ຄຳຫຼ້າ ໄຊຍະວົງ ນັກກີລາຍິງປືນທິມຊາດລາວ ເຈົ້າຂອງ 3 ຫຼຽນຄຳ ໃນງານມະຫະກຳກີລາຊີເກມ ຄັ້ງທີ 25 ພ້ອມຈະເຮັດໜ້າທີ່ໃຫ້ດີທີ່ສຸດ ທີ່ຕາງໜ້າໃຫ້ຊາດ ໄປເຂົ້າຮ່ວມແຂ່ງຂັນໃນງານກີລາ ເອຊຽນເກມ ທີ່ນະຄອນກວາງໂຈ ສປ ຈີນ ຫຼື ກວາງໂຈເກມ 2010.
ນ້ອງ ຄຳຫຼ້າ ໄຊຍະວົງ ໄດ້ໃຫ້ສຳພາດກັບຜູ້ສື່ຂ່າວວ່າ: ການໄປເຂົ້າຮ່ວມແຂ່ງຂັນ ເອຊຽນເກມ ຄັ້ງນີ້ ນ້ອງກໍໄດ້ຕັ້ງໃຈ ເຝິກຊ້ອມມາດີສົມຄວນ ຕາມຄູເຝິກທີ່ໄດ້ແນະນຳໃຫ້ ເປັນຕົ້ນແມ່ນ ໄດ້ນຳເອົາບົດຮຽນ ໃນງານມະຫະກຳກີລາຊີເກມ ຄັ້ງທີ 25 ມານຳໃຊ້ ຜ່ານການເຝິກຊ້ອມ ກໍເຫັນວ່າມີສະຖິຕິດີຂຶ້ນຫຼາຍ ນ້ອງເອງ ໄດ້ຕັ້ງຄວາມຫວັງເອົາໄວ້ວ່າ ຈະເຮັດໃຫ້ດີທີ່ສຸດ ເພື່ອຍາດເອົາຫຼຽນໃດຫຼຽນໜຶ່ງ ມາຕ້ອນມາຝາກ ພໍ່ແມ່ປະຊາຊົນລາວ ໃຫ້ໄດ້.
Anonymous wrote:ຂໍເປັນກໍາລັງໃຈໃຫ້ເດີ....ສູ້ໃຫ້ເຕັມທີ່;ຍາດເອົາຫຼຽນ ຄໍາ ມາໃຫ້ໃດ້ແລະຜູ້ຂ້າຄິດວ່າປະຊາຊົນລາວທຸກຄົນກໍຈະເປັນກໍາລັງໃຈໃຫ້ນ້ອງເຊັ່ນດຽວກັນ
ຂໍເປັນກໍາລັງໃຈໃຫ້ເດີ....ສູ້ໃຫ້ເຕັມທີ່;ຍາດເອົາຫຼຽນ ຄໍາ ມາໃຫ້ໃດ້ແລະຜູ້ຂ້າຄິດວ່າປະຊາຊົນລາວທຸກຄົນກໍຈະເປັນກໍາລັງໃຈໃຫ້ນ້ອງເຊັ່ນດຽວກັນ