Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະລັດອາເມລິກາ ໃຫ້ການສະໜັບສະໜູນ ສ້າງໂຮງຮຽປະຖົມຫລັງໃໝ່ ຢູ່ແຂວງອັດຕະປື
Anonymous

Date:
ສະຫະລັດອາເມລິກາ ໃຫ້ການສະໜັບສະໜູນ ສ້າງໂຮງຮຽປະຖົມຫລັງໃໝ່ ຢູ່ແຂວງອັດຕະປື

Untitled-3-lao2.jpg

*(ຂປລ): ທ່ານນາງ ແຄເຣີນ ສະຈວດທ໌, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ໄດ້ເຂົ້າຮ່ວມໃນພິທີ ມອບ-ຮັບ ໂຮງຮຽນປະຖົມຫລັງໃໝ່ ຢູ່ເມືອງ ສາມັກຄີໄຊ ແຂວງອັດຕະປື ໃນວັນທີ 24 ກຸມພາ 2011 ໂດຍມີທ່ານນາງ ຫວັດສະດີ ໂຄດໂຍທາ, ຮອງເຈົ້າແຂວງໆອັດຕະປື, ມີບັນດາພະ ນັກ ງານຂັ້ນສູງ ຂອງແຂວງ, ເມືອງ, ມີພະນັກງານຈາກ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.

ການກໍ່ສ້າງໂຮງຮຽນປະຖົມຫລັກ 3 ໄດ້ສະໜອງຫ້ອງຮຽນໃໝ່ 6 ຫ້ອງ ແລະ ສິ່ງອຳນວຍຄວາມສະ ດວກຕ່າງໆ ເພື່ອຮອງຮັບການເພີ່ມຂຶ້ນຂອງນັກຮຽນ ຫລາຍ ກວ່າສອງຮ້ອຍຄົນ. ສະຖານທູດສະຫະລັດ ໄດ້ ມອບໂຮງຮຽນຫລັງງດັ່ງກ່າວ ໃຫ້ແຂວງອັດຕະປື ໃນນາມຂອງປະຊາຊົນ ອາເມລິກາ ເພື່ອເປັນການສະແດງ ຄວາມຮ ູ້ບຸນຄຸນ ຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມື ໃນການ ຊອກຄົ້ນຫາສິ່ງ ເສດ ເຫລືອ ຂອງ ທະຫານອາເມລິກາ ທີ່ຫາຍສາບສູນໃນສົງຄາມອິນດູຈີນ.

ສະຖານທູດອາເມລິກາ ຮ່ວມກັບກອງບັນຊາການທະຫານສະຫະລັດ ປະຈຳພາກພື້ນປາຊິຟິກ (USPACOM) ໄດ້ດຳເນີນໂຄງການຊ່ວຍເຫຼືອ ດ້ານມະ ນຸດ ສະທຳຢູ່ທ້ອງຖີ່ນຕ່າງໆ ຂອງປະເທດລາວ ມາເປັນ ເວລາເກືອບ 15 ປີ ແລ້ວ ຊຶ່ງລວມມີ ການກໍ່ສ້າງໂຮງຮຽນປະຖົມ, ຄຼີນິກກວດພະຍາດ, ລະບົບຊົນລະປະທານ ແລະ ລະບົບນ້ຳສະອາດຕ່າງໆ. ໂຮງຮຽນຫລັງນີ້ ແມ່ນໂຄງການທຳອິດ ໃນບັນດາ 4 ໂຄງການໃຫຍ່ ສຳລັບ ການຊ່ວຍເຫລືອດ້ານມະນຸດສະທຳ ໃນການ ກໍ່ສ້າງພື້ນຖານໂຄງລ່າງ ເພື່ອໃຫ້ແລ້ວສຳເລັດໃນປີ 2011 ຊຶ່ງມີ ມູນຄ່າການກໍ່ສ້າງທັງໝົດ ປະມານ 1,5 ລ້ານໂດລາສະຫະລັດ.

__________________
Anonymous

Date:
RE: ສະຫະລັດອາເມລິກາ ໃຫ້ການສະໜັບສະໜູນ ສ້າງໂຮງຮຽປະຖົມຫລັງໃໝ່ ຢູ່ແຂວງອັດຕະປື

Anonymous wrote:

Wow !!!!!  Someone is getting rich and richer again.

__________________
Anonymous

Date:

ກະບໍ່ຫລາຍປານໃດ໋ ມາໄລ່ສະເລ່ຍແລ້ວກະຖືກໂຄງການນຶ່ງ3ແສນປາຍໂດລາ, ດີໃຈນໍາ.

__________________
Anonymous

Date:

ສ້າງສຳເລັດແລ້ວ ປະມານ 1 ປີ ໄປຊອກຫາໂຕະກັບຕັ່ງນັ່ງຂອງນັກຮຽນ ບໍ່ເຫຼືອດອກ ມາພະນັນກັນບໍ?????no

__________________
Anonymous

Date:

Anonymous wrote:

ສ້າງສຳເລັດແລ້ວ ປະມານ 1 ປີ ໄປຊອກຫາໂຕະກັບຕັ່ງນັ່ງຂອງນັກຮຽນ ບໍ່ເຫຼືອດອກ ມາພະນັນກັນບໍ?????no

ຄັນຂ້ອຍພະນັນຂ້ອຍກະໄດ້ຊະນະໂລດລະ, ບ້ານເຮົາມີກອງຫລອນເວນຍາມຫມົດມື້ຫມົດຄືນ ມືຂີ້ດຽດຫນ້າໃດ໋ຊິກ້າມາລັກຊິກ້າທໍາລາຍຂອງສ່ວນລວມ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard