Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຈະຂາຍທະນະບັດໜູນການສ້າງເຂື່ອນ
Anonymous

Date:
ລາວຈະຂາຍທະນະບັດໜູນການສ້າງເຂື່ອນ


http://www.bloomberg.com/apps/news?pid=20601087&sid=ahaHHvuZpspM&refer=home
ທ່ານໃດ໋ເຂົ້າໃຈ ຊ່ອຍອະທິບາຍສູ່ຟັງແດ່, ຂອບໃຈ.


__________________
Anonymous

Date:

Anonymous wrote:

http://www.bloomberg.com/apps/news?pid=20601087&sid=ahaHHvuZpspM&refer=home
ທ່ານໃດ໋ເຂົ້າໃຈ ຊ່ອຍອະທິບາຍສູ່ຟັງແດ່, ຂອບໃຈ.




 ຕາມຄວາມເຂົ້າໃຈຂອງຂະນ້ອຍ  ປະເທສລາວມີໂຄງການໃຫຍ່ ຫຼາຍໂຄງການ ແແຕ່ເງີນໝູນບໍພຽງພໍ

ກູ້ທະນາຄານພາຍໃນ ແລະຕ່າງແະເທສກໍຍັງບໍພຽງພໍ ທະນາຄານ ພັທນາເອເຊັຍ ທະນາຄານໂລກ ແລະ ອືນ ໆ  ໆ ໆ

ເພາະແຕ່ລະທະນາຄານ ໃຫ້ກູ້ຢືມແບບຈຳກັດຈຳນວນ ແລະ ດອກເບັຍສູງ  ແລະກຳໜົດເວລາສົງຖ້າເກີນເລວາສົງກໍຖືກປັບໄໝຫຼາຍ

ເງີນໃນທະນາຄານມີມະຫາສານ ແຕ່ການກູ້ຢືມທະນາຄານເຂົາກໍຄີດແລ້ວຄີດອີກ ເຂົາຈະໄດ້ເງີນຄືນບໍ ກີຈຈະການຈະບໍລົ້ມລະລາຍບໍ

ມີຄວາມສຽງຫຼາຍປານໃດ ມີຫຼັກຊັບຄ້ຳປະກັນຫຼາຍປານໃດ  ຕົວຢ່າງປະເທສເພືອນບ້ານ (ໄທ) ກູ້ເງີນຕ່າງປະເທສເກີນຖານະ ຕົວເອງ 

ແລ້ວບໍມີເງີນຈ່າຍພໍເຖີງກຳໜົດ ເພາະຫຼາຍສາເຫຕ  ກີຈການບໍດີ  ເສຖະກີຈບໍດີ ການເມືອງວູນວາຍ ເປັນຕົ້ນ 

             
             ວີທີນີ ຫຼາຍປະເທສເຄີຍນຳໃຊ້ມາແລ້ວ ໄດ້ຜົນດີ  ຂາຍທະນາບັຕ (ເງີນ ບອນ) ເອີນຫຼາຍແນວ ຫຼາຍຊື  ຫຼາຍວີທີ

ສະລູບລວມກໍຄືວີທີການລະດົມເງີນ ເຮັດແນວໃດ ຊີໄດ້ເງີນມາຫຼາຍ ໆ  ໃຫ້ໂຄງການນີສຳເລັດ

ເມືອສຳເລັດທາງໂຄງການກໍຈະຄືນເງີນ ຕາມຈຳນວນທີຊື້-ຂາຍທະນາບັຕ  ແລະອາຈະແຖມເງີນດອກເບັຍກໍເປັນໄປໄດ້

ລອງຖາມຫຼາຍຄົນ ອາຈຈະມີຄວາມລະອຽດກວ່ານີ້ອີກ ໂດຍສະເພາະ ຄົນທີມີນາມປາກກາ  ຄົນໃຕ້  ເພີນມີຄວາມຮູ້ຮອບໂຕຫຼາຍ


ຈາກ ທ ດວງຕາ   ຄູ້ມວັດໄຕນ້ອຍ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard