ຂ່າວ: ຈັນສີ
ສ.ເກົາຫລີ ສະຫນອງເງິນກູ້ໃຫ້ລາວຕື່ມອີກຫລາຍກວ່າ 46 ລ້ານໂດລາສະຫະລັດ ເພື່ອຫມູນໃຊ້ເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າ ພາກເຫນືອອະນຸພາກພື້ນແມ່ນ້ຳຂອງ ແລະ 3 ໂຄງການຂອງກະຊວງປ້ອງກັນຄວາມສະຫງົບ ຫວັງໃຫ້ບາງວຽກທີ່ຈຳເປັນໄດ້ຮັບການ ແກ້ໄຂສູ່ສະພາບທີ່ດີກວ່າເກົ່າ.
ພິທີເຊັນສັນຍາມອບຮັບເງິນກູ້ຈາກກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດຂອງ ສ.ເກົາຫລີ ໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນ ທີ 31 ພຶດສະພາຜ່ານມາ ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໂດຍມີທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງ ການເງິນເຊັນຕາງຫນ້າໃຫ້ລັດຖະບານ ແລະ ຝ່າຍ ສ.ເກົາຫລີ ແມ່ນທ່ານ ຄີມ ດອງຊູ ປະທານທະນາຄານສົ່ງອອກນຳເຂົ້າຂອງ ສ.ເກົາຫລີ ໂດຍມີທ່ານລັດຖະມົນຕີຊ່ວຍວ່າການຈາກກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງພະລັງງານບໍ່ແຮ່, ຜູ້ຕາງຫນ້າຈາກ ກະຊວງ, ຂະແຫນງການກ່ຽວຂ້ອງເຂົ້າຮ່ວມເປັນພະຍານ.
ທ່ານລັດຖະມົນຕີ ໃຫ້ຮູ້ວ່າ: ປີນີ້ ລາວເຮົາໄດ້ທຶນກູ້ຢືມຈາກທະນາຄານສົ່ງອອກນຳເຂົ້າຂອງ ສ.ເກົາຫລີ ຈຳນວນທັງຫມົດ 46,85 ລ້ານໂດລາສະຫະລັດ ເຊິ່ງຈະນຳໄດ້ນຳໃຊ້ເຂົ້າໃນການພັດທະນາ 4 ໂຄງການໃຫຍ່ ທີ່ພວມມີຄວາມຕ້ອງການສູງເປັນຕົ້ນໂຄງການກໍ່ ສ້າງສາຍສົ່ງໄຟຟ້າພາກເຫນືອອະນຸພາກພື້ນແມ່ນ້ຳຂອງທີ່ກວມເອົາມູນຄ່າ ເຖິງ 37,88 ລ້ານໂດລາສະຫະລັດແລະ3 ໂຄງການໃຫຍ່ ຂອງກະຊວງປ້ອງກັນຄວາມສະຫງົບກໍ່ຖືກຈັດເຂົ້າໃນຮ່ວງທຶນກູ້ຢືມຄັ້ງນີ້ດ້ວຍ ໂດຍປະກອບມີໂຄງການຈັດຊື້ອຸປະກອນການແພດໃຫ້ ໂຮງຫມໍ 109, ໂຄງການຈັດຊື້ພາຫະນະດັບເພີງ ແລະກູ້ໄພແກ່ນະຄອນຫລວງວຽງຈັນ ແລະ ສະຫນາມບິນຢູ່ 5 ແຂວງໂຄງການລະ 2,99 ລ້ານໂດລາສະຫະລັດ.
ຂະແຫນງພະລັງງານ ເປັນບຸລິມະສິດທີ່ຈະປະກອບສ່ວນໃນການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ດ້ວຍການສະຫນອງ ໄຟຟ້າໃຫ້ປະຊາຊົນໃນຊີວິດປະຈຳວັນ, ເຂົ້າໃນການຜະລິດກະສິກຳ ແລະອຸດສາຫະກຳຂະຫນາດນ້ອຍ, ຂະຫນາດກາງອີກທັງຍັງເປັນ ສິນຄ້າສົ່ງອອກຂອງລາວ ທີ່ສ້າງລາຍຮັບເປັນເງິນຕາຕ່າງປະເທດໃຫ້ແກ່ງົບປະມານແຫ່ງລັດ. ຂະນະດຽວກັນວຽກງານປ້ອງກັນຄວາມ ສະຫງົບ ແລະ ຄວາມປອດໄພມີຄວາມສຳຄັນ ແລະ ຈຳເປັນແກ່ສັງຄົມເຊັ່ນດຽວກັນ.
ດັ່ງນັ້ນ ທ່ານລັດຖະມົນຕີ ຈິ່ງຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງຈົ່ງຊ່ວຍເປັນເຈົ້າການຄຸ້ມຄອງ, ນຳໃຊ້ກ້ອນທຶນທີ່ໄດ້ຮັບໃຫ້ເກີດ ປະສິດທິຜົນສູງສຸດ ແລະ ຫວັງວ່າກອງທຶນຮ່ວມມືເພື່ອພັດທະນາເສດຖະກິດ (EDCF) ຍັງຈະສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 7 ທີ່ຈະເລີ່ມປະຕິບັດແຕ່ປີ 2011-2015 ເພື່ອປະກອບສ່ວນໃຫ້ ລາວເຮົາ ສາມາດບັນລຸເປົ້າຫມາຍສະຫັດສະວັດແຫ່ງການພັດທະນາໃນປີ 2015 ແລະ ຫລຸດພົ້ນຈາກປະເທດດ່ອຍພັດທະນາໃນປີ 2020.
Anonymous wrote:ເປັນເລື່ອງທີ່ໜ້າຍິນດີນຳລັດຖະບານລາວທີ່ໄດ້ຮັບການຊ່ອຍເຫລືອຈາກ ສ. ເກົາຫຼີ ແຕ່ບໍ່ຮູ້ວ່າເພິ່ນຈະສ້າງສາຍສົ່ງໄປປະເທດເພື່ອນບ້ານຫລືສ້າງໄປຫາບ້ານເຮືອນຂອງປະຊາຊົນ? ຕາມເບິ່ງໃນລາຍການ ເຫັນວ່າເງິນທີ່ເພິ່ນແບ່ງໄປຊື້ອຸບປະກອນການແພດນ້ອຍຫລາຍຫລືວ່າປະຊາຊົນໃນປະເທດລາວມີສຸຂະພາບແຂງແຮງໝົດທຸກຄົນແລ້ວເພິ່ນຈຶ່ງຖືໜັກດ້ານອື່ນ?
ເປັນເລື່ອງທີ່ໜ້າຍິນດີນຳລັດຖະບານລາວທີ່ໄດ້ຮັບການຊ່ອຍເຫລືອຈາກ ສ. ເກົາຫຼີ ແຕ່ບໍ່ຮູ້ວ່າເພິ່ນຈະສ້າງສາຍສົ່ງໄປປະເທດເພື່ອນບ້ານຫລືສ້າງໄປຫາບ້ານເຮືອນຂອງປະຊາຊົນ? ຕາມເບິ່ງໃນລາຍການ ເຫັນວ່າເງິນທີ່ເພິ່ນແບ່ງໄປຊື້ອຸບປະກອນການແພດນ້ອຍຫລາຍຫລືວ່າປະຊາຊົນໃນປະເທດລາວມີສຸຂະພາບແຂງແຮງໝົດທຸກຄົນແລ້ວເພິ່ນຈຶ່ງຖືໜັກດ້ານອື່ນ?
ອຸບປະກອນການແພດໄນລາວບໍ່ຕ້ອງລົງທຶນຫລາຍກໍ່ໄດ້ ເພາະຄົນມີເງີນເຂົາໄປໄທພຸ້ນເພາະເຂົາບໍລິການດີກ່ວາ