Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເງິນໂດລາ ພົ່ນຜິດໃສ່ປະເທດລາວ
Anonymous

Date:
ເງິນໂດລາ ພົ່ນຜິດໃສ່ປະເທດລາວ

2_247.jpg

 ຂ່າວ: ຈັນທະຫວິນ

   ປະຈຸບັນ ສັງຄົມມີຄວາມກັງວົນໃຈຕໍ່ອັດຕາການແລກປ່ຽນທີ່ກຳລັງເຫນັງຕີງແຮງ ຫລັງຈາກທີ່ເງິນບາດເລີ່ມແຂງຄ່າຂຶ້ນ ຂະນະທີ່ ເງິນໂດລາອ່ອນຄ່າລົງ ເຊິ່ງອາດກະທົບຕໍ່ເສດຖະກິດຂອງປະເທດໃນລະດັບໃດຫນຶ່ງທັງເປັນສິ່ງທ້າທາຍຕໍ່ການເຕີບໂຕທາງເສດຖະກິດ ເປັນຕົ້ນພາກສົ່ງອອກ ແຕ່ໃນມຸມມອງຂອງນັກວິຊາການບອກຈະເປັນຜົນທັງດ້ານບວກ ແລະ ລົບ.

   ລັດຖະບານຊີ້ແຈງເມື່ອອາທິດຜ່ານມາໃນກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະແຜນງົບ ປະມານແຫ່ງລັດສົກປີ 2010-2011 ກ່ຽວກັບບັນຫາການເຫນັງຕີງຂອງອັດຕາແລກປ່ຽນທີ່ສັງຄົມກໍາລັງໃຫ້ຄວາມສົນໃຈວ່າ: ເພື່ອເຮັດ ໃຫ້ອັດຕາແລກປ່ຽນມີຄວາມສະຫງົບທຸກພາກສ່ວນຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງ, ເຂັ້ມງວດຕໍ່ລະບຽບວິໄນຂອງ ແຜນການ ແລະ ການເງິນ, ສູ້ຊົນຮັກສາເງິນເຟີ້ສະເລ່ຍບໍ່ໃຫ້ເກີນອັດຕາການຂະຫຍາຍຕົວຂອງເສດຖະກິດ ແລະ ເຮັດໃຫ້ອັດຕາແລກ ປ່ຽນມີຄວາມສະຫງົບປົກກະຕິ, ເງິນກີບແຂງຄ່າ ຫລື ອ່ອນຄ່າຢູ່ໃນລະຫວ່າງ 5%. ເນື່ອງຈາກສະພາບເສດຖະກິດການເງິນຂອງໂລກ ພວມຢູ່ໃນພາວະຟື້ນຕົວບໍ່ທັນມີຄວາມຫນັກແຫນ້ນເທົ່າທີ່ຄວນ,ລາຄານ້ຳມັນ, ອັດຕາແລກປ່ຽນ, ລາຄາຮຸ້ນ, ລາຄາຄຳຍັງບໍ່ທັນມີຄວາມ ສະຫງົບ ແລະ ອັດຕາເງິນເຟີ້ຢູ່ປະເທດຕ່າງໆ ກໍ່ມີທ່າອຽງເພີ່ມຂຶ້ນລວມທັງປະເທດເຮົາການເພີ່ມຂຶ້ນຂອງໄພເງິນເຟີ້ສູງເຖິງລະດັບ 7, 98% ໃນເດືອນສິງຫາຜ່ານມາ, ດ້ານອັດຕາແລກປ່ຽນກໍ່ມີການເຫນັງຕີງແຮງຂຶ້ນສະເພາະແມ່ນເງິນກີບໄດ້ອ່ອນຄ່າລົງເມື່ອທຽບໃສ່ເງິນ ບາດ (ສະກຸນເງິນໄທ) ບັນຫາດັ່ງກ່າວໄດ້ກາຍເປັນສິ່ງທ້າທາຍສຳຄັນຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງປະ ເທດທີ່ກຳລັງຈະເລີ່ມປະຕິບັດໃນບໍ່ເທົ່າໃດວັນຂ້າງຫນ້ານີ້.

   ຕໍ່ບັນຫາດັ່ງກ່າວທ່ານ ລີເບີ ລີບົວປາວ ຮອງຫົວຫນ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດມອງວ່າ: ປະຈຸບັນ ເງິນກີບໄດ້ແຂງ ຄ່າຂຶ້ນເລັກນ້ອຍ ເມື່ອທຽບໃສ່ກັບເງິນໂດລາສະຫະລັດ ແຕ່ກໍ່ບໍ່ເປັນຜົນລົບພຽງຢ່າງດຽວເຊິ່ງອາດຈະກາຍເປັນຜົນດີຕໍ່ການນຳເຂົ້າຂອງ ປະເທດເຮົາທີ່ອັດຕານຳເຂົ້າຫລາຍກວ່າການສົ່ງອອກ, ກົງກັນຂ້າມເມື່ອເງິນກີບແຂງຄ່າຈະກະທົບຕໍ່ຜູ້ສົ່ງອອກ ເນື່ອງຈາກການໃຊ້ຈ່າຍ ເງິນກີບໃນການບໍລິຫານລວມເຖິງເງິນເດືອນພະນັກງານ ແນວໃດກໍ່ດີອັດຕາເງິນກີບໄດ້ແຂງຄ່າຕໍ່ກັບເງິນໂດລາສະຫະລັດ ແຕ່ຖ້າທຽບ ກັບເງິນບາດໄທທີ່ເປັນຄູ່ຄ້າຫລັກເງິນກີບລາວຍັງອ່ອນຄ່າຢູ່ ເຊິ່ງກໍ່ຖືເປັນຈຸດດີ ແລະ ໄດ້ປຽບຂອງລາວໃນການສົ່ງອອກ ເມື່ອເອົາເງິນ ບາດມາແລກເປັນກີບ.

   ທ່ານ ອ່ອນສີ ບຸດສີວົງສັກ ປະທານສະມາຄົມຕັດຫຍິບລາວ ໄດ້ໃຫ້ຮູ້ວ່າ: ບັນຫາການແຂງຄ່າຂອງເງິນກີບ ແລະ ເງິນໂດລາສະ ຫະລັດອ່ອນຄ່າລົງໄດ້ກະທົບຕໍ່ການສົ່ງອອກພໍແຕ່ກຸ້ມທຶນ ແລະ ມີຜົນກຳໄລພຽງເລັກນ້ອຍ ແຕ່ການແຂ່ງຂັນໃນຕະຫລາດໂລກຜັດນັບ ມື້ນັບສູງ, ສຳລັບການສົ່ງອອກຕັດຫຍິບໃນ 6 ເດືອນຕົ້ນປີນີ້ ເພີ່ມຂຶ້ນພຽງ 0,1% ທຽບໃສ່ປີຜ່ານມາ.

   ສ່ວນທ່ານ ຈັນເພັງ ຫລວງ ສຸວັນນະວົງ ຮອງຜູ້ອຳນວຍການໃຫຍ່ທະນາຄານພົງສະຫວັນ ໄດ້ໃຫ້ຮູ້ວ່າ: ຕໍ່ກັບການເຫນັງຕີງຂອງ ອັດຕາແລກປ່ຽນ ຈະບໍ່ມີຜົນກະທົບຮຸ່ນແຮງຕໍ່ລະບົບການບໍລິຫານຈັດການຂອງທະນາຄານ ເນື່ອງຈາກທະນາຄານໄດ້ວາງອັດຕາດອກ ເບ້ຍຂອງແຕ່ລະສະກຸນເງິນເປັນຢ່າງດີພ້ອມດຽວກັນຍັງເປັນຜົນດີຕໍ່ຜູ້ນຳເຂົ້າສິນຄ້າເຮັດໃຫ້ອັດຕາພາຍໃນດີຂຶ້ນ, ທັງເປັນຂໍ້ດີຕໍ່ການຈັບ ຈ່າຍໃຊ້ສ້ອຍໃນຊີວິດປະຈຳວັນ ໂດຍນຳເງິນໄປແລກແລ້ວໄດ້ຈຳນວນເງິນຫລາຍຂຶ້ນ.

   ສຳລັບອັດຕາແລກປ່ຽນໃນມື້ວານນີ້ ໄດ້ເຫນັງຕີງລົງເລັກນ້ອຍດ້ວຍອັດຕາຊື້ເຂົ້າທີ່ 8.130 ກີບຕໍ່ຫນຶ່ງໂດລາສະຫະລັດ, ທຽບໃສ່ ວັນທີ 16 ກັັນຍາທີ່ຜ່ານມາອັດຕາແລກປ່ຽນຢູ່ທີ່ 8.154 ກີບ ຕໍ່ຫນຶ່ງໂດລາສະຫະລັດ (ຊື້) ແລະ 8.188 ກີບຕໍ່ຫນຶ່ງໂດລາສະຫະລັດ (ຂາຍ) ຖືວ່າແຂງຄ່າລົງຫນ້ອຍຫນຶ່ງ ແຕ່ເມື່ອທຽບໃສ່ອັດຕາແລກປ່ຽນເງິນບາດກໍ່ຍັງອ່ອນຕົວລົງ ໂດຍອັດຕາຊື້ເຂົ້າຢູ່ທີ່ 264,34 ກີບ ຕໍ່ຫນຶ່ງບາດ ແລະ ຂາຍອອກທີ່ 265,66 ກີບຕໍ່ຫນຶ່ງບາດ ຈາກລະດັບຊື້ 258,14 ກີບຕໍ່ບາດ ແລະ ຂາຍ 255,55 ກີບຕໍ່ຫນຶ່ງບາດ ໃນຕົ້ນເດືອນມັງກອນ 2010.

__________________
Anonymous

Date:

ໜ້າເປັນຫ່ວງທີ່ສຸດຖ້າໂຮງງານຕັດຫຍິບຫລາຍແຫ່ງດໍາເນີນທຸລະກິດຕໍ່ໄປບໍ່ໄດ້, ຖ້າໂຮງງານຕັດຫຍິບປິດລົງ ເອື້ອຍນ້ອງເພດຍິງຈະຂາດວຽກແລະນີ້ອາດຈະເປັນແຮງຍູ້ໃຫ້ເຂົາເຈົ້າຕ້ອງໄດ້ໄປຂາຍແຮງງານຢູ່ຕ່າງປະເທດ.

__________________
Anonymous

Date:

ການທີ່ ເງິນກີບແຂງຄ່າເມື່ອທຽບກັບເງິນໂດລາ ແຕ່ ອອ່ນຄ່າ ເມື່ອທຽບກັບເງິນບາດ ແມ່ນສົ່ງຜົນ ໃຫ້ມູນຄ່າການສົ່ງອອກຂອງປະເທດລາວ ຫຼຸດລົງ ແຕ່ ວ່າ ຈະເຮັດໃຫ້ຄົນລາວຊື້ເຄື່ອງອຸປະໂພກ ບໍລິໂພກ ທີ່ແພງຂຶ້ນ ເພາະເຄື່ອງ ອຸປະໂພກບໍລິໂພກ ສ່ວນຫຼາຍແມ່ນ ນຳເຂົ້າຈາກປະເທດໄທ

__________________

Veteran Member

Status: Offline
Posts: 81
Date:

smileທ່ານເວົ້າຖືກແລ້ວ, ທັງໝົດນີ້ກໍແມ່ນຍ້ອນການບໍ່ກຸ້ມຕົນເອງຂອງພວກເຮົາຈຶ່ງເຮັດເງິນບາດແຂງຄ່າແລະ ຍັງຈະສືບຕໍ່ແຂງໄປອີກຕາບໃດເຮົາຍັງຂາດດຸ່ນການຄ້າກັບໄທຢູ່...

__________________
Anonymous

Date:

ຫັນມາເບິ່ງ ດ້ານການຜະລິດແລະຊົມໃຊ້ພາຍໃນຄືນ.
ມີບາງຢ່າງຜະລິດໄດ້ແລ້ວແຕ່ຄົນລາວບໍ່ນິຍົມໃຊ້

__________________
Anonymous

Date:

ພົ່ນພິດ ບໍ່ແມ່ນ ພົ່ນຜິດ

ມີພິດ ມີພັຍ

__________________
Anonymous

Date:

ອັນນີ້ຕ້ອງທຳໃຈ ອ້າຍນ້ອງເອີຍ  ເພາະສະກຸນເງີນກີບເຮົາບໍ່ມີຈຸດຢືນທີ່ແນ່ນອນ  ເຮົາຍັງເພີ່ງສິນຄ້າຈາກ ໄທຍ ເປັນສ່ວນ
ໃຫຍ່  ອາຫານແຫ້ງ ອາຫານກະປອງ ເຄື່ອງໃຊ້ເລັກ ໆ ນ້ອຍເຮົາກະເພີ່ງປະເທດເພື່ອນບ້ານ  ຄ່າເງີນບ້ານເຮົານ້ອຍ
ແລະເງີນເດືອນກະນ້ອຍ  ຄ່າຄອງຊີບສູງ 
ສິງຄ້າແຕ່ລະຊນິດ ສ່ວນຫລາຍບໍ່ມີລາຄາທີ່ຕາຍຕົວ  ກຳຫນົດລາຄາບໍ່ໄດ້   ຄ່າເດີນທາງກໍ່ເຊັ່ນກັນ
ແຕ່ໄດ້ອ່ານຈາກຂ່າວທຸລະກິດສັງຄົມ ວ່າເສດຖະກິດລາວດີ  ແລະຂະຫຍາຍຕົວຂື້ນ  ແຕ່ກະເຂົ້າໃຈຍາກສຳຫລັບຫລາຍ
ໆ ຄົນ  ບໍ່ຮູ້ວ່າປະເທດເພືອນບ້ານ ເຊັ່ນ ກຳປູເຈຍ ພະມ້າ ແລະວຽດນາມເຂົາຈະ ຫຍູ້ງຍາກແບບ ເສດຖະກິດບ້ານເຮົາບໍ
ໂທດເດີ ທີ່ຖາມແບບໂງ່ ໆ

__________________
Anonymous

Date:

Anonymous wrote:

ໜ້າເປັນຫ່ວງທີ່ສຸດຖ້າໂຮງງານຕັດຫຍິບຫລາຍແຫ່ງດໍາເນີນທຸລະກິດຕໍ່ໄປບໍ່ໄດ້, ຖ້າໂຮງງານຕັດຫຍິບປິດລົງ ເອື້ອຍນ້ອງເພດຍິງຈະຂາດວຽກແລະນີ້ອາດຈະເປັນແຮງຍູ້ໃຫ້ເຂົາເຈົ້າຕ້ອງໄດ້ໄປຂາຍແຮງງານຢູ່ຕ່າງປະເທດ.

ຄັນເງິນໂດລາພົ່ນພິດໃສ່ ກໍບໍ່ຕ້ອງໄປໃຊ້ມັນ ຢ່າໄປຈັບບາຍມັນ ເພາະມັນເປັນພິດພັຍ(ໄພ) ແລະເປັນອັນຕະລາຍແທ້ໆ, ແຕ່ຄົນມັນອົດໃຈບໍ່ໄດ້ ຄັນເຫັນເງິນອາເມຣິກາ ມັນມືສັ່ນໄວ້ກ່ອນແລ້ວຢາກຈັບຢາກຈ່າຍມັນຮິຮິຮິຮິຮິຮິຮິຮິຮິ!

ເຈົ້າເອົາໄປສາດັອນລາຫັ້ນ ເອົາດົ໊ງກັບຢ໊ວນມາໃຫ້ຂ້ອຍ ຮັບບໍ່ອັ້ນເດີ.

__________________
SO

Did you know that brother, Chinese and Vietnamese Central bank hold on American Bank note more than a trillion Dollars.. especially, The Chinese, they have  almost trillion Dollars in tresury Department in the U.S.A......

__________________
SO

Date:

Anonymous wrote:

2_247.jpg

 ຂ່າວ: ຈັນທະຫວິນ

   ປະຈຸບັນ ສັງຄົມມີຄວາມກັງວົນໃຈຕໍ່ອັດຕາການແລກປ່ຽນທີ່ກຳລັງເຫນັງຕີງແຮງ ຫລັງຈາກທີ່ເງິນບາດເລີ່ມແຂງຄ່າຂຶ້ນ ຂະນະທີ່ ເງິນໂດລາອ່ອນຄ່າລົງ ເຊິ່ງອາດກະທົບຕໍ່ເສດຖະກິດຂອງປະເທດໃນລະດັບໃດຫນຶ່ງທັງເປັນສິ່ງທ້າທາຍຕໍ່ການເຕີບໂຕທາງເສດຖະກິດ ເປັນຕົ້ນພາກສົ່ງອອກ ແຕ່ໃນມຸມມອງຂອງນັກວິຊາການບອກຈະເປັນຜົນທັງດ້ານບວກ ແລະ ລົບ.

   ລັດຖະບານຊີ້ແຈງເມື່ອອາທິດຜ່ານມາໃນກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະແຜນງົບ ປະມານແຫ່ງລັດສົກປີ 2010-2011 ກ່ຽວກັບບັນຫາການເຫນັງຕີງຂອງອັດຕາແລກປ່ຽນທີ່ສັງຄົມກໍາລັງໃຫ້ຄວາມສົນໃຈວ່າ: ເພື່ອເຮັດ ໃຫ້ອັດຕາແລກປ່ຽນມີຄວາມສະຫງົບທຸກພາກສ່ວນຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງ, ເຂັ້ມງວດຕໍ່ລະບຽບວິໄນຂອງ ແຜນການ ແລະ ການເງິນ, ສູ້ຊົນຮັກສາເງິນເຟີ້ສະເລ່ຍບໍ່ໃຫ້ເກີນອັດຕາການຂະຫຍາຍຕົວຂອງເສດຖະກິດ ແລະ ເຮັດໃຫ້ອັດຕາແລກ ປ່ຽນມີຄວາມສະຫງົບປົກກະຕິ, ເງິນກີບແຂງຄ່າ ຫລື ອ່ອນຄ່າຢູ່ໃນລະຫວ່າງ 5%. ເນື່ອງຈາກສະພາບເສດຖະກິດການເງິນຂອງໂລກ ພວມຢູ່ໃນພາວະຟື້ນຕົວບໍ່ທັນມີຄວາມຫນັກແຫນ້ນເທົ່າທີ່ຄວນ,ລາຄານ້ຳມັນ, ອັດຕາແລກປ່ຽນ, ລາຄາຮຸ້ນ, ລາຄາຄຳຍັງບໍ່ທັນມີຄວາມ ສະຫງົບ ແລະ ອັດຕາເງິນເຟີ້ຢູ່ປະເທດຕ່າງໆ ກໍ່ມີທ່າອຽງເພີ່ມຂຶ້ນລວມທັງປະເທດເຮົາການເພີ່ມຂຶ້ນຂອງໄພເງິນເຟີ້ສູງເຖິງລະດັບ 7, 98% ໃນເດືອນສິງຫາຜ່ານມາ, ດ້ານອັດຕາແລກປ່ຽນກໍ່ມີການເຫນັງຕີງແຮງຂຶ້ນສະເພາະແມ່ນເງິນກີບໄດ້ອ່ອນຄ່າລົງເມື່ອທຽບໃສ່ເງິນ ບາດ (ສະກຸນເງິນໄທ) ບັນຫາດັ່ງກ່າວໄດ້ກາຍເປັນສິ່ງທ້າທາຍສຳຄັນຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງປະ ເທດທີ່ກຳລັງຈະເລີ່ມປະຕິບັດໃນບໍ່ເທົ່າໃດວັນຂ້າງຫນ້ານີ້.

   ຕໍ່ບັນຫາດັ່ງກ່າວທ່ານ ລີເບີ ລີບົວປາວ ຮອງຫົວຫນ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດມອງວ່າ: ປະຈຸບັນ ເງິນກີບໄດ້ແຂງ ຄ່າຂຶ້ນເລັກນ້ອຍ ເມື່ອທຽບໃສ່ກັບເງິນໂດລາສະຫະລັດ ແຕ່ກໍ່ບໍ່ເປັນຜົນລົບພຽງຢ່າງດຽວເຊິ່ງອາດຈະກາຍເປັນຜົນດີຕໍ່ການນຳເຂົ້າຂອງ ປະເທດເຮົາທີ່ອັດຕານຳເຂົ້າຫລາຍກວ່າການສົ່ງອອກ, ກົງກັນຂ້າມເມື່ອເງິນກີບແຂງຄ່າຈະກະທົບຕໍ່ຜູ້ສົ່ງອອກ ເນື່ອງຈາກການໃຊ້ຈ່າຍ ເງິນກີບໃນການບໍລິຫານລວມເຖິງເງິນເດືອນພະນັກງານ ແນວໃດກໍ່ດີອັດຕາເງິນກີບໄດ້ແຂງຄ່າຕໍ່ກັບເງິນໂດລາສະຫະລັດ ແຕ່ຖ້າທຽບ ກັບເງິນບາດໄທທີ່ເປັນຄູ່ຄ້າຫລັກເງິນກີບລາວຍັງອ່ອນຄ່າຢູ່ ເຊິ່ງກໍ່ຖືເປັນຈຸດດີ ແລະ ໄດ້ປຽບຂອງລາວໃນການສົ່ງອອກ ເມື່ອເອົາເງິນ ບາດມາແລກເປັນກີບ.

   ທ່ານ ອ່ອນສີ ບຸດສີວົງສັກ ປະທານສະມາຄົມຕັດຫຍິບລາວ ໄດ້ໃຫ້ຮູ້ວ່າ: ບັນຫາການແຂງຄ່າຂອງເງິນກີບ ແລະ ເງິນໂດລາສະ ຫະລັດອ່ອນຄ່າລົງໄດ້ກະທົບຕໍ່ການສົ່ງອອກພໍແຕ່ກຸ້ມທຶນ ແລະ ມີຜົນກຳໄລພຽງເລັກນ້ອຍ ແຕ່ການແຂ່ງຂັນໃນຕະຫລາດໂລກຜັດນັບ ມື້ນັບສູງ, ສຳລັບການສົ່ງອອກຕັດຫຍິບໃນ 6 ເດືອນຕົ້ນປີນີ້ ເພີ່ມຂຶ້ນພຽງ 0,1% ທຽບໃສ່ປີຜ່ານມາ.

   ສ່ວນທ່ານ ຈັນເພັງ ຫລວງ ສຸວັນນະວົງ ຮອງຜູ້ອຳນວຍການໃຫຍ່ທະນາຄານພົງສະຫວັນ ໄດ້ໃຫ້ຮູ້ວ່າ: ຕໍ່ກັບການເຫນັງຕີງຂອງ ອັດຕາແລກປ່ຽນ ຈະບໍ່ມີຜົນກະທົບຮຸ່ນແຮງຕໍ່ລະບົບການບໍລິຫານຈັດການຂອງທະນາຄານ ເນື່ອງຈາກທະນາຄານໄດ້ວາງອັດຕາດອກ ເບ້ຍຂອງແຕ່ລະສະກຸນເງິນເປັນຢ່າງດີພ້ອມດຽວກັນຍັງເປັນຜົນດີຕໍ່ຜູ້ນຳເຂົ້າສິນຄ້າເຮັດໃຫ້ອັດຕາພາຍໃນດີຂຶ້ນ, ທັງເປັນຂໍ້ດີຕໍ່ການຈັບ ຈ່າຍໃຊ້ສ້ອຍໃນຊີວິດປະຈຳວັນ ໂດຍນຳເງິນໄປແລກແລ້ວໄດ້ຈຳນວນເງິນຫລາຍຂຶ້ນ.

   ສຳລັບອັດຕາແລກປ່ຽນໃນມື້ວານນີ້ ໄດ້ເຫນັງຕີງລົງເລັກນ້ອຍດ້ວຍອັດຕາຊື້ເຂົ້າທີ່ 8.130 ກີບຕໍ່ຫນຶ່ງໂດລາສະຫະລັດ, ທຽບໃສ່ ວັນທີ 16 ກັັນຍາທີ່ຜ່ານມາອັດຕາແລກປ່ຽນຢູ່ທີ່ 8.154 ກີບ ຕໍ່ຫນຶ່ງໂດລາສະຫະລັດ (ຊື້) ແລະ 8.188 ກີບຕໍ່ຫນຶ່ງໂດລາສະຫະລັດ (ຂາຍ) ຖືວ່າແຂງຄ່າລົງຫນ້ອຍຫນຶ່ງ ແຕ່ເມື່ອທຽບໃສ່ອັດຕາແລກປ່ຽນເງິນບາດກໍ່ຍັງອ່ອນຕົວລົງ ໂດຍອັດຕາຊື້ເຂົ້າຢູ່ທີ່ 264,34 ກີບ ຕໍ່ຫນຶ່ງບາດ ແລະ ຂາຍອອກທີ່ 265,66 ກີບຕໍ່ຫນຶ່ງບາດ ຈາກລະດັບຊື້ 258,14 ກີບຕໍ່ບາດ ແລະ ຂາຍ 255,55 ກີບຕໍ່ຫນຶ່ງບາດ ໃນຕົ້ນເດືອນມັງກອນ 2010.

That's Ok , this is a normal currency's trading. it' should be up and down... Currency strains are proliferating because the global growth is scare. the United States  is not recovering fast.. Not only LAOS, that have this kindda problem , some other  development nations as well, look at Japan for example, some years ago their Yen: 118-120 yens against the Dollars. and last friday i was checking out on Currencies and Commodities trading, only 84.25 yens per Dollars. see.  also, the president Obama complained to the Chinese premier Wen Jiabao that the Chinese Yuan undervalued. as the two major players tussle, others are getting hurt. the federal Reserve's intimation of more Money-printing last week has driven down the dollar...

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard