Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາເຮັດໂຄມໄຟ ແບບຫລວງພະບາງ ໄວ້ໄຕ້ບຸນໄຫລເຮືອໄຟ!!!
Anonymous

Date:
ມາເຮັດໂຄມໄຟ ແບບຫລວງພະບາງ ໄວ້ໄຕ້ບຸນໄຫລເຮືອໄຟ!!!


ບຸນໄຫລເຮືອໄຟທີ່ຫລວງພະບາງນັບວ່າເປັນປາງບຸນໃຫຍ່, ເມື່ອເດືອນສິບເອັດລາວໄດ້ກ້າວມາເຖິງ, ທຸກບ້ານເຮືອນ, ວັດວາອາຮາມ ແລະ ສະຖານທີ່ຕ່າງໆໃນເມືອງຫລວງ
ພະບາງຈະຖືກປະດັບປະດາໄປດ້ວຍໂຄມໄຟນ້ອຍໃຫຍ່ ເຊິ່ງມັນຄືສັນຍາລັກບອກວ່າບຸນໄຫລເຮືອໄຟ ອອກພັນສາໄດ້ມາເຖິງແລ້ວ, ປົກກະຕິໂຄມໄຟທີ່ໃຊ້ໄຕ້ບູຊານັ້ນຈະບໍ່ມີຂາຍ ສະນັ້ນທຸກຄອບຄົວກໍ່ຕ້ອງ
ໄດ້ເຮັດໂຄມໄຟ, ເຊິ່ງພອນສະຫວັນນີ້ມັນໄດ້ຮັບການສືບທອດຜ່ານວັດທະນະທຳມາເປັນເວລາດົນນານ.


ໂຄມໄຟຮູບແບບຕ່າງໆ, ເຊິ່ງນິຍົມເຮັດເພື່ອໄຕ້ໃນບຸນໄຫລເຮືອໄຟທີ່ຫລວງພະບາງມີດັ່ງນີ້


ໂຄມດາວ


img3712d.jpg

ໂຄມດາວເປັນໂຄມທີ່ມີຮູບຊົງຄືກັບດວງດາວ, ວິທີການເຮັດກໍ່ບໍ່ຍາກຫລາຍ ພຽງແຕ່ເຫລົາໄມ້
ໃຫ້ເທົ່າກັນສິບເສັ້ນ, ແລ້ວນໍາຫ້າເສັ້ນມາໄຂ່ວກັນເປັນຮູບດາວ, ກໍ່ຈະໄດ້ໂຄງໄມ້ທີ່
ເປັນຮູບດາວສອງອັນ, ແລ້ວນໍາມາມັດຕິດກັນ ຫລັງຈາກນັ້ນໃຊ້ໄມ້ຄໍ້າທາງໃນຂອງ
ໂຄມໃຫ້ເບັງອອກພໍເຫມາະ, ແລ້ວກໍ່ໃຊ້ເຈ້ຍສາຊະນິດບາງຕິດ ກໍ່ເປັນອັນສໍາເລັດ.

ໂຄມບັ້ງ ແລະ ໂຄມກາບ


img3573p.jpg

img3721g.jpg

ໂຄມບັ້ງ ແລະ ໂຄມກາບ ນິຍົມເຮັດເປັນຈຳນວນຫລາຍ ອາດຈະເປັນຮ້ອຍ ເຊິ່ງຈະໃຊ້
ປະດັບ ບ້ານເຮືອນ ແລະບໍລິເວນສະຖານທີ່ກ້ວາງໆ ເຊັ່ນວັດວາອາຮາມ...
ວິທີການເຮັດແມ່ນບໍ່ຍາກປານໃດ.


ໂຄມປິ່ນ

ປະຈຸບັນໂຄມປິ່ນແມ່ນຈະບໍ່ຄ່ອຍເຫັນ, ອາດຈະເປັນເພາະວິທີການ
ເຮັດມີຄວາມຫຍຸ້ງຍາກ, ໂດຍເລີ້ມຈາການເຮັດໃບພັດຂອງໂຄມ ວິທີການເຮັດແມ່ນ
ເຮັດໃຫ້ຄ້າຍຄືໃບພັດຂອງເຮືອບິນອາຍພົ່ນ, ດັ່ງຮູບ ເຊິ່ງຈະໃຊ້ສາຍເຊືອກ ດຶງໃຫ້ເປັນກີບໃບພັດ ແລ້ວໃຊ້ເຈ້ຍຕິດ, ເມື່ອໄດ້ໃບພັດແລ້ວກໍ່ເຮັດໂຄງຄ້າຍໃນຮູບ, ແລ້ວກໍ່ຕິດຮູບໃສ່ ອາດຈະເປັນຮູບຂອງເທບພະເຈົ້າ ຫລື ລວດລາຍຕ່າງໆ ເມື່ອເວລາໂຄມປິ່ນ ກໍ່ຈະມີເງົາອອກມາ ຢ່າງສວຍງາມ, ຈຸດພິເສດຂອງໂຄມປິ່ນ ກໍ່ຄື ເມື່ອເວລາເຮົາໄຕ້ທຽນໃສ່ໃນໂຄມ, ຈະເຮັດໃຫ້ອາກາດບໍລິເວນທາງໃນຮ້ອນ ແລະ ເຮັດໃຫ້ເກີດມີການເຄື່ອນທີ່ຂອງອາກາດ ຈຶ່ງສົ່ງຜົນໃຫ້ໃບພັດປິ່ນ.

htl1qg4.jpg

img3575r.jpgshf1pw0.jpg



img3715v.jpg


ໂຄມປິ່ນສ່ວນຫລາຍຈະເຮັດປະດັບວັດ ແລະ ເຮືອນຂອງຊ່າງຜູ້ມີສີມື.
ຖ້າທ່ານໃດສົນໃຈໃນລາຍລະອຽດຂອງວິທີເຮັດໂຄມແບບຕ່າງໆ ກໍ່ສອບຖາມກັນເຂົ້າມາໄດ້.
ນອກຈາກນີ້ໃນປະຈຸບັນຍັງມີຄົນປະດິດໂຄມຮູບແບບໃຫມ່ໆ ອອກມາອີກຕາມຄວາມສາມາດຂອງໃຜລາວ
ເພື່ອສ້າງສີສັນອັນໂດດເດັ່ນໃຫ້ແກ່ບ້ານເຮືອນຂອງໂຕເອງ.


http://bailane.com/Blog/ViewBlog.aspx?sid=121&hid=27556#


__________________
Lao-teen USA

Date:
RE: ມາເຮັດໂຄມໄຟ ແບບຫລວງພະບາງ ໄວ້ໄຕ້ບຸນໄຫລເຮືອໄຟ!!!


ສີມືເພິ່ນນີ້ບໍ່ແມ່ນທຳມະດາເດ້!ຢາກໃດ້ມາເອ້ຫນ້າບ້ານມື້ Halloween ແທ້ເດ້ຄົງຈະງາມດື.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard