ກອງປະຊຸມຄັ້ງທຳອິດລັດທິພາຄີ ໂອດສະໂລ ຄືຄວາມຫວັງໃຫມ່ທີ່ຈະເຮັດໃຫ້ປະຊາຊົນລາວຫລຸດຜ່ອນຄວາມສ່ຽງຈາກບົມບີຕົກຄ້າງ ແຕ່ຍອມຮັບມັນເປັນການ ຍາກເນື່ອງຈາກ 37% ຂອງເນື້ອທີ່ທົ່ວປະເທດຍັງເຕັມໄປດ້ວຍລະເບີດບໍ່ທັນແຕກຝັງຢູ່ ສະນັ້ນ ດ້ານທຶນການ ຊ່ວຍເຫລືອຈາກວົງຄະນະຍາດສາກົນຈິ່ງມີຄວາມສຳຄັນສູງ.
ພະນະທ່ານ ຈູມມາລີໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ກ່າວໃນພິທີເປີດກອງປະຊຸມຄັ້ງທຳອິດລັດທິພາຄີຂອງສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຫລືກອງປະຊຸມໂອດສະໂລ ວານນີ້ວ່າ: ຂະບວນການໂອດສະໂລໄດ້ສ້າງຄວາມຫວັງໃຫມ່ແກ່ປະ ຊາຊາດໃນທົ່ວໂລກ ໂດຍສະເພາະແມ່ນຜູ້ໄດ້ຮັບເຄາະຮ້າຍຈາກລະເບີດລູກຫວ່ານ, ຄວາມຫວັງທີ່ຈະໄດ້ທວງເອົາສິດໂອດສະໂລໄດ້ສ້າງ ຄວາມຫວັງໃຫມ່ໃຫ້ແກ່ປະຊາຊາດໃນທົ່ວໂລກ ໂດຍສະເພາະແມ່ນຜູ້ໄດ້ຮັບເຄາະຮ້າຍຈາກລະເບີດລູກຫວ່ານ, ຄວາມຫວັງທີ່ຈະໄດ້ທວງ ເອົາສິດໃນການຢູ່ລອດ ແລະການພັດທະນາຕົນເອງແລະຄວາມຫວັງທີ່ຢາກເຫັນໂລກຫນ່ວຍນີ້ເປັນໂລກທີ່ປາສະຈາກລະເບີດລູກຫວ່ານ.
ສປປ ລາວແມ່ນປະເທດ ທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດໃນໂລກຈາກລະເບີດລູກຫວ່ານທີ່ບໍ່ທັນແຕກແຕ່ສົງຄາມສາມຊາດອິນດູຈີນ ເຊິ່ງປະຊາຊົນໄດ້ກາຍເປັນຜູ້ເຄາະຮ້າຍຈາກລູກບົ່ມບີທີ່ຖີ້ມໃສ່ແຜ່ນດິນລາວເຖິງ 3 ລ້ານໂຕນ, ໃນນັ້ນ ລະເບີດລູກຫວ່ານແມ່ນຈຳນວນ ຫລວງຫລາຍ ແລະ1/3 ແມ່ນບໍ່ທັນແຕກອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະກາຍເປັນຄົນພິການຕະຫລອດຊີວິດຫລາຍກວ່າ 50 ພັນຄົນ ແລະປະຈຸບັນ ຍັງສືບຕໍ່ມີຜູ້ເຄາະຮ້າຍສະເລ່ຍ 300 ຄົນຕໍ່ປີ ແລະ ພື້ນທີ່ 37% ຂອງເນື້ອທີ່ທົ່ວປະເທດຍັງເຕັມໄປດ້ວຍລະເບີດທີ່ບໍ່ທັນ ແຕກຝັງຢູ່ອັນໄດ້ເຮັດໃຫ້ເນື້ອທີ່ການຢູ່ອາໄສ, ທຳການຜະລິດ ແລະ ແຫ່ງທຳມາຫາກິນຂອງປະຊາຊົນລາວທີ່ເຕັມໄປດ້ວຍຄວາມສ່ຽງ.
ຢ່າງໃດກໍ່ດີ ທ່ານ ປະທານປະເທດແຫ່ງ ສປປ ລາວ ກ່າວໃຫ້ຮູ້ອີກວ່າ: ຕະຫລອດໄລຍະຜ່ານມາລັດຖະບານລາວໄດ້ມີການວາງນະ ໂຍບາຍ ແລະ ຍຸດທະສາດຍາວນານເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກເປັນການເກັບກູ້ລະເບີດບໍ່ທັນແຕກ, ຊ່ວຍເຫລືອຜູ້ໄດ້ຮັບເຄາະ ຮ້າຍ, ໃຫ້ການສຶກສາກ່ຽວກັບໄພອັນຕະລາຍຂອງລະເບີດບໍ່ທັນແຕກ ແລະ ອື່ນໆ. ແຕ່ຍ້ອນບໍລິມາດຂອງລະເບີດດັ່ງກ່າວຢູ່ ສປປ ລາວ ມີຢ່າງຫລວງຫລາຍການເກັບກູ້ ແລະແກ້ໄຂຜົນກະທົບຈິ່ງຍັງຈະສືບຕໍ່ເປັນສິ່ງທ້າທາຍຕໍ່ຊີວິດຂອງປະຊາຊົນແລະອຸປະສັກອັນໃຫຍ່ຫລວງ ທີ່ຖ່ວງດຶງການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດກໍ່ຄືການຫລຸດຜ່ອນຄວາມທຸກຍາກ ແລະ ການດຳລົງຊີວິດປະຈຳວັນຂອງ ປະຊາຊົນ. ສະນັ້ນ ສປປ ລາວ ຈິ່ງຍັງມີຄວາມຕ້ອງການ ການຊ່ວຍເຫລືອຈາກວົງຄະນະຍາດສາກົນ.
ນອກຈາກນັ້ນທ່ານນາງ ດຣ. ອາຊາ ໂຣດ ມິກີໂຣ ຮອງເລຂາທິການໃຫຍ່ສະຫະປະຊາຊາດ (ສປຊ) ກ່າວໃນກອງປະຊຸມວ່າ: ການ ທີ່ມີລະເບີດທີ່ບໍ່ທັນແຕກເປັນຈຳນວນຫລວງຫລາຍ ຢັງຢາຍຢູ່ໃນຂອບເຂດອັນກ້ວາງ ຂວາງແມ່ນມີຄວາມກ່ຽວພັນອັນຈະແຈ້ງຕໍ່ສະພາບ ຄວາມທຸກຍາກສົນທິສັນຍານີ້ໃນຕົວຈິງແລ້ວ ແມ່ນກ່ຽວກັບການປົກປັກຮັກສາຊີວິດ ແລະ ສ້າງໂອກາດສຳລັບເດັກ, ຄອບຄົວ ແລະ ຊຸມ ຊົນ, ການພັດທະນາເສດຖະກິດ-ສັງຄົມຢູ່ໃນລາວ ແລະທົ່ວໂລກ ສະນັ້ນ ບໍ່ຄວນໂຍນຄວາມຮັບຜິດຊອບໃຫ້ປະຊາຊົນເປັນຜູ້ລະວັງ ແຕ່ ຄວນເປັນຄວາມຮັບຜິດຊອບລວມຂອງພວກເຮົາເພື່ອເຮັດໃຫ້ສະພາບແວດລ້ອມຂອງເຂົາເຈົ້າ ປອດໄພຈາກລະເບີດທີ່ບໍ່ທັນແຕກຕົກຄ້າງ ດັ່ງນັ້ນ; ບັນດາປະເທດຕ່າງໆທີ່ກ່ຽວຂ້ອງຕ້ອງເຫັນຄວາມສຳຄັນ ແລະ ໃຫ້ການຊ່ວຍເຫລືອທີ່ເຫມາະສົມກັບຄວາມຕ້ອງການ.