Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂຽນພາສາລາວດີກວ່າບໍ່?
laojapan

Date:
ຂຽນພາສາລາວດີກວ່າບໍ່?

ສະບາຍດີພີ່ນ້ອງລາວ ໃນສະມາຄົມລາວ

ບັນຫາ "ຂຽນພາສາລາວດີກວ່າບໍ່"

ເລື່ອງນີ້ກໍາລັງເປັນບັນຫາທ່ີມີເກືອບທຸກເວບ
ຂພຈ ເອງເຄີຍຕິດຕາມຂ່າວຄາວແລະການດໍາເນີນການທາງເວບຊາຍຕ໌ຂອງຊຸມຊົນລາວມາຕະຫຼອດ
ສ່ວນເວບສະມາຄົມລາວກໍມັກເຂົ້າຊົມເປັນພິເສດ ເພາະເຫັນວ່າກ້ວາງຂວາງສົມຄວນ ແຕ່ບໍ່ເຄີຍ
ປະກອບອອກຄໍາເຫັນນໍາຈັກເທື່ອ ແຕ່ມາເທື່ອນີ້ຮູ້ສຶກອົດບໍ່ໄດ້ເມື່ອເຫັນບັນຫາຖົກຖຽງກັນໃນການ
ໃຊ້ພາສາລາວ ຈຶ່ງຂໍອອກຄໍາເຫັນນໍານ້ອງນຸ່ງລູກຫຼານແນວນີ້

ອັນນີ້ເປັນເວບຊາຍເພື່ອຄົນລາວ ຊື່ກໍຍັງເປັນສະມາຄົມລາວ ສນັ້ນເຮັດເພື່ອໃຜ? ຫາກບໍ່ເພື່ອຄົນລາວ ?
ສະນັ້ນ ພາສາລາວຕ້ອງເປັນຕົ້ນຕໍມັນຈັ່ງແມ່ນ ຫາກວ່າເອົາພາສອັງກິດເປັນຫຼັກເພາະເປັນພາສາສາກົນ
ກໍຕ້ອງສະແດງອອກທາງສາກົນ ແຕ່ຕາມທ່ີເຫັນເວົ້າກັນກໍມີແຕ່ລາວໆເວົ້າກັນ ເວົ້າກັນກໍມີແຕ່ເລື່ອງແບບລາວ ລາວ
ສະນັ້ນຂໍໃຫ້ພວກເຮົາໃຫ້ກຽດຊາດໂຕເອງແດ່ ຖ້າຄິດວ່າຍ້ອນຢ້ານໜຸ່ມນ້ອຍທ່ີເກີດຕ່າງແດນບໍ່ເຂົ້າໃຈ...
ກໍເຮັດເປັນສອງພາສາກໍໄດ້
ບາງຄົນພາສາອັງກິດກໍອັງກຸດສະດຸດຕໍາຕໍ ບໍ່ເບິ່ງໂຕບໍ່ເບິ່ງເພິ່ນປານນັ້ນຢາກຄອມເມັນເປັນພາສາອັງກິດກໍມີ
ອັນນີ້ເວົ້າບາງຄົນ ຖ້າຈະໂຊ(ສໍາແດງ) ພາສາຕ່າງປະເທດນັ້ນໃຜກໍເຮັດໄດ້ ອັນ ຂພຈ ນີ້ກໍຢູ່ຕ່າງປະເທດຄືກັນ ຕັ້ງແຕ່ໜຸມຈົນເຖົ້າ ຍັງບໍ່ເຄີຍວ່າ "ຢູ່ຕ່າງປະເທດຜິດໃຜ" ຄວາມຈິງບໍ່ຜິດໃຜດອກ ຜິດແຕ່ພາສາລາວທ່ີພິມຫັ້ນລະ

ແລະ ອີກບັນຫາໜຶ່ງ ກໍຢາກໃຫ້ທຸກຄົນພະຍາຍາມໃຊ້ພາສາລາວໃຫ້ມັນຖືກແດ່ ບໍ່ວ່າດ້ານສຳນວນ ສຳນຽງ
ຢ່າເອົາຂອງຊາດອື່ນ ມາປອມ ມາແປງ ມາປົນ ມາປິ້ນປະຫວັດສາດ ເປັນການຂ້າດິບພາສາຊາດໂຕເອງ

ສ່ວນຄຳທ່ີພາສາລາວບໍ່ມີແທ້ໆ ເພາະນຳມາຈາກປະເທດອື່ນເຊັ່ນ ປີນໂຕ(ເບັນໂຕ)ມາຈາກພາສາຍ່ີປຸ່ນກໍແມ່ນ
ຈຳເປັນເພາະທັງພາສາແລະວັດທະນະທັມການໃຊ້ຂອງນັ້ນແມ່ນມາຈາກປະເທດນັ້ນໆ, ແລະຄຳວ່າ "ເທກນິດ"
ກໍມາຈາພາສາຕ່າງປະເທດ...... ແລະມີອີກຫຼາຍໆຄຳທ່ີຕ້ອງເອົາມາໃຊ້ຍ້ອນພາສາລາວບໍ່ມີກໍຕ້ອງຈຳເປັນ
ເພາະຖ້າບໍ່ມີກໍສື່ສານກັນບໍ່ໄດ້
ແຕ່ທ່ີເວົ້າມາຍາວນີ້ກໍຍ້ອນເຫັນເອົາພາສາອື່ນມາໃຊ້ກັນຫຼາຍທັ້ງໆທ່ີພາສາລາວກໍມີແລະສົມບຸນດີ ແຕ່ນິຍົມ
ຊາດອື່ນ ຈົນປະຖິ້ມພາສາຊາດໂຕເອງ ບໍ່ດົນພາສາລາວກໍຈະຄ່ອຍໆຕາຍຫາຍສູນໄປຈາກຊາດລາວສັງຄົມລາວ
________________________

ເພິ່ນວ່າ ຢ່າໄດ້ເດັດດອກຫວ້ານ ບ້ານເພິ່ນມາຊົມ
ໃຫ້ເຈົ້າງອຍຊານເກັບ   ດອກກະຈຽວແຄມຮົ້ວ 
ຢ່າໄດ້ມົວເມົາຍ້ອງ     ຍໍນິຍົມຊາດເພິ່ນ
ໃຫ້ແພງມູນປູ່ຍ່ສ້າງ   ຢ່າເພມ້າງໃຫ້ເຊື່ອມສູນຫຼານເອີຍ.....

ດ້ວຍຄວາມຮັກແພງພ່ີນ້ອງລາວ
Lao Japan

__________________
Anonymous

Date:

ເຫັນດີນຳທ່ານ

__________________
Anonymous

Date:

laojapan wrote:

Lao Japan ຂ້ອຍເຫັນວ່າຄວາມຄິດຄວາມແນະນຳໃຫ້ຄົນລາວພະຍາຍາມໄຊ້
ພາສາລາວແລະເວົ້າໃຫ້ຖຶກຕ້ອງຫຼືວ່າຖ້າຈະເອົາພາສາກົນກໍ່ຢາກໃຫ້ເວົ້າໃຫ້ຖືກ
ຕ້ອງອີກ,ອັນນີ້ຂ້ອຍເຫັນດີນຳທີ່ສຸດຫາກແຕ່ວ່າເປັນຫຍັງຜູ້ກ່ຽວເອງຄືບໍ່ເປັນຕົວຊະກ່ອນໆຈະມາສອນຜູ້ອື່ນຫນະ?

ນີ້ກໍຄືຕົວຢ່າງທີ່ເຈົ້າໃຊ້ພາສາສາກົນທີ່ບໍ່ຖືກຕ້ອງແລະເວົ້າພາສາລາວປົນພາສາໄທ:

ເຈົ້າຂຽນ  technique  ( ແທັກນິກ ) ເປັນເທກນິດ,
ທຳມະດາແທ້ຖ້າຂຽນເປັນພາສາລາວຕ້ອງແມ່ນແທັກນິກບໍ່ເເມ່ນເທກນິດເດີ້.

ອັນນີ້ແມ່ນຕົວຢ່າງທີ່ເຈົ້າເວົ້າພາສາລາວທີ່ບໍ່ຖືກຕ້ອງເພາະປົນພາສາໄທ.

ຄົນລາວແທ້ຈະເວົ້າແບບນີ້  " ເຈົ້າອາດຈະເບິ່ງຄົນດ້ວຍໃຈອະຄະຕິ ຫຼື ເບິ່ງຜ່ານ....."

laojapan wrote:

ເຖິງຄົນທ່ີ ผ่านมาเจอ

ເຈົ້າ(ຄຸນ) ມີຄວາມຢາກສະແດງອອກແນວໃດ ? ຈຶ່ງວ່າແນວບໍ່ເຂົ້າເລື່ອງແນວນັ້ນ
ຄົນອື່ນໆໃຜກໍເຫັນເປັນທັມມະດາ ແຕ່ເຈົ້າພັດເຫັນເປັນພາບບິດເບືອນ ?
ຄັນຕອບຕາມສະພາບ ເຈົ້າອາດມອງຄົນດ້ວຍໃຈອະຄະຕິ ຫຼື ມອງຜ່ານມ່ານຕາທ່ີມີສີດຳມືດ ຈຶ່ງເຫັນພາບແນວນັ້ນ

ແຕ່ຖ້າເປັນແນວນັ້ນແທ້ຄົນລາວກໍບໍ່ອາດປົກປ້ອງລາວໄດ້ດອກ "ຕ້ອງໂດນ"
ແຕ່ຫາກລາວຍັງບໍ່ເຮັດຜິດໂຍນຄວາມຜິດໄປໃສ່ມັນກໍບໍ່ຕິດດອກ

__________________

Newbie

Status: Offline
Posts: 2
Date:

ອັນນີ້ແມ່ນຄົນເສັຽຊາດ!
ປະກາດວ່າໂຕເອງເປັນລາວສະພັດເວົ້າປົນແຕ່ພາສາໄທ?!
ຈັ່ງແມ່ນວ່າຊາດເງິກງາກແທ້ນໍ້!!!
/////////////////////////////////////////

ເຖິງຄົນທ່ີອອກຄວາມເຫັນຂ້າງເທິງ..... ?

ແມ່ນລູກຫຼານໃຜນໍ ຫຍາບຄາຍເຫລືອເກີນ.............

ເວົ້າໃຫ້ເຂົາເຂົ້າໃຈຈັ່່ງໃດລະບັກຫຳ    ( ເພາະເຈົ້າຄິດຄືຊໍ່າເດັກນ້ອຍ )

ດ່າໄທກໍເວົາໄທແດ່ ໃຫ້ໄທເຂົ້າໃຈ
ດ່າຝຣັ່່ງກໍເວົ້າພາສາຝຣັ່ງ ຝຣັ່ງມັນຈຶ່ງຄຽດ ຮູ້ຊຶ້ງ ຄຽດແຮງ ຊັ້ນລະບັກຫໍາ....

ທໍ່ນີ້ກໍຍັງບໍ່ເຂົ້າໃຈຊິຮັບຫຍັງໄດ້
ທ່ີແທ້ໂຕເອງສະແດງຄວາມເງີກງາກອອກມາ ບໍ່ຮູ້ໂຕ

ແນວນີ້ກໍມີນໍ໋
------------------------

ຄຳວ່າ"ມອງ" ບໍ່ເປັນພາສາໄທເທົ່ານັ້ນດອກ ລາວເຮົາກໍໃຊ້ມາແຕ່ດຶກດຳບັນ ແຕ່ມັກໃຊ້ຂຽນ ບໍ່ມັກເວົ້າ
ເປັນຕົແມ່ນໃຊ້ເປັນພາສາຂຽນໃນວັນນະກັມ ແລະກໍມັກໃຊ້ກັບຄຳກິຣິຍາບາງຄຳ ສະນັ້ນເອົາມາໃຊ້ກໍບໍ່ຜິດ
ສ່ວນການພິມສຳນຽງຕ່າງປະເທດນັ້ນຍັງບໍ່ມີມາດຕະຖານຕັດສິນຄືບາງປະເທດ ວ່າຄຳນີ້ຕ້ອງແປແນວນີ້...
ພາສາບ້ານເຮົາກໍຍັງບໍ່ໄດ້ຮ້ອຍເປີເຊັນເທື່ອດອກ ແລະການພິມໃນເວບນີ້ກໍມີອັນຜິດພາດກັນຫລາຍ
ຈະວ່າບໍ່ຮູ້ກະບໍ່ແມ່ນອາດພິມຜິດ ກວດບໍ່ດີ ແຕ່ເຂົ້າໃຈກັນໄດ້ ເຕືອນໄປກໍແກ້ໄຂ ok ?

ສ່ວນໂຕທ່ານເດ໋ 
ປານນັ້ນເຫັນອອກຄຳເຫັນໃນເວບນີ້ຫຼາຍເຕີບຢູ່ ຄືຊີວ່າງງານນໍ໋
? ເວລາຈຶ່ງຫຼາຍປານນີ້ ຢູ່ລ້າໆເັສັຽຫົວແນັວນີ້ລະ !
ຄັນມີເວລາຫຼາຍກໍຊອກຮູ້ຊອກຮຽນແດ່ ຈຶ່ງຈະໄດ້ສິ່ງທ່ີດີງາມ ທາງສ້າງສັນມາລົງໃຫ້ພ່ີນ້ອງລາວຮູ້ນຳກັນ

ສະແດງໂຕເປັນປັນຍາຊົນ...............
ຮັກສາມາລາຍາດໄວ້ແດ່ ຢ່າປ່ອຍຫາງອອກມາໃຫ້ເຂົາເຫັນ
ເວທີນີ້ບໍ່ແມ່ນທົ່ງ ນາປ່າເລົ່າໄດ໋
ເບິ່ງໜ້າເບິ່ງຫຼັງແດ່ ບໍ່ແມ່ນຫຼົມປາກແລ້ວເວົ້າໄປໂລດ
ຄວນເອົາແຕ່ສິ່ງດີງາມມາແບ່ງປັນກັນ ຢ່າຕົກເປັນເຫື່ຍອມືທ່ີສາມ

ຄິດໃຫມ່ ເວົ້າໃຫມ່ ໃຫ້ອະໄພກັນໄດ້ ຖ້າເປັນລູກຜູ່ຊາຍ ມັນຕ້ອງກ້າເຮັດກ້າຮັບ

ຍັງຮັກແພງຢູ່ ຊັງແຕ່ແນວຄິດຊື່ໆດອກ..............

__________________
amone
Anonymous

Date:

Lao Japan wrote:

ເທັກນີກຄ໌

__________________
Anonymous

Date:

ບໍ່ແມ່ນອ່ານວ່າ  ''ເຕັກນິກ'' ຫວາ ຄືວ່າແທັກນິກ ມັນຄືກັນຫວາຫຼືຕ່າງ TAX ແລະ TEC

__________________
Anonymous

Date:

TAX=ແທັກສ໌
TEC=ເທັກຄ໌

__________________
Anonymous

Date:

laojapan wrote:

ສະບາຍດີພີ່ນ້ອງລາວ ໃນສະມາຄົມລາວ

ບັນຫາ "ຂຽນພາສາລາວດີກວ່າບໍ່"

ເລື່ອງນີ້ກໍາລັງເປັນບັນຫາທ່ີມີເກືອບທຸກເວບ
ຂພຈ ເອງເຄີຍຕິດຕາມຂ່າວຄາວແລະການດໍາເນີນການທາງເວບຊາຍຕ໌ຂອງຊຸມຊົນລາວມາຕະຫຼອດ
ສ່ວນເວບສະມາຄົມລາວກໍມັກເຂົ້າຊົມເປັນພິເສດ ເພາະເຫັນວ່າກ້ວາງຂວາງສົມຄວນ ແຕ່ບໍ່ເຄີຍ
ປະກອບອອກຄໍາເຫັນນໍາຈັກເທື່ອ ແຕ່ມາເທື່ອນີ້ຮູ້ສຶກອົດບໍ່ໄດ້ເມື່ອເຫັນບັນຫາຖົກຖຽງກັນໃນການ
ໃຊ້ພາສາລາວ ຈຶ່ງຂໍອອກຄໍາເຫັນນໍານ້ອງນຸ່ງລູກຫຼານແນວນີ້

ອັນນີ້ເປັນເວບຊາຍເພື່ອຄົນລາວ ຊື່ກໍຍັງເປັນສະມາຄົມລາວ ສນັ້ນເຮັດເພື່ອໃຜ? ຫາກບໍ່ເພື່ອຄົນລາວ ?
ສະນັ້ນ ພາສາລາວຕ້ອງເປັນຕົ້ນຕໍມັນຈັ່ງແມ່ນ ຫາກວ່າເອົາພາສອັງກິດເປັນຫຼັກເພາະເປັນພາສາສາກົນ
ກໍຕ້ອງສະແດງອອກທາງສາກົນ ແຕ່ຕາມທ່ີເຫັນເວົ້າກັນກໍມີແຕ່ລາວໆເວົ້າກັນ ເວົ້າກັນກໍມີແຕ່ເລື່ອງແບບລາວ ລາວ
ສະນັ້ນຂໍໃຫ້ພວກເຮົາໃຫ້ກຽດຊາດໂຕເອງແດ່ ຖ້າຄິດວ່າຍ້ອນຢ້ານໜຸ່ມນ້ອຍທ່ີເກີດຕ່າງແດນບໍ່ເຂົ້າໃຈ...
ກໍເຮັດເປັນສອງພາສາກໍໄດ້
ບາງຄົນພາສາອັງກິດກໍອັງກຸດສະດຸດຕໍາຕໍ ບໍ່ເບິ່ງໂຕບໍ່ເບິ່ງເພິ່ນປານນັ້ນຢາກຄອມເມັນເປັນພາສາອັງກິດກໍມີ
ອັນນີ້ເວົ້າບາງຄົນ ຖ້າຈະໂຊ(ສໍາແດງ) ພາສາຕ່າງປະເທດນັ້ນໃຜກໍເຮັດໄດ້ ອັນ ຂພຈ ນີ້ກໍຢູ່ຕ່າງປະເທດຄືກັນ ຕັ້ງແຕ່ໜຸມຈົນເຖົ້າ ຍັງບໍ່ເຄີຍວ່າ "ຢູ່ຕ່າງປະເທດຜິດໃຜ" ຄວາມຈິງບໍ່ຜິດໃຜດອກ ຜິດແຕ່ພາສາລາວທ່ີພິມຫັ້ນລະ

ແລະ ອີກບັນຫາໜຶ່ງ ກໍຢາກໃຫ້ທຸກຄົນພະຍາຍາມໃຊ້ພາສາລາວໃຫ້ມັນຖືກແດ່ ບໍ່ວ່າດ້ານສຳນວນ ສຳນຽງ
ຢ່າເອົາຂອງຊາດອື່ນ ມາປອມ ມາແປງ ມາປົນ ມາປິ້ນປະຫວັດສາດ ເປັນການຂ້າດິບພາສາຊາດໂຕເອງ

ສ່ວນຄຳທ່ີພາສາລາວບໍ່ມີແທ້ໆ ເພາະນຳມາຈາກປະເທດອື່ນເຊັ່ນ ປີນໂຕ(ເບັນໂຕ)ມາຈາກພາສາຍ່ີປຸ່ນກໍແມ່ນ
ຈຳເປັນເພາະທັງພາສາແລະວັດທະນະທັມການໃຊ້ຂອງນັ້ນແມ່ນມາຈາກປະເທດນັ້ນໆ, ແລະຄຳວ່າ "ເທກນິດ"
ກໍມາຈາພາສາຕ່າງປະເທດ...... ແລະມີອີກຫຼາຍໆຄຳທ່ີຕ້ອງເອົາມາໃຊ້ຍ້ອນພາສາລາວບໍ່ມີກໍຕ້ອງຈຳເປັນ
ເພາະຖ້າບໍ່ມີກໍສື່ສານກັນບໍ່ໄດ້
ແຕ່ທ່ີເວົ້າມາຍາວນີ້ກໍຍ້ອນເຫັນເອົາພາສາອື່ນມາໃຊ້ກັນຫຼາຍທັ້ງໆທ່ີພາສາລາວກໍມີແລະສົມບຸນດີ ແຕ່ນິຍົມ
ຊາດອື່ນ ຈົນປະຖິ້ມພາສາຊາດໂຕເອງ ບໍ່ດົນພາສາລາວກໍຈະຄ່ອຍໆຕາຍຫາຍສູນໄປຈາກຊາດລາວສັງຄົມລາວ
________________________

ເພິ່ນວ່າ ຢ່າໄດ້ເດັດດອກຫວ້ານ ບ້ານເພິ່ນມາຊົມ
ໃຫ້ເຈົ້າງອຍຊານເກັບ   ດອກກະຈຽວແຄມຮົ້ວ 
ຢ່າໄດ້ມົວເມົາຍ້ອງ     ຍໍນິຍົມຊາດເພິ່ນ
ໃຫ້ແພງມູນປູ່ຍ່ສ້າງ   ຢ່າເພມ້າງໃຫ້ເຊື່ອມສູນຫຼານເອີຍ.....

ດ້ວຍຄວາມຮັກແພງພ່ີນ້ອງລາວ
Lao Japan

ບໍ່ມີໃຜຂຽນພາສາໄດ້ ເຂົາຂຽນແຕ່ອັກສອນ

__________________
Anonymous

Date:

Anonymous wrote:

ບໍ່ແມ່ນອ່ານວ່າ  ''ເຕັກນິກ'' ຫວາ ຄືວ່າແທັກນິກ ມັນຄືກັນຫວາຫຼືຕ່າງ TAX ແລະ TEC

ຄັນເວົ້າເປັນພາສາຟຣັງເສຕ ( French ) ແມ່ນ " ເຕັກນິກ "
ຄັນເວົ້າເປັນພາສາອັງກິດ ( English ) ແມ່ນ " ແທັກນືກຄ "

__________________

Veteran Member

Status: Offline
Posts: 26
Date:

ດຽວນີ້ເຫັນເຂົາ ລົມກັນ, ແຊັທ໌ກັນ ໃຊ້ແຕ່ຄາຣາໂອເກະ
ໂດຍສະເພາະຢູ່ facebook

ຊິໃຫ້ໃຜມາໃຊ້ພາສາລາວ ຖ້າບໍ່ແມ່ນຄົນລາວເຮົາເອງ

__________________

ສັງກະລີວັດທີ່ ຂາດຂາດ ເຂີນເຂີນ ແລະ ພ້ອມພາເຈົ້າປະເຊີນກັບຄວາມລຳບາກ

Anonymous

Date:

Anonymous wrote:

Anonymous wrote:

ບໍ່ແມ່ນອ່ານວ່າ  ''ເຕັກນິກ'' ຫວາ ຄືວ່າແທັກນິກ ມັນຄືກັນຫວາຫຼືຕ່າງ TAX ແລະ TEC

ຄັນເວົ້າເປັນພາສາຟຣັງເສຕ ( French ) ແມ່ນ " ເຕັກນິກ "
ຄັນເວົ້າເປັນພາສາອັງກິດ ( English ) ແມ່ນ " ແທັກນືກຄ "

ເຕັກນິກ ຝຣ
ເທັກນິກ ອກ

__________________
ອະຣິຍະ

Date:

laojapan wrote:

ສະບາຍດີພີ່ນ້ອງລາວ ໃນສະມາຄົມລາວ

ບັນຫາ "ຂຽນພາສາລາວດີກວ່າບໍ່"

ເລື່ອງນີ້ກໍາລັງເປັນບັນຫາທ່ີມີເກືອບທຸກເວບ
ຂພຈ ເອງເຄີຍຕິດຕາມຂ່າວຄາວແລະການດໍາເນີນການທາງເວບຊາຍຕ໌ຂອງຊຸມຊົນລາວມາຕະຫຼອດ
ສ່ວນເວບສະມາຄົມລາວກໍມັກເຂົ້າຊົມເປັນພິເສດ ເພາະເຫັນວ່າກ້ວາງຂວາງສົມຄວນ ແຕ່ບໍ່ເຄີຍ
ປະກອບອອກຄໍາເຫັນນໍາຈັກເທື່ອ ແຕ່ມາເທື່ອນີ້ຮູ້ສຶກອົດບໍ່ໄດ້ເມື່ອເຫັນບັນຫາຖົກຖຽງກັນໃນການ
ໃຊ້ພາສາລາວ ຈຶ່ງຂໍອອກຄໍາເຫັນນໍານ້ອງນຸ່ງລູກຫຼານແນວນີ້

ອັນນີ້ເປັນເວບຊາຍເພື່ອຄົນລາວ ຊື່ກໍຍັງເປັນສະມາຄົມລາວ ສນັ້ນເຮັດເພື່ອໃຜ? ຫາກບໍ່ເພື່ອຄົນລາວ ?
ສະນັ້ນ ພາສາລາວຕ້ອງເປັນຕົ້ນຕໍມັນຈັ່ງແມ່ນ ຫາກວ່າເອົາພາສອັງກິດເປັນຫຼັກເພາະເປັນພາສາສາກົນ
ກໍຕ້ອງສະແດງອອກທາງສາກົນ ແຕ່ຕາມທ່ີເຫັນເວົ້າກັນກໍມີແຕ່ລາວໆເວົ້າກັນ ເວົ້າກັນກໍມີແຕ່ເລື່ອງແບບລາວ ລາວ
ສະນັ້ນຂໍໃຫ້ພວກເຮົາໃຫ້ກຽດຊາດໂຕເອງແດ່ ຖ້າຄິດວ່າຍ້ອນຢ້ານໜຸ່ມນ້ອຍທ່ີເກີດຕ່າງແດນບໍ່ເຂົ້າໃຈ...
ກໍເຮັດເປັນສອງພາສາກໍໄດ້
ບາງຄົນພາສາອັງກິດກໍອັງກຸດສະດຸດຕໍາຕໍ ບໍ່ເບິ່ງໂຕບໍ່ເບິ່ງເພິ່ນປານນັ້ນຢາກຄອມເມັນເປັນພາສາອັງກິດກໍມີ
ອັນນີ້ເວົ້າບາງຄົນ ຖ້າຈະໂຊ(ສໍາແດງ) ພາສາຕ່າງປະເທດນັ້ນໃຜກໍເຮັດໄດ້ ອັນ ຂພຈ ນີ້ກໍຢູ່ຕ່າງປະເທດຄືກັນ ຕັ້ງແຕ່ໜຸມຈົນເຖົ້າ ຍັງບໍ່ເຄີຍວ່າ "ຢູ່ຕ່າງປະເທດຜິດໃຜ" ຄວາມຈິງບໍ່ຜິດໃຜດອກ ຜິດແຕ່ພາສາລາວທ່ີພິມຫັ້ນລະ

ແລະ ອີກບັນຫາໜຶ່ງ ກໍຢາກໃຫ້ທຸກຄົນພະຍາຍາມໃຊ້ພາສາລາວໃຫ້ມັນຖືກແດ່ ບໍ່ວ່າດ້ານສຳນວນ ສຳນຽງ
ຢ່າເອົາຂອງຊາດອື່ນ ມາປອມ ມາແປງ ມາປົນ ມາປິ້ນປະຫວັດສາດ ເປັນການຂ້າດິບພາສາຊາດໂຕເອງ

ສ່ວນຄຳທ່ີພາສາລາວບໍ່ມີແທ້ໆ ເພາະນຳມາຈາກປະເທດອື່ນເຊັ່ນ ປີນໂຕ(ເບັນໂຕ)ມາຈາກພາສາຍ່ີປຸ່ນກໍແມ່ນ
ຈຳເປັນເພາະທັງພາສາແລະວັດທະນະທັມການໃຊ້ຂອງນັ້ນແມ່ນມາຈາກປະເທດນັ້ນໆ, ແລະຄຳວ່າ "ເທກນິດ"
ກໍມາຈາພາສາຕ່າງປະເທດ...... ແລະມີອີກຫຼາຍໆຄຳທ່ີຕ້ອງເອົາມາໃຊ້ຍ້ອນພາສາລາວບໍ່ມີກໍຕ້ອງຈຳເປັນ
ເພາະຖ້າບໍ່ມີກໍສື່ສານກັນບໍ່ໄດ້
ແຕ່ທ່ີເວົ້າມາຍາວນີ້ກໍຍ້ອນເຫັນເອົາພາສາອື່ນມາໃຊ້ກັນຫຼາຍທັ້ງໆທ່ີພາສາລາວກໍມີແລະສົມບຸນດີ ແຕ່ນິຍົມ
ຊາດອື່ນ ຈົນປະຖິ້ມພາສາຊາດໂຕເອງ ບໍ່ດົນພາສາລາວກໍຈະຄ່ອຍໆຕາຍຫາຍສູນໄປຈາກຊາດລາວສັງຄົມລາວ
________________________

ເພິ່ນວ່າ ຢ່າໄດ້ເດັດດອກຫວ້ານ ບ້ານເພິ່ນມາຊົມ
ໃຫ້ເຈົ້າງອຍຊານເກັບ   ດອກກະຈຽວແຄມຮົ້ວ 
ຢ່າໄດ້ມົວເມົາຍ້ອງ     ຍໍນິຍົມຊາດເພິ່ນ
ໃຫ້ແພງມູນປູ່ຍ່ສ້າງ   ຢ່າເພມ້າງໃຫ້ເຊື່ອມສູນຫຼານເອີຍ.....

ດ້ວຍຄວາມຮັກແພງພ່ີນ້ອງລາວ
Lao Japan

ບໍ່ມີໃຜຂຽນພາສາໄດ້ ບໍ່ເຊື່ອລອງໂລດມີແຕ່ຂຽນ ອັກສອນໄດ້
ອັນອັກສອນນີ້ ເອົາອັກສອນໃດມາຂຽນພາສາລາວໄດ້ທັງນັ້ນ ແຕ່ບໍ່ສົມບູນເທົ່າພາສາລາວ
ຕົວຢ່າງ

ສະບາຍດີທ່ານ (ອັກສອນລາວບັນທຶກພາສາລາວ ສົມບູນດີ)
สะบายดีท่าน (ອັກສອນไทยບັນທຶກພາສາລາວ ສົມບູນດີບາງຄວາມ)
SABAIDEETHAN (ອັກສອນໂຣມັນບັນທຶກພາສາລາວ ບໍ່ສົມບູນດີ)
ຄົນຊາດອື່ນອາດຊີອ່ານວ່າ
ສະບາຍດີທານ, ສາໄບດີທານ, ສະໄບດີແທນ ຫຼາຍຢ່າງ ເຊັ່ນ ຕົວຢ່າງທີ່ພົບມາແລ້ວ ຄື ຄົນຕ່າງປະເທດຊາດອາເມກາ ເຂົາຊິໄປດອນຄອນ ເຂົາຖາມຄົນທ້ອງຖິ່ນວ່າ "ໂຄຍຊິປາຍໂດນໂຄນ ບອກໂຄຍແນວ່າໂຄນໂຄນຊີປາຍທາງດາຍ" ຄົນທ້ອງຖິ່ນຍິນແລ້ວ ມືດຕຶບ

ສະຣຸບ ເອົາອັກສອນບັນທຶກພາສາລາວດີແລ້ວ

__________________
Anonymous

Date:

tech·nic

noun \ˈtek-nik, for 1 also tek-ˈnēk\

ຖ້າເວົ້າເປັນສຳນຽງອັງກຶດຫຼືອາແມຣິແກັນຈະອອກເປັນສຽງແບບສັ້ນໆຄື: ແທັກນີກຄ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard