Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເພງ ຫຼືເພັງ
ທ່ານວ່າຄຳໃດຖືກ ? (ສຸນທະຣິຍະທາງສຽງ ທີ່ຮ້ອງມາເປັນຄວາມ ?) [1 vote(s)]

ເພັງ
0.0%
ເພງ
100.0%
ອະຣິຍະ

Date:
ເພງ ຫຼືເພັງ


ສັງເກດ ເຫັນສະເໝີວ່າ ຄົນລາວເຮົາປັດຈຸບັນ ຂຽນ "ເພງ" ເປັນ "ເພັງ" ສັງເກດມາເປັນ ໑໐ ກວ່າປີແລ້ວ, ຄົນທີ່ຂຽນເພງ ເປັນເພັງນັ້ນ, ສ່ວນຫຼາຍມາຈາກທາງເໜືອ ແຖວໆຫຼວງພຣະບາງ, ຊຽງຂວາງ ແລະຫົວພັນ" ປັດຈຸບັນ ອາດແຜ່ລາມໄປທົ່ວປະເທດແລ້ວ ເພາະການສື່ສານ ມັນທັນສະໄໝ ແລະຄູທີ່ໄດ້ສ້າງໄປຈາກສູນກາງວຽງຈັນ, ຫຼັກຖານທີ່ວ່າ ເພັງໄດ້ແຜ່ລາມໃຊ້ກັນທົ່ວປະເທດ ເຫັນວ່າ "ເມື່ອກ່ອນໆ ໑໐ ກວ່າປີຄືນໄປ ເດີມເຂົາຂຽນ "ຄອນພະເພງ" ດຽວນີ້ມີການຂຽນວ່າ "ຄອນພະເພັງ" ໃນປ້າຍບອກສະຖານທີ່ ຕາມຖະໜົນ, ການທີ່ຂຽນຄອນພະເພງຜິດ ແບບນີ້ ວິເຄາະວ່າ "ຄົນທາງເໜືອຂຽນ" ເພາະວ່າປ້າຍບອກສະຖານທີ່ ໃນຖະໜົນທົ່ວປະເທດລາວ ແມ່ນປະມູນຮັບເໝົາຂຽນທີ່ວຽງຈັນ, ດຽວນີ້ຄົນທາງໃຕ້ລຸ້ນໃໝ່ ອາດຊິຮຽກຄອນແຫ່ງນີ້ໄປຕາມກັນແລ້ວ.

__________________


Veteran Member

Status: Offline
Posts: 78
Date:

ຮ້ອງເພງຍາມເດືອນເພັງ.



__________________
Anonymous

Date:

ເພງ ຫມາຍເຖິງ ເພງ ດົນຕຣີ ການຂັບການຮ້ອງເພງ ການແຕ່ງເພງ ການແຕ່ງທຳນອງເພງ ດົນຕຣີ

ສ່ວນ ເພັງ ແມ່ນມື້ ເດືອນຂຶ້ນ 15​ ຄ່່ຳ ມື້ເພັງ  ນອກນີ້ ເພັງ ຍັງຫມາຍເຖິງຊື່ຄົນ ເຊັ່ນ ຈັນເພັງ ບູນເພັງ


__________________
Anonymous

Date:

ເພງ as in song & music

__________________
Anonymous

Date:

ບໍ່ເປັນຄວາມຈິງທີ່ວ່າ ຄົນທາງເໜືອ ຂຽນເພງ ເປັນ ເພັງ ຂ້າພະເຈົ້າເປັນຄົນຫຼວງພະບາງ ແລະຮູ້ຈັກຄັກແນ່ວ່າອັນໃດແມ່ນ ເພງ ແລະອັນໃດແມ່ນ ເພັງ ເພັງໝາຍເຖິງມື້ເພັງ ມື້ເດືອນຂຶ້ນ 15 ຄ່ຳ ແລະມີຄົນເມືອງຫຼລວງມັກຊື່ ເພັງ ເຊັ່ນ ຄຳເພັງ ຈັນເພັງ ບູນເພັງ

ສ່ວນຄຳວ່າ ເພງ ໝາຍເຖິງ ເພງ ດົນຕຣີ ເນຶ້ອຮ້ອງ ທຳນອງເພງ ການເສັງເພງ ການແຕ່ງເພງ ການປະພັນເພງ ເສັງເພງໃນຄືນ
ເດືອນເພັງ 

__________________
Anonymous

Date:

ທ່ານ ອາຣິຍະ ເອີ້ຍ ຜູ້ຂ້າເຫັນວ່າທ່ານຮູ້ສຶກສັບສົນແລ້ວ  ທ່ານກຳລັງເຂົ້າໃຈຜິດລະຫວ່າງຄຳວ່າ ເພງ ກັບ ເພັງ ທ່ານເຄິຍມັກຮ້ອງເພງບໍ່ ອັນນັ້ນແຫລະແມ່ນ ທ່ານມັກເພງແລະດົນຕຣີ ຫາກທ່ານໄປເຮັດບຸນວັດມຶ້ຄືນເດຶອນເພັງ ແມ່ນທ່ານໄປເຮັດບຸນວັນພຣະ ຊຶ່ງເປັນການຖືກຕ້ອງແລ້ວ 

__________________
ອະຣິຍະ

Date:

Anonymous wrote:

ທ່ານ ອາຣິຍະ ເອີ້ຍ ຜູ້ຂ້າເຫັນວ່າທ່ານຮູ້ສຶກສັບສົນແລ້ວ  ທ່ານກຳລັງເຂົ້າໃຈຜິດລະຫວ່າງຄຳວ່າ ເພງ ກັບ ເພັງ ທ່ານເຄິຍມັກຮ້ອງເພງບໍ່ ອັນນັ້ນແຫລະແມ່ນ ທ່ານມັກເພງແລະດົນຕຣີ ຫາກທ່ານໄປເຮັດບຸນວັດມຶ້ຄືນເດຶອນເພັງ ແມ່ນທ່ານໄປເຮັດບຸນວັນພຣະ ຊຶ່ງເປັນການຖືກຕ້ອງແລ້ວ




- ຄວາມໝາຍຂອງຜູ້ຂຽນນັ້ນ ຢາກສື່ສານໃຫ້ຮູ້ວ່າ "ເພັງ" ເປັນເດືອນເພັງ, ເພງ ສຸນທະນິຍະພາບທາງສຽງ ທີ່ມະນຸດ ຂັບຮ້ອງອອກມາ.
- ທີ່ນີ້ ຄົນທາງໃຕ້ ຮຽກຄອນພະເພງວ່າ "ຄອນພະເພງ" ເປັນ "ຄອນພະເພັງ" ໝາຍວ່າເຂົາຂຽນຜິດ ແລະເວົ້າຜິດ.
- ສ່ວນທີ່ທ່ານວ່າ "ທ່ານອະຣິຍະ" ສັບສົນນັ້ນ ບໍ່ໄດ້ສັຍສົນດກ ພຽງແຕ່ສື່ສານໃຫ້ຮູ້ວ່າ "ເພັງ" ໝາຍເຖິງຫຍັງ ແລະເພງໝາຍເຖິງຫຍັງ ແລະຕ້ອງຂຽນຈັ່ງໃດ ເທົ່ານັ້ນເອງ.
- ຂໍອະໄປທ່ານ "ທີ່ຍົກຕົວຢ່າງເຖິງເມືອງຫຼວງ ຮຽກເພງ ເປັນເພັງ, ທ່ານຮູ້ ແລະເຂົ້າໃຈ ຂໍຊົມເຊີຍ ແຕ່ມີຫຼາຍຄົນ ມາຈາກທາງເໜືອ ຂຽນວ່າ ແລະເວົ້າວ່າ "ເພັງຮ້ອງ" ບໍ່ແມ່ນບໍ ?.
- ອິອິອິໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ.

__________________
Anonymous

Date:

Anonymous wrote:

ທ່ານ ອາຣິຍະ ເອີ້ຍ ຜູ້ຂ້າເຫັນວ່າທ່ານຮູ້ສຶກສັບສົນແລ້ວ  ທ່ານກຳລັງເຂົ້າໃຈຜິດລະຫວ່າງຄຳວ່າ ເພງ ກັບ ເພັງ ທ່ານເຄິຍມັກຮ້ອງເພງບໍ່ ອັນນັ້ນແຫລະແມ່ນ ທ່ານມັກເພງແລະດົນຕຣີ ຫາກທ່ານໄປເຮັດບຸນວັດມຶ້ຄືນເດຶອນເພັງ ແມ່ນທ່ານໄປເຮັດບຸນວັນພຣະ ຊຶ່ງເປັນການຖືກຕ້ອງແລ້ວ




ເບິ່ງນີ້ ຫາກເຂົ້າໃຈວ່າ ຜຂ ສັບສົນ

http://www.activeboard.com/forum.spark?aBID=119371&p=3&topicID=25762294



__________________
Anonymous

Date:

Anonymous wrote:

ເພງ as in song & music



ຊົມເຊີຍນຳເດີ້​!

ເພງ it's right for Lao Grammar it's a SONG ຖືກຕ້ອງຕາມໄວຍະກອນ

ເພັງ ແມ່ນເດືອນເພັງ,​ ຊ່ືຄົນ ຈັນເພັງ, ຫຸມເພັງ ແລ້ວກໍບໍ່ແມ່ນຮ້ອງເພັງ

ຢ່າເວົ້າຕາມສຽງຂອງຕົນເອງ ບໍ່ວ່າລາວແຕ່ເໜືອຕະຫລອດໃຕ້ໃຫ້ຂຽນຕາມໄວ

ຍະກອນລາວແຕ່ແທ້. ຮຽນໜັງສືຢູ່ຫ້ອງໃດ? ຈ່ຶງວ່າຂຽນບໍ່ຖືກ

ຈັກເທື່ອ ຫລື(ຂຽນບໍ່ຖືກເຈັດເທ່ືອ)biggrinbiggrinbiggrinbiggrinbiggrinbiggrin



__________________
Anonymous

Date:

ອະຣິຍະ wrote:

ສັງເກດ ເຫັນສະເໝີວ່າ ຄົນລາວເຮົາປັດຈຸບັນ ຂຽນ "ເພງ" ເປັນ "ເພັງ" ສັງເກດມາເປັນ ໑໐ ກວ່າປີແລ້ວ, ຄົນທີ່ຂຽນເພງ ເປັນເພັງນັ້ນ, ສ່ວນຫຼາຍມາຈາກທາງເໜືອ ແຖວໆຫຼວງພຣະບາງ, ຊຽງຂວາງ ແລະຫົວພັນ" ປັດຈຸບັນ ອາດແຜ່ລາມໄປທົ່ວປະເທດແລ້ວ ເພາະການສື່ສານ ມັນທັນສະໄໝ ແລະຄູທີ່ໄດ້ສ້າງໄປຈາກສູນກາງວຽງຈັນ, ຫຼັກຖານທີ່ວ່າ ເພັງໄດ້ແຜ່ລາມໃຊ້ກັນທົ່ວປະເທດ ເຫັນວ່າ "ເມື່ອກ່ອນໆ ໑໐ ກວ່າປີຄືນໄປ ເດີມເຂົາຂຽນ "ຄອນພະເພງ"= this is wrong. ດຽວນີ້ມີການຂຽນວ່າ "ຄອນພະເພັງ"= this is correct writing the name of khone praheng. They wrote like this one since long long time and before lao PDR too. ໃນປ້າຍບອກສະຖານທີ່ ຕາມຖະໜົນ, ການທີ່ຂຽນຄອນພະເພງຜິດ ແບບນີ້ ວິເຄາະວ່າ "ຄົນທາງເໜືອຂຽນ" ເພາະວ່າປ້າຍບອກສະຖານທີ່ ໃນຖະໜົນທົ່ວປະເທດລາວ ແມ່ນປະມູນຮັບເໝົາຂຽນທີ່ວຽງຈັນ, ດຽວນີ້ຄົນທາງໃຕ້ລຸ້ນໃໝ່ ອາດຊິຮຽກຄອນແຫ່ງນີ້ໄປຕາມກັນແລ້ວ.



That's problem about our lao language in laos today. we need to have phasa kang to be
our official language.

 



__________________
Anonymous

Date:

ສ່ວນຫລາຍແລ້ວ ຄົນລາວຂຽນຫນັງສືຜິດຕາມໆກັນ  ຄືກັບວ່າບໍ່ໄດ້ຮຽນຫນັງສື   ບໍ່ເຂົ້າໃຈເຫມືອນກັນ.

ການຂຽນ ການເວົ້າຄວນໃຊ້ຕາມພາສາ ແລະສຳນຽງກາງ
( ວຽງຈັນ ) ຈະໄປເວົ້າ ຫລືຂຽນຕາມສຳນຽງທ້ອງຖິ່ນ ແມ່ນ
ບໍ່ສົມຄວນ.

ແຕ່ເມືອງລາວ ໃຜກໍຮູ້ແລ້ວວ່າ ຂຽນກໍຂຽນບໍ່ມີຫລັກ ບໍ່ມີກົດມີເກນ  ບໍ່ມີຫລັກໄວຍະກອນເຫມືອນສມັຍກ່ອນ.

ເພງ  ແມ່ນໃຊ້ກັບ ເນື້ອຮ້ອງທີ່ມີດົນຕຣີປະກອບ  ເຊັ່ນ:

ເພງຊາດ  ເພງຫີເຫີບແດນງາມ  ເພງ ຊຽງຂວາງແຫ່ງ
ຄວາມຫລັງເປັນຕົ້ນ.

ເພັງ   ແມ່ນ ເດືອນເພັງ   ຄອນພະເພັງ  ເປັນຕົ້ນ.

ຖ້າຈະໄປຟັງຕາມສຽງເວົ້າຂອງ ໄທ  ເຫນືອ ໄທໃຕ້ ແລ້ວ

ແມ່ນໄປທາງຂ້າງທາງແອວຫມົດ!!!!!! ຮູ້ບໍ່!!!!



__________________
Anonymous

Date:

Anonymous wrote:

ເພງ ຫມາຍເຖິງ ເພງ ດົນຕຣີ ການຂັບການຮ້ອງເພງ ການແຕ່ງເພງ ການແຕ່ງທຳນອງເພງ ດົນຕຣີ

ສ່ວນ ເພັງ ແມ່ນມື້ ເດືອນຂຶ້ນ 15​ ຄ່່ຳ ມື້ເພັງ  ນອກນີ້ ເພັງ ຍັງຫມາຍເຖິງຊື່ຄົນ ເຊັ່ນ ຈັນເພັງ ບູນເພັງ



ບຸນເພັງ ບໍ່່ແມ່່ນ ບູນເພັງ

 



__________________
Anonymous

Date:


ສະໝຸນໄພ  ກັບ ຢາພື້ນເມືອງ  ຄືກັນບໍ່ ?

ອັນໃດຖືກ  ກັບ ພາສາລາວເຮົາ  ຊ່ວຍບອກແດ່ ?


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard