Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຊຂະໝານຂຸ່ນ
Anonymous

Date:
ເຊຂະໝານຂຸ່ນ



ສອງສາມມື້ກ່ອນໄປຊຸມເຂົ້າຢູ່ບ້ານໝູ່ທີ່ເຮັດວຽກນຳກັນ ລາວເຮັດຊຸມເຂົ້າຕ້ອນຮັບພີ່ນ້ອງຂອງລາວທີ່ມາຢາມແແຕ່ເມືອງລາວ, ພີ່ນ້ອງຂອງລາວຢູ່ອັດຕະປືຂາຍຄຳແລກຂີ້ໄກ່. ລາວເວົ້າສູ່ຟັງວ່າ ນ້ຳເຊຂະໝານຂຸ່ນຫລາຍ ບໍ່ໃສສະອາດຄືເກົ່າແລ້ວເພາະຈີນຂຸດຄຳ ແລະຊາວບ້ານກໍ່ໄດ້ສະເໜີໄປຫາພາກສ່ວນທີ່ກ່ຽວຂ້ອງແລ້ວແຕ່ຍັງບັນຫາດັ່ງກ່າວຍັງຊ້ຳເຮື້ອຢູ່ ບໍ່ຖືກແກ້ໄຂຫຍັງເລີຍ. ໃຜຮູ້ລາຍລະອຽດຊ່ອຍເວົ້າສູ່ຟັງແດ່, ຂອບໃຈ.

__________________
Anonymous

Date:

ງງຫຼາຍ ບໍ່ເຂົາໃຈຄຳວ່າ ພີ່ນ້ອງຂອງລາວທີ່ມາຢາມແຕ່ເມືອງລາວ ເຈົ້າໝາຍຄວາມວ່າພີ້ນ້ອງລາວມາແຕ່ເມືອງລາວ ມາຢາມລາວຢູ່ອັຕຕະປືຊັ້ນບໍ ບໍ່ແມ່ນພີ່ນ້ອງລາວຢູ່ຕ່າງປະເທດບໍ

__________________
Anonymous

Date:

ພີ່ນ້ອງຂອງລາວຢູ່ອັດຕະປື ມາຢາມລາວຢູ່ເມກາ.

__________________
Anonymous

Date:

ວິທີແກ້ນ້ຳຂຸ່ນຄືຢາຍຫີນສົ້ມໃຫ້ຄອບຄົວລະ5ກິໂລໄປແກ່ວງນ້ຳກໍ່ກາຍເປັນນ້ຳສະອາດສາມາດໃຊ້ໄດ້.

__________________
Speak-out

Date:

Anonymous wrote:








ສອງສາມມື້ກ່ອນໄປຊຸມເຂົ້າຢູ່ບ້ານໝູ່ທີ່ເຮັດວຽກນຳກັນ ລາວເຮັດຊຸມເຂົ້າຕ້ອນຮັບພີ່ນ້ອງຂອງລາວທີ່ມາຢາມແແຕ່ເມືອງລາວ, ພີ່ນ້ອງຂອງລາວຢູ່ອັດຕະປືຂາຍຄຳແລກຂີ້ໄກ່. ລາວເວົ້າສູ່ຟັງວ່າ ນ້ຳເຊຂະໝານຂຸ່ນຫລາຍ ບໍ່ໃສສະອາດຄືເກົ່າແລ້ວເພາະຈີນຂຸດຄຳ ແລະຊາວບ້ານກໍ່ໄດ້ສະເໜີໄປຫາພາກສ່ວນທີ່ກ່ຽວຂ້ອງແລ້ວແຕ່ຍັງບັນຫາດັ່ງກ່າວຍັງຊ້ຳເຮື້ອຢູ່ ບໍ່ຖືກແກ້ໄຂຫຍັງເລີຍ. ໃຜຮູ້ລາຍລະອຽດຊ່ອຍເວົ້າສູ່ຟັງແດ່, ຂອບໃຈ.










 As far as i know, Chinese MineCompany only taking over the Xepon Mine from Autstralian Co. But, Xepon is wayyy farther North from the Sekong don't you think ? and Sepon is also a few hour from big town  like Savannakhet.



__________________
ຕົນໃຕ້

Date:

ຮຽນທ່ານທີ່ນັບຖື ! ຂ້າພະເຈົ້າຫາກໍກັບຈາກອັດຕະປືຫວ່າງສອງທິດແລ້ວປະກົດວ່າບໍ່ເຫັນນ້ຳເຊຂະຫນານຂຸ່ນຈັກນ້ອຍແຕ່ວ່າອາດຈະຂຸ່ນຫວ່າງ
ສອງສາມື້ຫຼັງເຫນື່ອງຈາກມີຝົນຕົກຫນັກນ້ຳປ່າໃຫຼລົງມາອາດເກີດໃຫ້ບັນດາແມ່ນ້ຳເຊທັງຫຼາຍຂຸ່ນກໍໄດ້. ການທີ່ຈີນສຳປະ
ທານຮ່ອນຄຳ (ບໍ່ແມ່ນຂຸດຄຳ)ແລະບໍ່ມີການນຳໃຊ້ລະບົບເຄມີໃດໆເພາະບໍ່ໄດ້ຂຸດທາດແຫ່ຄຳມີພຽງແຕ່ຮ່ອນເອົາທາດທີ່
ເປັນຄຳແລ້ວເອົາໄປຫຼອມທີ່ອື່ນ ແລະ ມັນເປັນການເອົາແຮ່ມາຮ່ອນຊື່ໆແຕ່ຂ້າພະເຈົ້າຄິດວ່າ
ຄົງຈະບໍ່ກະທົບຕໍ່ສະພາບແວດລ້ອມເທົ່າໃດ. ເພາະໃນສັນຍາສຳປະທານແມ່ນເພີ່ນໄດ້ລະບຸລາຍລະອຽດຊັດເຈນຈະບໍ່ໃຫ້ມີ
ການກະທົບໃດໆຕໍ່ສະພາບແວດລ້ອມຫຼືການດຳລົງຊີວິດຂອງປະຊາຊົນໃນບໍລິເວນນັ້ນ. ການລົງທຶນມາຮ່ອນຄຳຂອງຈີນນີ້ແມ່ນໄດ້ຄຳຈຳນວນນ້ອຍທີ່ສຸດຖ້າທຽບໃສ່ບໍລິສັດພູເບັ້ຍຫຼືເຊໂປນແມ່ນບໍ່ໄດ້ເຖິງ
0.01 % ຊ້ຳ. ແຕ່ວ່າຖ້າບໍລິສັດຫາກທຳການໃດຫນຶ່ງທີ່ກະທົບຕໍ່ສະພາບແວດລ້ອມຫຼືການດຳລົງຊີວິດຂອງປະຊາຊົນບໍລິ
ສັດຈະຕ້ອງໄດ້ປັບປຸງໃຫ້ຖືກຕ້ອງຕາມບົດບັນທຶກສຳປະທານ. ຖ້າຍັງລະເມີດແມ່ນຈະໄດ້ຖືກຍົກເລີກສຳປະທານທັນທີ.
ຂ້າພະເຈົ້າຂໍແນະນຳເຖິງທ່ານທີ່ມີຜົນກະທົບໄຫ້ແຈ້ງຫາພະແນກພະລັງງານແລະບໍ່ແຮ່ປະຈຳແຕ່ລະແຂວງໂດຍຜ່ານອົງ
ການຈັດຕັ້ງກ່ຽວຂອງຄືເລີ່ມຈາກນາຍບ້ານຫາຫົວຫນ້າກຸ່ມ,ພະແນກແຮງງານສະຫວັດດີການສັງຄົມໃຫ້ເພີ່ນຊ່ວຍນຳສະເຫນີ
ຫາຫ້ອງວ່າການປົກຄອງ. ແຕ່ທັງນັ້ນທັງນີ້ທ່ານຕ້ອງມີຂໍ້ມູນຫຼັກຖານທີ່ຊັດເຈນເພື່ອຄວາມຍຸດຕິທຳ. ບໍ່ແມ່ນບໍ່ມັກບໍລິສັດ
ແລ້ວຫາເລື້ອງໃສ່ເຂົາມັນກໍບໍ່ຖືກເພາະບ້ານເຮົາກໍມີກົດຫມາຍປົກປ້ອງນັກລົງທຶນຄືກັນ. ຂ້າພະເຈົ້າຄິດວ່າບັນຫານີ້ຈະແກ້ໄດ້ໂດຍສັນຕິ.
ຂອບໃຈ

__________________
Anonymous

Date:

ຊາວບ້ານທີ່ ແຂວງອັດຕະປື ປະນາມການ ຂຸດຄົ້ນບໍ່ຄໍາ ທີ່ເຮັດໃຫ້ ລໍານໍ້າ ເປັນພິດຈາກ ສານເຄມີ.
ຊາວບ້ານທີ່ແຂວງ ອັດຕະປື ໄດ້ຕູ່ຫາ ບໍຣິສັດ ຂຸດຄົ້ນແຮ່ຄຳ ໃນເຂດດັ່ງກ່າວ ທີ່ເຮັດໃຫ້ລໍາ ນ້ຳເຊຂະຫມານ ເປິເປື້ອນໄປດ້ວຍ ສານພິດ ອິງຕາມລາຍງານ ຂອງ Earthtimes.org ທີ່ອ້າງຕາມການ ລາຍງານຂອງ ສື່ມວລຊົນພາກຣັຖ ສປປລາວ.
ລາຍງານແຈ້ງວ່າ ນ້ຳໃນລໍານ້ຳ ເຊຂະຫມານ ຂຸ່ນບໍ່ໃສສະອາດ ແບບແຕ່ກ່ອນມາ ໄດ້ກວ່າສອງປີແລ້ວ ສົ່ງຜົລກະທົບ ຕໍ່ການດຳຣົງ ຊີວິດ ຂອງປະຊາຊົນ ຜູ້ທີ່ອາສັຍ ຫາກິນຈາກລໍານ້ຳ ສາຍນີ້ ຫນັງສືພີມ ວຽງຈັນທາມສ ລາຍງານ. ເຈົ້າແຂວງໆ ອັດຕະປື ທ່ານ ຄຳພັນ ພົມມະທັດ ຍອມຮັບວ່າ ທາງການແຂວງ ໄດ້ຖືກປະນາມ ຈາກຊາວບ້ານຫຼາຍ ເທື່ອແລ້ວທີ່ວ່າ ໄດ້ຮັບຜົລກະທົບ ຈາກການ ຂຸດຄົ້ນແຮ່ຄຳ ຕາມລຳນ້ຳ.
ທ່ານວ່າ ປະຊາຊົນທ້ອງຖິ່ນ ທີ່ແຂວງ ອັດຕະປື ເວົ້າວ່າ ການຂຸດຄົ້ນແຮ່ທາດ ໃນແຂວງອັດຕະປື ສົ່ງຜລົກະທົບ ຕໍ່ຣະບົບນິເວດ ຕາມລຳແມ່ນ້ຳ ແລະ ກຸ່ມດ່ັງກ່າວ ສະແດງຄວາມ ຢ້ານກົວທີ່ວ່າ ສານເຄມີທີ່ ໄຫລລົງສູ່ລໍານ້ຳ ຈະສ້າງຄວາມເສັຽຫາຍ ໃນຣະຍະຍາວ.
ທ່ານຍັງບອກອີກວ່າ ກຸ່ມຂຸດຄົ້ນຄຳ ຕາມລຳແມ່ນ້ຳ ທີ່ບໍ່ໄດ້ຮັບ ອະນຸຍາດ ອາດໃຊ້ສານເຄມີ ທີ່ເປັນອັນຕຣາຍ ໃນການຂຸດຄົ້ນ ແລະຟອກຄຳ ດັ່ງສານ Mercury. ທ່ານເຈົ້າແຂວງ ຍັງກ່າວຢືນຢັນວ່າ ຍັງບໍ່ມີຂໍ້ມູນ ໃດໆທີ່ອ້າງວ່າ ມີສັດນ້ຳເສັຽຊີວິດ ຍ້ອນເຫດການ ດັ່ງກ່າວເທື່ອ ທ່ານໄດ້ຮຽກຮ້ອງ ໃຫ້ປະຊາຊົນ ທ້ອງຖີ່ນໃຫ້ຢູ່ ໃນຄວາມສງົບ ຖ້າມກາງຜົລຂອງ ການວິຈັຍກ່ຽວກັບ ຣະດັບຄວາມເປິເປື້ອນ ຈາກສານເຄມີ ຈະຖືກເປີດເຜີຍ.

__________________
Anonymous

Date:

ຕົນໃຕ້ wrote:

ຮຽນທ່ານທີ່ນັບຖື ! ຂ້າພະເຈົ້າຫາກໍກັບຈາກອັດຕະປືຫວ່າງສອງທິດແລ້ວປະກົດວ່າບໍ່ເຫັນນ້ຳເຊຂະຫນານຂຸ່ນຈັກນ້ອຍແຕ່ວ່າອາດຈະຂຸ່ນຫວ່າງ
ສອງສາມື້ຫຼັງເຫນື່ອງຈາກມີຝົນຕົກຫນັກນ້ຳປ່າໃຫຼລົງມາອາດເກີດໃຫ້ບັນດາແມ່ນ້ຳເຊທັງຫຼາຍຂຸ່ນກໍໄດ້. ການທີ່ຈີນສຳປະ
ທານຮ່ອນຄຳ (ບໍ່ແມ່ນຂຸດຄຳ)ແລະບໍ່ມີການນຳໃຊ້ລະບົບເຄມີໃດໆເພາະບໍ່ໄດ້ຂຸດທາດແຫ່ຄຳມີພຽງແຕ່ຮ່ອນເອົາທາດທີ່
ເປັນຄຳແລ້ວເອົາໄປຫຼອມທີ່ອື່ນ ແລະ ມັນເປັນການເອົາແຮ່ມາຮ່ອນຊື່ໆແຕ່ຂ້າພະເຈົ້າຄິດວ່າ
ຄົງຈະບໍ່ກະທົບຕໍ່ສະພາບແວດລ້ອມເທົ່າໃດ. ເພາະໃນສັນຍາສຳປະທານແມ່ນເພີ່ນໄດ້ລະບຸລາຍລະອຽດຊັດເຈນຈະບໍ່ໃຫ້ມີ
ການກະທົບໃດໆຕໍ່ສະພາບແວດລ້ອມຫຼືການດຳລົງຊີວິດຂອງປະຊາຊົນໃນບໍລິເວນນັ້ນ. ການລົງທຶນມາຮ່ອນຄຳຂອງຈີນນີ້ແມ່ນໄດ້ຄຳຈຳນວນນ້ອຍທີ່ສຸດຖ້າທຽບໃສ່ບໍລິສັດພູເບັ້ຍຫຼືເຊໂປນແມ່ນບໍ່ໄດ້ເຖິງ
0.01 % ຊ້ຳ. ແຕ່ວ່າຖ້າບໍລິສັດຫາກທຳການໃດຫນຶ່ງທີ່ກະທົບຕໍ່ສະພາບແວດລ້ອມຫຼືການດຳລົງຊີວິດຂອງປະຊາຊົນບໍລິ
ສັດຈະຕ້ອງໄດ້ປັບປຸງໃຫ້ຖືກຕ້ອງຕາມບົດບັນທຶກສຳປະທານ. ຖ້າຍັງລະເມີດແມ່ນຈະໄດ້ຖືກຍົກເລີກສຳປະທານທັນທີ.
ຂ້າພະເຈົ້າຂໍແນະນຳເຖິງທ່ານທີ່ມີຜົນກະທົບໄຫ້ແຈ້ງຫາພະແນກພະລັງງານແລະບໍ່ແຮ່ປະຈຳແຕ່ລະແຂວງໂດຍຜ່ານອົງ
ການຈັດຕັ້ງກ່ຽວຂອງຄືເລີ່ມຈາກນາຍບ້ານຫາຫົວຫນ້າກຸ່ມ,ພະແນກແຮງງານສະຫວັດດີການສັງຄົມໃຫ້ເພີ່ນຊ່ວຍນຳສະເຫນີ
ຫາຫ້ອງວ່າການປົກຄອງ. ແຕ່ທັງນັ້ນທັງນີ້ທ່ານຕ້ອງມີຂໍ້ມູນຫຼັກຖານທີ່ຊັດເຈນເພື່ອຄວາມຍຸດຕິທຳ. ບໍ່ແມ່ນບໍ່ມັກບໍລິສັດ
ແລ້ວຫາເລື້ອງໃສ່ເຂົາມັນກໍບໍ່ຖືກເພາະບ້ານເຮົາກໍມີກົດຫມາຍປົກປ້ອງນັກລົງທຶນຄືກັນ. ຂ້າພະເຈົ້າຄິດວ່າບັນຫານີ້ຈະແກ້ໄດ້ໂດຍສັນຕິ.
ຂອບໃຈ





ຖ້າມີເວລາ ລອງໄປຄົ້ນເອົາໜັງສືພິມວຽງຈັນໃໝ່ສະບັບອອກວັນທີ 12/5/2010 ເພິ່ນເອົາເລື່ອງການຂຸດຄຳຕົກຂ້ອນມາເວົ້າໃນແຂວງຫລວງພະບາງ ແລະແຂວງອັດຕະປື.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard