Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວຊິຕຸ້ຍຂຶ້ນແລ້ວບາດນີ້
Anonymous

Date:
ຄົນລາວຊິຕຸ້ຍຂຶ້ນແລ້ວບາດນີ້


ເປີດເປັນທາງການແລ້ວ ຮ້ານຟາສຟູສ ສະວິນເຊັນ ຈາກປະເທດໄທ
ເປັນຮ້ານອາຫານ ທີມີການບໍລິການທາງດ້ານ ພິຊາ ກະແລມ ແລະອາຫານ ທີ່ເຮັດໃຫ້ໄທເຮົາເຈົ້າຂ້ອຍ ຕຸ້ຍຂຶ້ນໄວກ່ວາເກົ່າ. ແມ່ນໃຜຢາກຕຸ້ຍ ຢ່າລືມໄປກິນອາຫານຮ້ານນີ້ເດີ້ 555

__________________
Anonymous

Date:

are you trying to promote your restaurant?


__________________
Anonymous

Date:

ຂອບໃຈເດີທີ່ນຳຂ່າວດີນີ້ມາບອກ: ເພິ່ນຮັບຄົນເຮັດວຽກບໍ່ລະ? ຂ້ອຍມີປະສົບການດ້ານທຳຄວາມສະອາດ, ຖ້າມີຊ່ອຍບອກແດ່ວ່າຈະໄປສະມັກຢູ່ເອເຈັນໃດ໋? ຂອບໃຈ

__________________
Anonymous

Date:

i might stop by when i go visit Vientiane next month :)
but where is it located?



__________________
Anonymous

Date:

Anonymous wrote:

are you trying to promote your restaurant?




Ha..ha I thing the person above you is trying to scare away potential costumers.biggrin



__________________
ຄົນໃຕ້

Date:

ຂ້າພະເຈົ້າຄືຊິບໍ່ມີໂອກາດຕຸ້ຍນຳທ່ານດອກເພາະຢູ່ບ້ານຊົນລະບົດກິນແຕ່ປາແດກ,ກົບ,ຂຽດ, ທີ່ດີກວ່ານີ້ກໍແມ່ນກ້ອຍປາເພັ້ຍປາພອນ.ກັບຜັກກະໂດນ,ຜັກສະເມັກ ນັ່ງກິນຢູ່ກາງດອນ. ບໍ່ມີໂອກາດໄດ້ກິນ Fast food ນຳເພີ່ນຈັກລົດຊາດມັນຊິເປັນແນວໃດ. ເອົາເຊີນທ່ານພາກັນຕຸ້ຍສາແລະລະວັງຄວາມດັນແລະເບົາຫວານຈະມາຢາມເດີ.

__________________
Anonymous

Date:

ຄົນໃຕ້ wrote:

ຂ້າພະເຈົ້າຄືຊິບໍ່ມີໂອກາດຕຸ້ຍນຳທ່ານດອກເພາະຢູ່ບ້ານຊົນລະບົດກິນແຕ່ປາແດກ,ກົບ,ຂຽດ, ທີ່ດີກວ່ານີ້ກໍແມ່ນກ້ອຍປາເພັ້ຍປາພອນ.ກັບຜັກກະໂດນ,ຜັກສະເມັກ ນັ່ງກິນຢູ່ກາງດອນ. ບໍ່ມີໂອກາດໄດ້ກິນ Fast food ນຳເພີ່ນຈັກລົດຊາດມັນຊິເປັນແນວໃດ. ເອົາເຊີນທ່ານພາກັນຕຸ້ຍສາແລະລະວັງຄວາມດັນແລະເບົາຫວານຈະມາຢາມເດີ.





ເວົ້າເລື່ອງປາພອນມາ ຂ້ານ້ອຍມັກຫລາຍແມ່ນໝົກຂີ້ປາເດີ ບໍ່ຮູ້ວ່າມັນໄປແຊບກັບຫຍັງ ກິນເຂົ້າໝົດເປັນຕິບນ້ອຍພຸ້ນນະທ່ານ. ກິນແບບທ່ານຫັ້ນລະມັນແຊບທ່ານເອີຍ, ທ່ານກິນເຂົ້າກາງດອນ, ຂ້ານ້ອຍກິນເຂົ້າກາງນ້ຳ(ກິນຕອນໄຫລມອງ).

__________________
Anonymous

Date:

ໂອຍຍາອາວຄົນໃຕ້ເອີຍ ອາຫານວິເສດປານນີ້ແລ້ວ ຈະເອົາສຳ່ໃດອີກ ແມ່ນ ຜຂ ແລ້ວເອົາອາຫານໃດມາປ່ຽນກກໍ່ບໍ່ເອົາອີກແລ້ວ ເວົ້າຊື່ໆກໍ່ອີ່ມແລວ້ ໄປກ່ອນໄປຊອກຊື້ຂຽດມາເອາະກ່ອນເດີ ໃຜຢາກແຊບລະມາເດີ

__________________
Anonymous

Date:


3_173.jpg

 ຂ່າວ: ສະຫມານ


   ບໍລິສັດ ເອັກສະເປຣດ ຟູດກຣຸບ (ລາວ) ຈຳກັດມີຄວາມຫມັ້ນໃຈສິນຄ້າພິດຊາຄອມປານີ ແລະ ກາແລັມສະເວັນເຊັນ ຈະໄດ້ຮັບ ການຕອບຮັບດີຈາກລູກຄ້າໃນລາວ ຫລັງເປີດສູນບໍລິການທົດລອງຕະຫລາດເບື້ອງຕົ້ນ.


   ທ່ານ ນາງ ເພັດສະຫວັນ ຫອມວັນນະສີ ຜູ້ຈັດການຝ່າຍປະຕິບັດງານບໍລິສັດ ເອັກສະເປຣດສ໌ຟູດ ກຣຸບ (ລາວ)ຈຳກັດເປີດເຜີຍ ວ່າ: ເພື່ອຕອບສະຫນອງ ແລະ ບໍລິການດ້ານພິດຊາ ແລະ ກາແລັມໃຫ້ແກ່ລູກຄ້າຊາວລາວ. ທີ່ຜ່ານມາເຫັນວ່າມີຄົນລາວ ສ່ວນໃຫຍ່ ທີ່ເດີນທາງໄປທ່ອງທ່ຽວປະເທດໄທຈະມັກເຂົ້າໄປຊື້ສິນຄ້າກໍ່ຄືພິດຊາຄອມປານີ ແລະ ກາແລັມສະເວັນເຊັນເປັນຈຳນວນຫລວງຫລາຍ, ຈາກຈຸດນີ້ບໍລິສັດເອັກສະເປຣດສ໌ ຟູດກຣຸບ (ລາວ) ຈຳກັດ ຈິ່ງຕັດສິນໃຈຊື້ລິຂະສິດແຟຣນ ຊາຍສ໌ ທີ່ມີຊື່ສຽງລະດັບສາກົນກໍ່ຄືເດິພິດ ຊາຄອມປານີ ແລະ ສະເວັນເຊັນຈາກບໍລິສັດເດິໄມເນີຈີກຣຸບ ຈຳກັດມະຫາຊົນແຫ່ງປະເທດໄທ ເພື່ອສ້າງຮ້ານແລ້ວເປີດບໍລິການຂາຍ ພິດຊາຄອມປານີ ແລະ ກາແລັມສະເວັນເຊັນທີ່ ສປປ ລາວ.


   ການລົງທຶນຄັ້ງນີ້ຂອງບໍລິສັດເອັກສະເປຣດສ໌ ຟູດກຣຸບ (ລາວ) ຈຳກັດ ໃຊ້ງົບປະມານເຖິງ 5 ແສນໂດລາສະຫະລັດເຂົ້າໃນການ ປຸກສ້າງຫ້ອງປຸງແຕ່ງອາຫານ ແລະ ຫ້ອງບໍລິການລູກຄ້າໃຫ້ມີມາດຕະຖານຂອງພິດຊາຄອມປານີ ແລະ ສະເວັນເຊັນ ເຊິ່ງມີລະບົບ ຫ້ອງແອທີ່ສາມາດຮອງຮັບລູກຄ້າໄດ້ເຖິງ 180 ຄົນ.


   ແນວໃດກໍ່ຕາມທ່ານນາງ ເພັດສະຫວັນ ຫອມວັນນະສີ ກ່າວຕື່ມ ອີກວ່າ: ຈາກການເປີດບໍລິການເບື້ອງຕົ້ນນີ້ຜູ້ປະກອບການບໍ່ໄດ້ ຄາດຫວັງຫຍັງຫລາຍພຽງແຕ່ຢາກໃຫ້ປະຊາຊົນລາວກໍ່ຄືລູກຄ້າຮູ້ຈັກຮ້ານເດິພິດຊາຄອມປານີ ແລະສະເວັນເຊັນຫລາຍຂຶ້ນເຊິ່ງສະຖານ ທີ່ດັ່ງກ່າວຕັ້ງຢູ່ຖະຫນົນສາມແສນໄທ ຂ້າງຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ເຊິ່ງການບໍລິການເລີ່ມແຕ່ 10:00 ໂມງ ຈົນເຖິງ 22:00 ໂມງ ທຸກໆວັນ ໂດຍມີລາຍການອາຫານໃຫ້ເລືອກຫລາຍກວ່າ 50 ຊະນິດ. ນອກຈາກນີ້ ພວກເຮົາກໍ່ຈະເນັ້ນການ ບໍລິການເປັນຫລັກເພື່ອສ້າງຄວາມພໍໃຈໃຫ້ແກ່ລູກຄ້າກໍ່ຄືດຶງດູດລູກຄ້າໃຫ້ມາຊົມໃຊ້ບໍລິການເພີ່ມຂຶ້ນໃນແຕ່ລະວັນ.


   ເດິພິດຊາຄອມປານີ ແລະ ກາແລັມສະເວັນເຊັນ ເປັນສິນຄ້າທີ່ມີຊື່ສຽງລະດັບສາກົນ ເຊິ່ງມີຕະຫລາດໃນຫລາຍປະເທດຍອມຮັບ ເຮັດໃຫ້ການບໍລິການ ຫລື ຍອດຂາຍເພີ່ມຂຶ້ນໃນແຕ່ລະປີ ໂດຍສະເພາະແມ່ນສະຫະລັດອະເມຣິກາ, ໄທ ແລະ ປະເທດອື່ນໆ. ນອກ ຈາກນີ້ຍັງມີແຜນຈະຂະຫຍາຍຕະຫລາດໄປຕື່ມອີກໃນຂົງເຂດອາຊີ... ແລະ ຄັ້ງນີ້ເປັນການເປີດຕະຫລາດຢູ່ລາວ ເຊິ່ງຈະສາມາດຕອບ ສະຫນອງ ແລະ ຮອງຮັບການທ່ອງທ່ຽວຫລາຍພໍສົມຄວນ.




__________________
ຄົນໃຕ້

Date:

ຂ້ອຍເຫັນຫນ້າຕາຂອງ Fast Food ແລ້ວເປັນຕາຢາກແທ້ໆບ່ອນນັ່ງກິນຄືຊິຕິດແອເຍັນຊຳ່ຜູເສີບກໍແສນຈະຫນ້າຫວານ.
ຖ້າໃຜມີໂອກາດໄດ້ໄປກິນແລ້ວເຊີນມາພັນລະນາສູ່ຜູ້ຂ້າຟັງແດ່ວ່າມັນແຊບຊຳ່ໃດ.
ແຕມາລອງເບິ່ງ Slow Food ຂອງຜູ້ຂ້າມີຫຼາຍມີນູຄືກັນເຊັ່ນ: ກ້ອຍໃຂ່ມົດແດງ, ສົ້ມປານ້ອຍ,ກ້ອຍກຸ້ງ, ກ້ອຍປາພອນ,
ກ້ອຍກະປອມໃສ່ຫມາກມ່ວງ,ກ້ອຍປາສ້ອຍ,ຕົ້ມສົ້ມປາຄໍ່ໃສ່ໃຂ່ມົດແດງ. ແນວໃດຈິ່ງວ່າ Slow Food ເຫນື່ອງຈາກອາຫານແຕ່ລະຊະນິດຊາມຊິຊອກໃດ້ແມ່ນຈະຕ້ອງໃຊ້ເວລາຫຼາຍກວ່າ 1 ຊົ່ວໂມງຖ້າວ່າໂຊກດີ. ໂດຍສະເພາະໃຂ່ມົດແດງທ່ານຈະຕ້ອງແລກມາດ້ວຍຄວາມເຈັບປວດເຫນື່ອງຈາກມົດກັດ. ສະຖານທີ່ກິນກໍໃຊ້ລະບົບ Open air. ຖ້າຢາກເຢັນກໍລໍຖ້າຍາມລົມພັດ. ຖ້າຢາກຟັງເພງກໍລໍຖ້າເວລານົກແລະຈັກະຈັ່ນຮ້ອງ. ສ່ວນຄົນເສບແມ່ນຕົວໃຜຕົວມັນ. ບ່ອນນັ່ງກິນກໍອາໃສຟົດໄມ້ເລືອກຫນັ່ງຕາມສະບາຍ. ຖ້າທ່ານກິນແລ້ວລັບລອງວ່າຍົກໂປໃຫ້ເລີຍ.


__________________
Anonymous

Date:

ຄົນໃຕ້ wrote:

ຂ້າພະເຈົ້າຄືຊິບໍ່ມີໂອກາດຕຸ້ຍນຳທ່ານດອກເພາະຢູ່ບ້ານຊົນລະບົດກິນແຕ່ປາແດກ,ກົບ,ຂຽດ, ທີ່ດີກວ່ານີ້ກໍແມ່ນກ້ອຍປາເພັ້ຍປາພອນ.ກັບຜັກກະໂດນ,ຜັກສະເມັກ ນັ່ງກິນຢູ່ກາງດອນ. ບໍ່ມີໂອກາດໄດ້ກິນ Fast food ນຳເພີ່ນຈັກລົດຊາດມັນຊິເປັນແນວໃດ. ເອົາເຊີນທ່ານພາກັນຕຸ້ຍສາແລະລະວັງຄວາມດັນແລະເບົາຫວານຈະມາຢາມເດີ.



Hoy!!!!!  Yark keen nam day, wow hi nam lay li thair nor.
Koy par kin kab phaksamek, phakadon sam bor hnam gnang kin
u kang dorn eek. Kin pheua dae ner khon tai der, khoy u america
khong char bor me okart di kin koy par sot-sot yang nee dork,
me tair koy par jark Freezer, phor war khoy khee kharn pi tuk beth
hleu FISHING.

That's my favorite manue of Lao foods.

 

__________________
Anonymous

Date:

copyoflaos2009picturs11.jpg

__________________
Anonymous

Date:

Anonymous wrote:

copyoflaos2009picturs11.jpg



ປາພອນເປັນປາແນວນີ້ບໍ ຂະນ້ອຍ ? ຫຼືນີ້ ແມ່ນປາຫຍັງເກາະ ?

 



__________________
Anonymous

Date:

Anonymous wrote:

ເປີດເປັນທາງການແລ້ວ ຮ້ານຟາສຟູສ ສະວິນເຊັນ ຈາກປະເທດໄທ
ເປັນຮ້ານອາຫານ ທີມີການບໍລິການທາງດ້ານ ພິຊາ ກະແລມ ແລະອາຫານ ທີ່ເຮັດໃຫ້ໄທເຮົາເຈົ້າຂ້ອຍ ຕຸ້ຍຂຶ້ນໄວກ່ວາເກົ່າ. ແມ່ນໃຜຢາກຕຸ້ຍ ຢ່າລືມໄປກິນອາຫານຮ້ານນີ້ເດີ້ 555



ຄົນຄືຊີເຂົາອຸດນຸນຫຼາຍເນາະ  ?  ຄຶຊີໄດ້ເງີນຫຼາຍເນາະ ແຕ່ລະມືນັ້ນ

ເປັນຫວ່ງແຕ່ເງີນຊີໄຫຼອອກນອກປະເທສ ນັ້ນລະ , ໄທ ເຂົາດູດ ເງີນເກັງເອົາແທ້ ໆ

ຮ້ານອາຫານໄທ ໂຮງແຮມໄທ  ໂຮງງານໄທ  ເພືອຂົນເງີນໄປໄທທັ້ງນັ້ນ ແມ່ນບໍຂະນ້ອຍ

                      ຖ້າຄົນລາວບໍຮີຫານທັງໝົດຄຶຊີດີຢູ່  ຢາງນ້ອຍລາວ ກໍໄດ້ຄວາມຮູ້

 



__________________
Anonymous

Date:

Anonymous wrote:

Anonymous wrote:

copyoflaos2009picturs11.jpg



ປາພອນເປັນປາແນວນີ້ບໍ ຂະນ້ອຍ ? ຫຼືນີ້ ແມ່ນປາຫຍັງເກາະ ?

 



This's PAH PHONE in the US, not in Laos.
In State where I am, we don't eat this kind of fish,
to much bones [KANG].

__________________
Anonymous

Date:

ມີແຕ່ລູກເຈົ້າຫລານນາຍຫັ້ນລະຊິຕຸ້ຍຂຶ້ນ ລູກຫລານຂອງຕາສີລຸງສາບ້ານຮ່ອງງົວຄືຊິບໍ່ເປັນobesityຄືເຈົ້າຄິດດອກ ຮູ້ໄວ້ຊະດ້ວຍນະ

__________________
Anonymous

Date:

Not me ! Well, I might be fat one day but not from that kind of food but might be from aging.... because I am not into that type of food, because Lao tucker is more succulent 55555. biggrinbiggrinbiggrinbiggrin

__________________
Anonymous

Date:

Wao leuang PIZZA gnam di yark ouak gnam narn

Chang man khon lao u viengchanh sa-on arhanh
tang sad nor. Khoy lar beua PIZZA parn buck la
eem kao hlarm ao lolt.


__________________
Anonymous

Date:

Anonymous wrote:

Anonymous wrote:

copyoflaos2009picturs11.jpg



ປາພອນເປັນປາແນວນີ້ບໍ ຂະນ້ອຍ ? ຫຼືນີ້ ແມ່ນປາຫຍັງເກາະ ?

 



ອັນນີ້ແມ່ນປາພອນເມືອງລາວເດີພໍ່ອາວເອີຍ.ຂໍໂທດລືມພີມຊື່ມັນໃສ່ ຂ້ອຍຖ່າຍມາແຕ່ຕລາດ ເມືອງແສນ ວ່າງເດຶອນ ທັນວາ ຜ່ານມານີ້ເອງ ຢູ່ ອາເມຣິກາ ກະມີຫຼາຍປາປະເພດນິ້ ແຕ່ບໍ່ຄ່ອຍມີຄົນກິນ ເພາະມັນຄາວ.

 



__________________
Anonymous

Date:

ບາງຄົນວ່າປາຫິນຫຍ້າ ບາງຄົນກ​ໍວ່າປາເກັດແລບ ບາງຄົນກໍຍວ່າປາອິນເດັຍ ເພາະໄດ້ນຳເຂົ້າມາລ້ຽງໃນລາວແຕ່ປີ ໑໘໗໗ ບໍ່ແມ່ນປາແມ່ນ້ຳຂອງແຕ່ເດີມ ແຕ່ດຽວນີ້ກາຍເປັນ​ປານຳ້ຂອງແລ້ວ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard