Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປີດສົດແບບໂຫດສຸດ
Anonymous

Date:
ເປີດສົດແບບໂຫດສຸດ

ເຫດເກີດທີ່ເມືອງໜຶ່ງໃນແຂວງບໍລິຄຳໄຊ(ຢ່າງອ່ຶນຂໍສະຫງວນໄວ້ທັງໝົດກ່ອນ)

ໃນຄຶນວັນທີ່ 25,ກຸພາ 2011 ພາຍຫຼັງນາງ ກໍ ຊື່ສົມມຸດ ອາຍຸ 15 ປີ

ໄດ້ມີໜູ່ 3 ຄົນ, 4 ກັບນາງ(ກໍ),ເປັນຊາຍ 1 ຄົນ, ຊວນໄປກິນເບຍຢູ່ຮ້ານ,ນາງ ກໍບໍ່ເຄີຍກິນເບຍຈັກເທື່ອ

ນາງກິນລອງເບິ່ງ 1 ຈອກ,ຕໍ່ມາມີຊາຍໂຕະຂ້າງໆຂອງນາງຈັບເບຍມາຈອກໜຶ່ງ

ໃຫ້ນາງກິນ,ນາງໄດ້ປະຕິເສດເພາະກິນບໍ່ໄດ້ແລ້ວແຕ່ຊາຍຄົນນັ້ນຈັບຈອກເບຍຍໍໃ່ສປາກຂອງນາງບັງຂັບ,

ນາງຈິ່ງຈຳໃຈ,ພາຍຫຼັງກິນເບຍຈອກນັ້ນແລ້ວປະມານ 10 ນາທີນາງຮູ້ສຶກແປກໃຈຄິດວ່າຕົນເມົາເບຍ,

ທັງອິດທັງເມື່ອຍທຸກຢ່າງໃນທີ່ສຸດ

ໝູ່ຜູ້ຊາຍທີ່ໄປນຳກັນຈີ່ງອາສາເມືອສົ່ງ,ເວລານັ້ນນາງເລີມໝົດສະຕິໄປແລ້ວ,

ໝູ່ທັງຫຼາຍກໍ່ຄິດວ່າຊາຍຄົນນັ້ນໄປສົ່ງານແທ້,

ແຕ່ຕົວຈິງຈັກວ່າໄປໃສບໍ່ຮູ້,ໝົດຄຶນບໍ່ຮູ້ຂ່າວຕອນຄ້ອນແຈ້ງແມ່ນາງໂທຫາຕິດຢູ່ແຕ່ບໍ່ມີຄົນຮັບ

ແລະກໍ່ຄິດວ່າລູກໄປນອນນຳໝູ່,ພໍຮອດ 10 ໂມງເຊົ້າວັນທີ່ 26 ນາງຟຶ້ນສະຕິໄດ້ແຕ່ບໍ່ຮູ້ວ່າຢູ່ບ່ອນໃດ,

ນາງຮັບໂທລະສັບທັນທີ ແລະ ບອກໄດ້ພຽງແຕ່ວ່າພໍ່ເອີ່ຍລູກເໝື່ອຍຫຼາຍ,ອາດບໍ່ໄດ້ພົບພໍ່ແມ່ອີກແລ້ວ,

ຕອນນີ້ລູກຢູ່ໃສບໍ່ຮູ້ທິດໃຕ້ທິດເໜືອຫຍັງແລ້ວ,ອາດຢູ່ໄກທີ່ສຸດ ແລະ

ພໍ່ແມ່ຊອກຫາລູກບໍ່ເຫັນດອກ.

ພໍ່ແມ່ພີ່ນ້ອງກໍ່ວານກັນຊອກທຸກທິດແຕ່ກໍ່ໄຮ້ວີ່ແວວຮ້ອງຮອຍ

ບໍ່ຮູ້ວ່າລູກຢູ່ທິດໃດແທ້?,ຈົນຕາແຈກໍ່ໄດ້ເຮັດຕາມຮີດຄອງບະບົນໄປຕາຄວາມເຊື້ອ,ຈົນຮອດ 15 ໂມງແລງ ວັນທີ່ 26

ມີຊາຍຄົນໜຶ່ງໄປທ່ຽວປ່າຫາກິນຕາມທຳມະດາ,ບັງເອີນຝັນໄມ້ເກີດມີສຽງດັງແຮງຂຶ້ນນາງຈິງຕັ້ງສະຕິ

ທ້ອນໂຮມພະລັງສຸດທ້າຍເອີ້ນຂຶ້ນວ່າ: ຊ່ວຍແດ່..ຊ່ວຍແດ່..ຜູ້ໄປຫາກິນໄດ້ຍິງສຽງຜູ້ຍິງກໍ່ແປກໃຈວ່າແມ່ນໃຜ,ເປັນຜູ້ຍິງກ້າມາໄກປານນີ້ລອງໄປເບິ່ງຕົວຈິງ

ກໍ່ພົບຕົວນາງ( ກໍ )ສະພາບໝົດແຮງເຕັມທີ,ທັງໝົ່ນໝອງບອບຊ້ຳ,ຊາຍຄົນນັ້ນຈິງພາກັບບ້ານ,

ບ່ອນທີ່ນາງຢູ່ນັ້ນຫ່າງຈາກບ້ານຄົນປະມານ 3 ກິໂລແມັດ ແລະ ຫ່າງຈາກບ້ານຂອງນາງຂ້າມ 3 ບ້ານ

ປະມານ 18 ກິໂລແມັດ,ເຊິ່ງເປັນປ່າຊ້າຂອງບ້ານແຫ່ງໜຶ່ງ,ນາງບໍ່ຮູ້ວ່າມາໄດ້ຈັ່ງໃດ?

ຊາຍທີ່ໄປສົ່ງປະຕິເສດວ່າໄປສົ່ງນາງຮອດເຄິ່ງທາງແລ້ວນາງບໍ່ກ້າເມືອຢ້ານແມ່ຮ້າຍ

ແລ້ວລາວກໍ່ປະນາງໄວ້ກາງທາງເລີຍ

ສ່ວນຜູ້ຈັບຈອກເບຍໃຫ້ນາງດື່ມຍັງປະຕິເສດບໍ່ມີສ່ວນຮູ້ເຫັນ?

ຕາມການສັນທິຖານຂອງເຈົ້າໜ້າທີ່ວ່າ:

ນາງອາດໄດ້ຮັບສານຜິດຢ່າງໃດຢ່າງໜຶ່ງເຂົ້າຮ່າງກາຍແລ້ວນາງໝົດສະຕິແຕ່ຕອນອອກຈາກຮ້ານ

ແລະ ປະກົດການນີ້ອາດແມ່ມີຜູ້ຢູ່ເບຶ້ອງຫຼັງ,

ແລ້ວວາງແຜນໃຫ້ຊາຍທັງສອງເປັນຜູ້ລົງມືລໍ້ເພຶ່ອເອົາຕົວນາງມາສົ່ງໃຫ້ແລ້ວເປີດສົດ ແລະຄິດວ່ານາງຕາຍເປັນທີ່ຮຽບຮ້ອຍແລ້ວຈິ່ງນຳຮ່າງໄປຖີ້ມໃນປ່າຊ້າບ່ອນປອດໄພ,

ເຖິງວ່ານາງໂຊກຮ້າຍແຕ່ກໍ່ຍັງມີບຸນທີ່ລອດຊີວິດໄດ້,ປະຈຸບັນຍັງນຳສົ່ງໂຮງໝໍຢູ່

ແລະ ຕຳຫຼວດຍັງຄົ້ນຫາຕົວຄາດຕະກອນໃຈບາບຕົວຈິງມາລົງໂທດໃຫ້ໄດ້

ນີ້ເປັນບົດຮຽນທີ່ລ້ຳຄ່າລັບແມ່ຍິງທຸກຄົນ

ຕະຫຼອດຜູ້ປົກຄອງ

__________________
Anonymous

Date:

ເສັຍໃຈນໍາຜູ່ປະສົບເຄາະຮ້າຍຫລາຍໆ. ເຈົ້າຂອງຮ້ານເບຍບໍ່ມີໂທດໃນຄະດີຂາຍເຄື່ອງດື່ມມືນເມົາໃຫ້ຜູ່ເຍົາບໍ? ຕໍລວດຄວນຈະຈັບຕົວຜູ່ຊາຍທີ່ບັງຄັບໃຫ້ນາງກິນເບຍຫັ້ນໄວ້ສືບສວນ ຜູ່ນີ້ເປັນກະແຈລູກສໍາຄັນ.

__________________
Anonymous

Date:

ຜູ້ທີ່ບອກວ່າສົ່ງຮອດກາງທາງຫັນລະຄືຕົວການ, ເປັນຫຍັງຕ້ອງປ່ອຍໃຫ້ໝູ່ຕ້ອງກັບບ້ານຜູ້ດຽວ

__________________
Anonymous

Date:

  ຂພຈ ຄີດວ່າຜູ່ຂຽນຫລືຕັ້ງກະທູ້ນີ້   ອາດຈະມີປະສົບການໃນການແຕ່ງບົດລະຄອນຫລາຍກວ່າ , ຂ ພ ຈ ກໍ່ແມ່ນນັກທຸຣະກິດຄົນລາວຜູ່ນື່ງທີ່ ທຽວທາງແຕ່ເຫນືອຕະຫລອດໄຕ້  ສ່ວນຫລາຍແມ່ນຕາມເສັ້ນທາງເລກທີ່13 ບໍ່ໄດ້ເຄີຍຍີນຂ່າວແບບນີ້ ດອກ , ເພາະ ຂ ພ ຈ ອ່ານຫລົບໄປຫລົບມາຕັ້ງຫລາຍເທື່ອ ຄ້າຍ ໆ ໆ ກັບ ຂ ພ ຈ ອ່ານບົດລະຄອນ ຫລືວ່ານະວະນິຍາຍ ,  ນ.ສ ລາວ  ຄົນນັ້ນບໍ່ອາດຈະໄປເລາະກີນເບຍແບບຄົນດຽວໂດດດ່ຽວດອກ  ແລະ ຄົນອ້ອມຂ້າງ ຄົງຈະບໍ່ນິງເສີຍ ປະປ່ອຍຜູ່ຊາຍລາວຄົນຂົ່ມເຫງແບບປ່າເຖືອນແກ່ ນາງສາວລາວຄົນດອກ   ຖ້າທຽບໃສ່ປະເທດເພື່ອນບ້ານ  ບ້ານເຮົາຍັງບໍ່ໂຫດຫລືປ່າເຖືອນປານນັ້ນເທືອ 

__________________
Anonymous

Date:

ຖ້າເລື່ອງນີ້ເປັນຄວາມຈິງ ຜູ້ຕັ້ງກະທູ້ຫັ້ນລະເປັນຜູ້ສົງໄສຄົນທຳອິດເລີຍ biggrin ຕ້ອງເອົາໄປສອບປາກຄຳ biggrin ຄືມາຮູ້ເລື່ອງລະອຽດແທ້furious ຊ່ຳເປັນຜູ້ເຫັນເຫດການຫຼືກະທຳເອງno

__________________
Anonymous

Date:

ເບິ່ງການຂຽນຫັ້ນກະຊ່ຳເນື້ອງຮ້ອງທຳນອງເພງ ຫຼື ບົດກອນຈັ່ງໃດ ບຸລະ

__________________
Anonymous

Date:

ຜູ້ຕັ້ງກະທູ້ໂລກຈິດbiggrin

__________________
Anonymous

Date:

ລາວສ້າງເລື່ອງແລະສ້າງຕົວລະຄອນໄດ້ດີສົມຄວນລາວອາດແມ່ນມືອາຊີບທີ່ເປັນນັກແຕ່ງເລື່ອງສັ້ນ
ກໍຊົມເຊີຍບົດຂຍນລາວຢູ່ຖ້າລາວຫາໂຕລະຄອນທີ່ສ້າງສັນກ່ວານີ້ ຖ້າຂຽນເທື່ອໜ້າກໍໃຫ້ສ້າງສັນກວ່ານີ້ກະດີ

__________________
Anonymous

Date:

Anonymous wrote:

ຂພຈ ຄີດວ່າຜູ່ຂຽນຫລືຕັ້ງກະທູ້ນີ້   ອາດຈະມີປະສົບການໃນການແຕ່ງບົດລະຄອນຫລາຍກວ່າ , ຂ ພ ຈ ກໍ່ແມ່ນນັກທຸຣະກິດຄົນລາວຜູ່ນື່ງທີ່ ທຽວທາງແຕ່ເຫນືອຕະຫລອດໄຕ້  ສ່ວນຫລາຍແມ່ນຕາມເສັ້ນທາງເລກທີ່13 ບໍ່ໄດ້ເຄີຍຍີນຂ່າວແບບນີ້ ດອກ , ເພາະ ຂ ພ ຈ ອ່ານຫລົບໄປຫລົບມາຕັ້ງຫລາຍເທື່ອ ຄ້າຍ ໆ ໆ ກັບ ຂ ພ ຈ ອ່ານບົດລະຄອນ ຫລືວ່ານະວະນິຍາຍ ,  ນ.ສ ລາວ  ຄົນນັ້ນບໍ່ອາດຈະໄປເລາະກີນເບຍແບບຄົນດຽວໂດດດ່ຽວດອກ  ແລະ ຄົນອ້ອມຂ້າງ ຄົງຈະບໍ່ນິງເສີຍ ປະປ່ອຍຜູ່ຊາຍລາວຄົນຂົ່ມເຫງແບບປ່າເຖືອນແກ່ ນາງສາວລາວຄົນດອກ   ຖ້າທຽບໃສ່ປະເທດເພື່ອນບ້ານ  ບ້ານເຮົາຍັງບໍ່ໂຫດຫລືປ່າເຖືອນປານນັ້ນເທືອ

ຈັບແມ່ ມັນຫມົດ ທັງບັກຂຽນ ແລະ ບັກອ່ານ.. ຜູ້ຂ້າ ພ້ອມ 55555555

agreeeeeeee!555555555555555

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard