Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕະຫຼາດຫຼັກຊັບລາວມາແຮງ ເປີດໃໝ່ແຫ່ງທີ່ສອງ !!!
Anonymous

Date:
ຕະຫຼາດຫຼັກຊັບລາວມາແຮງ ເປີດໃໝ່ແຫ່ງທີ່ສອງ !!!



1_343.jpg

 ຂ່າວ: ສະຫມານ


   ເປີດອີກແລ້ວຫນຶ່ງບໍລິສັດຫລັກຊັບ ເມື່ອທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ໄດ້ຈັບມືກັບບໍລິສັດຫລັກຊັບ KT Zmico ຈຳກັດແຫ່ງປະເທດໄທ ສ້າງຕັ້ງບໍລິສັດຫລັກຊັບ ທຄຕລ ກຸງໄທຈຳກັດຂຶ້ນດ້ວຍອັດຕາສ່ວນຖືຮຸ້ນ70% ຕໍ່ 30% ໂດຍຈະເປີດໃຫ້ບໍລິ ການໄດ້ໃນເດືອນຫນ້ານີ້ ຫລັງຈາກທີ່ໄດ້ມີການລົງນາມຮ່ວມມືກັນໃນຕອນແລງວັນທີ 31 ສິງຫາຜ່ານມາ.


   ບໍລິສັດຫລັກຊັບ ທຄຕລ ກຸງໄທ ຈຳກັດ ຈະມີບົດບາດສຳຄັນໃນການເປັນຂົງຕໍ່ລະຫວ່າງບັນດາບໍລິສັດອອກຫລັກຊັບ (ຮຸ້ນສາມັນ ຫລື ຮຸ້ນກູ້) ແລະບັນດານັກລົງທຶນໂດຍການໃຫ້ການບໍລິການຄົບວົງຈອນຄື: ຄ້ຳປະກັນຈັດຈຳຫນ່າຍຫລັກຊັບໃຫ້ບໍລິສັດອອກຫລັກຊັບ, ຊື້ຂາຍຫລັກຊັບໃນນາມຕົນເອງ, ນາຍຫນ້າຊື້ຂາຍຫລັກຊັບໃນນາມລູກຄ້າ, ບໍລິການຄຳປຶກສາດ້ານການເງິນໃຫ້ແກ່ບັນດາບໍລິສັດແລະ ນັກລົງທຶນລວມທັງການບໍລິການອື່ນໆທີ່ໄດ້ຮັບການອະນຸມັດຈາກສຳນັກງານຄຸ້ມຄອງຫລັກຊັບ ແລະ ຕະຫລາດຫລັກຊັບລາວ (ຄລຕ) ໃນແຕ່ລະໄລຍະ.


   ທ່ານ ສອນໄຊ ສິດພະໄຊ ຜູ້ອຳນວຍການໃຫຍ່ ທຄຕລ ກ່າວວ່າ: ການສ້າງຕັ້ງບໍລິສັດຫລັກຊັບນີ້ຖືເປັນການປະກອບສ່ວນທີ່ສຳ ຄັນຈະຊ່ວຍເຮັດໃຫ້ເສດຖະກິດລາວໄດ້ຮັບການພັດທະນາໄວຂຶ້ນ ແລະ ຈະສາມາດລະດົມທຶນຂອງພາຍໃນ ແລະ ຕ່າງປະເທດໄດ້ໄວ  ຂຶ້ນ ແລະ ຈະສ້າງຄວາມໂປ່ງໃສໃຫ້ແກ່ບໍລິສັດພາຍໃນ ແລະ ຕ່າງປະເທດທີ່ລົງທຶນຢູ່ລາວທີໄດ້ຮັບການອະນຸມັດຈາກສຳນັກງານຄຸ້ມ ຄອາງຫລັກຊັບ ແລະ ຕະຫລາດຫລັກຊັບ.


   ມາຮອດປະຈຸບັນ ບໍລິສັດຫລັກຊັບພວກເຮົາພ້ອມທຸກຢ່າງທີ່ຈະເປີດໃຫ້ບໍລິການການຄ້ຳປະກັນ ແລະ ຈັດຈຳຫນ່າຍຫລັກຊັບໃຫ້ບໍ ລິສັດອອກຫລັກຊັບ; ແຕ່ບັນຫາ ແລະ ສິ່ງທ້າທາຍສຳລັບບໍລິສັດແມ່ນບັນຫາຄວາມບໍ່ເຂົ້າໃຈຂອງສັງຄົມ ກໍ່ຄືນັກລົງທຶນໃນການໃຫ້ບໍ ລິການອອກຫລັກຊັບ. ຕໍ່ບັນຫາດັ່ງກ່າວທາງບໍລິສັດກຳລັງກຽມຝຶກອົບຮົມໂຄສະນາເຜີຍແຜ່ການບໍລິການອອກຫລັກຊັບໃຫ້ສັງຄົມຮັບຮູ້, ທ່ານ ສອນໄຊ ສິດພະໄຊ ກ່າວ.


   ການລົງນາມຮ່ວມມືສ້າງຕັ້ງບໍລິສັດຫລັກຊັບ ທຄຕລ ກຸງໄທ ໄດ້ມີຂຶ້ນທີ່ໂຮງແຮມດອນຈັນພາເລດ ລະຫວ່າງ ທ່ານ ສອນໄຊ ສິດພະໄຊ ຜູ້ອຳນວຍການໃຫຍ່ ທຄຕລ ກັບທ່ານ ໄຊພັດ ສຣິວິສາວາຈາ ປະທານບໍລິສັດຫລັກຊັບ KT Zmico ຈຳກັດ ໂດຍການເປັນ ສັກຂີພິຍານຂອງທ່ານນາງວັດທະນາ ດາລາລອຍ ຮັກສາການຫົວຫນ້າສຳນັກງານຄຸ້ມຄອງຫລັກຊັບ ແລະ ຕະຫລາດຫລັກຊັບ, ທ່ານ ເດດພູວັງ ມູລຣັຕນ໌ ປະທານຕະຫລາດຫລັກຊັບລາວພ້ອມດ້ວຍບັນດາພະນັກງານທັງສອງບໍລິສັດເຂົ້າຮ່ວມ.


   ນີ້ເປັນບໍລິສັດຫລັກຊັບທີສອງທີ່ຖືກສ້າງຕັ້ງຂຶ້ນໃນເວລາບໍ່ເຖິງ 20 ວັນ ເພາະໃນວັນທີ 13 ສິງຫາທະນາຄານພັດທະນາລາວກໍ່ຈັບ ມືກັບບໍລິສັດຫລັກຊັບຊາຄອມແບງ ຈຳກັດ ສສ ຫວຽດນາມ ສ້າງຕັ້ງບໍລິສັດຫລັກຊັບລ້ານຊ້າງມະຫາຊົນຈຳກັດຂຶ້ນ.




__________________
Anonymous

Date:

ຂອບໃຈທີ່ເອົາຂ່າວດີ(ສໍາລັບຄົນລວຍ)ນີ້ມາບອກ.

__________________
Anonymous

Date:

noເປີດບໍລິສັດຫວຍ ເພື່ອຄົນຈົນອີກແນ່ເດີຈັກບໍລິສັດນຶ່ງno
ຈົນຫລີນຫວຍ ລວຍຫລີ້ນ ຫyawn

__________________
ຜຸປ່າ

Date:

ຄົນທຸກຫລິ້ນຫວຍ( ຫວຍລັດ, ຫວຍເລັ່ງ. ຫວຍໃຕ້ດິນ...)
ຄົນລວຍຫລິ້ນຮຸ້ນ( ຮຸ້ນດາວເຮືອງ, ຮຸ້ນທິດເສືອ...)

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard