Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສ້າງກົດໝາຍຕ້ອງໄປຄຽງຄູ່ກັບການເສີມຂະຫຍາຍປະຊາທິປະໄຕ
John Deere

Date:
ສ້າງກົດໝາຍຕ້ອງໄປຄຽງຄູ່ກັບການເສີມຂະຫຍາຍປະຊາທິປະໄຕ


ຖ້າໃຜໄດ້ອ່ານໜັງສືພິມວຽງຈັນໃໝ່ສະບັບວັນທີ 11 ເດືອນກຸມພາ ປີ2011 ອາດຈະມັກຂ່າວນີ້ຫລາຍ ແຕ່ບໍ່ຮູ້ວ່າເພິ່ນລົງຂ່າວຢັ່ງໃຈປະຊາຊົນຊື່ໆເບາະຫລືແນວໃດ໋? ເພິ່ນຂ່າວວ່າຈັ່ງຊີ້:

ໃນ​ປັດ­ຈຸ­ບັນ ພວກ​ເຮົາ​ພວມ​ຢູ່​ໃນ​ລະ­ບອບ​ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ ໃນ​ໄລ­ຍະ​ແຫ່ງ​ການ​ກໍ່­ສ້າງ​ປະ­ຖົມ​ປັດ​ໄຈ ໃຫ້​ແກ່​ການ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງ­ຄົມ​ນິ­ຍົມ ສະ­ນັ້ນ ການ​ສ້າງ​ລັດ​ແຫ່ງ​ກົດ­ໝາຍ ກໍ​ແມ່ນ​ພາກ­ສ່ວນ​ທີ່​ສຳ­ຄັນ​ທີ່​ສຸດ ແລະ ເປັນ​ພື້ນ­ຖານ​ໃຫ້​ແກ່​ລະ­ບອບ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ ດັ່ງ­ນັ້ນ ການ​ສ້າງ​ກົດ­ໝາຍ ແມ່ນ​ຕ້ອງ​ສ້າງ​ຂຶ້ນ​ໂດຍ​ຮັບ­ປະ­ກັນ ສິດ­ຜົນ­ປະ­ໂຫຍດ​ຂອງ​ປະ­ຊາ­ຊົນ ໂດຍ​ປະ­ຊາ­ຊົນ ແລະ ເພື່ອ​ຜົນ​ປະ­ໂຫຍດ​ຂອງ​ປະ­ຊາ­ຊົນ​ຢ່າງ​ແທ້​ຈິງ ແລະ ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ຂະ­ຫຍາຍ​ປະ­ຊາ­ທິ­ປະ­ໄຕ ຢ່າງ​ໜັກ​ແໜ້ນ ແລະ ນັບ​ມື້​ນັບ​ຄົບ​ຖ້ວນ​ເທື່ອ​ລະ​ກ້າວ.ກົດ­ໝາຍ​ແມ່ນ​ການ­ສະ­ແດງ​ອອກ​ຂອງ​ມາ­ນະ​ຈິດ ຂອງ​ຊົນ​ຊັ້ນ​ປົກ­ຄອງ ທີ່​ເປັນ​ລາຍ​ລັກ​ອັກ­ສອນ ໝາຍ​ຄວາມ​ວ່າ ກົດ­ໝາຍ​ຂອງ​ລະ­ບອບ​ໃດ ກໍ​ຕ້ອງ​ສ່ອງ​ແສງ​ເຖິງ​ມາ­ນະ​ຈິດ ຂອງ​ຊົນ​ຊັ້ນ​ປົກ­ຄອງ​ໃນ​ລະ­ບອບ​ນັ້ນ ໃນ​ລະ­ບອບ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ​ຂອງ​ພວກ​ເຮົາ ກໍ​ຕ້ອງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ລັກ­ສະ­ນະ​ຊົນ​ຊັ້ນ ລັກ­ສະ­ນະ​ຊາດ ແລະ ລັກ­ສະ­ນະ​ປະ­ຊາ­ຊົນ​ຂອງ​ລັດ​ພວກ​ເຮົາ ໃນ​ການ​ສ້າງ​ກົດ­ໝາຍ ຕ້ອງ​ກຳ​ແໜ້ນ​ທີ່​ສຸດ ແນວ­ທາງ​ແຜນ​ນະ­ໂຍ­ບາຍ​ຂອງ​ພັກ ກຳ​ແໜ້ນ​ສະ­ພາ­ວະ​ຄວາມ​ເປັນ​ຈິງ ທາງ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ປະ­ເທດ​ເຮົາ ຊຶ່ງ​ລວມ​ເອົາ​ບັນ­ຫາ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາດ​ຂອງ​ເຜົ່າ​ຕ່າງໆ ແລະ ຈິດ­ຕະ­ສາດ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ໂດຍ​ເລີ່ມ​ຈາກ​ການ​ເຮັດ​ແຕ່​ຕ່ຳ​ຫາ​ສູງ ແລະ ສອດ­ຄ່ອງ​ກັບ​ລະ­ດັບ​ການ​ຂະ­ຫຍາຍ­ຕົວ​ທາງ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ ວັດ­ທະ­ນະ­ທຳ ຄວາມ​ຮັບ​ຮູ້ ແລະ ລະ­ດັບ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ ປະ­ທານ ໄກ­ສອນ ພົມ­ວິ­ຫານ ຜູ້­ນຳ​ທີ່​ແສນ​ເຄົາ­ລົບ​ຮັກ​ຂອງ​ປວງ​ຊົນ​ລາວ​ບັນ­ດາ­ເຜົ່າ ໄດ້​ເວົ້າ​ວ່າ ຕ້ອງ​ສ້າງ​ປະ­ຊາ­ທິ­ປະ­ໄຕ​ໃນ​ການ​ສ້າງ​ກົດ­ໝາຍ ເພື່ອ​ຢາກ​ໃຫ້​ກົດ­ໝາຍ​ແທດ​ກັບ​ຕົວ​ຈິງ ສ່ອງ​ແສງ​ໄດ້​ມາ­ນະ​ຈິດ ສອດ­ຄ່ອງ​ກັບ​ຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ ຄວາມ​ມຸ່ງ​ມາດ​ປາ­ຖະ­ໜາ ແລະ ເໝາະ​ສົມ​ກັບ​ຄວາມ​ສາ­ມາດ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຂອງ​ປະ­ຊາ­ຊົນ ພວກ​ເຮົາ​ຈະ​ຕ້ອງ​ຮູ້​ຍາດ​ແຍ່ງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ມະ­ຫາ­ຊົນ ກ່ຽວ​ກັບ​ກົດ­ໝາຍ​ນັ້ນ ໝາຍ​ຄວາມ​ວ່າ​ກ່ອນ​ຈະ​ຮັບ­ຮອງ​ເອົາ ແລະ ປະ­ກາດ​ໃຊ້​ກົດ­ໝາຍ​ໃດ​ໜຶ່ງ ຈະ​ຕ້ອງ​ໄດ້​ຜ່ານ​ການ​ທາບ​ທາມ​ຄວາມ​ຄິດ​ຄວາມ​ເຫັນ ຂອງ​ປະ­ຊາ­ຊົນ​ຊັ້ນ​ຄົນ​ຕ່າງໆ​ເສຍ​ກ່ອນ ຫາກ​ບໍ່​ແມ່ນ​ຈະ​ເຮັດ​ແຕ່​ໃນ​ວົງ​ແຄບ​ຂອງ​ນັກ­ວິ­ຊາ­ການ ຫຼື ກຳ­ມາ​ທິ​ການ​ກົດ­ໝາຍ​ຂອງ​ສະ­ພາ​ເທົ່າ​ນັ້ນ.ສະ­ນັ້ນ ກົດ­ໝາຍ​ທີ່​ຈະ​ສ້າງ​ຂຶ້ນ​ໃນ­ຕໍ່­ໜ້າ ຈະ​ຕ້ອງ​ມີ​ຄວາມ​ຮັດ­ກຸມ ຈະ­ແຈ້ງ ແລະ ມີ​ລັກ­ສະ­ນະ​ສະ­ເພາະ ແລະ ສອດ­ຄ່ອງ​ກັບ​ລະ­ດັບ​ໃນ​ດ້ານ​ຕ່າງໆ​ຂອງ​ປະ­ຊາ­ຊົນ ແລະ ທີ່​ສຳ­ຄັນ ຈະ​ຕ້ອງ​ສ້າງ​ຂຶ້ນ​ໄປ​ຄຽງ​ຄູ່​ກັບ​ການ​ເສີມ​ຂະ­ຫຍາຍ​ປະ­ຊາ­ທິ­ປະ­ໄຕ​ ປະ­ຊາ­ຊົນ ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກ​ຢ່າງ​ໜັກ​ແໜ້ນ ມີ​ແຕ່​ເຮັດ​ແນວ​ນັ້ນ ກົດ­ໝາຍ​ທີ່​ສ້າງ​ຂຶ້ນ ຈຶ່ງ​ມີ​ຄຸນ​ນະ​ພາບ ເໝາະ​ສົມ ແລະ ໃຊ້​ໄດ້​ຢ່າງ​ແທດ​ເຖິງ​ກັບ​ສະ­ພາ­ວະ​ຄວາມ​ເປັນ​ຈິງ​ຂອງ​ສັງ­ຄົມ.



__________________
Facebook Addicted

Date:
RE: ສ້າງກົດໝາຍຕ້ອງໄປຄຽງຄູ່ກັບການເສີມຂະຫຍາຍປະຊາທິປະໄຕ



ອ່ານຂ່າວຢູ່ເວັບຫນັງສືພິມວຽງຈັນໃຫມ່ບໍ່ເຄີຍເຫັນເຂົາເຈົ້າຈໍ້າຈຸດຈໍ້າເມັດໃຫ້ເປັນຫະໂຫຍກເປັນວັກຫຍັງເລີຍ, ຫນັງສືພິມແທ້ກໍ່ເປັນແນວນີ້ຫວາ? ຊ່ອຍອະທິບາຍຄໍາວ່າ "ປະຊາທິປະໄຕປະຊາຊົນ" ໃຫ້ຟັງແດ່ວ່າມັນຫມາຍຄວາມວ່າແນວໃດ໋? ຂອບໃຈ

__________________
Anonymous

Date:

  ມັນເວົ້າຊື່ ໆ ໆ ແຕ່ມັນບໍ່ປະຕິບັດຕາມຄວາມເວົ້າຂອງມັນ ສັງເກດເຫັນໄດ້ບໍ່ ນັບແຕ່ປີ1975 ເປັນຕົ້ນມາ ມີຈັກສະບັ້ບ ກົດຫມາຍແຫ່ງລັດທີ່ມັນສ້າງຂື້ນມາ ? ມັນໄຊ້ອຳນາດປາຍປືນຂອງມັນ ມາເຂັນນຂ້າປະຊາຊົນລາວ ນັບຫລາຍພັນຄົນ ຈົນເຮັດ ປະຊາຊົນລາວຫລາຍກວ່າ ສາມແສນຄົນຕ້ອງຊີວີດສ່ຽງຄວາມຕາຍ ລັກຫນີຂ້າມນ້ຳຂອງ ໄປອາສັຍປະເທດໄທຍ໌   ຈົນມາຮອດປີ1989 ທີ່ ປະເທດໂສຫວຽດແຕ່ກສະຫຼາຍຫລົ້ມລະລາຍ  ປະເທດລາວມັນຈື່ງພຽງແຕ່ປະກາດສ້າງກົດຫມາຍຫລືລັດຖະທຳມະນູນຂອງປະເທດຂື້ນ ແຕ່ບໍ່ຖືກນຳໄຊ້ຈົນກວ່າ ປີ1991 ເປັນຕົ້ນມາ . ຫາກມັນບໍ່ນັບຖືກົດຫມາຍທີມັນສ້າງຂື້ນດອກ ມັນສ້າງຂື້ນເພື່ອຕົບຕາຊາວໂລກ ວ່າປະເທດລາວມີກົດຫມາຍແຫ່ງຊາດແລ້ວ  ເພື່ອຈະໄດ້ຮັບການຊ່ອຍເຫລືອຂອງຕ່າງປະເທດ .

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard