ຜົນຈາກການຄັດເລືອກຂອງຄະນະກຳມະການໃນຮອບ 10 ຄົນ ປະກົດວ່າ ນາງສາວ ອາລຸນສະຫວັນ ພັດທະວົງ ອາຍຸ 19 ປີ ປັດຈຸບັນ ເປັນນັກສຶກສາ ບ້ານສະພັງໝໍ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ມຸງກຸດໄປຄອງ ພ້ອມເງິນສົດ 15.000.000 ກີບ ສ່ວນຮອງອັນດັບ 1 ແມ່ນນາງ ທິບພະພອນ ສິນະລາດ ບ້ານຂຸນຕາທ່າ ເມືອງສີໂຄດຕະບອງ ໄດ້ຮັບເງິນສົດ 10 ລ້ານກີບ ຮອງອັນດັບ 2 ນາງ ວັນນະກອນ ອິນສຸວົງ ບ້ານໜອງໄຮ ເມືອງຫາດຊາຍຟອງ ໄດ້ຮັບເງິນສົດ 5 ລ້ານກີບ ສຳລັບ ຮອງອັບດັບ 3 ໄດ້ແກ່ນາງ ອະນຸສອນ ອິນສີນະຄອນ ບ້ານຄຳຮຸ່ງ ເມືອງໄຊທານີ ຮອງອັນດັບ 4 ນາງ ອາລຸນພອນ ຄຳວິຈິດ ບ້ານດອນກອຍ ເມືອງສີສັດຕະນາກ ເຊິ່ງທັງສອງໄດ້ຮັບລາງວັນເງິນສົດຜູ້ລະ 3 ລ້ານກີບ.
ສາວງາມທັງ 5 ທີ່ໄດ້ຮັບການຄັດເລືອກເປັນນາງສາວ 450 ປີ ໃນຄັ້ງນີ້ແມ່ນຈະໄດ້ເປັນຕົວແທນສາວລາວ ເຂົ້າຮ່ວມການເຄື່ອນໄຫວ ກິດຈະກຳຕ່າງໆໃນງານສະເຫຼີມ ສະຫຼອງວຽງຈັນ ເປັນນະຄອນຫຼວງ ຄົບຮອບ 450 ປີ ທີ່ຈະມີຂຶ້ນໃນອີກບໍ່ເທົ່າໃດວັນຂ້າງໜ້ານີ້.