Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຫລົ້າປອມ
Anonymous

Date:
ເຫລົ້າປອມ



ເຫລົ້າປອມເຫລົ່ານີ້ເລັດລອດເຂົ້າມາລາວໄດ້ແນວໃດ?
ໄລຍະຜ່ານມາກໍເຄີຍມີຫາງສຽງຂອງສັງຄົມທີ່ເວົ້າເຖິງບັນຫາຂອງການບໍລິໂພກເຫຼົ້າປອມມາແລ້ວ ຍ້ອນສາເຫດດັ່ງກ່າວໜ່ວຍງານທີ່ກ່ຽວຂ້ອງ ຈຶ່ງມີການ ຕິດຕາມກວດກາຢ່າງເຂັ້ມງວດ.

ຕໍ່ບັນຫາດັ່ງກ່າວ ທ່ານ ໜູ​ໝັ້ນ ໂພທິສານ ຫົວໜ້າໜ່ວຍງານເຈົ້າໜ້າທີ່ກວດກາການຄ້າພະແນກອຸດສາຫະກຳ-ການຄ້ານະຄອນຫຼວງວຽງຈັນ ໄດ້ແຈ້ງຕໍ່ສື່ ມວນຊົນໃນວັນທີ 25 ກຸມພາ 2010 ໃຫ້ຊາບວ່າ: ເມື່ອທ້າຍປີ 2009 ທີ່ຜ່ານມານີ້ ທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງຕິດຕາມກວດກາພົບ ເຫັນສິນຄ້າປະ ເພດເຫຼົ້າທີ່ຕ້ອງສົງໃສ່ທີ່ຮ້ານຈຳໜ່າຍຈຶ່ງໄດ້ນຳເອົາເຫຼົ້າຈຳນວນດັ່ງກ່າວສົ່ງໃຫ້ທາງກະຊວງສາທາລະນະສຸກ ກົມອາຫານ ແລະ ຢາ ເພື່ອກວດສອບ.

ຜ່ານການກວດກາພົບວ່າ ເຫຼົ້າ JOHNIE WALKER BLACK LABEL ຂະໜາດບັນຈຸ 1 ລິດ ພົບສານເມຕາໂນນ ສູງກ່ວາມາດຕະຖານ ແລະ ເປັນສານອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ ອີກທັງຄວາມເຂັ້ມຂຸ້ນ (ອົງສາຂອງເຫຼົ້າ) ດັ່ງກ່າວທີ່ບັນຈຸທາດເຫຼົ້າມີພຽງ 33,73 Vol% ແຕ່ວ່າຢູ່ເທິງ ສະຫຼາກພັດລະບຸວ່າ 43 Vol% ແລະ ພົບ JOHNIE WALKER GOLD LABEL ຂະໜາດບັນຈຸ 750 ມີລິລິດ ຜົນການວິໄຈເຫັນວ່າ (ອົງສາ ຂອງເຫຼົ້າ) ມີທາດເຫຼົ້າພຽງແຕ່ 29,06 Vol% ແຕ່ວ່າຢູ່ເທິງສະຫຼາກພັດລະບຸວ່າ 40 Vol%.

ຈາກເງື່ອນໄຂຄືດັ່ງກ່າວຈຶ່ງໄດ້ແຈ້ງມາຍັງຜູ້ບໍລິໂພກຈົ່ງລະມັດລະວັງ ກ່ອນຊື້ຄວນກວດກາເບິ່ງ ແລະ ຈັບຝາອັດໃຫ້ລະອຽດວ່າມີຈຸດສົງໃສ ຫຼື ບໍ່ ເພາະ ຮູບລັກສະນະລວມທັງສີສັນແມ່ນປົກກະຕິດີຄືກັບຂອງຈິງ ແລະ ບໍ່ຄວນຊື້ໃນຮ້ານຈຳໜ່າຍທີ່ບໍ່ໄດ້ມາດຕະຖານ ຫຼື ບໍ່ໄດ້ຮັບການອະນຸຍາດຈຳໜ່າຍສິນຄ້າ ເຫຼົ່ານີ້ ທັງນີ້ກໍເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ຜູ້ຈຳໜ່າຍທີ່ຖືກຕ້ອງ ພ້ອມນີ້ກໍຮຽກຮ້ອງມາຍັງທຸກພາກສ່ວນຈົ່ງຊ່ວຍກັນເປັນເຈົ້າການ ຖ້າພົບເຫັນ ກໍລະນີສົງໃສ່ກໍແຈ້ງຍັງໜ່ວຍງານທີ່ກ່ຽວຂ້ອງໃຫ້ຊາບທັນທີ ເພື່ອໃຊ້ມາດຕະການຕາມລະບຽບກົດໝາຍບ້ານເມືອງຢ່າງເຄັ່ງຄັດ


__________________
Anonymous

Date:

ສັງເກດຄົນກວດ ຄ້າຍໆເມົານ໋ອຍນື່ງ

__________________
Anonymous

Date:

ຮ້ານຈຳໜ່າຍທີ່ບໍ່ໄດ້ມາດຕະຖານແມ່ນຮ້ານແນວໃດ໋? ຈະຮູ້ໄດ້ແນວໃດ໋ວ່ານັ້ນແມ່ນຮ້ານທີ່ບໍ່ໄດ້ຮັບອະນຸຍາດໃຫ້ຂາຍ? ຈະຕິດຕໍ່ໄປຫາໜ່ວຍງານທີ່ກ່ຽວຂ້ອງໄດ້ແນວໃດ໋?

__________________
Anonymous

Date:

Real of Fake is same drunk, right?

__________________
Anonymous

Date:

Anonymous wrote:

ສັງເກດຄົນກວດ ຄ້າຍໆເມົານ໋ອຍນື່ງ




ລາວບໍ່ໃດ້ເມົາ ແຕ່ລາວຫີວ ເພາະໝໍສັ່ງບໍ່ໃຫ້ລາວດື່ມເຫຼົ້າອີກ ຢ້ານໂລກຕັບແຂງຂອງລາວ ຊິກັບມາອີກ

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard