Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວກັບການເບີ່ງຂ່າວເສື້ອແດງ
ຄົນຜ່ານມາ

Date:
ຄົນລາວກັບການເບີ່ງຂ່າວເສື້ອແດງ


 


ບໍ່ແມ່ນແຕ່ໄທແລ້ວທີ່ຕິດຕາມຂ່າວຄົນລາວເຮົາຫລາຍໆຄົນກະຮູ້ສຶກວ່າ ຈະຕິດຕາມຂ່າວຄົນເສື້ອແດງຫລາຍພໍສົມຄວນ ຂະໜາດໄປບ່ອນໄດ໋ກະເວົ້າແຕ່ຂ່າວ ຄົນເສື້ອແດງ ບາງຄົນກະຕິດເບີ່ງຂ່າວຈົນບໍ່ລຸກໄປໃສພຸ້ນນ່ະ... (ປະຕິໂທ້ ^_^)
ຖ້າເບີ່ງກໍ່ຂໍໃຫ້ເບີ່ງແລ້ວຢ່າເອົາເປັນແບບຢ່າງສະເນາະ ເບີ່ງພໍໃຫ້ຮູ້ຂ່າວປະເທດໃກ້ຄຽງ ຖ້າລາວເຮົາມີແບບນີ້ໃນປະເທດ ລ່ະບໍ່ຢາກຄຶດເລີຍ... 
ດີແຕ່ຄົນລາວບໍ່ມັກວຸ້ນວາຍແລະເຄົາລົບກົດຫມາຍເປັນຫນື່ງແມ່ນບໍ່ ອິອິ

ເຫັນແບບນີ້ແລ້ວພາກັນຮັກຊາດເທາະຢ່າຢ່າງໄປຕາມທາງທີ່ມັນມີແຕ່ຕົມເດີ້



__________________
Anonymous

Date:

Yes, you are right, ONLY watch to get information....Not to give any opinions to interfere internal matters of other countries...



__________________
Anonymous

Date:

ລາວຮັກລາວ ເພາະມີຊາດລາວຊາດດຽວໃນໂລກ. ຄົນລາວເຮົາ ເຖີງຈະສຸກຫຼືທຸກ ຄົນລາວເຮົາຍັງມີເອກະລາດ
ມີປະເທດຊາດເປັນຂອງຕົວເອງ ພູມໃຈເດີ ພີ່ນ້ອງ


__________________
ຄົນໃຕ້

Date:

ຂໍສະແດງຄວາມເຫັນດີ 100% ນຳເຈົ້າຂອງກະທຸນີ້. ຂໍໃຫ້ເບິ່ງຂ່າວສະຖານະການຂອງໄທເພື່ອວິເຄາະວິໃຈແລະຢ່ານຳມາ
ເປັນແບບຢ່າງ.ເພາະຄົນລາວເປັນຄົນໃຈດີມີໄມຕີຈິດມິດຕະພາບ, ບໍ່ກ້າວລ້າວແລະຮູ້ຮັກສາມັກຄີ. ພາກັນຄ່ອຍສ້າງສາປະເທດຊາດຂອງເຮົາເຖິງວ່າມັນຈະກ້າວໄປຢ່າງຊ້າໆແຕ່ແນ່ນອນ.
ແລະຂ້າພະເຈົ້າມີຄຳກອນກ່ຽວກັບກົດຫມາຍຂອງແຕ່ລະປະເທດທີ່ມີຊາຍແດນຕິດຈອດກັບລາວ. ແມ່ນບໍ່ແມ່ນກໍພິຈາລະນາ
ຊ່ວຍກັນເດີ:
ເພີ່ນວ່າ
1. ກົດຫມາຍເຫຼັກແມ່ນກົດຫມາຍປະເທດຈີນ.
2.ກົດຫມາຍຫີນແມ່ນກົດຫມາຍປະເທດພະມ້າ.
3.ກົດຫມາຍ ລ້າໆແມ່ນກົດຫມາຍປະເທດໄທ.
4.ກົດຫມາຍເຫັນອົກເຫັນໃຈແມ່ນກົດຫມາຍປະເທດລາວ.
5.ກົດຫມາຍແຈ້ງຂາວແມ່ນກົດຫມາຍຫວຽດ.
6.ກົດຫມາຍລະອຽດແມ່ນກົດຫມາຍກຳປູເຈັຍ.

ທ່ານລອງວິຈານເບິ່ງແມ່ນຫຼືບໍ່ແມ່ນ ຊ່ວຍຄົນໃຕ້ແດ່
ຂອບໃຈ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard