Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບໍ່ຈັກຊິປະກວດໄປເຮັດຫຍັງ
Anonymous

Date:
ບໍ່ຈັກຊິປະກວດໄປເຮັດຫຍັງ




ຖ.ວ-ເຄແອນຊີ....ຂໍສືບຕໍ່ຈັດການປະກວດ "ນາງສາວລາວ" ອີກ 5 ປີ



DSC_0407.jpg

 ຕາດຳ


   ຫລັງຈາກທີ່ປະສົບຜົນສຳເລັດຢ່າງສວຍງາມ ສຳລັບການຈັດງານປະກວດ ນາງສາວລາວ ປີ 2009 ຜ່ານມາ, ບໍລິສັດ ເຄແອນ ຊີ ຈິ່ງຂໍສືບຕໍ່ຄວາມສຳເລັດດັ່ງກ່າວ ດ້ວຍການເຊັນສັນຍາກັບກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ເພື່ອຂໍເປັນຜູ້ຈັດງານປະ ກວດນາງສາວລາວຕໍ່ໄປອີກ 5 ປີເພື່ອສົ່ງເສີມຮີດຄອງປະເພນີ, ວິຖີຊີວິດ ແລະ ວັດທະນະທຳອັນດີງາມຂອງແມ່ຍິງລາວບັນດາເຜົ່າ.


   ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງຖະແຫລງຂ່າວແລະວັດທະນະທຳ ວ່າດ້ວຍການອະນຸມັດດຳເນີນໂຄງການການຈັດການ ປະກວດນາງສາວລາວ ສົກປີ 20102014. ຕາມສັນຍາດັ່ງກ່າວ ບໍລິສັດເຄແອນຊີ ຈະເປັນຜູ້ຮັບຜິດຊອບຈັດງານປະກວດນາງສາວ ລາວ ເປັນປະຈຳທຸກປີໂດຍຈະເລີ່ມບັງຄັບໃຊ້ຕັ້ງແຕ່ເດືອນມັງກອນ ປີ 2010 ຫາປີ 2014 ແລະ ຈະຫມົດສັນຍາລົງໃນປີ 2015. ພິ ທີເຊັນສັນຍາແມ່ນໄດ້ຈັດຂຶ້ນວັນທີ 10 ພຶດສະພາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ.


   ເຊິ່ງໂຄງການການປະກວດ ນາງສາວລາວ ແມ່ນໄດ້ສືບຕໍ່ຈາກການ ປະກວດນາງສາວອາພອນລາວ ທີ່ເລີ່ມປະກວດມາຕັ້ງແຕ່ປີ 20062008 ແລະ ໃນປີ 2009 ເປັນປີທໍາອິດໃນການປະກວດ ນາງສາວລາວ ແລະ ສາວງາມທີ່ສາມາດຍາດມຸງກຸດໄປຄອງນັ້ນ ໄດ້ແກ່ ນ. ໄພລິນດາ ພິລາວັນ ນັກສຶກສາຈາກວິທະຍາໄລລັດຕະນະບໍລິຫານທຸລະກິດ ອາຍຸ 19 ປີ, ສູງ 165 ຊມ. ເອົາຊະນະຜູ້ ເຂົ້າປະກວດອີກ 23 ຄົນໃນຮອບສຸດທ້າຍ ນ. ໄພລິນດາ ນອກຈາກຈະມີຮູບຮ່າງຫນ້າຕາທີ່ສວຍງາມແລ້ວ ຍັງສາມາດຕອບຄຳຖາມ ໄດ້ຖືກໃຈຜູ້ຊົມນັບພັນໃນຫ້ອງປະຊຸມໃຫຍ່ ທີ່ໂຮງແຮມດອນຈັນພາເລດ ແລະ ຄົນທີ່ຊົມຢູ່ທາງບ້ານອີກຫລາຍລ້ານຄົນ ເມື່ອຄ່ຳຄືນວັນ ທີ 21 ພະຈິກ ປີ 2009.


   ນອກຈາກ ນ. ໄພລິນດາ ຈະໄດ້ຕຳແຫນ່ງນາງສາວລາວຄົນທຳອິດແລ້ວ ຍັງສາມາດຍາດມາໄດ້ອີກ 2 ລາງວັນຄື: ລາງວັນຂວັນ ໃຈຊ່າງພາບ ແລະ ລາງວັນ ນາງສາວສຸຂະພາບດີ ນຳອີກ ເຊິ່ງຂອງລາງວັນທີ່ໄດ້ຮັບ ມີ ມຸງກຸດມູນຄ່າ 20 ລ້ານກີບ, ເງິນສົດ 50 ລ້ານກີບ, ສາຍສະພາຍມູນຄ່າ 1,5 ລ້ານກີບ, ລົດບີວາຍດີ ມູນຄ່າ 85 ລ້ານກີບ ແລະ ຂອງລາງວັນອື່ນໆລວມທັງຫມົດ 100 ກວ່າ ລ້ານກີບ.


   ແຕ່ສຳລັບຂອງລາງວັນປີນີ້ ຍັງບໍ່ມີລາຍງານວ່າ ຈະມີມູນຄ່າເທົ່່າໃດ ແຕ່ຄາດວ່າຕ້ອງສູງກວ່າປີຜ່ານມາແນ່ນອນ ສຳລັບສາວງາມ ຄົນໃດທີ່ມີຄຸນສົມບັດດີ ຫລືຢາກຫາປະສົບການທີ່ຍິ່ງໃຫຍ່ ກຽມຕົວລົງສະຫມັກນາງສາວງລາວ ທີ່ຈະເປີດໃຫ້ສະຫມັກໃນໄວໆນີ້ ທ່ານ ອາດຈະເປັນນາງສາວລາວ ປີ 2010 ນີ້ກໍ່ເປັນໄດ້.









__________________


Veteran Member

Status: Offline
Posts: 88
Date:

ເປັນຫຍັງຈຶ່ງຕັ້ງຊື່ກະທູ້ແນວນີ້? ສະນັ້ນ ຖາມຄືນແນ່
1. ເປັນຫຍັງຕ້ອງເຮັດ ພິທີບາສີສູ່ຂວັນ
2. ເປັນຫຍັງຕ້ອງມີພິທີການຂຶ້ນເຮືອນໃໝ່
3. ເປັນຫຍັງຈຶ່ງມີ................ຫລາຍຄຳຖາມໂພດ
ທຸກອັນລ້ວນມີຄຳຕອບbiggrin

__________________
Anonymous

Date:


ອາທິດແລ້ວເຫັນນາງສາວລາວຜູ້ນີ້ ໄປຢືນຖືດອກໄມ້ໃຫ້ ໃນງານສະຫຼອງ The pizza company
ຈັງແມ່ນສົມສັກສີ no

__________________
Anonymous

Date:


ປ້າຂ້ອຍວ່ານາງນີ້ລາວມັກໄປແຕ່ກິນໃຫ້ນັກຮຽນຢູ່ໂຮງຮຽນ SOS ກິນແລື້ອຍໆແລະເດັກນ້ອຍກຳພ້າເຫລົ່ານັ້ນກໍ່ມັກໃຫ້ລາວອ່ານນິທານໃຫ້ເຂົາເຈົ້າຟັງຕອນນອນກາງວັນ. ຢາກໃຫ້ນາງງາມແລະນັກຮ້ອງທີ່ມີຊື້ດັງຄົນອື່ນສະລະເວລາແລະຊັບສິນສ່ວນຕົວເພື່ອສັງຄົມແດ່ ດີກ່ວາໄປໃຊ້ເວລາກັບອາເສ່ຍທ້ອງປຸ້ງຢູ່ຕາມຮ້ານອາຫານທີ່ຫລູຫລາເທົ່ານັ້ນ.

__________________
Anonymous

Date:

Anonymous wrote:


ອາທິດແລ້ວເຫັນນາງສາວລາວຜູ້ນີ້ ໄປຢືນຖືດອກໄມ້ໃຫ້ ໃນງານສະຫຼອງ The pizza company
ຈັງແມ່ນສົມສັກສີ no




ລາວກໍຄົນທຳມະດານໍ ຄືເຈົ້າແລະຂ້ອຍ ດີແລ້ວລາວອອກມາຊູ່ສາຍຕາ



__________________
Anonymous

Date:

ຂ້າພະເຈົ້າຄິດວ່າດີໜາ ທີ່ມີການເລີ້ມສົ່ງເສີມຫຼືນິຍົມການປະກວດນາງງາມແບບນີ້ ມີປະໂຫຍດຫຼາຍໆຢ່າງ ເພາະ
ລາວເຮົາຄວນມີການພັດທະນາໄປໃນຕົວເອງເລື້ອງການແຕ່ງຕົວໄປລະກ້າວ ສັງເກດຄົນລາວສ່ວນມາກຈະລະເລີຍ
ກັບຄວາມງາມຕົວເອງເພາະລຶ້ງເຄີຍ ຍ້ອນສະພາບແວດລ້ອມບິບຕົວ ເວົ້າເລື້ອງສ່ວນຕົວ ຖ້າຈະເວົ້າທົ່ວໄປກໍມີຫຼາຍ
ຢ່າງທີ່ເປັນຜົນປະໂຫຍດແກ່ບໍລິສັດທີ່ກ່ຽວຂ້ອງ ແກ່ສັງຄົມ ສະລຸບແລ້ວດີ ຄົນລາວຄວນພັດທະນາແນວຄິດ

__________________
Anonymous

Date:

Anonymous wrote:


ອາທິດແລ້ວເຫັນນາງສາວລາວຜູ້ນີ້ ໄປຢືນຖືດອກໄມ້ໃຫ້ ໃນງານສະຫຼອງ The pizza company
ຈັງແມ່ນສົມສັກສີ no



"Miss.ລາວ" ເຮັດຈັ່ງຊີ້ມັນກໍ່ຖື້ກຕ້ອງແລະງົດງາມດີແລ້ວ,ຖ້າເຈົ້າມີເວລາໄປຊອ້ກອ່ານເລື້ອງກ່ຽວກັບນາງ
ງາມຂອງປະເທດອື່ນໆແມ້,ໂດຍສຳເພາະປະເທດ Americaນີ້.
ພວກນາງງາມຂອງກະເຈົ້າບໍ່ໄດ້ຢູ່ຊື່ໆເດີ້ເຈົ້າເອີຍ? ເຂົາຕ້ອງໄປປະກົດຕົວຢູ່ທຸກໆບ່ອນທຸກໆຫົນ,ແລ້ວຍັງຍັງໃດ້ເຮັດນັ້ນເຮັດນີ້ຢູ່ເລີຍໆມີແຕ່ບໍ່ໃດ້ຖູພື້ນ
ກັບຜັດວິດເທົ່ານັ້ນລະ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard