Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫ່ວງນັກສຶກສາຈົບໃໝ່
Anonymous

Date:
ເປັນຫ່ວງນັກສຶກສາຈົບໃໝ່


ມື້ນີ້ ນັກສຶກສາມະຫາໄລແຫ່ງຊາດ ສະເຫຼີມສະຫຼອງພິທີຈົບການສຶກສາປະຈໍາປີ 2010
ພໍ່ແມ່ນັກຮຽນພາກັນໄປສະແດງຄວາມຍິນດີ ເຕັມມະຫາໄລ
ຫູາຍຄົນໃຊ້ເງິນຊື້ຈ້າງອາຈານເພື່ອໃຫ້ລູກຕົ້ນເສັງຜ່ານ
ນັກຮຽນບາງຄົນໃຊ້ເງິນຈ້າງສິນບົນອາຈານໃຫ້ຜ່ານວິຊາໃດນຶ່ງ
ຜົນທີ່ອອກມາກໍ່ຄື ໄດ້ແຕ່ໃບປະກາດ ແຕ່ຄວາມຮູ້ພັດບໍ່ໄດ້
ນັກຮຽນຈົບສາຍພາສາອັງກິດພາກພິເສດຫຼາຍຄົນ ຈົບອອກມາເວົ້າອັງກິດບໍ່ໄດ້
ຂຽນCVແມ່ນບໍ່ຕ້ອງຖາມເລບ

ແລ້ວຄົນທີ່ຈົບມາເຫຼົ່ານີ້ ຈະປະກອບສ່ວນວຽກງານຊ່ອຍຊາດໄດ້ແນວໃດ no

__________________
Anonymous

Date:

That's the very cruciallllllllllllllllllllllll problem that cannot be solved. I always discussed about this issue with many friends.
Lao PDR needs to have the revolution again, not changing the political system, but revolution on EDUCATION system and GOVERNMENT STAFF system.

Sigh... I really love my country and need to help to develop
But . . . as we all know

Lao student in Australia


__________________
Anonymous

Date:

ເຈົ້າເດ, ຈົບຈາກ ວໍຊິງຕັນ ຫລື ລອນດອນ ບໍ  ກ່ອນຊີເວົ້າໃຫ້ຄົນອື່ນ ຄວນງົມເບີ່ງ ງ່ອນດົ້ນໂຕເອງ ແດ່
ຮູ້ບໍ່ວ່າມັນເສຽຫາຍເຖີງສະຖາບັນການສຶກສາ ຂອງບ້ານເຮົາຊໍ່າໃດ, ຄັນເຈົ້າມີຫລັກຖານວ່າ ຊື້ຈ້າງຄູອາຈານ ເຈົ້າຄວນມີຫລັກຖານ ມາຢັ້ງຢືນ,  ບໍ່ແມ່ນ ມາເວົ້າໃຫ້ຄົນອື່ນເສຽຫາຍແບບນີ້ ມັນເປັນບາບ....ຮູ້ບໍ່ ໄວ້ເດີ ! 


__________________
Anonymous

Date:

Anonymous wrote:

ເຈົ້າເດ, ຈົບຈາກ ວໍຊິງຕັນ ຫລື ລອນດອນ ບໍ  ກ່ອນຊີເວົ້າໃຫ້ຄົນອື່ນ ຄວນງົມເບີ່ງ ງ່ອນດົ້ນໂຕເອງ ແດ່
ຮູ້ບໍ່ວ່າມັນເສຽຫາຍເຖີງສະຖາບັນການສຶກສາ ຂອງບ້ານເຮົາຊໍ່າໃດ, ຄັນເຈົ້າມີຫລັກຖານວ່າ ຊື້ຈ້າງຄູອາຈານ ເຈົ້າຄວນມີຫລັກຖານ ມາຢັ້ງຢືນ,  ບໍ່ແມ່ນ ມາເວົ້າໃຫ້ຄົນອື່ນເສຽຫາຍແບບນີ້ ມັນເປັນບາບ....ຮູ້ບໍ່ ໄວ້ເດີ !



This is so true!! no need for any prove, because most of the graduates are dumb as a rock cause the diplomas were bought by parents that are rich, including me & couple of other friends...Hahaha!!

 



__________________
ດົ້ນຟືນ

Date:

Anonymous wrote:

ເຈົ້າເດ, ຈົບຈາກ ວໍຊິງຕັນ ຫລື ລອນດອນ ບໍ  ກ່ອນຊີເວົ້າໃຫ້ຄົນອື່ນ ຄວນງົມເບີ່ງ ງ່ອນດົ້ນໂຕເອງ ແດ່
ຮູ້ບໍ່ວ່າມັນເສຽຫາຍເຖີງສະຖາບັນການສຶກສາ ຂອງບ້ານເຮົາຊໍ່າໃດ, ຄັນເຈົ້າມີຫລັກຖານວ່າ ຊື້ຈ້າງຄູອາຈານ ເຈົ້າຄວນມີຫລັກຖານ ມາຢັ້ງຢືນ,  ບໍ່ແມ່ນ ມາເວົ້າໃຫ້ຄົນອື່ນເສຽຫາຍແບບນີ້ ມັນເປັນບາບ....ຮູ້ບໍ່ ໄວ້ເດີ !




ທ່ານ ດຣ. ຄໍາພັນ ວິພາວັນ ເພິ່ນກະເວົ້າຄືກັນ, ລອງໃຊ້ Firefox ເຂົ້າໄປອ່ານເບິ່ງເດີພໍ່ອາວ:

http://vientianehour.com/eco-social/education/2010-07-07-21-28-20.vh



__________________
Anonymous

Date:

ກະຊວງສຶກສາທິການຍອມຮັບບັນຫາການປອມແປງ ແລະ ຊື້ຂາຍໃບປະກາສະນີຍະບັດ ຫລື ໃບປະກາດຈົບຊັ້ນເປັນບັນຫາທີ່ມີມູນ ຄວາມຈິງຕາມຫາງສຽງຂອງສັງຄົມ ແຕ່ບໍ່ທັນມີຫລັກຖານຕົວຈິງທີ່ລະອຽດປະຈຸບັນທາງກະຊວງໄດ້ເລ່ງຄົ້ນຄວ້າຫາວິທີແກ້ໄຂ ແລະ ປັບ ປຸງຄືນໃຫມ່ ໂດຍສະເພາະດ້ານນະໂຍບາຍ ແລະ ລະບຽບຫລັກການໃນການຄຸ້ມຄອງໃຫ້ຮັດກຸມ ແລະ ຈະແຈ້ງຂຶ້ນກວ່າເກົ່າ ພ້ອມກັບ ການນຳໃຊ້ລະບົບຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ICT ເຂົ້າມາຊ່ວຍໃນການເກັບ ແລະ ກວດສອບການສອບເສັງຂອງນັກຮຽນນັກ ສຶກສາ.

ໂດຍອີງຕາມບົດລາຍງານຊີ້ແຈງຂອງທ່ານ ດຣ. ພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການຕໍ່ກອງປະຊຸມສະພາ ແຫ່ງຊາດທີ່ຫາກໍ່ຜ່ານພົ້ນໄປໃນເດືອນມິຖຸນາທີ່ຜ່ານມາໃຫ້ຮູ້ວ່າ: ຕໍ່ບັນຫາການປອມແປງ ແລະ ຊື້ຂາຍໃບປະກາສະນີຍະບັດຈົບຊັ້ນ ມ.6 ແລະຈົບບາງຄະນະຂອງມະຫາວິທະຍາໄລແຫ່ງຊາດ ນັ້ນກະຊວງສຶກສາທິການໄດ້ສົມທົບກັບເຈົ້າຫນ້າທີ່ຈາກກະຊວງປ້ອງກັນຄວາມ ສະຫງົບເພື່ອດຳເນີນສືບຫາຂໍ້ມູນຄວາມຈິງ

ຜ່ານຈາກການສືບສວນຕົວຈິງແມ່ນເຫັນມີຄວາມຈິງ ເຊິ່ງສາມາດຈັບ ແລະກັກຕົວຜູ້ຕ້ອງຫາໄດ້ຈຳນວນຫນຶ່ງ ໃນນັ້ນ ມີພະນັກງານ ໃນຂະແຫນງການສຶກສາບາງບຸກຄົນມີສ່ວນຮ່ວມໃນຂະບວນການນີ້ ປະຈຸບັນ ເຈົ້າຫນ້າທີ່ກຳລັງດຳເນີນການຕາມລະບຽບກົດຫມາຍຕໍ່ ພວກກ່ຽວ. ບັນຫາດັ່ງກ່າວນອກຈາກຈະເກີດຈາກຄວາມບໍ່ບໍລິສຸດຕໍ່ຈັນຍາບັນຂອງຄູ ຫລືພະນັກງານສຶກສາບາງຈຳນວນແລ້ວ ອີກສ່ວນ ຫນຶ່ງກໍ່ເກີດມາຈາກວິວັດທະນາການຂອງສັງຄົມທາງດ້ານເຕັກໂນໂລຊີ ແລະອຸປະກອນທີ່ທັນສະໄຫມ ໂດຍສະເພາະການສະແກນ, ອັດ ສຳເນົາ ແລະ ອື່ນໆ.




__________________


Member

Status: Offline
Posts: 21
Date:

ຕົ້ນເຫດ ຂອງການປອມແປງໃບປະກາດ ແມ່ນຍ້ອນສະຖາບັນການສຶກສາເອກະຊົນເປີດສອນຫລັກສູດປະລິນຍາໂທ ໂງ່ເງົ້າທີ່ເຫັນແຕ່ໄດ້ ບໍມີການ screen ໃຫ້ລະອຽດກ່ອນຮັບເຂົ້າ ເພາະພະນັກງານບໍລິສັດຫລືພະນັກງານລັດເອງບາງຄົນເຮັດວຽກຫລາຍປີມີຕຳແຫນ່ງແລະເງິນດີ ບໍ່ຢາກຕົກຕັ່ງເລີຍ ໄປຕໍ່ໂທຫວັງໄດ້ຊັ້ນແລະເງິນຕື່ມ ທັ້ງທີ່ວຸດທິຈົບພຽງຊັ້ນສູງຫລື ຕອນຈົບປະລິນຍາຕີກະຊື້ມາແລ້ວຮອບນຶ່ງ.
ສະຫລັບສາເຫດນັກສຶກສາຊື່ຄະແນນທີ່ຕົນເສັງຕົກ ມີຫລາຍສາເຫດ (ຂີ້ຄ້ານຂຽນ) ເພາະຫມູ່ຊວນຊື້ຢູ່ຄືກັນ ແຕ່ຍັງບໍ່ທັນຕັດສິນໃຈ

ຄົນພວກນີ້ເຂົາໄດ້ ດຣ. ດ້ານ ຄໍຣັບຊັນສາດ ດ່ັງນັ້ນຕີແລະໂທ ເປັນໃບເບີກທາງ .ເຮັດວຽກຢູ່ໃສມີແຕ່ຊິລົ້ມລະລາຍ
ຫນ້າສົມເພດ ບ້ານເກີດໂຕເອງແທ້ ຮືໆໆໆໆໆໆໆໆ

__________________
ສວິຟເຟີ

Date:

ພວກເຕົ່າລ້ານປີທີ່ບໍ່ມີຄວາມຮູ້ ບໍ່ມີຄວາມສາມາດ ແຕ່ມີຄວາມຮັກເງິນດັອນຄວນຫລີກທາງໃຫ້ລູກຫລານຜູ່ທີ່ມີຄວາມຮູ້ ມີຄວາມສາມາດແລະມີນໍ້າໃຈຮັກຊາດຢ່າງແທ້ຈິງ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard