Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຍາດຕະລາດຢາບ້າ
Anonymous

Date:
ຍາດຕະລາດຢາບ້າ



ບໍ່ຮູ້ວ່າຊິແມ່ນຂ່າວອັນດຽວກັນກັບຂ່າວທີ່ໜັງສືພິມວຽງຈັນທາມ໌ທີ່ອອກຂ່າວໃນສະບັບປະຈຳວັນທີ14 ເດືອນພຶສະພາ ປີ2010 ພາຍໃຕ້ຫົວທີ່ວ່າ Rise in violent ຫລືບໍ່ຖ້າບໍ່ແມ່ນ ຜູ່ໃດ໋ໄດ້ອ່ານກະລຸນາກັອບມາໃຫ້ອ່ານນຳແດ່, ຂອບໃຈ.
---------------------------------------------------------------------------------------------

ຄາຕກັມກາງເມືອງ ຕອນກາງເວັນແສດໆ

ສິດນີ
2010-05-13
ສີ່ຄົນ ຖືກຍິງຕາຍ ໃນຕອນກາງ ເວັນແສດໆ ທີ່ນະຄອນ ຫລວງວຽງຈັນ ຄາດວ່າ ເປັນນັກຄ້າ ຢາເສບຕິດ.
ກຸ່ມມືປືນໃນ ສປປລາວ ໄດ້ຍີງຄົນ 4 ຄົນເສັຽຊິວິດ ຈາກການດັກຊຸ້ມຍິງ ໃນຕອນກາງເວັນ ແສດໆ ທີ່ນະຄອນຫລວງ ວຽງຈັນ ສັນນິຖານວ່າ ມີສ່ວນພົວພັນ ກັບການ ຄ້າຢາເສບຕິດ ອິງຕາມລາຍງານ ຈາກສຳນັກຂ່າວສານ AFP ທີ່ອ້າງຕາມການ ລາຍງານຈາກ ຫນັງສືພິມທ້ອງຖິ່ນ ວຽງຈັນທາຍ ໃນມື້ວັນພຸດ.
ລາຍງານວ່າ 3 ຄົນເສັຽຊີວິດ ໃນຣົຖກະບະ ຫລັງຈາກຖືກຍິງ ດ້ວຍປືນ AK-47 ຜູ້ຂັບກະບະ ຖືກຍິງຕາຍ ໃນເວລາຕໍ່ມາ ໃກ້ທົ່ງນາ ໃນເຂດດັ່ງກ່າວ ຫລັງຈາກທີ່ລາວ ພຍາຍາມຫລົບຫນີ ຈາກການໂຈມຕີ ໃນຕອນເຊົ້າຂອງ ວັນຈັນ ທີ່ນະຄອນ ຫລວງວຽງຈັນ ຫນັງສືພິມ ວຽງຈັນທາຍ ລາຍງານ ທີ່ບົ່ງຈຳນວນ ຜູ້ທີ່ໄດ້ຮັບ ເຄາະຮ້າຍວ່າ ເປັນຊາຍສອງຄົນ ພ້ອມດ້ວຍ ແຟນສາວຂອງເຂົາ.
ລາຍງານ ທີ່ອີງຕາມຄຳ ໃຫ້ການຂອງເຈົ້າ ຫນ້າທີ່ຕຳຣວດ ວ່າຜູ້ທີ່ເສັຽ ຊີວິດສອງຄົນ ຖືປືນ AK-47 ປືນສັ້ນຄູ່ນຶ່ງ ລູກຣະເບີດແລະ ຢາບ້າຈຳນວນນຶ່ງ ແຕ່ບໍ່ມີໂອກາດ ທີ່ຈະໃຊ້ປືນ ດັ່ງກ່າວ ຍ້ອນຖືກຈູ່ໂຈມ ຢ່າງກະທັນຫັນ ຫົວຫນ້າຕຳຣວດ ນະຄອນບານ ທີ່ນະຄອນ ຫລວງວຽງຈັນ ທ່ານ ບຸນຕຽງ ຈັນທະມົງຄຸນ ໄດ້ກ່າວຕໍ່ ວຽງຈັນທາຍ
ທ່ານວ່າພວກເຮົາ ຄາດການວ່າ ການຜິດຖຽງກັນ ເກີດຂຶ້ນຈາກການ ປັນສ່ວນແບ່ງ ກ່ຽວກັບຕລາດການ ຄ້າຢາເສບຕິດ. ປະຊາຊົນ ທ້ອງຖິ່ນບອກວ່າ ເຫດການ ຄວາມວຸ້ນວາຍຢ່າງ ຮຸ່ນແຮງແບບນີ້ ບໍ່ຄ່ອຍເກີດຂຶ້ນ ໃນລາວ ເພາະເຈົ້າຫນ້າທີ່ ຮັກສາ ຄວາມປອດພັຍ ມີການຄວບຄຸມ ແລະ ເຝົ້າຣະວັງຢ່າງ ໃກ້ຊິດ.
ອົງການຄວບຄຸມ ຢາເສບຕິດ ແລະ ອາສຍາກອນ ຂ້າມຊາດ ສະຫະປະຊາຊາດ ກ່າວໃນເຄືອຂ່າຍ internet ຂອງອົງການວ່າ ເລີ້ມແຕ່ກາງຊຸ່ມປີ 1990 ເປັນຕົ້ນມາ ສປປລາວ ຊຶ່ງເປັນປະເທດ ທີ່ທຸກຈົນທີ່ສຸດ ໃນຂົງເຂດເອເຊັຽ ໄດ້ກາຍເປັນຈຸດຜ່ານ ຂອງກຸ່ມຄ້າຢາບ້າ ແລະຢາເສບຕິດ ປະເພດຕ່າງໆ ໃນຂົງເຂດ.
Copyright © 1998-2010 Radio Free Asia. All rights reserved.
http://www.rfa.org/lao/khaolao/drugs/Four-gunned-down-in-Laos-05132010135854.html??


__________________
Anonymous

Date:

ສ່ວນນື່ງຂອງຄົນພວກນີ້ ກໍ່ແມ່ນບຸກຄົນທີ່ສັງກັດໃນວົງການ ການຄຸ້ມຄອງເອງເຊ່ນ ຕຳຫລວດ ກອງຫຼອນຂອງປະ
ຈຳທ້ອງຖີ່ນ ແລະ ອີກສ່ວນນື່ງກໍ່ເປັນບຸກຄົນທີ່ມີຕຳແນ່ງທີ່ຖືກຊື້ຈ້າງແລ້ວ ກໍຫຼັບຕາຊ່ວຍກັນ


__________________
Anonymous

Date:
RE: ຍາດຕະລາດຢາບ້າ



ຖ້າເຂົາບໍ່ກິນນ້ອຍບໍ່ກິນໃຫຍ່ເຂົາກໍ່ຈະຖືກຕຳນິວ່າບໍ່ສາມາດເພິ່ງຕົນເອງກຸ້ມຕົນເອງໄດ້ຕາມທິດທາງນະໂຍບາຍຂອງພັກ. ທະຫານຕ້ອງຕັດໄມ້ຂາຍ, ຕຳລວດກະຄ້າຢາບ້າ, ພາສີກະຫລັກໂຕເລກ. ໃຜເຮັດກັບຫຍັງກໍ່ກິນກັບອັນນັ້ນ ຄັນຊັ້ນກະຊິບໍ່ມີເງິນຊື້ໄທເກີໃຫ້ເມຍນ້ອຍຂີ່.

__________________
Anonymous

Date:
RE: ຍາດຕະລາດຢາບ້າ


Anonymous wrote:


ຖ້າເຂົາບໍ່ກິນນ້ອຍບໍ່ກິນໃຫຍ່ເຂົາກໍ່ຈະຖືກຕຳນິວ່າບໍ່ສາມາດເພິ່ງຕົນເອງກຸ້ມຕົນເອງໄດ້ຕາມທິດທາງນະໂຍບາຍຂອງພັກ. ທະຫານຕ້ອງຕັດໄມ້ຂາຍ, ຕຳລວດກະຄ້າຢາບ້າ, ພາສີກະຫລັກໂຕເລກ. ໃຜເຮັດກັບຫຍັງກໍ່ກິນກັບອັນນັ້ນ ຄັນຊັ້ນກະຊິບໍ່ມີເງິນຊື້ໄທເກີໃຫ້ເມຍນ້ອຍຂີ່.




ແມ່ນແລ້ວ ພັກນຳພາ ປະຊາຊົນເປັນເຈົ້າ



__________________
ຄົນໃຕ້

Date:

ໂອຍຈັ່ງແມ່ນເວນແມ່ນກຳ! ຕາຍໃດ້ກໍດີພວກຂາຍຍາເສບຕິດນີ້. ຂ້າພະເຈົ້າຢູ່ຕ່າງແຂວງຫາກໍຊິໄດ້ຍິນຂ່າວມື້ນີ້ລະ ບາງເທື່ອຜູ້ທີ່ຢູ່ໃນວົງການປາບປາມຢາເສບຕິດກໍຖືກຊື້ຈ້າງກໍມີ. ມັນຫຼາຍຂັ້ນຕອນກ່ຽວກັບພວກຂາຍຢາເສບຕິດນີ້ ບາງເທື່ອກໍຂ້າກັນຍ້ອນການແບ່ງຜົນປະໂຫຍດບໍ່ລົງຕົວ. ຂ້າຕັດຕອນຢ້ານເສັບລັບ.ໃຫ້ດີແທ້ ພາກັນຢູ່ຫ່າງພວກນີ້ແມ່ນດີທີ່ສຸດ.

__________________
Anonymous

Date:

ຂອບໃຈເດີຫລານເຂີຍ(ໃນອະນາຄົດ)ຄົນໃຕ້ທີ່ຊ່ອຍກ່າວເຕືອນ, ແຕ່ຫລາຍຄົນຄິດວ່າຫາລວຍທາງລັດເປັນຫົນທາງດຽວທີ່ເຮັດໃຫ້ມີໂອກາດໄດ້ຢູ່ບ້ານຫລັງຄາແດງ ນັ່ງລົດແວ່ນມືດ. ຖ້າມີໜ້າທີ່ໆກ່ຽວຂ້ອງ ຈະຖອຍຫ່າງປານໃດ໋ພວກມິດສາຊີບເຫລົ້ານີ້ກໍ່ຕາມຕື້ ບໍ່ໄດ້ທາງກົງກະເອົາທາງອ້ອມ.

__________________
ຄົນໃຕ້

Date:

ມັນເປັນຈັ່ງຊີ້ຕົວອາວ ! ຫຼາຍຄົນຫຼາຍເວົ້າກ່ຽວກັບການເສບຢາບ້າ ແລະຜູ້ຂາຍຍາມ້າ. ລາງຄົນກໍເວົ້າວ່າ: ຢາກທຸກໃຫ້ຊື້ຫວຍ ຢາກລວຍໃຫ້ຂາຍຢາມ້າ, ຜູ້ເສບຕາຍຜູ້ຂາຍລວຍ, ສຳມະປິແຕ່ຊິເວົ້າ. ທີ່ຈິງມັນກໍລວຍແທ້ແຕ່ວ່າຈະລວຍບໍ່ນານກໍໄດ້ໄປນອນສະບາຍຢູ່ໃນຄຸກແຕ່ຍັງດີບາງຄົນກໍຖືກຍິງຕາຍເລີຍບໍ່ໄດ້ໃຊ້ເງິນຊ້ຳ.
ດີແທ້ໆເວົ້າເລື້ອງຢາເສບຕິດນີ້ມັນບໍ່ດີຈັກຢ່າງ. ເອົາຊຳ່ເຫຼົ້າຂາວປົນກັບເບັຍກໍພໍແຮງແລ້ວອາວເອີຍ.

__________________
Anonymous

Date:

ເຫລົ້າຂາວປົນເບຍແຮງກ່ວາສາວນ້ອຍຕົກຕຽງໃດ໋ທ່ານ, ຮາໆໆໆໆໆໆໆໆ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard