Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວລືມຊົນຊັ້ນຂອງໂຕເອງ
Anonymous

Date:
ຄົນລາວລືມຊົນຊັ້ນຂອງໂຕເອງ


ດັ່ງທີ່ທຸກຄົນຮູ້ກັນທົ່ວໄປວ່າສັງຄົມລາວມີພຽງຊົນຊັ້ນດຽວຄື: ຊົນຊັ້ນກຳມກອນ

ຊາວຜູ້ອອກແຮງງານ,ສ່ວນຊົົນຊັ້ນອື່ນກໍ່ມີນ້ອຍ ແລະ ນິໄສຄົນລາວເຖິງຈະມີເງິນ

ລ່ຳລວຍ,ເປັນເຈົ້ານາຍຊັ້ນຜູ້ໃຫຍ່ກໍ່ຕາມ ແຕ່ບຸກຄົນເຫຼົ່ານັ້ນເຂົາບໍ່ໄດ້ແບ່ງແຍກຢ່າງຂາດ

ຂັ້ນຄືຊາດອື່ນ ກໍ່ຖືວ່າລາວມີຊົນຊັ້ນດຽວຄືຊົນຊັ້ນກຳມະກອນຊາງວຜູ້ອອກແຮງງານນັ້ນ

ເອງ,ເຊິ່ງມັນໄດ້ສະແດງອອກນຢູ່ໃນວົງສັງຄົມລາວປະຈຸບັນບໍ່ວ່າຈະຢູ່ພາກເໜືອລົງພາກ

ໃຕ້,ທຸກອາຊີບການງານເມື່ອພົບປະກັນແລ້ວຮູ້ສຶກໃນຄວາມເປັນມິຕະພາບຢ່າງສູງ,ນີ້

ແມ່ນເປັນເງື່ອນໄຂອັນດີໃຫ້ແກ່ການປົກປັກຮັກສາ ແລະ ພັດທະນະປະເທດຊາດ.

 

ແຕ່ເຖິງຢ່າງໃດກໍ່ຕາມຜູ້ຂຽນກໍ່ຮູ້ສຶກແປກໃຈບໍ່ນ້ອຍໃນເມື່ອຄົນລາວເຮົາຈຳນວນ

ບໍ່ນ້ອຍທີ່ກຳລັງລືມຊົນຊັ້ນຂອງຕົນເອງ,ເປັນຫຍັງຈິ່ງເວົ້າໄດ້ແບບນັ້ນ, ຜ່ານການສຳ

ຫຼວດໂດຍບໍ່ເປັນທາງການໃນວົງເຫຼົ້າວົງຢາ,ສະພາກາເຟ ,ຊຸມຊົນບາງບ່ອນແມ່ນກະທັ້ງ

ໃນເວບພັນລາວກ່ຽວກັບວັນທີ່ສຳຄັນກວ່າໃນເດຶອນກຸມພາ ປະກົດວ່າບໍ່ມີໃຜເວົ້າເຖິງ

ວັນທີ່ 1 ກຸມພາເລີຍ, ສ່ວນໃຫຍ່ມັກຈະຕອບເປັນວັນເກີດຂອງຕົນ,ວັນສິນ ແລະ ວັນວາເລນທາຍເປັນວັນສຳຄັນນຂອງເຂົາ,ບາງທ່ານກໍ່ບອກວ່າບໍ່ມີວັນສຳຄັນພິເສດຫຍັງ

ໃນເດຶອນກຸມພາ,ບາງທ່ານກໍ່ວ່າສຳຄັນທົ່ວໄປຄືວັນອື່ນໆ,ນອກນັ້ນຜົນການສຳຫຼວດ

ຜູ້ຫຼີ້ນພັນລາວຍັງປະກົດອອກສ່ວນໃຫຍ່ເປັນຊົ້ນຊັ້ນອື່ນໆ,ລອງລົງມາເປັນຊົນຊັ້ນ

ກຳມະກອນ,ສ່ວນຊົນຊັ້ນນາຍທຶນກໍ່ມີນ້ອຍ.

 

ນີ້ກໍ່ພໍເບິ່ງອອກວ່າຄົນລາວກຳລັງລືມຊົນຊັ້ນຂອງຕົນ,ລືມວັນກຳເນີດຊົນຊັ້ນຕົນ

ເອງກໍ່ເທົ່າກັບວ່າລືມທຸກຢ່າງໃນຄວາມເປັນຊົນຊັ້ນ ແລະ ກໍ່ແນ່ນອນວ່າຈະມີຊົນຊັ້ນໃໝ

ເກີດຂຶ້ນມາແຕ່ບໍ່ຮູ້ວ່າແມ່ນຊົນຊັ້ນໃດ ,ມີອຸດົມການແບບໃດ ແລະ ຈະເປັນອຸປະສັກຕໍ່

ການປົກຮັກສາ,ພັດທະນະປະເທດຊາດຂອງເຮົາຫຼືບໍ່?. ນີ້ແມ່ນຂໍ້ຄິດໜຶ່ງທີ່ຕັ້ງຂຶ້ນເພື່ອ

ແລກປ່ຽນນຳກັນ.

 

ບັນຫາທີ່ໜຶ່ງທີ່ຍາກຍົກມາກໍ່ຄື: ວັນທີ່ 01 ກຸມພາ ເປັນວັນສ້າງຕັ້ງອົງການຈັດຕັ້ງ

ກຳມະບານລາວ, ອົງການນີ້ເພີ່ນວ່າເປັນຕົວແທນຂອງຊົນຊັ້ນກຳມະກອນຊາວຜູ້

ອອກແຮງການລາວ,ປົກປ້ອງສິດແລະຜົນປະໂຫຍດຂອງຊົນຊັ້ນກຳມະກອນຊາວຜູ້

ອອກແຮງງານລາວ ແລະ ເປັນມິດກັບກຳມະກອນໃນໂລກນຳອີກດ້ວຍ.

ແທນທີ່ຄົນລາວທຸກຄົນຢູ່ທຸກແຫ່ງຫົນນັບທັງທີ່ພັນລາວຄວນໄດ້ຫວນຄຶນເຖິງ

ມູນເຊື້ອຄວາມເປັນມາຂອງວັນດັ່ງກ່າວດ້ວຍການຈັດຈິຈະກຳຕ່າງໆທີ່ກ່ຽວພັນກັບ

ມູນເຊື້ອດັ່ງກວ່າເຊັນ: ຖາມຕອບກ່ຽວກັບມູນເຊື້ອໃຫ້ແກ່ບັນດາກຳມະກອນຕາມໂຮງຈັກ

ໂຮງານ,ເດັກເຍົາວະຊົນ ແລະ  ໃນພັນລາວກໍ່ເຊັ້ນກັນເພື່ອປູກຈິດສຳນຶກຕໍ່ສູ້ຊົນຊັ້ນໃຫ້

ແກ່ເຂົາ ດີກວ່າຈະມາຖາມ ແລະ ຕອບເຖິງ

ວັນທີ່14ກຸມພາເຊິ່ງເປັນວັດທະນະທຳ

ຂອງຊາວຕາເວັນຕົກ

 

ບັນຫາທີ່ສອງໃນໂອກາດ 01 ກຸມພາບັນດາກຳມະກອນຄວນຈະສະຫຼອງ

ຜົນງານປະຈຳປີ, ຕີລາຄາດ້ານດີດ້ານອ່ອນໃນການຈັດຈັດຕັ້ງແຜນນະໂຍບາຂອງລັຖະ

ບານ,ຖືເອົາໂອກາດນີ້ຕຳນິວິຈານຢ່າແຂງແຮງ,ກ້ວາງຂວາງຈາກບັນດາກຳມະກອນຊາວ

ຜູ້ອອກແຮງລາວທົ່ວໆໄປ,ຍື້ນຂໍ້ສະເໜີທວງໃຫ້ລັຖະບານປ່ຽນແປງພຶດຕິທີ່ເປັນການ

ຂັດຂວາງຕໍ່ການພັດທະນາປະເທດຊາດຕາມຄວາມຮູ້ສຶກຂອງຕົນ ດີກວ່າທີ່ໃຜໆກໍ່ຈົ່ມ

ນ້ອຍຈົ່ມໃຫຍ່ຕາມວົງເຫຼົ້າວົງຢາ,ສະພາກາເຟ ແລະ ໃນພັນລາວທົ່ວທີບທົ່ວແດນພໍໃຫ້

ອາຍຊາວຕ່າງຊາດ ໂດຍບໍ່ມີປະໂຫຍດວ່າ: ການພັດທະນາເສດທະກິດສັງຄົມຂອງລັຖະ

ບານມີອັນບົກຜ່ອງເຊັ່ນ: ພັດທະນາຊັກຊ້າ,ບໍ່ຢຸຕິທຳ,ຂາດປະຊາທິປະໄຕ,ເອົາລັດເອົາ

ປຽບ,ສໍ້ລາດບັງຫຼວງ,ສໍ້ຫຼວງບັງລາດ .....

ຫຼາຍໆຄົນເວົ້າວ່າຊົນຊັ້ນນີ້ລະເປັນຜູ້ສ້າງສາປະເທດຊາດໂດຍກົງ, ບາງຄຳເວົ້າ

ຂອງເລນິນມີຄວາມໝາຍວ່າ: ເມື່ອເຖິງຍຸກຄອມມູນິດມາເຖິງ ຊົນຊັ້ນອື່ນໆໃນໂລກກໍ່

ໝົດໄປໂດຍອັຕະໂນມັດ ແລະ ເວລານັ້ນຍັງຄົງເຫຼືອພຽງຊົນຊັ້ນດຽວຄື: ຊົນຊັ້ກຳມະກອນ

ເທົ່ານັ້ນນີ້ມັນກໍ່ສະແດງວ່າກຳມະກອນມີບົດບາດສຳຄັນທີ່ສຸດໃນການສ້າງໂລກໃຫ້

ຈະເລີນ,ສົດໄສສີລິໄລ ແລະ ຖາວອນ ຖ້າຢາກໄດ້ແບບນັ້ນ ກ່ອນອື່ນບັນດາຊົນຊັ້ນກຳ

ມະກອນເຮົາຄວນຍົກສູງສະຕິເປັນເຈົ້າຂອງຊົນຊັ້ນຕົນ,ຮຽນຮູ້ເຮັດ,ດຸໝັ່ນຂະຫຍັນຈີງ

ຈັງ ແລະ ກ້າຫານໃນການໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອສ້າງໃຫ້ລັດເຮົາເປັນລັດແຫ່ງກົດ

ໝາຍຢ່າງແທ້ຈິງ%

 

ນີ້ແມ່ນຂໍ້ຄິດເຫັນຂອງຄົນຊົນຊັ້ນກຳມະກອນທີ່ມີອາຊີບເປັນສາວເສີບ(ກາລີ່)

ທີ່ສະທ້ອນໃຫ້ເຫັນ ສະຕິຂອງຄົນລາວຕໍ່ກັບຊົນຊັ້ນໂຕເອງ



__________________
Anonymous

Date:

ຄຳວ່າ ກຳມະບານໃນລາວ ກໍ່ຄື Trade Union, ແຕ່ກຳມະບານລາວບໍ່ໄດ້ມີບົດບາດພໍເທົ່າໃນໃນ Employment Relations ໃນລາວ.  ກຳມະບານລາວບໍ່ໄດ້ Active ໃນການປົກປ້ອງຊາວຜູ້ອອກແຮງງານດັ່ງທີ່ຄວນຈະເປັນ, ຕົງຢ່າງ: ເມືອ ພະນັກງານຄົນໜຶ່ງໆຖືກຂັບໄລ່ໃຫ້ພົ້ນອອກຈາກຕຳແໜ່ງ, ກຳມະບານລາວບໍ່ໄດ້ມີສ່ວນປົກປ້ອງພະນັກງານຄົນນັ້ນໃດໆເລີຍ, ຊ້ຳບໍ່ພໍ ພະນັກງານທີ່ຖືກໄລ່ອອກບາງຄັ້ງກໍ່ຖືກນາຍຈ້າງ ຫລື ຜູ້ໃຊ້ແຮງງານ ຂຽນປະຈານທາງໜັງສືພິມຢ່າງບໍ່ເປັນທຳ ແລະ ມີຮູບຕິດນຳອີກ, ຖາມວ່າກຳມະບານໄປຢູ່ໃສ?

ຖ້າຫາກ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ມີຂໍ້ຂັດແຍ່ງມັນກໍ່ເປັນເລື່ອງຍາກທີ່ຜູ້ອອກແຮງງານຈະສາມາດເຂົ້າໄປຫາຄວາມຊ່ວຍເຫລືອຈາກກຳມະບານ.
ສະຫລຸບແລ້ວກໍ່ຄື: ກົດໝາຍແຮງງານລາວ ຄວນຈະເຮັດໃຫ້ ກຳມະບານມີບົດບາຍໃນ ລະບົບ Employment Relations ໃນລາວຫລາຍກ່ວານນີ້, ກຳມະບານ ຄວນມີການສົ່ງເສີມໃຫ້ຄົນເຂົ້າຮ່ວມເພື່ອໃຫ້ການຄຸມຄອງຜູ້ອອກແຮງງານ ບໍ່ແມ່ນໄປເບິ່ງແຕ່ interests ຂອງຜູ້ໃຊ້ແຮງງານພຽງຢ່າງດຽວເພື່ອຫວັງແຕ່ການລົງທຶນຂອງຕ່າງປະເທດເທົ່ານັ້ນ ແລະ ສິ່ງສຳຄັນ ກຳມະບານຄວນທີ່ຈະເປັນໂຕກາງໃນການຕໍ່ລອງຜົນປະໂຫຍດ ແລະ ຄ່າຕອບແທນ (ເງິນເດືອນ) ຢ່າງເປັນທຳກັບທັງ ຜູ້ໃຊ້ແຮງງານ ແລະ ຜູ້ ອອກແຮງງານ, ເພາະວ່າຜູ້ອອກແຮງງານສ່ວນຫລາຍແມ່ນບໍ່ມີຄວາມສາມາດໃນການຕໍ່ລອງກັບຜູ້ໃຊ້ແຮງ, ດ້ວຍເຫດນັ້ນຈື່ງຖືກເອົາປຽບ, ໂດຍສະເພາະ ບັນດາກຳມະກອນໂຮງງານຕັດຫຍິບ ແລະ ກາຍເປັນສາຍເຫດເຮັດໃຫ້ໂຮງງານຕັດຫຍິບໃນລາວຂາດແຄນຄົນງານນັ້ນເອງ.

=>ທີ່ເວົ້າມາທັງໝົດນີ້, ຜູ້ຂຽນບໍ່ແມ່ນພະນັກງານລັດ ຫລື້ ຜູ້ຕໍ່ຕ້ານລັດ ແຕ່ເປັນປັນຍາຊົນລຸ່ນໃໝ່ຜູ້ທີ່ໄດ້ຮັບການສຶກສາດ້ານນີ້ໂດຍສະເພາະ ແລະ ໄດ້ຮຽນຮູ້ລະບົບ Employment Relations ທັງລະບົບ ສັງຄົມນິຍົມ ແລະ ລະບົບທຶນນິຍົມ.​ຫວັງຢ່າງຍິ່ງວ່າໃນອານາຄົດຄົງມີໂອກາດໃນການນຳໃຊ້ຄວາມຮູ້ນີ້ເພື່ອພັດທະນາວຽກງານດັ່ງກ່າວໃນປະເທດເຮົາ.


__________________
Anonymous

Date:

ຂ້ອຍກະເປັນຄົນມັກມ່ວນ ມັກເມົາ ມັກຫຍໍ້າ ມັກກິນແຕ່ກະເຫັນດີນໍາທີ່ເພິ່ນບໍ່ສະຫລອງວັນກໍາມະບານໃນຂອບເຂດທົ່ວປະເທດ, ສະຫລອງແຕ່ແຕ່ວັນກໍາມະກອນສາກົນມື້ດຽວພໍແລ້ວ ຈົ່ງງົວຈົ່ງຄວາຍໄວ້ໄຟນາດີກ່ວາເພາະດຽວນີ້ນໍ້າມັນກໍາລັງຈະຂຶ້ນລາຄາຈະໃຊ້ງົວເຫລັກຄວາຍເຫລັກ
ໄຖນາຄືເຄີຍເຮັດມາ ນໍ້າມັນທີ່ລັດສັ່ງເຂົ້າມາ 75ລ້ານລິດຕໍ່ປີອາດຈະບໍ່ພໍໃຊ້.


__________________
Anonymous

Date:

ຂີ້ຄ້ານອ່ານ ຍາວໂພດ not worth of reading the rest

__________________
Anonymous

Date:

Anonymous wrote:

ຂ້ອຍກະເປັນຄົນມັກມ່ວນ ມັກເມົາ ມັກຫຍໍ້າ ມັກກິນແຕ່ກະເຫັນດີນໍາທີ່ເພິ່ນບໍ່ສະຫລອງວັນກໍາມະບານໃນຂອບເຂດທົ່ວປະເທດ, ສະຫລອງແຕ່ແຕ່ວັນກໍາມະກອນສາກົນມື້ດຽວພໍແລ້ວ ຈົ່ງງົວຈົ່ງຄວາຍໄວ້ໄຟນາດີກ່ວາເພາະດຽວນີ້ນໍ້າມັນກໍາລັງຈະຂຶ້ນລາຄາຈະໃຊ້ງົວເຫລັກຄວາຍເຫລັກ
ໄຖນາຄືເຄີຍເຮັດມາ ນໍ້າມັນທີ່ລັດສັ່ງເຂົ້າມາ 75ລ້ານລິດຕໍ່ປີອາດຈະບໍ່ພໍໃຊ້.





75 ລ້ານລິດບໍ່ພໍໃຊ້ດອກພໍ່ອາວ, 4-5ປີກ່ອນເພິ່ນສັ່ງນໍ້າມັນເຂົ້າມາປີຫນຶ່ງ 1,131,500 ຖັງແລ້ວ(ຖັງນຶ່ງມີປະມານ 163ລິດ). ປີນີ້ຈໍານວນລົດເພີ້ມຂຶ້ນເປັນລ້ານ ຢ່າງນ້ອຍເພິ່ນກໍ່ຕ້ອງສັ່ງຊື້ປະມານ 2ລ້ານຖັງຕໍ່ປີ, ນໍ້າມັນຊິໃສ່ລົດດຸດລົດໄຖທີ່ຈະໃຊ້ໃນການສ້າງທາງລົດໄຟອີກເດ໋ຊັ້ນ ຂ້ອຍຄາດວ່າບໍ່ຮອດ3ລ້ານຖັງກະຊິຍັງນ້ອຍນຶ່ງເດີພໍ່ອາວ.

__________________
Anonymous

Date:

ບໍ່ວ່າເຂົ້າອົງການໃດເກັບເງີນທຸກອົງການ,ເງີນເດຶອນໜ້ອຍແຮງຫາວິທີເກັບເງິນພະນັກງານທັ້ງໆທີ່ນ້ຳມັນໃສ່ລົດແຮງບໍ່ພໍ
ບາດວ່າເງິນເດືອນຊ່ຳກັນເພີ່ນຊ້ຳພັດຂີ່ລົດຫຼູູໆມາການfuriousfuriousfurious


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard