Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ​ຍົກ​​ເວັ້ນ​ຄ່າ​ທຳນຽມວີ​ຊາ​ໃຫ້ຄົນລາວ​ ຢູ່​ຕ່າງ​ປະ​ເທດ ລະຫວ່າງ​ການສະຫລອງວຽງຈັນ 450 ປີ
Anonymous

Date:
ລາວ​ຍົກ​​ເວັ້ນ​ຄ່າ​ທຳນຽມວີ​ຊາ​ໃຫ້ຄົນລາວ​ ຢູ່​ຕ່າງ​ປະ​ເທດ ລະຫວ່າງ​ການສະຫລອງວຽງຈັນ 450 ປີ


(ຂປລ): ຄົນ​ລາວ​ ເຊື້ອ​ຊາດ​ລາວ​ ທີ່​ກຳລັງ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ ​ຈະ​ໄດ້​ຮັບ​ກຽດ ​ແລະ ມີໂອ​ກຽດຫລາຍ​ຂຶ້ນ​ກວ່າ​ເກົ່າ ໃນ​ການ​ເດີນທາງ​ກັບ​ມາ​ຢ້ຽມ​ ຢາມ​ ບ້ານ​ເກີດ​​ເມືອງນອນ​ຂອງ​ຕົນ​ ໃນ​ລະ ຫວ່າງ​ການສະ​ເຫລີ​ມສະຫລອງ​ ຄົບຮອບ 450 ປີ​ ຂອງ​ການ​ສ້າງ​ຕັ້ງ​ນະຄອນຫລວງ​ວຽງ​ຈັນ, ຫລັງ​ລັດຖະ ບານ​ໄດ້​ວາງ​ ແຜນ​ຈະຍົກ​ເວັ້ນຄ່າ​ທຳນຽມ​ວີ​ຊາ ຫລື ​ບໍ່​ເກັບ​ຄ່າ​ທຳນຽມ​ວີ​ຊາ​ ຈາກຄົນ​ລາວ​ຢູ່​ຕ່າງປະ​ເທດ ​ໃນ​ໄລຍະ​ສະ​ເຫລີ​ມສະ​ຫລອງ 450 ປີ​ທີ່​ຈະ​ມີ​ຂຶ້ນນັບ​ແຕ່ 1-21 ກັນຍາ 2010.
ທ່ານນາງ ​ເກສອນ, ​ເຈົ້າ​ໜ້າ​ທີ່​ຝ່າຍ​ວິຊາ​ການ, ກົມ​ການພົວພັນກັບ​ຊາວ​ລາວຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ​ ໄດ້​ເປີດ​ເຜີຍ​​ໃນ​ວັນ​ທີ 30 ສິງຫາ 2010 ນີ້​ວ່າ: ​ເພື່ອ​​ເປັນກາ​ນສົ່ງ​ເສີມສາຍ​ພົວພັນ ​ຄວາມ​ສາມັກຄີຮັກ​ແພງ ຄຸນງາມຄວາມດີ​ ​ແລະ ຄວາມ​ເປັນ​ຫ່ວງ​ເປັນ​ໄຍ ລະຫວ່າງ​ ຄົນ​ລາວ​ກັບຄົນ​ລາວ​ໃນ​ທົ່ວ​ໂລກ​ ໃຫ້​ ໄດ້​ມີ​ໂອກາດ​ພົບ​ປະ​ສ້າງສັນ ​ກໍຄື​ ຄວາມ​ພະຍາຍາມ​ຊ່ວຍ​ເຫລືອ ​ການ​ພັດທະນາ ​ແລະ ສ້າງສາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ເປັນ​ກ້າວໆ​ ສະ​ນັ້ນ​ ລະຫວ່າງ​ ການສະ​ເຫລີ​ມສະຫລອງ​ວັນ​ຄົບຮອບ 450 ປີ ນະ ຄອນ ຫລວງວຽງ​ຈັນ​ 1-21 ພະ​ຈິກ 2010 ທີ່​ຈະ​ມາ​ເຖິງ​ນີ້ ທາງ​ພາກ​ລັດ​ຮ່ວມ​ກັບ​ບັນດາ​ອົງການ​ຕ່າງໆ ​ທີ່​ກ່ຽວ ຂ້ອງ​ຈະໄດ​້​ເຊື້ອ​ເຊີນ​ບັນດາ​ແຂກ​ຕ່າງໆ​ທີ່​ມີ​ກຽດ​ທີ່ຢູ່​ໃກ້​ ​ແລະ ​ໄກ​ ໄດ້​ເຂົ້າ​ຮ່ວມ ຊຶ່ງ​ໃນ​ນັ້ນ​ຈະ​ໄດ້​ມີ​ການ​ເຊື້​ອ​ເຊີນ​ບັນ​ປະ​ເທດ​ເພື່ອ​ນບ້ານ​ໃກ້​ຄຽງ, ສະມາຊິກ​ອາ​ ຊຽນ ແລະ ບັນດາ​ປະ​ເທດ​ຕ່າງໆ​ທີ່​ກ່ຽວຂ້ອງ, ​ແຕ່​ສິ່ງ​ພິ​ເສດ​ນັ້ນ​ ຈະ​ໄດ້​ມີ​ການ​ເຊື້ອ​ເຊີນ​ຄົນ​ລາວ ​ແລະ ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ ​ໃຫ້​ໄດ້​ມີ​ໂອກາດ​​ໄດ້​ເຂົ້າ​ຮ່ວມ ​ເປັນ​ ຄັ້ງ​ປະ​ຫວັດ​ສາດ​ ດ້ວຍ​ການ​ບໍ່​ເກັບ​ຄ່າ​ວີ​ຊາ​ນຳ​ຄົນ​ລາວ​ເຊື້ອ​ຊາດ​ລາວ.
ທ່ານນາງ ​ເກ​ສອນ ​ແຈ້ງ​ລາຍ​ລະອຽດ​ວ່າ: ​ແຜນການ​ດັ່ງກ່າວ ​ໄດ້​ມີ​ຂຶ້ນຫລັງ​ໄດ້​ມີ​ການ​ປຶກສາ​ຫາລື ແລະ ​ປະຊຸມ​ກັນ​ຄົນ​ຄະນະ​​ ໂດຍ​ເຫັນ​ດີ​ວ່າ​ນັບ​ແຕ່​ວັນ​ທີ 1-15 ພະຈິກ 2010 ພ້ອມ​ຈະ​ເປີດ​ໂອກາດ​ໃຫ້​ຄົນ​ລາວ​ໃນ​ທົ່ວ​ໂລກ ​ໄປ​ເອົາ​ວີ​ຊາ​ໃນ​ແຕ່ລະ​ສະຖານ​ທູດ​ທີ່​ຕົນ​ສັງກັດ​ຢູ່​ ໂດຍ​ບໍ່​ໄດ້​ເກັບ​ຄ່າ​ທຳນຽມ ນອກຈາກ​ນັ້ນ ລະ ຫວ່າງ​ວັນ​ທີ 15-21 ພະຈິກ ຍັງ​ໄດ້​ມີ​ການ​ເປີດ​ໂອກາດ​ເພີ່ມ​ຕື່ມ​ອີກ​ ໃຫ້​ຄົນ​ລາວ​ທີ່​ກຳລັງ​ເດີນທາງ​ຢ້ຽມ ຢາມ ​ບັນດາ​ປະ​ເທດ​ຕ່າງໆ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ ສປປ ລາວ​ ສາມາດ​ໄປ​ເອົາ​ວີ​ຊາ​ກັບ​ຫ້ອງ​ຕຳຫລວດ​ກວດ​ຄົນ​ເຂົ້າ​ເມືອງ ຫລື ຕ.ມ.​ໄດ້​ເລີຍ ​ໂດຍ​ບໍ່​ຕ້ອງ​ຈ່າຍ​ຄ່າ​ທຳນຽມ​ໃດໆ. ຕາມ​ການ​ລາຍ​ງານ​ສະຖິຕິ​ເບື້ອງ​ຕົ້ນ ​ຂອງ ​ກະຊວງ​ການ​ຕ່າງ ປະ​ເທດ​ ໃຫ້ຮູ້ວ່າ: ປະຈຸບັນ ມີຄົນ​ລາວ​ເຊື້ອ​ຊາດ​ລາວ​ ທີ່​ອາ​ໄສ​ຢູ່​ໃນ​ຕ່າງປະ​ເທດ​ບໍ່​ຕ່ຳ​ກວ່າ 600.000 ຄົນ ຊຶ່ງກຳ ລັງຈະ​ໄດ້​ຮັບ​ຂ່າວ​ດີ./.

__________________
ອ້ຽງລົມ

Date:
RE: ລາວ​ຍົກ​​ເວັ້ນ​ຄ່າ​ທຳນຽມວີ​ຊາ​ໃຫ້ຄົນລາວ​ ຢູ່​ຕ່າງ​ປະ​ເທດ ລະຫວ່າງ​ການສະຫລອງວຽງຈັນ 450 ປີ


ເພິ່ນພິມຜິດຫຼືເພິ່ນປ່ຽນສັບ? ໂອກຽດຫຼືໂອກາດ?

__________________
Anonymous

Date:

ເພິ່ນພິມຜິດຫຼືເພິ່ນປ່ຽນສັບ? ໂອກຽດຫຼືໂອກາດ?
---------------------------------------------------
ຈັງແມ່ນເຈົ້າຕາດີນໍ່ອາວ ຂ້ອຍໃສ່ແວ່ນເບີ ໍ200 ຍັງບໍ່ເຫັນ


__________________
Anonymous

Date:

yark pai lint Lao yoo, thae wah deow nee sed tha kit bor dee. 

__________________
ຜັກຄາວທອງ

Date:

ຂ້ອຍບໍ່ໄດ້ພັກ, ເຂົາພັກໃຫ້ອາທິດທີ2ຂອງເດືອນ12 ໄປຫາທ້າຍເດືອນ1. ໃຜມີໂອກາດໄດ້ໄປກະມ່ວນເທື່ອແດ່.

__________________
Anonymous

Date:

 anyway Laos govt. trick Lao oversea ( Lao-nork)  govt. said will waive visa fee from Sept-1-2010 thru Nov-15-2010  , now they flip flop the fee will waive from Nov-1-2010 thru Nov-21-2010 , when i call my friend in Laos they said the visa fee will waive only one week from nov-15-2010 thru Nov-21-2010 what the heck .

__________________
ເຈັກສາງນໍ້າມັນ

Date:
RE:ລາວ​ຍົກ​​ເວັ້ນ​ຄ່າ​ທຳນຽມວີ​ຊາ​ໃຫ້ຄົນລາວ​ ຢູ່​ຕ່າງ​ປະ​ເທດ ລະຫວ່າງ​ການສະຫລອງວຽງຈັນ 450 ປີ


Anonymous wrote:

 anyway Laos govt. trick Lao oversea ( Lao-nork)  govt. said will waive visa fee from Sept-1-2010 thru Nov-15-2010  , now they flip flop the fee will waive from Nov-1-2010 thru Nov-21-2010 , when i call my friend in Laos they said the visa fee will waive only one week from nov-15-2010 thru Nov-21-2010 what the heck .





ບໍ່ແມ່ນເພິ່ນtrickດອກ ຂັ້ນເທິງກັບຂັ້ນລຸ່ມເວົ້າບໍ່ກົງກັນຊື່ໆ, ຮາໆໆໆໆໆໆໆໆໆໆໆ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard