Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຜູ້ຊາຍທີ່ມີປັນຫານອນບໍ່ຫຼັບ ອ່ານທາງນີ້ດ່ວນ
Anonymous

Date:
ຜູ້ຊາຍທີ່ມີປັນຫານອນບໍ່ຫຼັບ ອ່ານທາງນີ້ດ່ວນ



mint.jpg

 ຮຽບຮຽງ: ຕາດຳ


ພາວະຄວາມຄຽດຈາກການເຮັດວຽກ ຫລືເລື່ອງບັນຫາເລື່ອງສ່ວນຕົວທີ່ແກ້ໄຂບໍ່ຕົກຈົນເກີດກາຍເປັນຄວາມຄຽດເປັນສາເຫດເຮັດໃຫ້ ທ່ານນອນຫລັບຍາກແຕ່ບັນຫາທຸກຢ່າງຍ່ອມມີທາງອອກ ຖ້າທ່ານເປັນຄົນນອນຫລັບຍາກລອງຮັບປະທານອາຫານທີ່ຈະບອກຕໍ່ໄປນີ້ເບິ່ງ ແລ້ວອາການນອນຍາກຈະຄ່ອຍຫລຸດລົງ.

 ເຂົ້າຫນົມປັງທີ່ເຮັດຈາກເຂົ້າ: ຈາກການວິໄຈຂອງອົດສະຕຣາລີ ເມື່ອບໍ່ດົນມານີ້ພົບວ່າ: ອາຫານທີ່ມີລະດັບຄາໂບໄຮເດດສູງດີກວ່າ ອາຫານທີ່ມີລະດັບຄາໂບໄຮເດດຕ່ຳ ເພາະມັນຈະຊ່ວຍເຮັດໃຫ້ຢາກນອນຫລັບໄວຂຶ້ນ.

  ຜັກຫອມ: ຜັກຫອມເຖິງແມ່ນວ່າຈະໃຫ້ຄວາມຮູ້ສຶກສົດຊື່ນຫລາຍກໍ່ຕາມ ແຕ່ມັນກໍ່ສາມາດຜ່ອນຄາຍເສັ້ນປະສາດ ແລະ ລະບົບຍ່ອຍ ອາຫານໄດ້ຢ່າງບໍ່ຫນ້າເຊື່ອ ຫລືທ່ານຈະລອງນຳມາປະສົມກັບໂຢເກິດລົດທຳມະຊາດປະສົມນ້ຳຫມາກນາວກໍ່ຈະກາຍເປັນເຄື່ອງດື່ມທີ່ໃຫ້ ຄວາມສົດຊື່ນ ແລະ ກາຍເປັນຢາທີ່ຊ່ວຍໃຫ້ນອນຫລັບງ່າຍຂຶ້ນ ຕ້ອງດື່ມກ່ອນຈະເຂົ້ານອນ.

 ກ້ວຍ: ຫມາກກ້ວຍເປັນແຫລ່ງອຸດົມໄປດ້ວຍ ທຣິບໂຕຟານສານເຄມີທີ່ເຮັດໃຫ້ຮູ້ສຶກຢາກນອນ ແລະວິຕາມິນບີ ເຊິ່ງຈະຊ່ວຍຫລັ່ງຮໍ ໂມນເຊໂລໂທມິນທີ່ມີສ່ວນສຳຄັນຕໍ່ການນອນຫລັບແຖມຫມາກກ້ວຍຍັງຍ່ອຍງ່າຍອີກດ້ວຍ.

 ຖົ່ວດິນ: ເຫມາະສໍາລັບຄົນທີ່ຕື່ນຂຶ້ນມາຕອນກາງຄືນເລື້ອຍໆເພາະຖົ່ວດິນອຸດົມໄປດ້ວຍແມກນີຊຽມ ແຮ່ທາດທີ່ຂຶ້ນຊື່ວ່າເປັນຢາກ່ອມ ປະສາດເພາະຖົ່ວດິນມີລິດຜ່ອຍຄາຍຈາກການສຶກສາພົບວ່າ: ຖົ່ວດິນມີປະໂຫຍດໃນການຕໍ່ສູ້ກັບໂລກນອນບໍ່ຫລັບແບບທີ 2 ຄືວ່າທ່ານ ຈະນອນຫລັບດີ ແຕ່ຈະມັກຕື່ນຂຶ້ນມາຕອນເດິກ ແຕ່ບໍ່ຄວນກິນຖົ່ວດິນຫລາຍຈະເຮັດໃຫ້ເກີດມີກິ່ນທີ່ບໍ່ປາຖະຫນາທີ່່ຈະຖືກຂັບອອກມາ ທາງປາກ ແລະ ທາງຮູທະວານ.

  ຖ້າທ່ານເປັນຄົນຫນຶ່ງທີ່ມີອາ ການນອນຫລັບຍາກລອງຮັບປະທານອາຫານທີ່ແນະນຳມາໄດ້ ມັນອາດຈະຊ່ວຍເຮັດໃຫ້ອາການນອນ ຫລັບຜ່ອນຄາຍເບົາບາງລົງ.



__________________
Anonymous

Date:

ສໍາລັບຂ້ອຍແມ່ນກິນນົມຈາກເຕົ້າຈຶ່ງຫຼັບດີ, ແຕ່ເຖິງຢ່າງໃດ໋ກໍ່ຂອບໃຈທີ່ນໍາເອົາສາຣະຄະດີນີ້ມາໃຫ້ອ່ານປະດັບສະໝອງ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard