Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຕືອນ...ລະວັງຖືກລອກ
Anonymous

Date:
ເຕືອນ...ລະວັງຖືກລອກ

ເຕືອນສາວລາວ ລະວັງບ່າວເມືອງນອກ

ເຄີຍໄດ້ຍີນຢູ່ເລື້ອຍໆ...........ຄວາມເປື່ອຍເຍື່ອຍຂອງສັງຄົມ
ຄົນຕົ້ມກັນຕາໄສໆ.............ຈຶ່ງຂະຫຍາຍຄວາມເວົ້າ
ຂໍໃຫ້ຈຳເອົາໄວ້...................ຄົນຈັງໄຮມີໄປທົ່ວ
ພວກນີ້ເຫັນແກ່ຕົວ.............ຫາຕົວະຍົວະສາວຊັກໄຊ້ ......ໃຫ້ອາຍໜ້າເພີ່ນຫຍັນ

ພວກເມຍເຜີມາຢາມບ້ານ....ຕ້ານບອກໜູ່ວ່າເມຍປະ
ມາຫາເມຍຢູ່ເມືອງລາວ.......ເລາະຊອກເອົາຈົນໄດ້
ສາວຫຼວງຫຼາຍຕາຕັ້ງ .......ຫວັງຢາກໄປເມືອງນອກ
ບອກຕົກລົງຮັບຫມັ້ນ ..........ໃຫ້ຟັນຫຼີ້ນນັບເດືອນ

ບໍ່ເຄີຍໜີຫ່າງເຄື້ອນ .....ຕັ້ງເດືອນຫນຶ່ງເຂົານອນນຳ
ຈັດທຳລາບາສີ ...............ປານວ່າມີດອງນ້ອຍ
ເງິນທີ່ຫຼອຍເມຍໄດ້ .........ສອງສາມພັນເມືອຢາມແມ່
ແບ່ງໄປງານໝັ້ນແນ່ ..ພຽງສີ່ຊ້າຫ້າຮ້ອຍ ..ໄດ້ຫຼອຍສ້ວມສູ່ສາວ

ເງິນບໍ່ພໍເພິ່ນບໍ່ເອົາ ..........ພໍ່ເຖົ້າຈ່າຍຈົນເສຍຫົວ
ທັງຄ່າງົວຂອງມືນເມົາ ....ເຫຼົ້າຢາປາແປ້ງ
ເອົາລູກເຂີຍຈົນຖົງແຫ້ງ .....ບໍ່ແໜງໃຈຍິນດີຈ່າຍ
ບໍ່ພໍເດືອນເຂີຍສົ່ງໃຫ້ ......ຮວມກັນໄວ້ລູກສົ່ງແທນ ..ສາແລ້ວ

ຕົວະກັນບາດແຂ້ນໆ ........ຄິດວ່າແມ່ນຂອງໂຕ
ເສຍໂງ່ນຳຢາກເດີນທາງ ....ໄປຕ່າງແດນໄກກວ້າງ
ເຂົາຊິທວງປະກັນຈ້າວ .......ບໍ່ພໍຄາວໄດ້ບິນແນ່
ເບິ່ງໄປໃສພາກັນແຫ່ ..ທາງພໍ່ແມ່ກໍໄດ້ຫນ້າ ..ລູກເຂີຍຫຼ້າຊິສົ່ງເງິນ

ຮອດຂວບເດືອນສົ່ງເພິ່ນຂຶ້ນ ...ຍົນດ່ວນບິນກັບ
ສັນຍາກັນຊິມາຮັບ ................ຕ້ອນເຈົ້າໄປບໍ່ກົວຢ້ານ
ຈະຈັດການເດີນເລື້ອງ .............ເອກກະສານຄົບທຸກຢ່າງ
ບາດເມືອແລ້ວເປັນລາຍຕ່າງ ຊ່າງວ່າມິດສ້ອຍມ້ອຍ ບໍ່ໂທຈ້ອຍເມື່ອຍແຕ່ຄອງ

ສ່ວນເລກໂທຂຽນໃຫ້ນ້ອງ .....ໂທລອງເບິ່ງບໍ່ມີຕິດ
ຂຽນເບີຜິດໃຫ້ໂລເລ..........ເກີນໜ່າຍເດຜູ້ຊາຍຕົ້ມ
ຫຼອກໃຫ້ອົມຮັງມິ້ມ.............ເປັນເດືອນຊີມ ມິດຈີ່ລີ່ ມິດຈີ່ລີ່
ມາກິນແລ້ວແຊ່ວຫນີ....ຫຼອກກິນຟຣີບໍ່ຢາກເວົ້າ....ຄວາຍເຖົ້າພໍ່ກໍຂາຍ

ມາຮູ້ເອົາຕອນທ້າຍ............ເປັນຕາຫນ່າຍເຂົາມີເມັຽ
ເສັຽທັງເງິນເສັຽທັງຂອງ.........ເຂົາຍອງເປັນເດືອນພຸ້ນ
ຜູ້ຫຼຸບທຶນຄືເສືອເຖົ້າ..............ຫວັງຊິເອົາເຂີຍເມືອງນອກ
ບອກຄົນຫມົດຫມູ່ບ້ານ.............ບໍ່ຫານສູ້ຮອດຫນ້າຄົນ ລະອາຍເດ໋!

ຟັງເດີ..... ກ່ອນຕົກລົງໃຫ້ສືບຄົ້ນ....ປະຫວັດເບິ່ງບໍ່ມີເມັຽ ຈິງບໍ?
ເສັດການເຄລັຽທາງຫຼັງ .........ຢ່າຮ້າງມີຫນັງສືແລ້ວ
ໝົດທຸກແນວໃຫ້ຖາມຈ້ອນ ...........ເລື້ອງສຳຄັນ ສັນຊາດບໍ?
ເພາະກົດຫມາຍ ຕໍ ມໍ ..ຕ້ອງສັນຊາດຈຶ່ງໃຫ້ ..ປະກັນໄດ້ຢ່າງດຽວ

ຍ້ອນໃຈຄົນມັນຄົດລ້ຽວ ...........ຕຽມແຕ່ໜ່ຽວໄກປືນ
ຕ້ອງຢັ້ງຢືນຫຼັກຖານຄົບ .........ໃຫ້ທົບທວນເອົາໄວ້
ບໍ່ເຂົ້າໃຈຈະແຈ້ງ ................ໃຫ້ຖາມຈຳປາແດງຕື່ມ ..ເດີນ້ອງເດີ
ຂໍເຕືອນໄວ້ຢ່າລືມ ..ຫນັງສືຄົບຖືກຕ້ອງ ..ຈຶ່ງຫງາຍທ້ອງໃຫ້ເພິ່ນເຕັງ

ກັອບຈາກໃບລານ ເຫັນວ່າມ່ວນດີ ມີສາລະຢາກໃຫ້ອ່ານນຳກັນພີ່ນ້ອງເອີຍ
ຂໍຂອບໃຈ

__________________
Anonymous

Date:

ຂອບໃຈຫລາຍໆເດີທ່ານ ຈໍາປາແດງ. ຖ້າຈະໃຫ້ດີແທ້ຕ້ອງຂໍເບິ່ງໜັງສືຄ່າລ້ຽງເດັກແດ່ເດີ, ບາງຄົນເຮັດໃບຢ່າຮ້າງຄັກແນ່ ແຕ່ບໍ່ຈ່າຍເງິນຄ່າລ້ຽງລູກໃຫ້ເມຍ ກະມີບັນຫາຄືກັນເດີ. ໜັງສືທີ່ຕ້ອງເບິ່ງຄື:
1. ໃບຢ່າຮ້າງ
2. ໃບລ້ຽງເດັກ
3. ໃບປອດຄະດີ
4. ພັດສະປອດສັນຊາດ
ເທື່ອໜ້າຂຽນກອນເຕືອນບ່າວນອກແດ່ເດີທ່ານ ຈໍາປາແດງ, ຜ່ານມາກະມີຫລາຍຢູ່ໃດ໋ສາວລາວຕົ້ມບ່າວນອກ(ຖິ້ມປະບ່າວນອກເມື່ອໄປຮອດຈຸດໝາຍປາຍາງ)

__________________
ບັກແຫຼ້

Date:

ອາໂກຍ ແບບນີ້ມີທຸກໝົ້ງທຸກແຈເປັນຜູ້ຍີງກະຢ່າງ່າຍຫຼາຍໃຫ້ເຂົາຕັບຕັບໄວເກີນໄປມັນກະເປັນແນວນັ້ນລະກາຮູູ້ຢູ່ແລ້ວຜູ້ຊາຍມັກ
ຫາຫລອກກີນຂອງຟລີ,ສະແດງຄວາມເສັຽໃຈນຳເດີນ້ອງຫລ້າບໍ່ເປັນຫຍັງທໍາໃຈເອົາໄວ້ມັນບໍ່ເຟຄືຕະລິງດອກ ຮີ ຮີ.

__________________
Anonymous

Date:

ບັກແຫຼ້ wrote:

ຂ້ອຍວ່າຕ່າງຝ່າຍຕ່າງກະຢາກຕັບໆກັນຫັ້ນລະຈັ່ງໄດ້ເອົາກັນ.

__________________
Anonymous

Date:

ຈັງແມ່ນເຈົ້າແຕ່ງມ່ວນນໍ
ສົງໃສມີປະສົບປະການຈິງ aww

__________________
Anonymous

Date:

Anonymous wrote:

ຈັງແມ່ນເຈົ້າແຕ່ງມ່ວນນໍ
ສົງໃສມີປະສົບປະການຈິງ aww

ທ່ານ ຈໍາປາແດງ ແມ່ນນັກກະວີເອກຂອງຄົນລາວຢູ່ສະຫະຣັດອາເມຣິກາກະແຕ່ງມ່ວນລະຕິ!

__________________
Anonymous

Date:

ເຕືອນ...ລະວັງຖືກລອກ?

ລະວັງຖືກລອກ  ຫຼຶວ່າ ລະວັງຖືກຫລອກ

__________________
Anonymous

Date:
RE: ລະວັງຖືກຫລອກ

ກະຊິແມ່ນຫລອກຫັ້ນລະ ແຕ່ເພິ່ນຫລົງຕົວຫໍ

__________________
Anonymous

Date:
RE: ເຕືອນ...ລະວັງຖືກລອກ

aow keuk het u inloa ma hon yung pee

__________________
Anonymous

Date:

sao lack 7 dae pai sai leo
hing ma eak nae 55555555555

__________________
ຕູ້ ທິດພັນ

Date:

ໂຮ...ຕັ້ງແຕ່ຜູ້ຂ້າເກີດໄດ້ໃຫຍ່ມາ ກະບໍ່ເຄີຍເຫັນ ຄຳກອນມ່ວນ ແລະ ມີເນື້ອຫາສາລະແບບນີ້ ເລີຍ,ໄດ້ອ່ານແລ້ວ ມັນຖືກກັບອາດີດຂອງຜູ້ຂ້າເວີຍ:
- ຮັກແທ້  ຫວັງຟັນ....
- ຮັກນິລັນ ຟັນແລ້ວຖີ້ມ

  ຂໍຂອບໃຈ ທ່ານຜູ້ເອົາມາໂພດສ໌, ຂໍໃຫ້ເຈົ້າອາຍຸໝັ້ນ
ຂວັນຍືນເດີ!

__________________
Anonymous

Date:

  thanks for the person post this poem , you are must have good heart.  that 's rigth  hope lao girl in Laos should be alert and learn from this mistake  ,   just please spread the word around let everybody prepare.nonono

__________________
Lao Freedom

Date:

It's very depends on the person, not always people from another country scandalous for the laos girl and also Laos girl in laos is one of them.

__________________
Anonymous

Date:

Anonymous wrote:

ເຕືອນສາວລາວ ລະວັງບ່າວເມືອງນອກ

ເຄີຍໄດ້ຍີນຢູ່ເລື້ອຍໆ...........ຄວາມເປື່ອຍເຍື່ອຍຂອງສັງຄົມ
ຄົນຕົ້ມກັນຕາໄສໆ.............ຈຶ່ງຂະຫຍາຍຄວາມເວົ້າ
ຂໍໃຫ້ຈຳເອົາໄວ້...................ຄົນຈັງໄຮມີໄປທົ່ວ
ພວກນີ້ເຫັນແກ່ຕົວ.............ຫາຕົວະຍົວະສາວຊັກໄຊ້ ......ໃຫ້ອາຍໜ້າເພີ່ນຫຍັນ

ພວກເມຍເຜີມາຢາມບ້ານ....ຕ້ານບອກໜູ່ວ່າເມຍປະ
ມາຫາເມຍຢູ່ເມືອງລາວ.......ເລາະຊອກເອົາຈົນໄດ້
ສາວຫຼວງຫຼາຍຕາຕັ້ງ .......ຫວັງຢາກໄປເມືອງນອກ
ບອກຕົກລົງຮັບຫມັ້ນ ..........ໃຫ້ຟັນຫຼີ້ນນັບເດືອນ

ບໍ່ເຄີຍໜີຫ່າງເຄື້ອນ .....ຕັ້ງເດືອນຫນຶ່ງເຂົານອນນຳ
ຈັດທຳລາບາສີ ...............ປານວ່າມີດອງນ້ອຍ
ເງິນທີ່ຫຼອຍເມຍໄດ້ .........ສອງສາມພັນເມືອຢາມແມ່
ແບ່ງໄປງານໝັ້ນແນ່ ..ພຽງສີ່ຊ້າຫ້າຮ້ອຍ ..ໄດ້ຫຼອຍສ້ວມສູ່ສາວ

ເງິນບໍ່ພໍເພິ່ນບໍ່ເອົາ ..........ພໍ່ເຖົ້າຈ່າຍຈົນເສຍຫົວ
ທັງຄ່າງົວຂອງມືນເມົາ ....ເຫຼົ້າຢາປາແປ້ງ
ເອົາລູກເຂີຍຈົນຖົງແຫ້ງ .....ບໍ່ແໜງໃຈຍິນດີຈ່າຍ
ບໍ່ພໍເດືອນເຂີຍສົ່ງໃຫ້ ......ຮວມກັນໄວ້ລູກສົ່ງແທນ ..ສາແລ້ວ

ຕົວະກັນບາດແຂ້ນໆ ........ຄິດວ່າແມ່ນຂອງໂຕ
ເສຍໂງ່ນຳຢາກເດີນທາງ ....ໄປຕ່າງແດນໄກກວ້າງ
ເຂົາຊິທວງປະກັນຈ້າວ .......ບໍ່ພໍຄາວໄດ້ບິນແນ່
ເບິ່ງໄປໃສພາກັນແຫ່ ..ທາງພໍ່ແມ່ກໍໄດ້ຫນ້າ ..ລູກເຂີຍຫຼ້າຊິສົ່ງເງິນ

ຮອດຂວບເດືອນສົ່ງເພິ່ນຂຶ້ນ ...ຍົນດ່ວນບິນກັບ
ສັນຍາກັນຊິມາຮັບ ................ຕ້ອນເຈົ້າໄປບໍ່ກົວຢ້ານ
ຈະຈັດການເດີນເລື້ອງ .............ເອກກະສານຄົບທຸກຢ່າງ
ບາດເມືອແລ້ວເປັນລາຍຕ່າງ ຊ່າງວ່າມິດສ້ອຍມ້ອຍ ບໍ່ໂທຈ້ອຍເມື່ອຍແຕ່ຄອງ

ສ່ວນເລກໂທຂຽນໃຫ້ນ້ອງ .....ໂທລອງເບິ່ງບໍ່ມີຕິດ
ຂຽນເບີຜິດໃຫ້ໂລເລ..........ເກີນໜ່າຍເດຜູ້ຊາຍຕົ້ມ
ຫຼອກໃຫ້ອົມຮັງມິ້ມ.............ເປັນເດືອນຊີມ ມິດຈີ່ລີ່ ມິດຈີ່ລີ່
ມາກິນແລ້ວແຊ່ວຫນີ....ຫຼອກກິນຟຣີບໍ່ຢາກເວົ້າ....ຄວາຍເຖົ້າພໍ່ກໍຂາຍ

ມາຮູ້ເອົາຕອນທ້າຍ............ເປັນຕາຫນ່າຍເຂົາມີເມັຽ
ເສັຽທັງເງິນເສັຽທັງຂອງ.........ເຂົາຍອງເປັນເດືອນພຸ້ນ
ຜູ້ຫຼຸບທຶນຄືເສືອເຖົ້າ..............ຫວັງຊິເອົາເຂີຍເມືອງນອກ
ບອກຄົນຫມົດຫມູ່ບ້ານ.............ບໍ່ຫານສູ້ຮອດຫນ້າຄົນ ລະອາຍເດ໋!

ຟັງເດີ..... ກ່ອນຕົກລົງໃຫ້ສືບຄົ້ນ....ປະຫວັດເບິ່ງບໍ່ມີເມັຽ ຈິງບໍ?
ເສັດການເຄລັຽທາງຫຼັງ .........ຢ່າຮ້າງມີຫນັງສືແລ້ວ
ໝົດທຸກແນວໃຫ້ຖາມຈ້ອນ ...........ເລື້ອງສຳຄັນ ສັນຊາດບໍ?
ເພາະກົດຫມາຍ ຕໍ ມໍ ..ຕ້ອງສັນຊາດຈຶ່ງໃຫ້ ..ປະກັນໄດ້ຢ່າງດຽວ

ຍ້ອນໃຈຄົນມັນຄົດລ້ຽວ ...........ຕຽມແຕ່ໜ່ຽວໄກປືນ
ຕ້ອງຢັ້ງຢືນຫຼັກຖານຄົບ .........ໃຫ້ທົບທວນເອົາໄວ້
ບໍ່ເຂົ້າໃຈຈະແຈ້ງ ................ໃຫ້ຖາມຈຳປາແດງຕື່ມ ..ເດີນ້ອງເດີ
ຂໍເຕືອນໄວ້ຢ່າລືມ ..ຫນັງສືຄົບຖືກຕ້ອງ ..ຈຶ່ງຫງາຍທ້ອງໃຫ້ເພິ່ນເຕັງ

ກັອບຈາກໃບລານ ເຫັນວ່າມ່ວນດີ ມີສາລະຢາກໃຫ້ອ່ານນຳກັນພີ່ນ້ອງເອີຍ
ຂໍຂອບໃຈ

ໂອ້ຍ...ມັນທັງສອງຟ່າຍນັ້ນລະ,ຜູ້ຍິງຢູ່ເມືອງທຳທ່າມັກຮັກຜູ້ຊາຍລາວຈາກເມືອງນ້ອກຍ້ອນເງິນແລະຫນັ່ງສືມາ
ຢູ່ປະເທດນ້ອກກໍ່ບໍອຶດເດີ້!ມີຫຼາຍລາຍແລ້ວຫຼັງຈາກໃດ້ຫນັງສືແລ້ວກໍ່ຫ້ອມເງິນ
ຫນີຈ່າກຜົວທຽວເຂົ້າທຽວອ່ອກເມືອງລາວ.no

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard