Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເພິ່ນບໍ່ສ້າງ China town ທີ່ບຶງດອນຈັນແລ້ວ
Anonymous

Date:
ເພິ່ນບໍ່ສ້າງ China town ທີ່ບຶງດອນຈັນແລ້ວ

ແຕ່ເພິນຊິໄປສ້າງໃກ້ສະໜາມກິລາແຫ່ງຊາດໃໝ່
ຂ່າວຫາກໍ່ອອກໜັງສືພິມມື້ວານນີ້

__________________
NO NAME

Date:

ບໍ່ໜ້າຈະໃຫ້ຈີນມາຢູ່ເລີຍ.......

__________________
Anonymous

Date:

ບຶງດອນຈັນຢູ່ໃສ ບໍ່ແມ່ນບຶງທາດຫຼວງບໍ 

__________________
Anonymous

Date:

Anonymous wrote:

ບຶງດອນຈັນຢູ່ໃສ ບໍ່ແມ່ນບຶງທາດຫຼວງບໍ

ຜູ້ນັ້ນອ່າດຈະຫມາຍຄວາມວ່າແມ່ນ"ຫ້າດດອນຈັນ"ຕີ້ເບາະ

__________________
Anonymous

Date:

ເຂົາຍົກເລີກການສ້າງເມືອງຈີນ2ຢູ່ເຂດບຶງທາດຫລວງ ແຕ່ເຂົາພັດໄປເອົາດິນເຂດດົງໂພສີທີ່ມີແຮ່ທາດຕ່າງໆແທນ, ມັນຊິເປັນຄືເຂົາເວົ້າຕິເບາະວ່າລາວໃຫ້ດິນ ຈີນໃຫ້ເດີ່ນ. ປະເທດລາວຈະເປັນແນວໃດ໋ໃນອະນາຄົດບໍ່ມີໃຜລ່ວງຮູ້ ຮູ້ແຕ່ວ່າດຽວນີ້ພາກເໜືອຈີນຄຸມ ພາກໃຕ້ວຽດຄຸມ, ແຕ່ກ່ອນເປີດຕູນອນຕາກຫໍາກະບໍ່ມີຫຍັງເສຍຫາຍ ດຽວນີ້ເຜີບໍ່ໄດ້, ຂະນາດລວດໜາມລ້ອມຮົ້ວເຂົາຍັງມາຕັດເອົາໄປຂາຍ ຂ້ອຍກະຍອມແລ້ວພວກນີ້ ເຂົ້າບ້ານໃດ໋ບ້ານນັ້ນກ້ຽງ ໝໍ້ແຫກແຕກກະໂປ໊ະກະບໍ່ຍັງ.

__________________
Anonymous

Date:

ຜູ້ນີ້ອະທິບາຍເປັນຕາຟັງດີsmile

__________________
ຄົນຮັກຊາດ

Date:

ຈັກໜ້ອຍຊິເປັນເມືອງຂ໊ນເຂົາເຈົ້າແຫຼະ...........ບໍ່ເຊື່ອລອງເບິ່ງຖ້າຍັງເປັນຈັ່ງຊີ້
ລາວ ເອີຍ ລາວ!

__________________
Anonymous

Date:

ພວກເຮົາກໍ່ພາກັນຮູ້ຢູ່ເຕັມອົກ ແລະ ບໍ່ຮູ້ຊິເຮັດແນວໃດໄດ້ ແນວບໍ່ມີອຳນາດ ອີ່ຫຍັງເລີຍno

__________________
Anonymous

Date:

ເຮົາບໍ່ມີອໍານາດກໍ່ຈິງ ແຕ່ເຮົາກໍ່ສາມາດຂໍຮ້ອງເຈົ້ານາຍແກ້ໄຂບັນຫາໃຫ້ກໍ່ໄດ້, ຖ້າເຮົາບໍ່ຂໍຮ້ອງເພິ່ນ ເພິ່ນກໍ່ຈະບໍ່ຮູ້ໃດ໋ວ່າເຮົາຕ້ອງການຫຍັງ.

__________________
Anonymous

Date:

Anonymous wrote:

ເຂົາຍົກເລີກການສ້າງເມືອງຈີນ2ຢູ່ເຂດບຶງທາດຫລວງ ແຕ່ເຂົາພັດໄປເອົາດິນເຂດດົງໂພສີທີ່ມີແຮ່ທາດຕ່າງໆແທນ, ມັນຊິເປັນຄືເຂົາເວົ້າຕິເບາະວ່າລາວໃຫ້ດິນ ຈີນໃຫ້ເດີ່ນ. ປະເທດລາວຈະເປັນແນວໃດ໋ໃນອະນາຄົດບໍ່ມີໃຜລ່ວງຮູ້ ຮູ້ແຕ່ວ່າດຽວນີ້ພາກເໜືອຈີນຄຸມ ພາກໃຕ້ວຽດຄຸມ, ແຕ່ກ່ອນເປີດຕູນອນຕາກຫໍາກະບໍ່ມີຫຍັງເສຍຫາຍ ດຽວນີ້ເຜີບໍ່ໄດ້, ຂະນາດລວດໜາມລ້ອມຮົ້ວເຂົາຍັງມາຕັດເອົາໄປຂາຍ ຂ້ອຍກະຍອມແລ້ວພວກນີ້ ເຂົ້າບ້ານໃດ໋ບ້ານນັ້ນກ້ຽງ ໝໍ້ແຫກແຕກກະໂປ໊ະກະບໍ່ຍັງ.

  Why don't you  report to your local authority ,  village chief , or  konglone take care all problem with viet and chinese, deport them back to their homeland  furiousfurious 

ຈັກຊິໄປແຈ້ງໃຫ້ເໝື່ອຍເຮັດຫຍັງ, ລົດຖີບນ້ອຍຂອງລູກຊາຍຫົວໜ້າກອງຫລອນກະຍັງຖືກເຂົາລັກຄືກັນ.

SOM DANG THEE PHERN KAO VAI WAR:

LAO SANG LEO KEO MAR YOU.

THE WHOLE LAOS IS SOON BELONG TO VIETNAM ANYWAY.

I SAW KONG LONE OR LAO POLICE ARE ONLY ARRESTED " KHON LAO "
WHEN THEY DID SOMETHING WRONG BUT, NOT VIETNAMESE AND CHINESE.
LAOS AUTHORITIES ARE AFFRAID OF THEM, BECAUSE ONG VIET SAID:

KHON KHONG KU MUING YAR TONG!!!!!!! 

ເຂົາກະຈັບຄືກັນ, ພວກເຂົ້າເມືອງຜິດກົດໝາຍຖືກຈັບສົ່ງເມືອບ້ານເຂົາຄືນກະບັກຫລາຍໆ ຕໍາລວດເຂົາເອງຫັ້ນລະເຂົ້າມາຈັບເອົາ.
ເຈົ້າເວົ້າວ່າ ລາວສ້າງແລ້ວ ແກວມາຢູ່ ຂ້ອຍວ່າບໍ່ຖືກປານໃດ໋ເພາະສ່ວນຫລາຍຂ້ອຍກະເຫັນແຕ່ວຽດມາສ້າງໃຫ້ ຄົນລາວມີແຕ່ນັ່ງກິນເບຍຄຸມງານເຂົາ.

__________________
Anonymous

Date:

ຄົນວຽດແທ້ຂ້ອຍບໍ່ຊັງປານໃດເຂົາເຈົ້າຍັງຢ້ານເຮົາເວົ້າຢູ່ ແຕ່ຄົນຈີນແມ່ນມັນມາເປັນນາຍລາວແທ້ໆດິນບ່ອນໃດມັນກໍຊອກຊື້ເອົາມັນມາຢູ່ລາວແລ້ວມັນກໍໄປນຳເອົາໂຄດພໍ່ໂຄດແມ່ມັນ
ມາຢູ່ລາວອີກເຊື່ືອບໍ່ອີກ 50 ປີ ຄົນຈີນເຄ່ີງໃນລາວ

__________________
Anonymous

Date:

ເມື່ອໄດ້ອ່ານທີ່ທ່ານຂຽນນີ້ແລ້ວຜູ້ຂ້າລະເກີດລັງເລໃຈ ທຳອິດມີແຜນວ່າອອກກິນເບັ້ຽບຳນານສອງປີຂ້າງໜ້າ
ຈະກັນຄືນໄປໃຊ້ຊີວິດບັ້ນປາຍຢູ່ບ້ານເກີດເມືອງນອນແຂວງຈຳປາສັກ ຈະໄປຊື້ເຮືອນຫລັງໜຶ່ງ ຫາເມັຽໃໝ່
ຜູ້ໜຶ່ງພໍໄດ້ຢູ່ເປັນເພື່ອນກັນຍາມເຖົ້າ (ເມັຽເກົ່າເສັຽຊີວິດ)

ສະຫລຸບກໍຄື ກັບຄືນເມືອຢູ່ບ້ານເກີດເມືອງນອນແລ້ວຈະບໍ່ໄດ້ທຳມາຫາກິນຫຍັງ ມີແຕ່ຊິນັ່ງໆນອນໆ ໄປຢ້ຽມ
ຢາມຖາມຂ່າວໝູ່ເພື່ອນເກົ່າແກ່ທີ່ພັດພາກຈາກກັນມາຫລາຍປີ ນອກຈາກນີ້ກໍຈະເດີນທາງທ່ອງທ່ຽວທົ່ວປະເທດ
ລາວໃຫ້ສົມໃຈເພາະໄດ້ພັດພາກຈາກໄປເປັນເວລາຫລາຍສິບປີ ທັງໝົດນີ້ໂດຍອາໃສເງິນເບັ້ຽບຳນານເດືອນໜຶ່ງ
ປະມານ 3000 ໂດລາ

ແຕ່ເມື່ອໄດ້ມາອ່ານການອອກຄວາມເຫັນຂອງທ່ານແລ້ວຜູ້ຂ້າເລີຍເກີດການລັງເລໃຈ ເມື່ອເມືອຢູ່ແລ້ວຢ້ານຖືກເບີ່ງ
ໄປໃນທາງບໍ່ດີວ່າ ມານັ່ງຢູ່ນອນກິນ ບໍ່ສ້າງບໍ່ສາ

ເພາະສະນັ້ນຈຶ່ງຢາກຂໍຄວາມກະຈ່າງແຈ້ງເພີ້ມຕື່ມຈາກທ່ານແດ່ ຄວາມເຫັນຂອງທ່ານແມ່ນຖືກໃນກໍລະນີຂອງຜູ້
ຂ້າບໍ ແນວໃດກໍໄດ້ຕັ້ງໃຈຄັກແນ່ແລ້ວສຳລັບແຜນການບັ້ນປາຍຂອງຊີວິດ ຈຶ່ງບໍ່ຢາກຜິດຫວັງ ຂໍຄວາມອີດູຕົນສົງສານ
ຄົນເຖົ້າຄົນແກ່ແດ່ທ້ອນ

ນັບຖືແລະຮັກແພງ

ມາໂລດຕູ້ ບໍ່ມີໃຜເວົ້າຫຍັງໃຫ້ດອກ, ເຈົ້າເອົາເງິນມາໃຊ້ມາຈ່າຍຢູ່ນີ້ແຮງດີກ່ວາຊິໄປຈັບຈົກຈັບສຽມຂຸດດິນສີນໄມ້ຫັ້ນຕົວະ. ຄັນບໍ່ທັນພົບຍິງໃນດວງໃຈກະມາເອົາຫລານສາວຂ້ອຍນີ້ ຫາກໍ່ຈົບໝໍມາໃໝ່ ໝໍລໍາດອກວາ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard