Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເລື້ອງໜ້າເສົ້າໆ
Anonymous

Date:
ເລື້ອງໜ້າເສົ້າໆ



IMG_7782_copy.jpg

 ຂ່າວ: ພະນອມໄພ


   ສປປ ລາວ ມີພົນລະເມືອງພຽງ 0,1 % ຂອງພົນລະເມືອງໂລກ ແຕ່ຜູ້ເຄາະຮ້າຍຈາກບົ່ມບີທີ່ບໍ່ທັນແຕກກວມເອົາເຄິ່ງຫນຶ່ງຂອງ ຜູ້ເຄາະຮ້າຍທົ່ວໂລກ ໂດຍແຕ່ລະປີມີຜູ້ບາດເຈັບ ແລະເສຍຊີວິດ 300 ກວ່າຄົນ ຂະນະທີ່ສົນທິສັນຍາໂອດສະໂລມີຜົນບັງຄັບໃຊ້ອາດ ເປັນຄວາມຫວັງທີ່ຈະເຮັດໃຫ້ລາວຫລຸດຜ່ອນຕົວເລກດັ່ງກ່າວລົງໄດ້.


   ເຊົ້າວານນີ້ ທີ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມ ນະຄອນຫລວງວຽງຈັນ ໄດ້ຈັດພິທີສະເຫລີມສະຫລອງວັນມີຜົນບັງຄັບໃຊ້ຂອງ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດບົ່ມບີ ຫລື ສົນທິສັນຍາໂອດສະໂລ ວັນທີ 1 ສິງຫາ 2010 ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດ, ມີທ່ານນາງ ໂຊນຳ ຢັງເຈນຮານາ ຜູ້ ປະສານງານອົງການສະຫະປະຊາຊາດປະຈຳສປປ ລາວ ແລະມີລັດຖະມົນຕີວ່າການ, ຊ່ວຍວ່າການຈາກບັນດາກະຊວງ, ຜູ້ຕາງຫນ້າ ອົງການສາກົນປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


   ທ່ານຮອງນາຍົກລັດຖະມົນຕີກ່າວໃນພິທີເປີດງານວ່າ: ສປປ ລາວ ເປັນຫນຶ່ງໃນປະເທດທີ່ໄດ້ຮັບເຄາະຮ້າຍ ແລະ ເປັນຫນ້າໂສກ ເສົ້າທີ່ສຸດທີ່ມີພົນລະເມືອງພຽງ 0,1 % ຂອງພົນລະເມືອງໂລກແຕ່ມີຜູ້ໄດ້ຮັບເຄາະຮ້າຍຈາກລະເບີດບົ່ມບີ ເຖິງ 50 % ຂອງຜູ້ເຄາະ ຮ້າຍໃນທົ່ວໂລກ.


   ດັ່ງນັ້ນ ການເຮັດໃຫ້ເປົ້າຫມາຍ ແລະ ການຈັດຕັ້ງປະຕິບັດຂອງສົນທິສັນຍາໂອດສະໂລຢ່າງເຂັ້ມງວດ ຈິ່ງກາຍເປັນຄວາມຫວັງອັນ ສູງສົ່ງຂອງປະຊາຊົນລາວ, ຄວາມຫວັງທີ່ຢາກເຫັນ ສປປ ລາວ ຫລຸດພົ້ນຈາກການນາບຂູ່ຂອງລະເບີດບົ່ມບີ ແລະ ຄວາມຫວັງທີ່ຢາກ ເຫັນປະຊາຊົນຂອງປະເທດອື່ນທີ່ປະສົບກັບຊາຕາກຳອັນດຽວດັ່ງທີ່ປະຊາຊົນລາວໄດ້ຮັບມາຈະໄດ້ຮັບນະໂຍບາຍເຊັ່ນດຽວກັນທ່ານຮອງ ນາຍົກລັດຖະມົນຕີ ກ່າວ.


   ນັບແຕ່ວັນທີ 1 ສິງຫາ 2010 ເປັນຕົ້ນໄປສົນທິສັນຍາດັ່ງກ່າວ ໄດ້ກາຍເປັນກົດຫມາຍສາກົນອີກສະບັັບຫນຶ່ງທີ່ມີເປົ້າຫມາຍດ້ານ ມະນຸດສະທຳ ແນໃສ່ປົກປ້ອງປະຊາຊົນພົນລະເມືອງ, ແນໃສ່ການເກືອດຫ້າມການຜະລິດ, ນຳໃຊ້, ຄ້າຂາຍລະເບີດບົ່ມບີໃນທົ່ວໂລກ, ພ້ອມດຽວກັນນີ້ ກໍ່ແນໃສ່ທຳລາຍລະເບີດບົ່ມບີທີ່ຖືກສະສົມໄວ້, ເກັບກູ້ ແລະ ຊ່ວຍເຫລືອຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບົ່ມບີ. ສົນ ທິສັນຍາສະບັບນີ້ ຍັງຮຽກຮ້ອງໃຫ້ວົງຄະນາຍາດສາກົນຊ່ວຍເຫລືອປະເທດທີ່ໄດ້ຮັບເຄາະຮ້າຍໃນການແກ້ໄຂບັນຫາລະເບີດບົ່ມບີ.


   ໃນພິທີທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດທີ່ໃຫ້ທຶນ ແລະອົງການຈັດຕັ້ງສາກົນຕ່າງໆທີ່ໄດ້ ໃຫ້ການຊ່ວຍເຫລືອເຂົ້າໃນວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກໃນຜ່ານມາ ແລະ ຮຽກຮ້ອງໃຫ້ສືບຕໍ່ ແລະ ເພີ່ມການຊ່ວຍເຫລືອຂຶ້ນຕື່ມ ເພື່ອໃຫ້ ສປປ ລາວ ສາມາດບັນລຸພັນທະຂອງຕົນທີ່ໄດ້ກຳນົດໄວ້ໃນສົນທິສັນຍາ.


   ຂະນະທີ່ ທ່ານນາງ ໂຊນຳ ຢັງເຈນຮານາ ໄດ້ກ່າວວ່າ: ລັດຖະບານລາວໄດ້ສະແດງຄວາມກ້າຫານລົງນາມ ແລະ ໃຫ້ສັດຕະຍາ ບັນຕໍ່ສົນທິສັນຍາໃນຖານະທີ່ເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດ ຫນັກທີ່ສຸດປະເທດຫນຶ່ງໃນໂລກ ແລະ ລັດຖະບານລາວຍັງ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມຄັ້ງທຳອິດຂອງລັດພາຄີ ວ່າດ້ວຍການເກືອດຫ້າມລະເບີດບົ່ມບີທີ່ນະຄອນຫລວງວຽງຈັນ ໃນເດືອນ ພະຈິກນີ້.


   ເຖິງຢ່າງໃດກໍ່ຕາມ ການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວຈະບໍ່ແມ່ນວຽກງານງ່າຍດາຍແລະຫນ້າທີ່ຂອງວຽກງານເກັບກູ້ລະເບີດ ບໍ່ທັນແຕກ ຍັງຕ້ອງໄດ້ເຊື່ອມສານເຂົ້າກັບເປົ້າຫມາຍການພັດທະນາ ລວມທັງການພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ມາ ຮອດປະຈຸບັນນີ້ ຍັງມີຜູ້ທີ່ໄດ້ຮັບບາດເຈັບ ຫລື ເສຍຊີວິດຈາກລະເບີດທີ່ບໍ່ທັນແຕກໃນແຕ່ລະປີມີເຖິງ 300 ຄົນ.




__________________
Anonymous

Date:

ເຫັນດີນຳລັດຖະບານ ທ່ີໄດ້ຕັດສີນໃຈທ່ີຖືກຕ້ອງ ແລະອອກມາປະກາດໂທດກຳຂອງຂອງສົງຄາມ ແລະຮ່ວມກັບລັດພາຄີເພືອ່ຫາແຫຼ່ງທືນມາ ເກັບລະເບີດຕົກຄ້າງຫຼັງສົງຄາມ ທ່ີອາເມລິກາປະໄວ້, ບັນຫາລະເບີດຕົກຄ້າງແມ່ນບັນຫາທ່ີສ້າງຜົນກະທົບແກ່ການພັດທະນາຂອງປະເທດຊາດ,ແມ່ນຫມາກຜົນຂອງຄວາມຂັດແຍ່ງໃນໂລກ,ໃນຂົງເຂດ ແລະໃນປະເທດເຮົາໃນອາດີດ.

__________________
Anonymous

Date:

Anonymous wrote:

ເຫັນດີນຳລັດຖະບານ ທ່ີໄດ້ຕັດສີນໃຈທ່ີຖືກຕ້ອງ ແລະອອກມາປະກາດໂທດກຳຂອງຂອງສົງຄາມ ແລະຮ່ວມກັບລັດພາຄີເພືອ່ຫາແຫຼ່ງທືນມາ ເກັບລະເບີດຕົກຄ້າງຫຼັງສົງຄາມ ທ່ີອາເມລິກາປະໄວ້, ບັນຫາລະເບີດຕົກຄ້າງແມ່ນບັນຫາທ່ີສ້າງຜົນກະທົບແກ່ການພັດທະນາຂອງປະເທດຊາດ,ແມ່ນຫມາກຜົນຂອງຄວາມຂັດແຍ່ງໃນໂລກ,ໃນຂົງເຂດ ແລະໃນປະເທດເຮົາໃນອາດີດ.



ເບີ່ງທ່ານ ຄືສີແມ່ນ ພະນັກງານລັດ ນໍ ເພາະທ່ານ ຂຽນ ມີເນື້ອໃນ, ຂຽນ ກໍບໍຜິດໄວຍະກອນ ພ້ອມທັງມີ ສຳນວນ 

__________________
Anonymous

Date:

ຂ້າພະເຈົ້າບໍ່ແມ່ນພະນັກງານລັດ ແຕ່ແມ່ນຄົນລາວຄືກັບທ່ານັ້ນລະ,ແຕ່່ວັນທ່ີ 9-12 ພະຈິກ 2010, ຄະນະຜູ້ແທນ ຈາກ 160 ກວ່າປະເທດໃນໂລກ, ພ້ອມກັບອງົການຈັດຕັ້ງສາກົນ, ອົງການ ສປຊ ,ອົງການຈັດຕັ້ງບໍ່ສັງກັດລັດຖະບານ ແລະອົງຂ່າວທົ່ວໂລກຈະມາພົບກັນທ່ີ ວຽງຈັນ ແລະໄປຢ້ຽມຢາມເບີ່ງການເກັບກູ້,ທຳລາຍ ລະເບີດຕົກຄ້າງຫຼັງສົງຄາມ ໂດຽສະເພາະບົ່ມບີ ຢູ່ໃນປະເທດເຮົາ.

__________________
Anonymous

Date:

ໄດ້ແຕ່ຫວັງວ່າສະພາສູງສະຫະຣັດຈະເພິ້ມເງິນງົບປະມານໃນການເກັບກູ້ຣະເບີດຕາມທີ່ຣັດຖະບານລາວໄດ້ຂໍຮ້ອງ.

__________________
ຄົນໃຕ້

Date:

Anonymous wrote:

ໄດ້ແຕ່ຫວັງວ່າສະພາສູງສະຫະຣັດຈະເພິ້ມເງິນງົບປະມານໃນການເກັບກູ້ຣະເບີດຕາມທີ່ຣັດຖະບານລາວໄດ້ຂໍຮ້ອງ.



ຂ້າພະເຈົ້າກໍຫວັງຄືທ່ານນັ້ນແລ້ວຫວັງວ່າທາງລັດຖະບານສະຫາລັດຈະຊ່ວຍເຫຼືອບໍ່ວ່າຈະເປັນທຶນຮອນຫຼືວິຊາການຕ່າງໆ
ເພື່ອມາເກັບກູ້ລະເບີດທີ່ເສດເຫຼືອປາງສົງຄາມໃຫ້ຄ່ອຍຫມົດໄປ. ແຕ່ກໍເປັນຕາດີໃຈນຳພີ່ນ້ອງຄົນລາວຢູ່ດອກໂດຍສະເພາະບັນດາແຂວງທີ່ມີຜົນກະທົບຈາກລະເບີດບໍ່ທັນແຕກເພາະຫຼາຍ
ອົງກອນກໍໄດ້ຢື່ນມືເຂົ້າມາຊ່ວຍຄືກັນ. ບໍ່ວ່າຈະເປັນ UNDP,EU, MAGແລະອົງການ INGO. ແນວໃດກໍໄດ້ແຕ່ຕັ້ງຄວາມຫວັງວ່າຂໍໃຫ້ແຜ່ນດິນແຫ່ງນີ້ປອດລະເບີດບໍ່ທັນແຕກໄວໆກໍແລ້ວກັນ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard