Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວິເຄາະ ລາວ-ຈີນ-​ໄທ ຫາລື​ການ​ສ້າງ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່ອາຊຽນ


Member

Status: Offline
Posts: 21
Date:
ວິເຄາະ ລາວ-ຈີນ-​ໄທ ຫາລື​ການ​ສ້າງ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່ອາຊຽນ


http://www.mahasan.com/news_events/domestic_news/lao-thai-china.html
ມີຜົນໄດ້ຜົນເສຍແນວໃດຕໍ່ເສດຖະກິດ-ສັງຄົມລາວ (ປະຊາຊົນຕາດຳໆ)

__________________


Member

Status: Offline
Posts: 21
Date:
RE: ວິເຄາະ ລາວ-ຈີນ-​ໄທ ຫາລື​ການ​ສ້າງ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່ອາຊຽນ


ຄະນະ​ວິຊາ​ການ​ຈາກ​ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ​ລາວ, ກະຊວງ​ຄົມມະນາຄົມ ລາຊາ​ອະນາ​ຈັກ​ໄທ ແລະ ກະຊວງ​ການ​ລົດ​ໄຟ ສປ ຈີນ ໄດ້​ຈັດ​ໃຫ້​ ມີ​ ການ​ປະຊຸມ​ພົບ​ປະ​ສາມ​ຝ່າຍ​ເປັນຄັ້ງທຳ​ອິດ ຢູ່​ທີ່​ຈັດໜອງຄາຍ​(ປະ​ເທດ​ໄທ)ໃນ ວັນທີ 20 ສິງຫາ 2010 ເພື່ອປຶກສາຫາລືກອບກ່ຽວ ກັບການ ຮ່ວມ ມືສຶກສາສຳ ຫລວດ ແລະ ອອກແບບ ກ້າວໄປເຖິງກໍ່ສ້າງເສັ້ນທາງລົດໄຟ ເຊື່ອມຕໍ່ລະຫວ່າງ ສາມ ປະເທດ ບໍ່ເຕັນ-ວຽງ ຈັນ-ໜອງຄາຍ ບາງກອກ ເຊື່ອມຕໍ່ເສັ້ນທາງລົດ ໄຟ ອາຊຽນໃນ ອະນາຄົດ.

ໃນຕອນບ່າຍວັນດຽວກັນ ຄະນະວິຊາການທັງສາມປະເທດ ກໍໄດ້ເຂົ້າພົບປະ ລາຍງານ ຜົນການຫາລືຕໍ່ທ່ານສົມມາດ ພົຍເສນາ ລັດຖະມົນຕີວ່າການກະຊວງໂຍ ທາທິການ ແລະ ຂົນສົ່ງ ຢູທີ່ສະຖາລົດໄຟ ທ່ານາ ແລ້ງ ນະຄອນຫລວງວຽງຈັນ. ໂດຍ ທ່ານໄດ້ສະ ແດງ ຄວາມ ຍິນດີ ໃຫ້ຄວາມຮ່ວມມືທັງສະເພາະໜ້າ ແລະ ຍາວນານ. ສະ ນັ້ນຈຶ່ງສະ ເໜີໃຫ້ມີ ການແຕ່ງຕັ້ງຄະນະກຳມະການສາມຝ່າຍຂຶ້ນ ເພື່ອສືບຕໍ່ປຶກສາຫາລື ແລະ ລົງເລິກບັນຫາ ຕ່າງໆ ຢ່າງລະອຽດ ກ້າວໄປເຖິງ ການ ຈັດຕັ້ງປະຕິບັດຕົງຈິງ. ລັດຖະບານລາວ ໄດ້ເຫັນ ຄວາມ ສຳຄັນໃນບັນຫານີ້ ຊຶ່ງຈະນຳຜົນປະໂຫຍດໃຫ້ແກ່ທັງ ສາມປະເທດ ໂດຍສະເພາະ ສປ ຈີນ ທີ່ມີເສດ ຖະກິດ ເຂັ້ມ ແຂງ ເປັນອັນດັບ ສອງຂອງ ໂລກ ຮອງ ຈາກສະຫະລັດອາເມລິກາ ແລະ ມີທ່າອຽງຈະກ້າວ ກະໂດດ ໄປເລື້ອຍໆ

ທ່ານສົມປອງ ພົນເສນາ ຮອງຫົວໜ້າອົງການທາງລົດໄຟກ່າວວ່າ: ສຳລັບສປປ ລາວ ແລະ ສປ ຈີນ ກໍໄດ້ມີການລົງນາມໃນບົດບັນທຶກ ຄວາມເຂົ້າໃຈຮ່ວມ ກັນ ກ່ຽວ ກັບເສັ້ນທາງລົດໄຟ ບໍ່ເຕັນ-ວຽງຈັນ ໃນ ຜ່ານ ມາ, ປະຈຸບັນກຳລັງຢູ່ໃນລະຫວ່າງການ ຂຽນບົດວິພາກທາງເສດຖະກິດ

__________________
ນໍ້າກ້ອນຮ້ອນ

Date:

ແນ່ນອນຢູ່ແລ້ວ ເສັ້ນທາງລົດໄຟທີ່ຈະສ້າງຂຶ້ນມາເຊື່ອມຕໍ່3ປະເທດນີ້ຈະສ້າງຜົນປະໂຫຍດອັນມະຫາສານແກ່ຈີນທີ່ຈະສົ່ງສິນຄ້າຂອງເຂົາເຈົ້າໄປຂາຍໃຫ້ກຸ່ມອາຊຽນ, ໄທກໍ່ຈະມີຜົນປະໂຫຍດຫລາຍບໍ່ນ້ອຍໄປກ່ວາຈີນ. ສ່ວນລາວກໍ່ຈະມີຜົນປະໂຫຍດຈາກການເກັບຄ່າຜ່ານດ່ານເທົ່ານັ້ນ( ພວກມີອໍານາດຈະໄດ້ປະໂຫຍດອັນມະຫາສານຈາກການລັກລອບຂາຍບໍ່ແຮ່ ໄມ້ແລະເຄື່ອງປ່ານຂອງດົງ).

__________________


Member

Status: Offline
Posts: 21
Date:

ອີກອັນນຶ່ງ, ຊັບພະຍາກອນທຳມະຊາດກໍ່ຈະຖືກຂົນຫນີ.
ໃນນາມສ່ວນຕົວບໍໄດ້ມີຫຍັງຄັດຄ້ານ ມີແຕ່ເຫັນດີ ເພາະໂອກາດດີມີມາແລ້ວ ຕ່າງແຕ່ວ່າຈະຄວ້າໂອກາດທີ່ດີໄດ້ຫລືບໍ່
ຫວັງຢ່າງຍິ່ງວ່າຜູ້ຫລັກຜູ້ໃຫບ່ເພີ່ນຊິບໍ່ເປັນປາຊົມນ້ຳໃຫມ່ ພາກັນແຫ່ຂຶ້ນໃສ່ດາງແຫ.

__________________


Veteran Member

Status: Offline
Posts: 88
Date:

ນໍ້າກ້ອນຮ້ອນ wrote:

ແນ່ນອນຢູ່ແລ້ວ ເສັ້ນທາງລົດໄຟທີ່ຈະສ້າງຂຶ້ນມາເຊື່ອມຕໍ່3ປະເທດນີ້ຈະສ້າງຜົນປະໂຫຍດອັນມະຫາສານແກ່ຈີນທີ່ຈະສົ່ງສິນຄ້າຂອງເຂົາເຈົ້າໄປຂາຍໃຫ້ກຸ່ມອາຊຽນ, ໄທກໍ່ຈະມີຜົນປະໂຫຍດຫລາຍບໍ່ນ້ອຍໄປກ່ວາຈີນ. ສ່ວນລາວກໍ່ຈະມີຜົນປະໂຫຍດຈາກການເກັບຄ່າຜ່ານດ່ານເທົ່ານັ້ນ( ພວກມີອໍານາດຈະໄດ້ປະໂຫຍດອັນມະຫາສານຈາກການລັກລອບຂາຍບໍ່ແຮ່ ໄມ້ແລະເຄື່ອງປ່ານຂອງດົງ).



nono ມີຈັກຄົນທີ່ຍັງກິນເຂົ້າໜຽວຄ້ຽວປາແດກຍັງມີຄວາມຄິດແນວນີ້ ຕໍ່ການສ້າງລະບົບລາງໃນສປປລາວທີ່ວ່ານີ້

 



__________________
ຍັງຫິວຢູ່

Date:

ເອົາລິ້ງມາໃຫ້ອ່ານຂ້າເວລາຕອນນັ່ງຖ້າລົດປ້າຍສີຟ້າມາຮັບຊື່ໆເດີ.
http://www.aseanaffairs.com/laos_railway_network_project_awaits_investors


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard