Anonymous wrote:ເຈົ້າເດ, ຈົບຈາກ ວໍຊິງຕັນ ຫລື ລອນດອນ ບໍ ກ່ອນຊີເວົ້າໃຫ້ຄົນອື່ນ ຄວນງົມເບີ່ງ ງ່ອນດົ້ນໂຕເອງ ແດ່ຮູ້ບໍ່ວ່າມັນເສຽຫາຍເຖີງສະຖາບັນການສຶກສາ ຂອງບ້ານເຮົາຊໍ່າໃດ, ຄັນເຈົ້າມີຫລັກຖານວ່າ ຊື້ຈ້າງຄູອາຈານ ເຈົ້າຄວນມີຫລັກຖານ ມາຢັ້ງຢືນ, ບໍ່ແມ່ນ ມາເວົ້າໃຫ້ຄົນອື່ນເສຽຫາຍແບບນີ້ ມັນເປັນບາບ....ຮູ້ບໍ່ ໄວ້ເດີ !
ເຈົ້າເດ, ຈົບຈາກ ວໍຊິງຕັນ ຫລື ລອນດອນ ບໍ ກ່ອນຊີເວົ້າໃຫ້ຄົນອື່ນ ຄວນງົມເບີ່ງ ງ່ອນດົ້ນໂຕເອງ ແດ່ຮູ້ບໍ່ວ່າມັນເສຽຫາຍເຖີງສະຖາບັນການສຶກສາ ຂອງບ້ານເຮົາຊໍ່າໃດ, ຄັນເຈົ້າມີຫລັກຖານວ່າ ຊື້ຈ້າງຄູອາຈານ ເຈົ້າຄວນມີຫລັກຖານ ມາຢັ້ງຢືນ, ບໍ່ແມ່ນ ມາເວົ້າໃຫ້ຄົນອື່ນເສຽຫາຍແບບນີ້ ມັນເປັນບາບ....ຮູ້ບໍ່ ໄວ້ເດີ !
ທ່ານ ດຣ. ຄໍາພັນ ວິພາວັນ ເພິ່ນກະເວົ້າຄືກັນ, ລອງໃຊ້ Firefox ເຂົ້າໄປອ່ານເບິ່ງເດີພໍ່ອາວ:
http://vientianehour.com/eco-social/education/2010-07-07-21-28-20.vh
ໂດຍອີງຕາມບົດລາຍງານຊີ້ແຈງຂອງທ່ານ ດຣ. ພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການຕໍ່ກອງປະຊຸມສະພາ ແຫ່ງຊາດທີ່ຫາກໍ່ຜ່ານພົ້ນໄປໃນເດືອນມິຖຸນາທີ່ຜ່ານມາໃຫ້ຮູ້ວ່າ: ຕໍ່ບັນຫາການປອມແປງ ແລະ ຊື້ຂາຍໃບປະກາສະນີຍະບັດຈົບຊັ້ນ ມ.6 ແລະຈົບບາງຄະນະຂອງມະຫາວິທະຍາໄລແຫ່ງຊາດ ນັ້ນກະຊວງສຶກສາທິການໄດ້ສົມທົບກັບເຈົ້າຫນ້າທີ່ຈາກກະຊວງປ້ອງກັນຄວາມ ສະຫງົບເພື່ອດຳເນີນສືບຫາຂໍ້ມູນຄວາມຈິງ
ຜ່ານຈາກການສືບສວນຕົວຈິງແມ່ນເຫັນມີຄວາມຈິງ ເຊິ່ງສາມາດຈັບ ແລະກັກຕົວຜູ້ຕ້ອງຫາໄດ້ຈຳນວນຫນຶ່ງ ໃນນັ້ນ ມີພະນັກງານ ໃນຂະແຫນງການສຶກສາບາງບຸກຄົນມີສ່ວນຮ່ວມໃນຂະບວນການນີ້ ປະຈຸບັນ ເຈົ້າຫນ້າທີ່ກຳລັງດຳເນີນການຕາມລະບຽບກົດຫມາຍຕໍ່ ພວກກ່ຽວ. ບັນຫາດັ່ງກ່າວນອກຈາກຈະເກີດຈາກຄວາມບໍ່ບໍລິສຸດຕໍ່ຈັນຍາບັນຂອງຄູ ຫລືພະນັກງານສຶກສາບາງຈຳນວນແລ້ວ ອີກສ່ວນ ຫນຶ່ງກໍ່ເກີດມາຈາກວິວັດທະນາການຂອງສັງຄົມທາງດ້ານເຕັກໂນໂລຊີ ແລະອຸປະກອນທີ່ທັນສະໄຫມ ໂດຍສະເພາະການສະແກນ, ອັດ ສຳເນົາ ແລະ ອື່ນໆ.