Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂທລະພາບລາວ
Anonymous

Date:
ໂທລະພາບລາວ

ທ່ານຄຶດແນວໄດ ຊ່ວຍອອກຄວາມເຫັນດ້ວຍ :
1. ເປັນຫຍັງໂທລະພາບຂອງລາວເຮົາ ຈ່ຶງມີແຕ່ 3 ພາສາ
    ທັ່ງທີ່ຕາມກົດໝາຍແລ້ວ ລາວເຮົາມີ 49 ຊົນເຜົ່າ
2. ເປັນຫຍັງຕື່ນແຕ່ເຊົ້າ ມີທັງຂ່າວພາຍໃນ ແລະ ຕ່າງປະເທດ
     ຂອງລາວເຮົາບໍ່ເປັນຕາເອົາ
3.  ໂຄຊົກໂທລະພາບ ປກລ ເວົ້າກ່ຽວກັບຜູ້ໃຊ້ລົດໃຊ້ຖນົນ
     ຄົນທີ່ບໍ່ັນບຖືລະບຽບກົດໝາຽ ແຕ່ເປັນຫຍັງບໍ່ເອົາກົດ
     ໝາຍຍັງຄັບໃຊ້ລົດ ເຫັນຍາມໄດເພີ່ນກໍ່ວ່າແຕ່ ອົບຮົມ
     ສັ່ງສອນລ້າໆ
ຂໍຂອບໃຈທຸກໆທາ່ນ.

__________________
ຕຸ້ມໂມ່ງ

Date:

ຂ້ອຍບໍ່ມີຄໍາຕອບສໍາລັບຄໍາຖາມຂອງເຈົ້າ ແຕ່ຂ້ອຍມີຄໍາຕິຊົມໃນລາຍການຂ່າວອາລຸນວັນໃໝ່. ຂ່າວທີ່ເພິ່ນເອົາມາອອກເປັນຂ່າວທີ່ເກີດຂຶ້ນໄດ້ຫລາຍວັນແລ້ວ ບາງຂ່າວກໍ່ເກົ່າເປັນອາທິດແລະຖ້າເປັນຂ່າວຕ່າງແຂວງກໍ່ຍິ່ງດົນກ່ວານັ້ນ, ຄວາມຈິງແລ້ວ ຍຸກນີ້ເປັນຍຸກດິຈິຕອນການອອກຂ່າວຄວນວ່ອງໄວກ່ວານີ້. ເພິ່ນຄວນຫາລາຍການຂ່າວແນວອື່ນທີ່ດຶງດູດຈິດໃຈຜູ່ຊົມຫຼາຍກ່ວານີ້ມາແທນລາຍການຂ່າວຈາກໜັງສືພິມ . ຖ້າເມັ້ນຜິດກໍ່ຂໍໂທດເດີ

__________________
Anonymous

Date:

ອອກຂ່າວ 3 ພາສາກໍຖືວ່າໄດ້ດີແລ້ວໃນຈຳນວນ 3 ພາສານີ້ກໍກວມເອົາຄຳເວົ້າຫລາຍໆເຜົ່າແລ້ວ ຈະເອົາມາອອກຕາມ
ກົດໝາຍກຳນົດຫມົດກໍຈະສິ້ນເປຶອງງົບປະມານຂອງລັດ.
ໂຄສົກທີ່ອອກປະກາດຂ່າວແຕ່ລະມື້ກໍຖືວ່າໄຄກວ່າເກົ່າຫລາຍ ແຕ່ເນື້ອໃນຂາວບໍ່ໜ້າຈັບໃຈຂ່າວສ່ວນຫລາຍແມ່ນຂ່າວ
ກອງປະຊຸມຂັ້ນຕ່າງໆສະຫລຸບຜົນງານໄດ້ຈັກສ່ວນຮ້ອຍຫົວຂໍ້ຂ່າວນີ້ເຄີຍຊິນແລະໜ້າເບື່ອ, ຂ່າວເຫດການ ສະພາບການດຳລົງຊີວິດຂອງປະຊາຊົນບໍ່ໄດ້ອອກເຜີຍແພ່ໃຫ້ກວ້າງຂວາງ ບົດສາລະຄດີ ຄວາມຮູ້ໃນການດຳລົງຊີວິດ
ບໍ່ມີ ຖ້າມີກໍເກົ່າແລະອອກອາກາດຊ້ຳຫລາຍໆເທື່ອໜ້າເບຶ່ອ ຕົວຢ່າງລາຍການໜຶ່ງຂອງ ຊ່ອງ 3 ອອກອາກາດຊ້ຳແຕ່ເລື່ອງ
ຮ້ານສ້ອມແປງລົດແຫ່ງໜຶ່ງໝົດປີບໍ່ຮູ້ວ່າເປັນການໂຄສະນາໃຫ້ຮ້ານດ່ັງກ່າວຫລືບໍ່ມີບົດອຶ່ນອອກອາກາດກັນແນ່

__________________
Anonymous

Date:

ຂອ້ຍ ເຫັນດີນຳເດີ ! ຂອ້ຍ ຢາກໃຫ້  ໂຄສົກ TV ກອງທັບ ແລະ ຕຳຫລວດ ນັ້ນ
ເວລາ ເປີດລາຍການ ແລະ ປິດລາຍການ  ຍໍມືນົບແດ່ ! ເຮັດຄື  ໂຄສົກ LNT
ຊິໄດ້ບໍ ? ຫລືວ່າ ການຍໍມືນົບ ໄຊ້ກັບ ທະຫານ / ຕຳຫລວ ບໍ່ໄດ້ບໍ !!

ລອງເບິ່ງ ເດີ ! ຝຶກແອບກັນ ຈັກ ສອງມື້ ຄືຊິໄດ້   ເນາະ !

__________________

Newbie

Status: Offline
Posts: 2
Date:

ກໍ່ບໍ່ຮູ້ ແລະ ບໍ່ເຂົ້າໃຈຄືກັນວ່າ ເປັນຫຍັງໂທລະພາບລາວ ຈິ່ງພັດທະນາຊ້າ ແລະ ເປັນຕາໜ້າເບື່ອ, ຕາມຄວາມເຂົ້າໃຈ ຂອງຂ້າພະເຈົ້າເອງ ຄິດວ່າ ການອອກຂ່າວນີ້ ແມ່ນຂື້ນກັບ ລັດຖະບານໂດຍກົງ ໝາຍຄວາມວ່າ ບໍ່ສາມາດໄປນອອກທິດ ນອອກທ່າງໄດ້. ສິ່ງທີ່ເປັນຂໍ້ຍໍ້ທໍ້ໃນສັງຄົມ ແມ່ນຈະບໍ່ໃຫ້ອອກຂ່າວ ມີແຕ່ອອກຂ່າວກອງປະຊຸມ, ການຊ່ວຍເຫຼືອ, ເວົ້າລວມແລ້ວ ໂທລະພາບລາວ ແມ່ນບໍ່ມີປະສິດຕິພາບ, ອກກອາກາດ ກໍ່ເປືອງງົບປະມານຊາດຊື່ໆ.

__________________
Anonymous

Date:

chanlaoboy wrote:

ຄົນໃຕ້:
ມັນກໍແມ່ນຄວາມທຸກໆທ່ານທີ່ວ່າມານັ້ນແລ້ວ. ມັນມີຫຼາຍປັດໃຈຕົວອາວທີ່ເຮັດໃຫ້ການນຳສະເຫນີຂ່າວສານຫຼືລາຍການ
ຕ່າງໆຂອງໂທລະພາບລາວບໍ່ເປັນຕາເບິ່ງປານໃດ. ແລະງານການຂ່າວກໍບໍ່ເຂັ້ມຂຸ້ນ,ຊ້ຳຊາກຈຳເຈ,ຈືດຊືດບໍ່ມືຊີວິດຊີວາ.
ຫົວຂໍ້ຂ່າວກໍບໍ່ເປັນຫນ້າດຶງດູດໃຫ້ຜູ້ຊົມຢາກເບິ່ງແລະພາບທີ່ອອກມາກໍບໍ່ຄົມຊັດ, ຫຼັງສາກນັກຂ່າວກໍບໍ່ເປັນຕາເບິ່ງ.
ປັດໃຈທີ່ເຮັດໃຫ້ໂທລະພາບລາວຕ້ອງຢຳ່ຕ໊ອກຢູ່ກັບທີ່ຄື:
1. ງົບປະມານໃນການປັບປຸງລະບົບສັນຍານພາບແລະສຽງຍັງບໍ່ມີ.ຫຼືມີກໍພໍ່ພຽງພໍທີ່ຈະປັບປຸງໃຫ້ໄດ້ມາດຕະຖານ.
2. ບໍ່ມີການແຂ່ງຂັນໃນການຂາຍຂ່າວ ວ່າໄປຕາມມີຕາມເກີດ.
3. ນັກຂ່າວບໍ່ມີຄວາມກະຕືລືລົ້ນເຮັດກໍໄດ້ເງິນເດືອນຊຳ່ເກົ່າບໍ່ເຮັດກໍ່ໄດ້ຊຳ່ເກົ່າ, ຂີ້ຄ້ານກໍນອນແມ່ມັນຢູ່ບ້ານ.
4. ບໍ່ສາມາດນຳພານຂ່າວທີ່ Up Date ແຕ່ລະມື້ໄດ້ເຫນື່ອງຈາກບໍ່ມີງົບປະມານລົງຊອກເອົາຂ່າວ.
5. Head line ຂອງຂ່າວບໍ່ເປັນຕາດຶງດູດໃຈຜູ້ຊົມ.
6. ຂ່າວບໍ່ສະທ້ອນເຖິງສະຖານະການໃນປະຈຸບັນ, ບໍ່ມີການວິເຄາະຫຼືວິຈານຂ່າວຕ່າງໆ.
7. ຜູ້ປະກາດຂ່າວບໍ່ມີ confidence ໃນຕົວເວລາປະກາດຂ່າວ ຫຼືບໍ່ເປັນໄປຕາມທຳມະຊາດຂອງຕົນ.

ໂອຍພໍແລ້ວຊຳ່ນີ້ ແຕ່ກໍຍັງດີກວ່າບໍ່ມີຢູ່ດອກ. ແມ່ນບໍ່ພີ່ນ້ອງ ອົດເບິ່ງໄປຫັນແລ້ວກ່ອນຖ້າປະເທດລາວເຮົາຮັ່ງມີຈິ່ງຄ່ອຍເບິ່ງແນວດີໆນໍ

__________________
ແມ່ນແລ້ວ.

Date:

ຖ້າວ່າ ສະຫາຍ ດຣ.  ບຸນຈອມ ວົງເພັດ, ຜູ້ອຳນວຍການ ສຖນ. ໂທລະພາບລາວ ໄດ້ອ່ານແລ້ວ ກະຊ່ວຍປັບປຸງແນ່ເດີ, ເຂົາເຈົ້າ ຕຳນິສົ່ງຂ່າວມານີ້ ມັນຖືກ ແລ້ວ.

__________________
Anonymous

Date:

ລາຍການທີ່ອອກອາກາດຊ້ຳຫລາຍໆເທື່ອນັ້ນລະໜ້າເບຶ່ອບໍ່ຮູ້ອອກໃຫ້ໃຜເບີ່ງສົມພໍດອກເຂົາເບິ່ງແຕ່ຊ່ອງໄທ ບໍ່ແມ່ນເຂົາ
ມັກໄທວ່າດີ ແຕ່ເຂົາເຂົ້າໃຈພາສາ ຄັນເຂົາຮູ້ພາສາເຂົາຈະເບິ່ງ ອິນເດຍພູ້ນລະລະຄອນມ່ວນກວ່າ

__________________
ນັກເບິ່ງໂທລະພາບ

Date:

ທຸກທ່ານເວົ້າມາກໍເຫັນດີນຳເດີ. ແຕ່ສຳລັບຜູ້ຂ້າແລ້ວ ເຫັນວ່າລາຍການປ້ອງກັນຄວາມສະຫງົບໃນເຊົ້າ ແລະຄໍ່າວັນສຸກເວລາ 8 ໂມງ ເປັນລາຍການທີ່ໜ້າເບິ່ງກ່ອນໝູ່ ເພາະເພິ່ນເອົາປາກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນຂີ້ລັກມັກຊົກ, ປຸ້ນຈີ້, ຕີເຈົ້າເອົາຂອງ, ຂ້າແກງກັນ ມາເຜີຍແບເປັນອຸທາຫອນໃຫ້ສັງຄົມຢ່າໄດ້ຮຽນແບບເອົາສິ່ງບໍ່ດີເຫຼົ່ານີ້! ສ່ວນລາຍການອື່ນໆ ກໍຄືທຸກຄົນເວົ້າມາຫັ້ນລະ

ນັກເບິ່່ງໂທລະພາບ

__________________
Anonymous

Date:

ງົບທຸ້ມໃສ່ຊີເກມສໝົດ ດຽວນີ້ແຮ່ງຂີ້ລ້າຍກ່ອນປີກາຍຊຳ້ ແທນທີ່ຊິກ້າວໜ້າ

__________________
Anonymous

Date:

Anonymous wrote:

ງົບທຸ້ມໃສ່ຊີເກມສໝົດ ດຽວນີ້ແຮ່ງຂີ້ລ້າຍກ່ອນປີກາຍຊຳ້ ແທນທີ່ຊິກ້າວໜ້າ

ຄົນໃຕ້:
ເວົ້າເລື້ອງ ຊີເກມ ກໍຫນ້າຄິດຢູ່. ການຈັດງານຊີເກມກໍຖືວ່າປະສົບຜົນສຳເລັດແລະມີບົດຮຽນທີ່ຖອດຖອນໄດ້ຢ່າງຫນ້າພໍໃຈ.
ແຕ່ຜົນພວງທີ່ຕາມມາຢ່າງເຫັນໄດ້ຊັດຄື:
1. ສະຫນາມກິລາແຫ່ງຊາດປະຈຸບັນມີແຕ່ຫຍ້າຮົກເຮື້ອ.ຂາດການດູແລເທົ່າທີ່ຄວນ.
2. ທາງຊີເກມເພຈົນໄປບໍ່ໄດ້ ເປັນຕາຫນ້າອາຍບ້ານເຂົາເຮັດທາງບໍ່ຮອດປີເພຈົນໄປບໍ່ໄດ້ງົບປະມານ 30 ລ້ານໂດລາ ມັນກໍຫນ້າຄິດ ຜູ້ໃດຊິຮັບຜິດຊອບ??? ຫຼືຊິເອົາແບບຕົວໃຜຕົວມັນ.
3. ການໃຊ້ຈ່າຍງົບປະມານມາເຖິງປະຈຸບັນຍັງບໍ່ສາມາດສະຫຼຸບໄດ້ວ່າໄຊ້ຈ່າຍຫຍັງແດ່.

ຄິດຊ່ວຍແດ່ພີ່ນ້ອງເອີຍ!!!!!!!!!

___________________
ຄົນໄຕ້ຢ່າຄິດຫລາຍດຽວຫວີໆຜົມຈະຫວ່າງງານ. ຂອງດີໃຜກະມັກຖ້າໄດ້ແລ້ວຕົນເອງຍັງມີສຸກຢູ່ຕໍ່ໄປໂດຍທີ່ຄົນອຶ່ນບໍ່
ທ້ວງຕິງຂອງໄດ້ລ້າໂວຍ$$$$

__________________
Anonymous

Date:

ສາວ ອະໂນມາ   ພິທີກອນ ອາຣຸນວັນໃຫມ່  ແມ່ນຄົນໄທໃສ

ເວົ້າສຳນຽງກາງວຽງຈັນບໍ່ຄືເລີຍ!!!!! ຍົກຕົວຢ່າງ ອ່ານ

 ເລື້ອງ( ສຳນຽງກາງ ) ເປັນ ເຫລື່ອງ!! ແບບຄົນເມືອງຫລວງ
ແອບເວົ້າວຽງ.

__________________
Anonymous

Date:

Anonymous wrote:

Anonymous wrote:

ງົບທຸ້ມໃສ່ຊີເກມສໝົດ ດຽວນີ້ແຮ່ງຂີ້ລ້າຍກ່ອນປີກາຍຊຳ້ ແທນທີ່ຊິກ້າວໜ້າ

ຄົນໃຕ້:
ເວົ້າເລື້ອງ ຊີເກມ ກໍຫນ້າຄິດຢູ່. ການຈັດງານຊີເກມກໍຖືວ່າປະສົບຜົນສຳເລັດແລະມີບົດຮຽນທີ່ຖອດຖອນໄດ້ຢ່າງຫນ້າພໍໃຈ.
ແຕ່ຜົນພວງທີ່ຕາມມາຢ່າງເຫັນໄດ້ຊັດຄື:
1. ສະຫນາມກິລາແຫ່ງຊາດປະຈຸບັນມີແຕ່ຫຍ້າຮົກເຮື້ອ.ຂາດການດູແລເທົ່າທີ່ຄວນ.
2. ທາງຊີເກມເພຈົນໄປບໍ່ໄດ້ ເປັນຕາຫນ້າອາຍບ້ານເຂົາເຮັດທາງບໍ່ຮອດປີເພຈົນໄປບໍ່ໄດ້ງົບປະມານ 30 ລ້ານໂດລາ ມັນກໍຫນ້າຄິດ ຜູ້ໃດຊິຮັບຜິດຊອບ??? ຫຼືຊິເອົາແບບຕົວໃຜຕົວມັນ.
3. ການໃຊ້ຈ່າຍງົບປະມານມາເຖິງປະຈຸບັນຍັງບໍ່ສາມາດສະຫຼຸບໄດ້ວ່າໄຊ້ຈ່າຍຫຍັງແດ່.

ຄິດຊ່ວຍແດ່ພີ່ນ້ອງເອີຍ!!!!!!!!!

I posted my comment about the condition of the  new  SEA  game
stadium in Laos after the SEA game's over since the first day they
were starting to build it.        My comment seams to be true that I
were talking about Laos will leave this  stadium  destroyed by the
nature, because Laos governments don't have the budget for the
stadium keepers. Soon or later after the SEA games this stadium
will be a farm of the cows by feeding them with football field grass.

Develop people is needed for Laos before develop the country.

__________________
Anonymous

Date:

Anonymous wrote:

ທ່ານຄຶດແນວໄດ ຊ່ວຍອອກຄວາມເຫັນດ້ວຍ :
1. ເປັນຫຍັງໂທລະພາບຂອງລາວເຮົາ ຈ່ຶງມີແຕ່ 3 ພາສາ
    ທັ່ງທີ່ຕາມກົດໝາຍແລ້ວ ລາວເຮົາມີ 49 ຊົນເຜົ່າ
2. ເປັນຫຍັງຕື່ນແຕ່ເຊົ້າ ມີທັງຂ່າວພາຍໃນ ແລະ ຕ່າງປະເທດ
     ຂອງລາວເຮົາບໍ່ເປັນຕາເອົາ
3.  ໂຄຊົກໂທລະພາບ ປກລ ເວົ້າກ່ຽວກັບຜູ້ໃຊ້ລົດໃຊ້ຖນົນ
     ຄົນທີ່ບໍ່ັນບຖືລະບຽບກົດໝາຽ ແຕ່ເປັນຫຍັງບໍ່ເອົາກົດ
     ໝາຍຍັງຄັບໃຊ້ລົດ ເຫັນຍາມໄດເພີ່ນກໍ່ວ່າແຕ່ ອົບຮົມ
     ສັ່ງສອນລ້າໆ
ຂໍຂອບໃຈທຸກໆທາ່ນ

 Laos is still need to develop in many  field , talk about language doesn't matter how many tribe we have , the official language must be LAO language only and Lao TV must broadcast only Lao language , if TV broadcast in many tribe language it will create more confusing for its population , because each tribe migth not same information .  and for foreigner resident in Lao , Lao TV should broadcast only english , because english is INTERNATIONAL language . in over all it will cut cost and save the nation budget too.  

__________________
Anonymous

Date:

ຫລັງຈາກກອງປະຊຸມພັກກະຊວງຖະແຫລງຂ່າວ ແລະ ວັດຖະນະທຳ ມໍ່ໆນີ້
ບໍ່ຮູ້ວ່າ ບຸນຈອມ ວົງເພັດ ຈະໄປຢູ່ໃສ.

__________________
Anonymous

Date:

ຂ້ອຍເຂົ້າໃຈວ່າ ເຈົ້າຂອງກະຖູ້ນີ້ ບໍ່ໃດ້ໝາຍຄວາມວ່າຢາກໃຫ້
ໂທລະພາບລາວອອກຂ່າວໝົດທັງ ລາວອາດຈະໝາຍຄວາມວ່າ
ເປັນຫຍັງບໍ່ອ່ານຂາ່ວ ເປັນພາສາລາວເລີຍ ຈັ່ງຄອ່ຍເປືອງງົບປະມານ

__________________
ທິດຈຸ້ນ

Date:

ຫລັງຈາກກອງປະຊຸມພັກກະຊວງຖະແຫລງຂ່າວ ແລະ ວັດຖະນະທຳ ມໍ່ໆນີ້
ບໍ່ຮູ້ວ່າ ບຸນຈອມ ວົງເພັດ ຈະໄປຢູ່ໃສ.
___________________________________
ໄປຂາຍຈານດາວທຽມນຳບໍລິສັດຈີນ ແລະ ຂັບລົດໄປຕະຫລາດໃຫ້ເມຍ ບໍ່ອຶດແນວເຮັດຕົ່ວຊ່າງເວົ້າ

__________________
Anonymous

Date:

Laos is still need to develop in many  field , talk about language doesn't matter how many tribe we have , the official language must be LAO language only and Lao TV must broadcast only Lao language , if TV broadcast in many tribe language it will create more confusing for its population , because each tribe migth not same information .  and for foreigner resident in Lao , Lao TV should broadcast only english , because english is INTERNATIONAL language . in over all it will cut cost and save the nation budget too.
________________

Dear Sir,
Could you write in Lao for this forum? I could not understand of all words my English is poor or if you need in English please give your comment above.

__________________
Anonymous

Date:

Anonymous wrote:

Anonymous wrote:

ທ່ານຄຶດແນວໄດ ຊ່ວຍອອກຄວາມເຫັນດ້ວຍ :
1. ເປັນຫຍັງໂທລະພາບຂອງລາວເຮົາ ຈ່ຶງມີແຕ່ 3 ພາສາ
ທັ່ງທີ່ຕາມກົດໝາຍແລ້ວ ລາວເຮົາມີ 49 ຊົນເຜົ່າ
2. ເປັນຫຍັງຕື່ນແຕ່ເຊົ້າ ມີທັງຂ່າວພາຍໃນ ແລະ ຕ່າງປະເທດ
ຂອງລາວເຮົາບໍ່ເປັນຕາເອົາ
3.  ໂຄຊົກໂທລະພາບ ປກລ ເວົ້າກ່ຽວກັບຜູ້ໃຊ້ລົດໃຊ້ຖນົນ
ຄົນທີ່ບໍ່ັນບຖືລະບຽບກົດໝາຽ ແຕ່ເປັນຫຍັງບໍ່ເອົາກົດ
ໝາຍຍັງຄັບໃຊ້ລົດ ເຫັນຍາມໄດເພີ່ນກໍ່ວ່າແຕ່ ອົບຮົມ
ສັ່ງສອນລ້າໆ
ຂໍຂອບໃຈທຸກໆທາ່ນ

Laos is still need to develop in many  field , talk about language doesn't matter how many tribe we have , the official language must be LAO language only and Lao TV must broadcast only Lao language , if TV broadcast in many tribe language it will create more confusing for its population , because each tribe migth not same information .  and for foreigner resident in Lao , Lao TV should broadcast only english , because english is INTERNATIONAL language . in over all it will cut cost and save the nation budget too.

Very logical

__________________
Anonymous

Date:

Very logical
______________

Yes, Lao only there are two forums you can choos what you need ( understand?)

__________________

Veteran Member

Status: Offline
Posts: 81
Date:

ຈັ່ງແມ່ນທ່ານຄິດຄືເຮົານໍ ! ຫາກໍຖຽງກັນມື້ເຊັ້ານີ້ວ່າ ກະຊວງວັດທະນະທຳຖະແຫຼງຂ່າວມີຈຸດປະສົງອີ່ຫຍັງກັນແທ້ທີ່ຈະຕ້ອງມີພາສາມົ້ງ ແລະ ລາວເທິງຢູ່ໃນລາຍການຂ່າວຊຶ່ງນອກຈາກຈະເສັຍງົບທີ່ມີໜ້ອຍຢູ່ແລ້ວໃຫ້ໝົດຕື່ມ ແລ້ວກໍເປັນການຈູດສະນວນໃຫ້ມີການແຕກແຍກລະຫວ່າງຊົນເຜົ່າລາວພາຍໃນປະເທດເພາະປະເທດລາວຍັງມີຫຼາຍຊົນເຜົ່າທີ່ຈະເຂົ້າໃຈວ່າຂັ້ນເທິງບໍ່ເຫັນຄວາມສຳຄັນຂອງເຂົາເຈົ້າແລະຈະມີມີຄວາມນ້ອຍໃຈ.
ພາສາລາວເປັນພາສາທາງການຊຶ່ງຄົນທີ່ມີສັນຊາດລາວຄວນຮູ້ ແລະ ຕ້ອງຮູ້ເວົ້າ ແລະ ຟັງເຂົ້າໃຈ.

__________________
Anonymous

Date:

Anonymous wrote:

Very logical
______________

Yes, Lao only there are two forums you can choos what you need ( understand?)

The discussion was not about not letting people write in English on Lao forum, you must be lost some where during this discussion! Well anyway according to the rule it only refered to only the topic that has to be posted in Lao language .

UNDERSTOOD?

__________________
Anonymous

Date:

Anonymous wrote:

Very logical
______________

Yes, Lao only there are two forums you can choos what you need ( understand?)

    in my opinion is good if you can understand both language Lao+english , many countries in the world they are adopted english as their official or second language beside their primary or their own tougue , the world need english language to use on trade , tourist , education or other business between each countries ,  which country use english language  lead their country more advance with world stage sittuation .  

__________________
Anonymous

Date:

ມີຄຳຕອບ ເພາະວ່າເປັນໂທຣະພາບລາວ
໑. ເຖິງລາວຈະມີ ໔໘ ຊົນເຜົ່າ ແຕ່ເຜົ່າທີ່ເວົ້າພາສາໃນລາວ ມີ
ກ. ພາສາລາວ.
ຂ. ພາສາຈີນຕິເບດ.(ມົ້ງ. ແມ້ວ; ຍ້າວ ແລະອື່ນເວົ້າຟັງກັນໄດ້)
ຄ. ພາສາມອບ-ຂະແມ
(ຕ່າງສຳນຽງກັນ ແຕ່ກໍເວົ້າຄືກັນ)

__________________
Anonymous

Date:

ແມ່ນແລ້ວ. wrote:

ຖ້າວ່າ ສະຫາຍ ດຣ.  ບຸນຈອມ ວົງເພັດ, ຜູ້ອຳນວຍການ ສຖນ. ໂທລະພາບລາວ ໄດ້ອ່ານແລ້ວ ກະຊ່ວຍປັບປຸງແນ່ເດີ, ເຂົາເຈົ້າ ຕຳນິສົ່ງຂ່າວມານີ້ ມັນຖືກ ແລ້ວ.

Update ຜູ້ອຳນວຍການ ສຖນ mai...pian pu mai! lae ka pian

lut ta mon ti va kan ka suang ta laeng khao lae vattanatam kon mai!

__________________
Anonymous

Date:

   ເພື່ອຕັດຮອນຄວາມສັບສົນຂ້າພະເຈົ້າຄິດວ່າບໍ່ຈຳເປັນທີ່ຈະອອກຂ່າວ

ເປັນພາສາຊົນເຜົ່າຕ່າງໆໃນປະເທດກໍໄດ້ເພາະພາສາຊາດກໍຄືພາສາລາວ

ຖ້າເປັນຄົນລາວກໍຕ້ອງເຂົ້າໃຈແລະຟັງພາສາລາວໄດ້,ຖ້າບໍ່ດັ່ງພວກເຮົາ

ຍັງຈະລຳບາກອີກນານແສນນານເພາະໃຫ້ແນວທາງປະຊາຊົນໃນທາງນັ້ນ

ສ້າງຄວາມສະດວກໃນທາງທີ່ບໍ່ຖືກຕ້ອງໃຫ້ປະຊາຊົນ,ເມຶ່ອເປັນເຊັ່ນນັ້ນ

ປະຊາຊົນບັນດາເຜົ່າຕ່າງໆຈະບໍ່ມີໃຜເຫັນຄວາມສຳຄັນຂອງພາສາລາວ

ແລະຈະບໍ່ສົນໃຈຮຽນໜັງສືລາວກໍໄດ້ເພາະມີຜູ້ແປໃຫ້ຟັງແລ້ວ ຫລືໜັກ

ໄປກ່ວານັ້ນແທນທີ່ເຂົາເຈົ້າຄວນສົນໃຈຮຽນພາສາລາວຫລືພາສາຕ່າງຊາດ

ທີ່ໂລກວິວັທນາການເຂົານິຍົມກັນເຊັ່ນ: ຝຣັ່ງ,ອັງກິດ...

  ແຕ່ກົງກັນຂ້າມ ພວກເຂົາເຈົ້າຈະຮ້ອງຂໍທືນໄປສ້າງໂຮງຮຽນສອນ

ພາສາມົ້ງ,ຂະມຸລາວເທີງ...ທັງໝົດພວກເຮົາພາກັນເບິ່ງຄືນເປົ້າໝາຍ

ທີ່ຣັຖບານວາງໄວ້ໃນ ມະຕິ4,5 (1978-79 )ຕລອດມາ ກໍຄື ລົບລ້າງ

ການກືກໜັງສື ສະແດງວ່າ ຂັດຕໍ່ແນວທາງນະໂຍບາຍຢ່າງຊັດເຈນ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard