Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົ້ນພົບບໍ່ທອງແດງ ອາຍຸ2ພັນປີ ຢູ່ລາວ !!!
Anonymous

Date:
ຄົ້ນພົບບໍ່ທອງແດງ ອາຍຸ2ພັນປີ ຢູ່ລາວ !!!



 ຂ່າວ: ໄກ່ແກ້ວ


   ຄົ້ນພົບຮ່ອງຮອຍຄືການຂຸດຄົ້ນບໍ່ທອງແດງຂະຫນາດໃຫຍ່(ເທົ່າເດີ່ນບານເຕະ 2 ເດີ່ນ)ຂອງຄົນລາວບູຮານໃນເຂດວິລະບູລີແຂວງ ສະຫວັນນະເຂດ ເຊິ່ງເປັນເຂດສຳປະທານຂຸດຄົ້ນບໍ່ແຮ່ຂອງບໍລິສັດລ້ານຊ້າງມີນີໂຣນ ແລະ ເປັນທີ່ຫນ້າງຶດງໍ້ອັດສະຈັນໃຫ້ແກ່ຄົນທົ່ວ ໂລກອີກ ເມື່ອຜົນການກວດກາຈາກນັກບູຮານຄະດີຂອງວິທະຍາໄລເຈມສຄຸກ ໄດ້ຢັ້ງຢືນວ່າບໍ່ທອງແດງດັ່ງກ່າວແມ່ນໄດ້ຖືກຂຸດຄົ້ນມາ ກ່ອນຫນ້ານີ້ 2000 ກວ່າປີ ຖືເປັນການຄົ້ນພົບບໍ່ແຮ່ທອງແດງຂະຫນາດໃຫຍ່ໃນສະໄຫມບູຮານທີ່ນັບວ່າເປັນຫນຶ່ງໃນບັນດາແຫລ່ງວັດ ຖຸບູຮານທີ່ສຳຄັນເທົ່າທີ່ເຄີຍຄົ້ນພົບມາຢູ່ໃນໂລກ ແລະ ເປັນຄັ້ງທຳອິດໃນພາກພື້ນອາຊີອາຄະເນທີ່ຄົ້ນພົບບໍ່ທອງແດງໃຫຍ່ຂະຫນາດນີ້.


   ພາຍຫລັງທີ່ໄດ້ຄົ້ນພົບສະຖານບູຮານທີ່ສຳຄັນດັ່ງກ່າວ ກົມມໍລະດົກກະຊວງຖະແຫລງຂ່າວ ແລະ ວັດທະນະທຳບໍລິສັດລ້ານຊ້າງມີ ນີໂຣນ ແລະ ມະຫາວິທະຍາໄລ ເຈມສຄຸກ ກໍ່ໄດ້ຈັບມືກັນສືບຕໍ່ເຮັດວຽກປົກປັກຮັກສາມໍລະດົກອັນເປັນພັນທະ ແລະ ຫນ້າທີ່ຂອງທົ່ວ ສັງຄົມ ໂດຍໄດ້ຈັດພິທີລົງນາມໃນບົດບັນທຶກຊ່ວຍຈຳເພື່ອການຄົ້ນຄວ້າມໍລະດົກວັດທະນະທຳຢູ່ສປປ ລາວ ສະບັບໃຫມ່ທີ່ສືບເນື່ອງມາ ຈາກສະບັບເດີມທີ່ໄດ້ລົງນາມ ແລະ ຮ່ວມເຮັດວຽກນຳກັນມາແຕ່ປີ 2007 ຂຶ້ນຢ່າງເປັນທາງການໃນວັນທີ 23 ສິງຫາ 2010 ທີ່ໂຮງ ແຮມລາວພລາຊາຕາງຫນ້າລົງນາມຝ່າຍລາວ ໂດຍແມ່ນທ່ານ ດຣ. ທອງສາ ໄຊຍະວົງຄຳດີ ຫົວຫນ້າກົມມໍລະດົກກະຊວງຖະແຫລງ ຂ່າວ ແລະ ວັດທະນະທຳ, ຕາງຫນ້າບໍລິສັດລ້ານຊ້າງມີນີໂຣນ ທ່່ານ ແຟຣງ ເຣມານ ຜູ້ຈັດການອາວຸໂສດ້ານການຄຸ້ມຄອງ, ພັດທະ ນາຊຸມຊົນ ແລະ ຄວາມຍືນຍົງໂຄງການບໍ່ແຮ່ເຊໂປນ ບໍລິສັດລ້ານຊ້າງມີນີໂຣນ ແລະ ມີທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າ ການກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


   ບົດບັນທຶກຊ່ວຍຈຳສະບັບໃຫມ່ນີ້ ຈະເຮັດໃຫ້ຄວາມເຊື່ອຫມັ້ນ ແລະເອົາໃຈໃສ່ຂອງໂຄງການບໍ່ແຮ່ເຊໂປນເພີ່ມຄວາມຫນັກແຫນ້ນ ຕໍ່ການກຳນົດປະເພດ ແລະ ສົ່ງເສີມມໍລະດົກທາງດ້ານວັດທະນະທຳໃນເຂດທີ່ໄດ້ຮັບຜົນກະທົບຈາກໂຄງການ ເຊິ່ງພາຍຫລັງລົງນາມ ໃນບົດບັນທຶກແລ້ວ ກົມມໍລະດົກກະຊວງຖະແຫລງຂ່າວຈະໄດ້ຈັດສົ່ງພະນັກງານລົງໄປປະຈຳຢູ່ທີ່ພາກສະຫນາມ 1 ຄົນ ເພື່ອປະຕິບັດ ວຽກງານຮ່ວມກັບຜູ້ເຮັດວຽກກ່ຽວຂ້ອງບໍລິສັດດັ່ງກ່າວໃຫ້ມີປະສິດທິພາບຍິ່ງຂຶ້ນ ເນື່ອງຈາກວ່າໃນແຕ່ລະມື້ໃນເຂດດັ່ງກ່າວແມ່ນມີການ ຄົ້ນພົບວັດຖຸບູຮານເລື້ອຍໆ.


   ການຄົ້ນພົບເຫມືອງທອງແດງ 2000 ປີໃນຄັ້ງນີ້ຖືເປັນສິ່ງຢັ້ງຢືນເຖິງພູມປັນຍາ, ເຕັກນິກວິທະຍາສາດຂອງຄົນລາວບູຮານໄດ້ຢ່າງ ຊັດເຈນ ແລະເປັນມໍລະດົກອັນລ້ຳຄ່າຂອງຊາດທີ່ຈະຕ້ອງບັນທຶກລົງໃນປະຫວັດສາດຊາດລາວ, ໃນບໍລິເວນບໍ່ແຮ່ບູຮານປາກົດມີຂຸມລັກ ສະນະຄ້າຍຄືນ້ຳສ້າງ 150 ຂຸມ, ພົບອຸປະກອນທີ່ໃຊ້ຫລໍ່ທອງແລະທອງ ເປັນກ້ອນທີ່ຜະລິດເພື່ອສົ່ງອອກເປັນສິນຄ້າ ນອກນັ້ນຍັງພົບ ຮ່ອງຮອຍການກະກຽມກອງທັບ ເພື່ອກອບກູ້ເອກະລາດຈາກສະຫຍາມໃນສະໄຫມເຈົ້າອານຸວົງ ນອກນັ້ນທ່ານ ດຣ. ທອງສາ ຍັງກ່າວ ຕື່ມອີກວ່າ ບໍລິສັດລ້ານຊ້າງມີນີໂຣນຖືເປັນບໍລິສັດຕົວຢ່າງທີ່ດີເດັ່ນໃນການປົກປັກຮັກສາມໍລະດົກວັດທະນະທຳເນື່ອງຈາກວ່າກ່ອນຫນ້າ ທີ່ຈະຂຸດຄົ້ນໃນແຕ່ລະພື້ນທີ່ກົມມໍລະດົກແມ່ນໄດ້ລົງສຳຫລວດກ່ອນເຊິ່ງຜ່ານມາພວກເຮົາກໍ່ໄດ້ຄົ້ນພົບຄ້ອງບັ້ງບູຮານໃນປີ 2008 ອາຍຸ 2300-2500 ປີ (ປະຈຸບັນ ວາງສະແດງຢູ່ຫໍພິພິທະພັນແຫ່ງຊາດ).


Ecom


__________________
Anonymous

Date:

ຂອບໃຈທີ່ເອົາຂ່າວດີມາໃຫ້ອ່ານ. ທ່ານພໍຈະບອກໄດ້ບໍ່ວ່າເພິ່ນຈະເຮັດເປັນບ່ອນທ່ອງທ່ຽວຫລືແນວໃດ໋?

__________________
Anonymous

Date:


ເອົາມາເຮັດເປັນເດີນເຕະບານໄປເລຍ ຄົງຈະດີ



__________________
Anonymous

Date:

ຊ່າງວ່າແທ້ ເດີ່ນເຕະບານເຮັດຢູ່ໃສກະໄດ້ເປັນຫຍັງຕ້ອງໄປເຮັດໃສ່ບ່ອນທີ່ມີຮ່ອງຮອຍປະຫວັດສາດແບບນີ້?

__________________
Anonymous

Date:

ດີໃຈນຳບັນພະບຸລຸດລາວທີ່ມີຄວາມສະຫລາດຫລັກແຫລມສາມາດຂຸດບໍ່ແຮ່ໄດ້ບາດຕົກຮອດສະໄໝຫລານພັດໃຫ້ຄົນອື່ນມາເອົາໄປໂອຍອາຍເດ.....

__________________
Anonymous

Date:

Anonymous wrote:

ດີໃຈນຳບັນພະບຸລຸດລາວທີ່ມີຄວາມສະຫລາດຫລັກແຫລມສາມາດຂຸດບໍ່ແຮ່ໄດ້ບາດຕົກຮອດສະໄໝຫລານພັດໃຫ້ຄົນອື່ນມາເອົາໄປໂອຍອາຍເດ.....





ລຸ້ນຫລານກະສະຫລາດທີ່ສາມາດຍົວະໃຊ້ຄົນຊາດອື່ນມາຂຸດຄົ້ນໃຫ້.

__________________
Anonymous

Date:

Anonymous wrote:


ເອົາມາເຮັດເປັນເດີນເຕະບານໄປເລຍ ຄົງຈະດີ





ເຮັດເດີ່ນຕີກັອບ150ຂຸມດີກ່ວາ

__________________
Anonymous

Date:

ບໍ່ທອງແດງສອງພັນປີ ກັບຮ່ອງຮອຍ ການກະກຽມກອງທັບຂອງເຈົ້າອະນຸວົງເພຶ່ອຕໍ່ສູ້ກັບສຍາມມີຄວາມກ່ຽວພັນກັນແນວໃດ ເພາະວ່າສໄມເຈົ້າອະນູວົງນັ້ນນໍາຫຼັງບໍ່ທອງແດງນີ້ຕັ້ງພັນກວ່າປີພຸ້ນ. ຂ້ອຍສົງໄສຢ້ານແມ່ນ ພວກມະນຸດຕ່າງດາວມາລັກຂຸດກ່ອນເມື່ອສອງພັນປີກ່ອນ



__________________
Anonymous

Date:

Anonymous wrote:

 

Anonymous wrote:

ດີໃຈນຳບັນພະບຸລຸດລາວທີ່ມີຄວາມສະຫລາດຫລັກແຫລມສາມາດຂຸດບໍ່ແຮ່ໄດ້ບາດຕົກຮອດສະໄໝຫລານພັດໃຫ້ຄົນອື່ນມາເອົາໄປໂອຍອາຍເດ.....




 


ລຸ້ນຫລານກະສະຫລາດທີ່ສາມາດຍົວະໃຊ້ຄົນຊາດອື່ນມາຂຸດຄົ້ນໃຫ້.

 




haha, you are like xiengmieng



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard