Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພົງ​ສະ​​ຫວັນ​ແອລາຍ​ ແກະເຈ້ຍ Superjet 3 ລຳ ລວດດຽວ
Anonymous

Date:
ພົງ​ສະ​​ຫວັນ​ແອລາຍ​ ແກະເຈ້ຍ Superjet 3 ລຳ ລວດດຽວ

553000007607101.jpg

ເຂົ້າໃຈວ່າເປັນເຄື່ອງບິນແບບນີ້
ແສນສຸກ -- ຂະນະ​ທີ່​ສາຍ​ການ​ບິນ​ແຫ່ງ​ຊາດ​ລາວ​ແອລາຍ ​ເລືອກ​ໃຊ້​ເຄື່ອງ​ບິນ​ທີ່​ຜະລິດ​ໃນ​ຈີນ​ແລະ​ຝຣັ່ງ ສາຍ​ການ​ບິນ​ເອກະ​ຊົນ​ແຫ່ງ​ທຳ​ອິດຂອງ​ປະເທດ ພົງ​ສະ​ຫວັນ​ແອລາຍ ກັບ​ເຊັນ​ຊື້​ເຄື່ອງ​ບິນ​ທີ່​ຜະລິດ​ໃນ​ລັດ​ເຊຍ​ເຖິງ 3 ລຳ ເປັນ​ແບບ​ຕິດ​ເຄື່ອງ​ຍົນອາຍ​ພົ່ນ​ທັງ​ໝົດ

ການ​ເຊັນ​ບັນ​ທຶກ​ຊ່ວຍ​ຄວາມ​ຈຳ​ຈັດ​ຊື້​ກັບ​ບໍລິສັດ​ຜູ້​ຜະລິດ ຈັດ​ຂຶ້ນ​ໃນ​ນະຄອນ​ວຽງ​ຈັນ​ຕັ້ງ​ແຕ່​ວັນທີ່ 18 ພຶດສະພາ ລະຫວ່າງ​ຜູ້​ແທນ​ບໍລິສັດ​ພົງ​ສະ​ຫະ​ຫວັນ​​ແອ​ລາຍ ​ຈຳ​ກັດ ກັບ ປະ​ທານ​ບໍລິສັດ​ຊູ​ຄອຍອາ​ກາດ​ຍານ​ພົນລະເຮືອນ​ຈາກ​ລັດ​ເຊຍ ໂດຍ ພົນ. ທ. ໄອ່ ສຸ​ລິ​ຍະ​ແສງ ປະ​ທານ​ກຸ່ມ​ພົງ​ສະ​​ຫວັນ ຕົວ​ແທນ​ກົມ​ການ​ບິນ​ພົນລະເຮືອນ​ແລະ​ຈາກ​ຫນ່ວຍ​ງານ​ອື່ນໆ ເຂົ້າ​ຮ່ວມ​ພິທີ​ຈຳນວນ​ຫລວງຫຼາຍ.

ບໍ່​ມີ​ການ​ເປີດ​ເຜີຍ​ລາຍ​ລະອຽດ​ກ່ຽວກັບ​ລາ​ຄາ​ຊື້​ຂາຍ​ເຄື່ອງ​ບິນ​ຄັ້ງທຳ​ ອິດ​ນີ້ ຜູ້​ບໍລິຫານ​ຂອງ​ສາຍ​ການ​ບິນ​ໃໝ່​ກ່າວ​ແຕ່​ພຽງ​ວ່າ ຜູ້​ຜະລິດ​ໃນ​ລັດ​ເຊຍ​ຈະ​ສົ່ງ​ມອບ​ໃຫ້​ທັງ​ສາມ​ລຳ​ໃນ​ປີ 2012 ຊຶ່ງ​ເປັນ​ປີ​ທີ່​ມີ​ກຳນົດ​ເປີດ​ໃຫ້​ບໍລິການ.

ພົງ​ສະ​ຫວັນ​ແອລາຍ ເປັນ​ສາຍ​ການ​ບິນ​ຂອງ​ເອກ​ະຊົນ​ໃນ​ກຸ່ມ​ດຽວ​​ດຽວ​ກັບ​ທະ​ນາ​ຄານ​ພົງ​ສະ​ຫວັນ ຊຶ່ງ​ເປັນ​ທະ​ນາ​ຄານ​ທີ່​ເອກ​ະຊົນ​ລາວ​ຖື​ຫຸ້ນ 100% ແຫ່ງ​ທຳ​ອິດ ຜູ້​ບໍລິຫານ​ຂອງ​ສາຍ​ການ​ບິນ​ພົງ​ສະ​ຫວັນ​ບໍ່​ໄດ້​ກ່າວເຖິງ​ລາຍ​ລະອຽດ​ໃດໆ ອີກ​ນອກ​ຈາກ ສະແດງ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໃຫ້ເປັນ​ສາຍ​ການ​ບິນ​ທີ່​ທັນ​ສະໄໝ.

ເມື່ອ​ຕົ້ນ​ປີ​ນີ້​ສາຍ​ການ​ບິນ​ລາວ​ໄດ້​ເຊັນ​ສັນຍາ​ຊື້​ເຄື່ອງ​ບິນ​ອາຍ​ພົ່ນ ​ຈາກ​ຜູ້​ຜະລິດ​ໃນ​ປະເທດ​ຈີນ​ຈຳນວນ 2 ລຳ ຊຶ່ງ​ກຳ​ລັງ​ຈະ​ເປັນ​ເຄື່ອງ​ບິນອາຍ​ພົ່ນ​ລຳທຳ​ອິດ​ໃນ​ຝູງ ກ່ອນ​ໜ້າ​ນັ້ນ​ໄດ້​ຊື້​ເຄື່ອງ​ບິນ​ໂດຍ​ສານ MA-60 ຈາກ​ຈີນ​ຈຳນວນ 4 ລຳ ເປັນ​ແບບ​ຕິດ​ເຄື່ອງ​ຍົນ​ເທີ​ໂບ​ພັອບ ທີ່​ຜະລິດ​ໂດຍ​ບໍລິສັດ​ແພັດ​ແອນວິດ​ນີໃນ​ສະ​ຫະລັດຯ
ການ​ບິນ​ລາວ​ໄດ້​ຫັນ​ມາ​ໃຊ້​ເຄື່ອງ​ບິນ​ໂດຍ​ສານ​ທີ່​ຜະລິດ​ຈາກ​ຈີນ​ ເປັນ​ຫລັກ ດ້ວຍ​ເງື່ອນ​ໄຂ​ມິດ​ພາບ​ທີ່​ເຮັດໃຫ້​ຊື້​ງ່າຍ​ໂດຍ​ອາໄສ​ຄວາມ​ສຳພັນ​ທີ່​ໃກ້​ ຊິດ​ລະຫວ່າງ​ສອງ​ປະເທດ ຫລັງ​ຈາກ​ໄດ້​ໃຊ້​ເຄື່ອງ ATR ທີ່​ຜະລິດ​ໃນ​ຝຣັ່ງ​ກັບ AN-24 ທີ່​ຜະລິດ​ໃນ​ອະ​ດີດ​ສະ​ຫະ​ພາບ​ໂຊ​ວຽດ​ມາ​ຕະຫລອດ.

ສຳລັບ SSJ-100 ເປັນ​ເຄື່ອງ​ບິນ​ໂດຍ​ສານ​ທີ່​ສ້າງ​ຂຶ້ນ​ເພື່ອ​ໃຊ້​ບິນ​ໃນ​ລະ​ດັບ​ພູມິພາກ​ ຂອງ​ລັດ​ເຊຍ​ທີ່​​ເອີ້ນ​ກັນ​ວ່າ RRJ (Russia Regional Jet) ເຊັ່ນ​ດຽວ​ກັນ​ກັບ CRJ (China Regional Jet) ທີ່​ການ​ບິນ​ລາວ​ຊື້​ຈາກ​ຈີນ ຜະລິດ​ຈາກ​ໂລງ​ງານ​ທີ່​ມີ​ກຸ່ມ​ຟິນ​ເມັກ​ກາ​ນິ​ກາ (Finmeccanica) ຂອງ​ອິ​ຕາ​ລີ​ຖື​ຫຸ້ນ​ຢູ່​ດ້ວຍ 25%

ຟິນ​ເມ​ກໍ​ກາ​ນາ​ກາ ໄດ້​ໃຫ້​ບໍລິສັດ​ລູກ​ຄື ອາ​ເລ​ເນຍ ແອ​ໂລ​ນໍ​ຕິກ (Alenia Aeronautic) ຮ່ວມ​ກັບ​ຊູ​ຄອຍໃນ​ການ​ອອກ​ແບບ​ແລະ​ຜະລິດ​ເຄື່ອງ​ບິນ​ຊູ​ເປີເຈັດ ໂດຍ​ໃຫ້​ບໍລິສັດ​ພິ​ນິນ​ຟາ​ລິ​ນາ (Pininfarina) ເປັນ​ຜູ້​ອອກ​ແບບ​ຕົບ​ແຕ່ງ​ພາຍ​ໃນ
553000007607102.jpg

ເຄື່ອງ​ບິນ SSJ-100 ໄດ້​ຊື່​ວ່າ​ເປັນ​ເຄື່ອງ​ບິນ​ໂດຍ​ສານ​ທີ່​ນັ່ງ​ສະ​ດວກ​ສະບາຍ​ກວ່າ ເຄື່ອງ​ບິນ​ລະ​ດັບ​ດຽວ​ກັນ​ຂອງ​ຄ້າຍ​ອື່ນ ບໍ່​ວ່າ​ຈະ​ເປັນ​ໂບ​ອິ້ງ 737 ຫລື ແອບັດ A-320 ດ້ວຍ​ລຳ​ຕົວ​ທີ່​ກວ້າງ​ກວ່າ ແລະ ຍັງມີ​ລຸ້ນ​ລຳ​ຕົວ​ຍາວ ບັນ​ຈຸ​ທີ່​ນັ່ງ​ໄດ້​ຫລາຍ​ຂຶ້ນ​ພາຍໃຕ້​ລະ​ຫັດ 110 ແລະ 125

ຕາມ​ຂໍ້​ມູນ​ໃນ​ວິ​ກິ​ພີ​ເດຍ ຊູ​ເປີເຈັດ​ຂອງ​ຄ້າຍ​ຊູ​ຄອຍ ລາ​ຄາ​ຈຳ​ໜ່າຍ​ລຳ​ລະ 27.8 ລ້ານ​ດອນ​ລາ ຖືກ​ກວ່າ​ຄູ່​ແຂ່ງ 18-22% ແລະ ຄ່າ​ໃຊ້​ຈ່າຍ​ໃນ​ການ​ໃຊ້​ງານ​ຕໍ່​ທ່ຽວ​ບິນ​ກໍ​ຕ່ຳ​ກວ່າ 10-15% ຊູ​ຄອຍເລີ່ມ​ສົ່ງ​ມອບ SSJ-100 ໃຫ້​ກັບ​ລູກ​ຄ້າ​ໃນ​​ເອີ​ຣົບ​ໃນ​ໄຕ​ມາດ​ທີ່ 3 ປີ​ທີ່​ແລ້ວ.

__________________
Anonymous

Date:
RE: ພົງ​ສະ​​ຫວັນ​ແອລາຍ​ ແກະເຈ້ຍ Superjet 3 ລຳ ລວດດຽວ

Anonymous wrote:

ດີໃຈນໍາພີ່ນ້ອງລາວທຸກຄົນທີ່ຈະໄດ້ຂີ່ເຮືອບິນໄອພົ່ນໄປມາຫາສູ່ກັນຕາມແຂວງຕ່າງໆ.

__________________
Anonymous

Date:

ຂໍຊົມເຊີຍນຳພົງສະຫວັນແອລາຍ ແຕ່ບໍ່ຮູ້ວ່າທ່ານໄດ້ໄປຢືມເງີນທະນາຄານໃດມາຊື້?

__________________
Anonymous

Date:

Anonymous wrote:

ຂໍຊົມເຊີຍນຳພົງສະຫວັນແອລາຍ ແຕ່ບໍ່ຮູ້ວ່າທ່ານໄດ້ໄປຢືມເງີນທະນາຄານໃດມາຊື້?

__________________
Anonymous

Date:

ຄລິບໂຄສະນາໂຕນີ້ ໃຫ້ຄໍາຕອບທີ່ເຈົ້າຢາກໄດ້.

__________________
Anonymous

Date:

ຜ່ານມາຍັງບໍ່ເຫັນສິນຄ້າຈາກລັດເຊຍ ຖືກຍອມຮັບຈາກສາກົນເທື່ອ ຈຶ່ງບໍ່ແປກໃຈທີ່ລາຄາຖືກກວ່າ Airbus ຫຼື Boeing
"You get what you pay"

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard