Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການແຂ່ງຂັນວີທຍສາດ
Anonymous

Date:
ການແຂ່ງຂັນວີທຍສາດ


ການແຂງຂັນວີທຍາສາດ ນັກຮຽນຊັ້ນມັທຍົມສາກົນ  ນັກຮຽນລາວໄດ້ຮັບລາງວັນ  ທີຮັຖເທກຊັດ  ປະເທສອາເມຮີກາ

ຂ່າກຈາກ ນສພ ວຽງຈັນໃໝ່

__________________
Anonymous

Date:


ຖ້າແມ່ນຄວາມຈິງກໍ່ຂໍສະແດງຄວາມດີໃຈນຳ ແຕ່ຖ້າພໍເປັນໄປໄດ້ກໍ່ກັອບເອົາມາໃຫ້ອ່ານແດ່ເພາະຂ້ອຍໄປຊອກອ່ານຢູ່ໜັງສືພິມວຽງຈັນໃໝ່ແລ້ວບໍ່ເຫັນ.

__________________
Anonymous

Date:

ຂ້ອຍໄປເຫັນຢູ່ເວັບໄຊເອເຊັຍເສຣີກໍ່ເລີຍກັອບມາໃຫ້ອ່ານ:
________________________________________________________

ນັກຮຽນລາວ ໄດ້ຮັບລາງວັນ ໃນສະຫະຮັຖ
ໂພໄຊສວັດ
2010-05-18
ທີມ ນັກຮຽນລາວ ໄດ້ຮັບຫລຽນທອງ ໃນການແຂ່ງຂັນ ຂແນງວິຊາ ວິສວະກັມສາດ ໃນ ສະຫະຮັຖ ອະເມຣິກາ.

ທີມນັກຮຽນລາວ ໄດ້ຮັບຫລຽນທອງ ໃນການແຂ່ງຂັນ ຂແນງ ວິສວະກັມສາດ ຂັ້ນສູງ ຢູ່ທີ່ງານ ວິສວະກັມ ນາໆຊາດ ດ້ານພລັງງານຍືນຍົງ ແລະໂຄງການ ສິ່ງແວດ ລ້ອມ ທີ່ຈັດຂື້ນໃນ ສະຫະຮັຖ.

ນັກຮຽນລາວ ແຂ່ງຂັນຕາງໜ້າ ໂຮງຮຽນສອງພາສາ Eastern Star ວຽງຈັນ ຈາກຊັ້ນມັທຍົມ 9 ທັງໝົດ 4 ຄົນ ອາຍຸລະຫວ່າງ 14 ຫາ 15 ປີ ໄດ້ເຂົ້າຮ່ວມ ແຂ່ງຂັນ ຈາກວັນທີ 14 ຫາ 19 ເມສາ 2010 ຢູ່ເມືອງ Houston, Taxas ສະຫະຣັຖ ອະເມຣິກາ. ພວກຂະເຈົ້າໄດ້ ນຳເອົາການປະດິດ ເກີບທີ່ຮ້ອງວ່າ “insect savior shoes” ຫລືອາດຈະກົງກັບ ຄຳວ່າ ເກີບຊ່ວຍຊີວິດແມງໄມ້”.

ເກີບທີ່ພວກຂະເຈົ້າ ປະດິດຂື້ນມາ ຈະໃຊ້ຖ່ານຫີນ (Bateries) ຊຶ່ງຈະມີສຽງ ທີ່ສາມາດໄລ່ ແມງໄມ້ ບໍ່ໃຫ້ເຂົ້າມາໃກ້ ເພື່ອຫລີກລ້ຽງ ບໍ່ໃຫ້ຄົນຢຽບ ແມງໄມ້ ໃນເວລາດຽວກັນ ກໍຈະເກີດສັນຍານ ເຕື່ອນຜູ້ໃສ່ເກີບ ເມື່ອມີແມງໄມ້ ຫຍັບເຂົ້າມາໃກ້.

ທີມນັກຮຽນມີ ຄວາມຕື່ນເຕັ້ນດີໃຈ ທີ່ໄດ້ຮັບລາງວັນ ໃນການມາແຂ່ງຂັນ ເປັນເທື່ອທຳອິດ ແລະໄດ້ແຂ່ງຂັນ ກັບທີມທີ່ມີ ຄວາມສາມາດສູງ. ນາງພັສນີ ນຶ່ງໃນຈຳນວນ ນັກຮຽນທີ່ໄດ້ ເຂົ້າຮ່ວມແຂ່ງຂັນ ກ່າວວ່າ ພວກຂະເຈົ້າໃຊ້ ເວລາກະຕຽມ 6 ເດືອນກ່ອນຈະເຂົ້າ ມາແຂ່ງຂັນ ເປັນໂຄງການທີ່ຢາກ ໃນການຄົ້ນຄວ້າ ແລະ ປະດິດເກີບ ດັ່ງກ່າວຂື້ນມາ ຕາມການສອນຂອງ ອາຈານ.

ພວກນັກຮຽນ ທັງໝົດກ່າວວ່າ ພວກຂະເຈົ້າໄດ້ ປະສົບການ ຢ່າງຫລວງຫລາຍຈາກ ການແຂ່ງຂັນເທື່ອນີ້ ເປັນປະສົບການ ທີ່ພວກຂະເຈົ້າ ຈະນຳໄປແພ່ຜາຍ ໃຫ້ນັກຮຽນຄົນອື່ນໆ ທີ່ບໍ່ໄດ້ເຂົ້າຮ່ວມ ນໍາໃນຄັ້ງນີ້.

Copyright © 1998-2010 Radio Free Asia. All rights reserved.
http://www.rfa.org/lao/khaolao/education/Lao-students-won-competition-05182010132442.html

__________________
ຄົນໃຕ້

Date:

ຂໍສະແດງຄວາມດີໃຈແລະພູມໃຈນຳບັນດານ້ອງໆຫຼານໆທັງຫຼາຍທີ່ສາມາດສ້າງຊື່ສຽງໃຫ້ປະເທດຊາດ. ສົມແລ້ວທີ່ເປັນ
ລູກຫຼານຂອງຊາດລາວ. ແລະເປັນພະລັງອັນສຳຄັນໃນການສ້າງສາປະເທດຊາດໃຫ້ກ້າວຕໍ່ໄປຢ່າງຫມັ້ນຄົງ.
ສົມກັບຄຳທີ່ພັກເຮົາໄດ້ກ່າວໄວ້ໃນຕອນຫນຶ່ງວ່າ ( ເຍົາວະຊົນຊາວຫນຸ່ມລາວປຽບສະເຫນືອນນົກອິນຊີທີ່ມີພະລັງກ້າແກ່ງ
ບໍ່ຫວັນໄຫວຕໍ່ພະຍຸລົມແດງ) ຊົມເຊີຍ ! ຊົມເຊີຍ!

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard