Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານຄິດແນວໃດກັບຮ້ານສະດວກຊື້ ຢູ່ລາວ
Anonymous

Date:
ທ່ານຄິດແນວໃດກັບຮ້ານສະດວກຊື້ ຢູ່ລາວ


 

ຂ່າວ: ໃສຫລ້າຄຳ
   ຮ້ານສະດວກຊື້ M-Point Mart (ເອັມ-ພອຍມາກ) ຖືກຂານຂັບຈາກສັງຄົມຄົນເມືອງຢ່າງເມືອງຫລວງຫລາຍຂຶ້ນ ດ້ວຍການຂະ ຫຍາຍສາຂາເກືອບ 10 ແຫ່ງໃນນະຄອນຫລວງວຽງຈັນ ພຽງເວລາບໍ່ເທົ່າໃດປີ. ດ້ານຜູ້ປະກອບການຍິ້ມ ແຕ່ກໍ່ຊີ້ວ່າຕ້ອງປັບປຸງ ແລະ ພັດທະນາຕົນເອງຕະຫລອດ ເພື່ອສ້າງມາດຖານດຽວກັນໃນການບໍລິການທຸກສາຂາ; ຂະນະທີ່ບຸກຄະລາກອນຍັງເປັນສິ່ງຫນັກໃຈ.
   ທ່ານ ພົງປະເສີດ ກັນລະຍາ ຜູ້ບໍລິຫານສູງສຸດຮ້ານເອັມ-ພອຍມາກກ່າວຕໍ່ທີມຂ່າວເສດຖະກິດ-ສັງຄົມເມື່ອອາທິດຜ່ານມາວ່າ: ມາ ຮອດປະຈຸບັນ ການຕອບຮັບຈາກສັງຄົມຖືວ່າດີສົມຄວນ. ຄົນຈຳນວນຫລາຍເລີ່ມຮູ້ຈັກເອັມ-ພອຍມາກຫລາຍຂຶ້ນສະແດງອອກໃນການ ເປີດສາຂາໃຫມ່ໃນທ້າຍປີຜ່ານມາມີລູກຄ້າຮູ້ຈັກໄວ ເມື່ອທຽບໃສ່ການເປີດສາຂາໃນໄລຍະເລີ່ມຕົ້ນ.
   ເບິ່ງແລ້ວໃນແງ່ຂອງຕະຫລາດຖືວ່າດີມີຄວາມເປັນໄປໄດ້ ແລະ ສັງຄົມກໍ່ຫັນເຂົ້າມາຈັບຈ່າຍໃນຮ້ານຫລາຍຂຶ້ນຈາກຄວາມສະດວກ ສະບາຍໃນການບໍລິການແຕ່ 6 ໂມງ ເຖິງ 24 ໂມງ ໂດຍບໍ່ມີວັນພັກ. ແນວໃດກໍ່ດີ ເອັມ-ພອຍມາກ ກໍ່ຍັງມີອີກຫລາຍຈຸດທີ່ຈະຕ້ອງ ປັບປຸງ ແລະ ພັດທະນາຕົນເອງໄປເລື້ອຍໆ ເພື່ອສ້າງຮ້ານໃຫ້ກາຍເປັນຈຸດຊຸມນຸມຈັບຈ່າຍຂອງສັງຄົມຄົນນະຄອນຫລວງວຽງຈັນ. ແຕ່ ບຸກຄະລາກອນກໍ່ຍັງເປັນບັນຫາຫນັກໃຈ ເນື່ອງຈາກເປັນທຸລະກິດໃຫມ່ໃນສັງຄົມລາວ ເຊິ່ງຈະຕ້ອງໄດ້ໃຊ້ເວລາໃນການຮຽນຮູ້, ທ່ານ ພົງປະເສີດ ກ່າວເນັ້ນ.
   ທ່ານກ່າວຕື່ມວ່າ: ເອັມ-ພອຍມາກບໍ່ເຄີຍຢຸດນິ້ງ ພວກເຮົາປັບປຸງພັດທະນາຕົນເອງແລະພະຍາຍາມຮຽນຮູ້ສິ່ງໃຫມ່ໆສະເຫມີ ເພື່ອ ນຳເອົາເຕັກນິກບໍລິຫານຈັດການ ແລະ ເຕັກໂນໂລຊີໃຫມ່ໆເຂົ້າມານຳໃຊ້. ປະຈຸບັນ ພວກເຮົາໄດ້ເລ່ງພັດທະນາບຸກຄະລາກອນເຮັດ ແນວໃດໃຫ້ເອັມ-ພອຍມາກແຫນ້ນຫນາດ້ວຍລະບົບບໍລິຫານຈັດການ ແລະ ບຸກຄະລາກອນທີ່ມີຄຸນນະພາບ ເພື່ອສ້າງໃຫ້ການບໍລິການ ມີຄຸນນະພາບ ດ້ວຍມາດຕະຖານດຽວກັນໃນທຸກສາຂາກ່ອນຈະບຸກຕະຫລາດຕ່າງແຂວງໄປບັນດາຕົວເມືອງໃຫຍ່ຕ່າງໆໃນຕໍ່ຫນ້າ. ຂະ ນະທີ່ໃນທ້າຍປີນີ້ ກໍ່ມີແຜນຂະຫຍາຍສາຂາໃນນະຄອນຫລວງວຽງຈັນອອກຕື່ມອີກ 2-3 ແຫ່ງ.
   ທຸລະກິດຮ້ານ ເອັມ-ພອຍມາກ ເກີດຂຶ້ນໃນປີ 2006 ຈາກແນວຄິດຂອງທ່ານ ພົງປະເສີດ ກັນລະຍານັກທຸລະກິດຫນຸ່ມທີ່ຫວັງເຮັດ ໃນສິ່ງທີ່ແຕກຕ່າງທັນສະໄຫມເປີດໂອກາດໃຫ້ລູກຄ້າມີທາງເລືອກ ເຊິ່ງເລີ່ມຈາກຮ້ານທຳມະດາພຽງສາຂາດຽວພັດທະນາມາເປັນຫລາຍ ສາຂາແລ້ວສ້າງຍີ່ຫໍ້ການຄ້າຂອງຕົນເປັນຮ້ານ M-Point Mart ໃນກາງປີ 2008. ປະຈຸບັນ ເອັມ-ພອຍມາກມີ 8 ສາຂາຕັ້ງຢູ່ຕາມ ຈຸດຊຸມຊົນໃນນະຄອນຫລວງວຽງຈັນ ແລະ ມີແຜນພັດທະນາໄປຫນ້າຢ່າງຕໍ່ເນື່ອງ ທັງໃນນະຄອນຫລວງວຽງຈັນ ແລະ ແຂວງຕ່າງໆ.
   ລູກຄ້າຫລາຍທ່ານໄດ້ກ່າວ ເປັນສຽງດຽວຕໍ່ທີມຂ່າວພວກ ເຮົາວ່າ: M-Point Mart ໄດ້ກາຍເປັນທາງເລືອກໃຫມ່ຂອງຕົນໃນການ ຈັບຈ່າຍຊື້ສິນຄ້າເປັນຕົ້ນສິນຄ້າໃຊ້ສອຍປະຈຳວັນ ແລະ ເຄື່ອງດື່ມຕ່າງໆຈາກທີ່ເຄີຍໄປເລາະຕະຫລາດໃຊ້ເວລາດົນໃນການຫາຊື້ສິ່ງທີ່ ຕ້ອງການແຕ່ປະຈຸບັນເຂົ້າເອັມ-ພອຍມາກຮ້ານດຽວກໍ່ໄດ້ແລ້ວ ທັງມີຄວາມສະດວກສະບາຍໃນການຈັບຈ່າຍ ແລະ ບັນຍາກາດກໍ່ດີຖ້າ ຫາກມີຫລາຍສາຂາກວ່າເກົ່າກໍ່ຍິ່ງເປັນການດີ.


-- Edited by samakomlao on Friday 26th of March 2010 02:59:40 AM

__________________
Anonymous

Date:

ຮ້ານສະດວກແມ່ນອຳນວຍຄວາມສະດວກຫລາຍ, ຢູ່ຕ່າງປະເທດຜູ່ທີ່ແລ່ນນຳເວລາມັກຈະໃຊ້ບໍລິການນີ້. ຖ້າລັດຄຸ້ມຄອງລາຄາສິນຄ້າທີ່ຂາຍໃນຮ້ານນີ້ໄດ້ແມ່ນດີຫລາຍ, ໝາຍຄວາມວ່າບໍ່ໃຫ້ລາຄາສິນຄ້າລື່ນລາຄາໃນຮ້ານປົກກະຕິການ30%

__________________
Anonymous

Date:

ດີແລ້ວ ເລີ້ມຊອກຫາຄວາມສີວິໄລ  ເພື່ອໃຫ້ຄົນລາວຮູ້ຈັກພັດຖະນາຕົວເອງ ຮູ້ຈັກຮັກຄວາມສະອາດ ດີຂໍສົ່ງເສີມ

__________________
Anonymous

Date:

wrote:

 

ຂ່າວ: ໃສຫລ້າຄຳ
   ຮ້ານສະດວກຊື້ M-Point Mart (ເອັມ-ພອຍມາກ) ຖືກຂານຂັບຈາກສັງຄົມຄົນເມືອງຢ່າງເມືອງຫລວງຫລາຍຂຶ້ນ ດ້ວຍການຂະ ຫຍາຍສາຂາເກືອບ 10 ແຫ່ງໃນນະຄອນຫລວງວຽງຈັນ ພຽງເວລາບໍ່ເທົ່າໃດປີ. ດ້ານຜູ້ປະກອບການຍິ້ມ ແຕ່ກໍ່ຊີ້ວ່າຕ້ອງປັບປຸງ ແລະ ພັດທະນາຕົນເອງຕະຫລອດ ເພື່ອສ້າງມາດຖານດຽວກັນໃນການບໍລິການທຸກສາຂາ; ຂະນະທີ່ບຸກຄະລາກອນຍັງເປັນສິ່ງຫນັກໃຈ.
   ທ່ານ ພົງປະເສີດ ກັນລະຍາ ຜູ້ບໍລິຫານສູງສຸດຮ້ານເອັມ-ພອຍມາກກ່າວຕໍ່ທີມຂ່າວເສດຖະກິດ-ສັງຄົມເມື່ອອາທິດຜ່ານມາວ່າ: ມາ ຮອດປະຈຸບັນ ການຕອບຮັບຈາກສັງຄົມຖືວ່າດີສົມຄວນ. ຄົນຈຳນວນຫລາຍເລີ່ມຮູ້ຈັກເອັມ-ພອຍມາກຫລາຍຂຶ້ນສະແດງອອກໃນການ ເປີດສາຂາໃຫມ່ໃນທ້າຍປີຜ່ານມາມີລູກຄ້າຮູ້ຈັກໄວ ເມື່ອທຽບໃສ່ການເປີດສາຂາໃນໄລຍະເລີ່ມຕົ້ນ.
   ເບິ່ງແລ້ວໃນແງ່ຂອງຕະຫລາດຖືວ່າດີມີຄວາມເປັນໄປໄດ້ ແລະ ສັງຄົມກໍ່ຫັນເຂົ້າມາຈັບຈ່າຍໃນຮ້ານຫລາຍຂຶ້ນຈາກຄວາມສະດວກ ສະບາຍໃນການບໍລິການແຕ່ 6 ໂມງ ເຖິງ 24 ໂມງ ໂດຍບໍ່ມີວັນພັກ. ແນວໃດກໍ່ດີ ເອັມ-ພອຍມາກ ກໍ່ຍັງມີອີກຫລາຍຈຸດທີ່ຈະຕ້ອງ ປັບປຸງ ແລະ ພັດທະນາຕົນເອງໄປເລື້ອຍໆ ເພື່ອສ້າງຮ້ານໃຫ້ກາຍເປັນຈຸດຊຸມນຸມຈັບຈ່າຍຂອງສັງຄົມຄົນນະຄອນຫລວງວຽງຈັນ. ແຕ່ ບຸກຄະລາກອນກໍ່ຍັງເປັນບັນຫາຫນັກໃຈ ເນື່ອງຈາກເປັນທຸລະກິດໃຫມ່ໃນສັງຄົມລາວ ເຊິ່ງຈະຕ້ອງໄດ້ໃຊ້ເວລາໃນການຮຽນຮູ້, ທ່ານ ພົງປະເສີດ ກ່າວເນັ້ນ.
   ທ່ານກ່າວຕື່ມວ່າ: ເອັມ-ພອຍມາກບໍ່ເຄີຍຢຸດນິ້ງ ພວກເຮົາປັບປຸງພັດທະນາຕົນເອງແລະພະຍາຍາມຮຽນຮູ້ສິ່ງໃຫມ່ໆສະເຫມີ ເພື່ອ ນຳເອົາເຕັກນິກບໍລິຫານຈັດການ ແລະ ເຕັກໂນໂລຊີໃຫມ່ໆເຂົ້າມານຳໃຊ້. ປະຈຸບັນ ພວກເຮົາໄດ້ເລ່ງພັດທະນາບຸກຄະລາກອນເຮັດ ແນວໃດໃຫ້ເອັມ-ພອຍມາກແຫນ້ນຫນາດ້ວຍລະບົບບໍລິຫານຈັດການ ແລະ ບຸກຄະລາກອນທີ່ມີຄຸນນະພາບ ເພື່ອສ້າງໃຫ້ການບໍລິການ ມີຄຸນນະພາບ ດ້ວຍມາດຕະຖານດຽວກັນໃນທຸກສາຂາກ່ອນຈະບຸກຕະຫລາດຕ່າງແຂວງໄປບັນດາຕົວເມືອງໃຫຍ່ຕ່າງໆໃນຕໍ່ຫນ້າ. ຂະ ນະທີ່ໃນທ້າຍປີນີ້ ກໍ່ມີແຜນຂະຫຍາຍສາຂາໃນນະຄອນຫລວງວຽງຈັນອອກຕື່ມອີກ 2-3 ແຫ່ງ.
   ທຸລະກິດຮ້ານ ເອັມ-ພອຍມາກ ເກີດຂຶ້ນໃນປີ 2006 ຈາກແນວຄິດຂອງທ່ານ ພົງປະເສີດ ກັນລະຍານັກທຸລະກິດຫນຸ່ມທີ່ຫວັງເຮັດ ໃນສິ່ງທີ່ແຕກຕ່າງທັນສະໄຫມເປີດໂອກາດໃຫ້ລູກຄ້າມີທາງເລືອກ ເຊິ່ງເລີ່ມຈາກຮ້ານທຳມະດາພຽງສາຂາດຽວພັດທະນາມາເປັນຫລາຍ ສາຂາແລ້ວສ້າງຍີ່ຫໍ້ການຄ້າຂອງຕົນເປັນຮ້ານ M-Point Mart ໃນກາງປີ 2008. ປະຈຸບັນ ເອັມ-ພອຍມາກມີ 8 ສາຂາຕັ້ງຢູ່ຕາມ ຈຸດຊຸມຊົນໃນນະຄອນຫລວງວຽງຈັນ ແລະ ມີແຜນພັດທະນາໄປຫນ້າຢ່າງຕໍ່ເນື່ອງ ທັງໃນນະຄອນຫລວງວຽງຈັນ ແລະ ແຂວງຕ່າງໆ.
   ລູກຄ້າຫລາຍທ່ານໄດ້ກ່າວ ເປັນສຽງດຽວຕໍ່ທີມຂ່າວພວກ ເຮົາວ່າ: M-Point Mart ໄດ້ກາຍເປັນທາງເລືອກໃຫມ່ຂອງຕົນໃນການ ຈັບຈ່າຍຊື້ສິນຄ້າເປັນຕົ້ນສິນຄ້າໃຊ້ສອຍປະຈຳວັນ ແລະ ເຄື່ອງດື່ມຕ່າງໆຈາກທີ່ເຄີຍໄປເລາະຕະຫລາດໃຊ້ເວລາດົນໃນການຫາຊື້ສິ່ງທີ່ ຕ້ອງການແຕ່ປະຈຸບັນເຂົ້າເອັມ-ພອຍມາກຮ້ານດຽວກໍ່ໄດ້ແລ້ວ ທັງມີຄວາມສະດວກສະບາຍໃນການຈັບຈ່າຍ ແລະ ບັນຍາກາດກໍ່ດີຖ້າ ຫາກມີຫລາຍສາຂາກວ່າເກົ່າກໍ່ຍິ່ງເປັນການດີ.


-- Edited by samakomlao on Friday 26th of March 2010 02:59:40 AM



ຄຳວ່າ  ເອັມ- ພອຍມາກ   ແປວ່າແນວໃດ   ຄວາມໝາຍດີຢູບໍ ? 

ຖ້າຂະນ້ອຍຕັ້ງ  ຈະໃສ່  ຊືດັງນີ້   1975  Market,  2-12 Smart,  D 2 U Grocery, Vientiane Food Mart,

Laos Super Market, Big L store, L-A-O  Food store  ມີຄວາມໝາຍຕ່ໍປະວັຕສາຕລາວ

ຖ້າເປັນ ທຸຮະກີຈຂອງຄົນລາວ 100 %  ກໍດີຫຼາຍ ງ

ເງີນບໍອອກນອກປະເທສ  _________________________________________________________________


 



__________________
Anonymous

Date:

ຄຳວ່າ  ເອັມ- ພອຍມາກ   ແປວ່າແນວໃດ   ຄວາມໝາຍດີຢູບໍ ? 

ຖ້າຂະນ້ອຍຕັ້ງ  ຈະໃສ່  ຊືດັງນີ້   1975  Market,  2-12 Smart,  D 2 U Grocery, Vientiane Food Mart,

Laos Super Market, Big L store, L-A-O  Food store  ມີຄວາມໝາຍຕ່ໍປະວັຕສາຕລາວ

ຖ້າເປັນ ທຸຮະກີຈຂອງຄົນລາວ 100 %  ກໍດີຫຼາຍ ງ

ເງີນບໍອອກນອກປະເທສ.
-------------------------------------

Each business has its own unique market strategy, those names that you like,  who will be the owner/customers? because it comes from your idea...biggrin


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard