄດ້ຈັກຫນ້າ? ເພື່ອຈະໄດ້ແກ້ຄວາມສົງໃສທີ່ມີຢູ່ ......
ປ.ລ:ຄວາມຄິດສ່ວນໂຕແທ້ໆເດີ້..........ບໍ່ໄດ້ເວົ້າສຽດສີ.

__________________
Anonymous

Date:

ສັບສົນ wrote:

ມາດ​ຕາ 65. ປະ​ທານ​ປະ​ເທດ ເປັນ​ປະ​ມຸກ​ລັດ​ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ ຊາ​ຊົນ​ລາວ​, ເປັນ​ຜູ້​ຕາງ​ໜ້າ​ໃຫ້​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ທັງ​ຢູ່​ພາຍ​ໃນ ແລະ​ຕ່າງ​ປະ ເທດ.

ມາດ​ຕາ 66(ໃໝ່​). ປະ​ທານ​ປະ​ເທດ ແມ່ນ​ສະ​ພາ​ແຫ່ງ​ຊາດ ເປັນ​ຜູ້​ເລືອກ​ຕັ້ງ​ໂດຍ​ໄດ້​ຮັບ ຄະ​ແນນ​ສຽງ​ຢ່າງ​ໜ້ອຍ​ສອງ​ສ່ວນ​ສາມ ຂອງ​ຈໍານວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທີ່​ເຂົ້າ ຮ່ວ​ມກອງ​ປະ​ຊຸມ.
ປະ​ທານ​ປະ​ເທດ​ມີ​ອາ​ຍຸ​ການ​ເທົ່າ​ກັບ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ.
ມາດ​ຕາ 67(ໃໝ່​). ປະ​ທານ​ປະ​ເທດ ມີ​ສິດ ແລະ​ໜ້າ​ທີ່​ດັ່ງ​ນີ້​:
1. ປະ​ກາດ​ໃຊ້​ລັດ​ຖະ​ທໍາ​ມະ​ນູນ​ແລະ​ກົດ​ໝາຍ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ຕົກ​ລົງ​ຮັບ​ຮອງ​ເອົາ​ແລ້ວ.
2. ອອກ​ລັດ​ຖະ​ບັນ​ຍັດ ແລະ​ລັດ​ຖະ​ດໍາ​ລັດ.
3. ສະ​ເໜີ​ການ​ແຕ່ງ​ຕັ້ງ​ ຫຼື​ປົດ​ຕໍາ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕໍ່​ສະ​ພາ​ແຫ່ງ​ຊາດ ເພື່ອ​ພິ​ຈາ ລະ​ນາ​ຕົກ​ລົງ.
4. ແຕ່ງ​ຕັ້ງ ຫຼື​ປົດ​ຕໍາ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ແຕ່ງ​ຕັ້ງ​, ຍົກ​ຍ້າຍ ຫຼື​ປົດ​ຕໍາ​ແໜ່ງ​ສະ​ມາ ຊິກ​ລັດ​ຖະ​ບານ ພາຍ​ຫຼັງ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ແລ້ວ.
5. ແຕ່ງ​ຕັ້ງ​ຫຼື​ປົດ​ຕໍາ​ແໜ່ງ​ຮອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ຕາມ​ການ​ສະ​ ເໜີ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​, ແຕ່ງ​ຕັ້ງ ຫຼື​ປົດ​ຕໍາ​ແໜ່ງ​ຮອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຕາມ​ການ​ສະ ເໜີ​ຂອງ​ໄອ​ຍະ​ການ ປະ​ຊາ​ຊົນ​ສູງ​ສຸດ.
6. ແຕ່ງ​ຕັ້ງ​, ຍົກ​ຍ້າຍ ຫຼື​ປົດ​ຕໍາ​ແໜ່ງ​ເຈົ້າ​ແຂ​ວງ​, ເຈົ້າ​ຄອງ​ນະ​ຄອນ ຕາມ​ການ​ສະ​ເໜີ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.
7. ເປັນ​ແມ່​ທັບ​ກໍາ​ລັງ​ປະກອບ​ອາ​ວຸດ​ປະ​ຊາ​ຊົນ.
8. ຕ​ົກ​ລົງ​ເລ​ື່ອນ​ຊັ້ນ ຫຼື​ປົດ​ຊັ້ນ​ນາຍ​ພົນ​ຢູ່​ໃນ​ກໍາ​ລັງ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ຕາມ​ການ​ສະ​ເໜີ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.
9. ຮຽກ​ໂຮມ ແລະ​ເປັນ​ປະ​ທາ​ນກອງ​ປະ​ຊຸມ​ພິ​ເສດ​ຂອງ​ລັດ​ຖະ​ບານ.
10. ຕົກ​ລົງ​ປະ​ດັບ​ຫຼຽນ​ຄໍາ​ແຫ່ງ​ຊາດ​, ຫຼຽນ​ກຽດ​ຕິ​ຄຸນ​, ຫຼຽນ​ໄຊ ແລະ​ນາມ​ມະ​ຍົດ​ສູງ​ສຸດ ແຫ່ງ​ລັດ.
11. ຕົກ​ລົງ​ການ​ໃຫ້​ອະ​ໄພ​ຍະ​ໂທ​ດ.
12. ຕົກ​ລົງ​ການ​ລະ​ດົມ​ພົນ​ທົ່ວ​ໄປ ຫຼື​ເປັນ​ພາກ​ສ່ວນ​, ຕົກ​ລົງ​ພາ​ວະ​ສຸກ​ເສີນ​ໃນ​ທົ່ວ​ປະ​ເທດ ຫຼື​ໃນ​ທ້ອງ​ຖິ່ນ​ໃດ​ໜຶ່ງ.
13. ປະ​ກາດ​ການ​ໃຫ້​ສັດ​ຕະ​ຍາບ​ັນ​  ຫຼື​ການ​ລົບ​ລ້າງ​ສົນ​ທິ​ສັນ​ຍາ ແລະ​ສັນ​ຍາ​ທີ່​ໄດ້​ເຊັນ ກັບ​ຕ່າງ​ປະ​ເທດ.
14. ແຕ່ງ​ຕັ້ງ​ຜູ້​ຕາງ​ໜ້າ​ທີ່​ມີ​ອໍາ​ນາດ​ເຕັມ​ຂອງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ ໄປ​ປະ​ຈໍາ​ຢູ່​ຕ່າງ​ປະ​ເທດ ຫຼື​ຮຽກ​ກັບ​ຄືນ​ປະ​ເທດ ຕາມ​ການ​ສະ​ເໜີ​ຂອງ​ນາ​ຍົກ​ລັດ ຖະ​ມົນ​ຕີ​, ຮັບ​ຮອງ​ເອົາ​ຜູ້​ຕາງ​ໜ້າ​ທີ່​ມີ​ອໍາ​ນາດ​ເຕັມ​ຂອງ​ຕ່າງ​ປະ​ເທດ ທີ່​ມາ​ປະ​ຈໍາ​ຢູ່​ສາ​ທາ ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ.
15. ປະ​ຕິ​ບັດ​ສິດ ແລະ​ໜ້າ​ທີ່​ອື່ນໆ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ.

ສຶກສາຈາກມາດຕ65​-67 ຂ້າງເທິງເລີຍເກີດການບໍ່ເຂົ້າໃຈກ່ຽວກັບສິດຫນ້າທີ່ຂອງປະທານປະເທດ ແລະ ຂອງສະພາແຫ່ງຊາດ. ຂ້າພະເຈົ້າມີຄຳຖາມດັ່ງນີ້:
1. ປະທານປະເທດມີອຳນາດໃນການແຕ່ງຕັ້ງຫລືປົດຕຳແຫນ່ງປະທານສະພາບໍ່?(ຄືບໍ່ເຫັນລະບຸ)ຕາມລັດຖະທຳມະນູນວ່າດ້ວຍສະພາແຫ່ງຊາດ: ສະມາຊິກສະພາແຫ່ງຊາດເປັນຜູ້ລົງຄະແນນເລືອກຕັ້ງປະທານປະເທດ ແລະ ປະທານສະພາຂອງຕົນ)
2. ກໍລະນີຂອງ ທ່ານທອງສິງ ຖືເປັນການປົດຕຳແຫນ່ງບໍ່?
3. ການແຕ່ງຕັ້ງທ່ານທອງສິງເປັນນາຍົກ ຈະມີຜົນຕໍ່ການເຮັດວຽກຂອງສະມາຊິກສະພາຫລື ບໍ່ ເພາະຂ້າພະເຈົ້າຄິດວ່າສະມາຊິກສະພາ ອາດຈະບໍ່ກ້າຊັກຖາມ ຫລືວິພາກວິຈານ ອະດີດນາຍຂອງຕົນ?.
4. ເປັນຫຍັງຈື່ງບໍ່ເອົາຮອງນາຍົກຂຶ້ນຮັກສາການແທນ?

ຂອບໃຈ

ເພາະວ່າຮອງນາຍຍົກຄົນປະຈຸບັນບໍ່ເໝາະສົມກັບຕຳແໜ່ງນາຍົກດ້ວຍປະການທັງປວງ. ການທີ່ໃຫ້ເປັນປະທານຈັດການແຂ່ງຂັນກິລາຊີເກມ ແລະ ອື່ນໆກໍ່ຍ້ອນວ່າເພີ່ມມີຄຸນງານຄວາມດີໃນການຮັບໃຊ້ອາດີດປະທານປະເທດ ໄກສອນ, ແຕ່ຄວາມສາມາດໃນການສັງສັນໃນວົງຕີກອ໊ບຂອງເພີ່ນອາດຈະ OK

__________________
Anonymous

Date:

ສະຫວັນ wrote:

ພີ່ນອ້ງຊາວລາວຄົນທຸກຍາກ ເຂົາເຈົ້າບໍ່ມີເງີນມາລິ້ນ Internet ຄືພວກໝູ່ເຈົ້າດອກ
ມີແຕ່ພວກໂກງຊາດທັງນັ້ນ ທີ່ເຂົ້າມາດ່າຢູ່ນີ່.........................

 ເຈົ້າເວົ້າແນວນັ້ນກໍ່ບໍ່ຖືກປານໃດ.... ຂ້ອຍເກີດມາຈາກຄອບຄົວຊາວນາທີ່ແຂວງວຽງຈັນ, ເຈ່ຍນ້ອງໃສ່ຫລັງແລ້ວໄປໄຖນາ, ຄາດນາ ກໍ່ເຄີຍເຮັດມາແລ້ວ, ເຂົ້າມາຢູ່ວຽງຈັນ ເປັນກຳມະກອນກໍ່ສ້າງ ແລະ ນາຍຈ້າງບໍ່ຈ່າຍຄ່າແຮງງານກໍ່ຫລາຍຄັ້ງ. ຂ້ອຍເລີ່ມຕົ້ນຊີວິດຈາກການເປັນເດັກເສີບອາຫານ, ພະນັກງານນຳທ່ຽວ ແລະ ໜ້າທີ່ຫລ້າສຸດກໍ່ໄດ້ເປັນພະນັກງານຂອງອົງການພັດທະນາຂອງສາກົນເພື່ອຊ່ວຍເຫລືອຄົນລາວທີ່ທຸກຍາກ, ຂ້ອຍບໍ່ໄດ້ໂກງຊາດບ້ານເມືອງຫຍັງເລີຍຂ້ອຍກໍ່ສາມາດນຳໃຊ້ ອິນເຕີເນັດ ແລະ ຕອນນີ້ຂ້ອຍຫາກໍ່ຈົບການສຶກສາລະດັບປະລິນຍາຈາກຕ່າງປະເທດ ແລະ ກຳລັງຈະກັບໄປພັດທະນາປະເທດຊາດທີ່ຂ້ອຍຮັກ.

__________________
ສັບສົນ

Date:

Anonymous wrote:

ຍ້ອງໄນຄວາມມຸມານະທີ່ຈະພີມໄດ້ຍາວຂະໜາດນີ້,
ຄວາມຄິດສ່ວນໂຕ:ຖ້າເອົາເວລາພີມໂຕນີ້ໄປລ້າງຖ້ວຍໄດ້ຈັກໃບ,ເປັນຈັກໂດລາ,
ໄປອ່ານປື້ມໄດ້ຈັກຫນ້າ? ເພື່ອຈະໄດ້ແກ້ຄວາມສົງໃສທີ່ມີຢູ່ ......
ປ.ລ:ຄວາມຄິດສ່ວນໂຕແທ້ໆເດີ້..........ບໍ່ໄດ້ເວົ້າສຽດສີ.

ຂອບໃຈທີ່ປະກອບຄຳເຫັນ.
ພິມເອົາມີແຕ່ຕົວຫນັງສືສີແດງຫັ້ນ, ສ່ວນທີ່ເຫືອແມ່ນໃຊ້ CTRL+C & CTRL

ຢ່າສັບສົນ

__________________
Anonymous

Date:

Anonymous wrote:

ສະຫວັນ wrote:

ເຈົ້າເວົ້າແນວນັ້ນກໍ່ບໍ່ຖືກປານໃດ.... ຂ້ອຍເກີດມາຈາກຄອບຄົວຊາວນາທີ່ແຂວງວຽງຈັນ, ເຈ່ຍນ້ອງໃສ່ຫລັງແລ້ວໄປໄຖນາ, ຄາດນາ ກໍ່ເຄີຍເຮັດມາແລ້ວ, ເຂົ້າມາຢູ່ວຽງຈັນ ເປັນກຳມະກອນກໍ່ສ້າງ ແລະ ນາຍຈ້າງບໍ່ຈ່າຍຄ່າແຮງງານກໍ່ຫລາຍຄັ້ງ. ຂ້ອຍເລີ່ມຕົ້ນຊີວິດຈາກການເປັນເດັກເສີບອາຫານ, ພະນັກງານນຳທ່ຽວ ແລະ ໜ້າທີ່ຫລ້າສຸດກໍ່ໄດ້ເປັນພະນັກງານຂອງອົງການພັດທະນາຂອງສາກົນເພື່ອຊ່ວຍເຫລືອຄົນລາວທີ່ທຸກຍາກ, ຂ້ອຍບໍ່ໄດ້ໂກງຊາດບ້ານເມືອງຫຍັງເລີຍຂ້ອຍກໍ່ສາມາດນຳໃຊ້ ອິນເຕີເນັດ ແລະ ຕອນນີ້ຂ້ອຍຫາກໍ່ຈົບການສຶກສາລະດັບປະລິນຍາຈາກຕ່າງປະເທດ ແລະ ກຳລັງຈະກັບໄປພັດທະນາປະເທດຊາດທີ່ຂ້ອຍຮັກ.

ຊົມເຊີຍໃນຄວາມມຸມານະເດີ. ທ່ານເປັນຄົນເມືອງໃດຂອງແຂວງວຽງຈັນ?

ຂ້າພະເຈົ້າກະເປັນຄົນວັງວຽງ ກ່ອນຈະໄດ້ມາພິມຢູ່ນີ້ໄດ້ ກະບໍ່ທຳມະດາ ເຮັດວຽກຈົນຂິ້ແຫ້ຊິອອກຄວັນ.

ຍ້ອນເປັນຄົນທຸກຍາກບໍ່ມີເສັ້ນສາຍ ຮຽນຈົບມໍ6 ໄດ້ທຶນກະບໍໄດ້ຖືກຊັບສ້ອນ (ເສິງຈົບຊັ້ນຄະແນນບໍ່ຫລຸດ 8)

ເວົ້າມາລະຍັງແຄ້ນອະດີດຫົວຫນ້າພະແນກສຶກສາ ແຂວງ ທ້າວ ສີພາ ສໍລາງກຸນຢູ່

ລາວເອົາທືນຂ້ອຍໄປໃຫ້ໃຜກະບໍ່ຮູ້. ສຸດທ້າຍຂ້ອຍກະບໍໄດ້ຮຽນ ຕ້ອງໄປເປັນກຳມະກອນຢູ່3-4 ປີ

ທ້ອນເງິນໄດ້ຈຶີ່ງມາຮຽນຢູ່ ຮຮ ເອກະຊົນ ຫາກໍ່ຊິຈົບ ປະລິນຍາຕີປີນີ້.

__________________
ລູກສາວກົກ

Date:

ພີ່ນອ້ງຊາວລາວຄົນທຸກຍາກ ເຂົາເຈົ້າບໍ່ມີເງີນມາລິ້ນ Internet ຄືພວກໝູ່ເຈົ້າດອກ
ມີແຕ່ພວກໂກງຊາດທັງນັ້ນ ທີ່ເຂົ້າມາດ່າຢູ່ນີ່.........................

ທ່ານ  ສະຫວັນ ທ່ານຢ່າຕີລວດກວດພຽງແມ້ ວ່າຜູ້ໂກງຊາດບ້ານເມືອງ ເທົ່ານັ້ນທີ່ມາ ທີ່ມານັ່ງພິມດ່າກັນຢູ່ນີ້ ຂ້າພະເຈົ້າ ກະເປັນຄົນນື່ງທີ່ມັກມາພິມ ຢູ່ນີ້ ແຕ່ບໍ່ເຄີຍດ່າໃຜຈັກເທື່ອ ແລະຂ້າພະເຈົ້າກໍ່ບໍ່ແມ່ນຄົນທີ່ ໂກງຊາດບ້ານເມືອງຫັຍງດອກ ຂ້າພະເຈົ້າ ກໍ່ມາຈາກແຂວງວຽງຈັນ ຄືກັນກັບທ່ານຂ້າງເທິງນັ້ນລະ ໃຫຍ່ຢູ່ກັບທົ່ງໄຮ່ ທົ່ງນາ ໃຫຍ່ມາ ມາຮຽນຢູ່ວຽງຈັນຈົບ ມາກໍ່ມາເຮັດວຽກ ເປັນ ພະນັກງານບໍລິສັດບໍລິສັດ ນຶ່ງ ຫາກິນດ້ວຍຕົນເອງ ກິນເງິນເອງ ເປັນມະນຸດເງິນເດືອນ ເຂົ້າຍັງເອົານຳແມ່ມາກິນຢູ່ ແຕ່ທີ່ສໍ່າຄັນຂ້າພະເຈົ້າກໍ່ໄດ້ປະກອບສ່ວນ ນຳບ້ານເມືອງເພິ່ນ ເພາະຂ້າພະເຈົ້າກໍ່ເສຍພາສີລາຍໄດ້ ທູກໆ ເດືອນ ສະນັ້ນ ຢາກບອກທ່ານວ່າ ບໍ່ຈຳເປັນຕ້ອງແມ່ນຄົນໂກງຈັ່ງມີໂອກາດ ພິມ ຢູ່ ອິນເຕີເນັດ

ຂອບໃຈເວົ້າຫຼາຍໂພດລະ

__________________
Anonymous

Date:

ຂ້າພະເຈົ້າເປັນນັກສຶກສາວິທະຍາໄລ ມາດ່າຢູ່ບ່ອນນີ້ນຳ ບໍ່ຮູ້ວ່າ ໄກງຫຼືບໍ່ ເພິ່ນໃຊ້ໃຫ້ໄປຊື້ຂອງ ເງິນທອນເຫຼືອເອົາເອງ ບໍ່ໄດ້ບອກເພິ່ນ ຂ້າພະເຈົ້າກະເອົາເງິນທອນໂຮມໄວ້ມາເສຍຄ່າເນັດ biggrin ບໍ່ໄດ້ເງິນທອນກະໄປຮ້ານເນັດ ຊົ່ວໂມງໜຶ່ງ 4,000 ກີບ biggrin ຂີ້ຄ້ານໄປ ກະເອົາມັນເຂົ້າຢູ່ເຮືອນເລີຍ ຂ້ອຍບໍ່ໄດ້ໂກງ no ເງິນຂ້ອຍຫາເອງ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard