Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຫລັກຖານ ຫນ້າສົນໃຈ
Anonymous

Date:
ຫລັກຖານ ຫນ້າສົນໃຈ



4_112.jpg

 ຂ່າວ: ຈັນສີ


   ເຈົ້າຫນ້າທີ່ໂຄງການຄົ້ນຄວ້າບູຮານວິທະຍາລຸ່ມແມ່ນ້ຳຂອງຕອນກາງກ່າວວ່າ: ໃນ ສປປ ລາວ ໂດຍສະເພາະທີ່ຫລວງພະບາງແມ່ນ ມີຫລັກຖານທາງບູຮານວິທະຍາຍຸກກ່ອນປະຫວັດສາດຫນ້າສົນໃຈຫລາຍໄລຍະ 10 ປີທີ່ດຳເນີນການຄົ້ນຄວ້າຍິ່ງພົບສິ່ງແປກຫນ້າຄົ້ນຫາ ຈິ່ງຄາດວ່າຫລັງສິ້ນສຸດສັນຍາໃນປີ 2010 ນີ້ ຈະສືບຕໍ່ເຮັດສັນຍາສະບັບໃຫມ່ຫວັງລົງເລິກການວິໄຈສິ່ງທີ່ຂຸດຄົ້ນໄດ້ໃຫ້ມີຄວາມຊັດເຈນ ຍິ່ງຂຶ້ນ.


ທ່ານ ບຸນເຮືອງ ບົວສີແສງປະເສີດ ຜູ້ອຳນວຍການຮ່ວມຝ່າຍລາວ ທັງເປັນ ຮອງອຳນວຍການຫໍພິພິທະພັນແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ປະຕິບັດງານສຳຫລວດມາເຖິງຂະນະນີ້ທາງ ໂຄງການໄດ້ພົບວ່າມີແຫລ່ງຫລັກຖານບູຮານວິທະຍາເຖິງ 82 ແຫ່ງທັງຢູ່ໃນຖ້ຳ, ເງີບຜາ ແລະ ຢູ່ກາງແຈ້ງ ໃນນັ້ນ ໄດ້ດຳເນີນການຂຸດ ຄົ້ນຕົວຈິງແລ້ວຈຳນວນ 4 ແຫ່ງ ລ້ວນແລ້ວແຕ່ຫນ້າສົນໃຈ ແຕ່ໃນຈຳນວນນີ້ ຈຸດຂຸດຄົ້ນຢູ່ທີ່ຖ້ຳອານມ້າບ້ານຊຽງມວກເມືອງຫລວງພະ ບາງ ແມ່ນແປກກວ່າບ່ອນອື່ນໆ ແລະຈຸດນີ້ເອງທີ່ໄດ້ສ້າງຄວາມສົນໃຈທີ່ສຸດແກ່ບັນດາຜູ້ຊ່ຽວຊານຕ່າງປະເທດຢາກດຳເນີນການຄົ້ນຄວ້າ ອີກຄັ້ງໃຫມ່ ດັ່ງນັ້ນ ທາງໂຄງການກໍ່ຄືມະຫາວິທະຍາໄລເມັນຊີວາເນຍແຫ່ງສະຫະລັດອະເມຣິກາ ຈິ່ງມີແຜນວ່າຈະສືບຕໍ່ເຮັດບົດບັນທຶກ ຄວາມຊົງຈຳສະບັບໃຫມ່ກັບກົມມໍລະດົກກະຊວງຖະແຫລງຂ່າວ-ວັດທະນະທຳຂອງລາວຕື່ມ ໂດຍການກັບມາຄັ້ງນີ້ຈະເນັ້ນຫນັກໃສ່ການ ວິໄຈບູຮານວັດຖຸທີ່ໄດ້ມາຈາກການຄົ້ນຄວ້າຂຸດຄົ້ນທົດລອງໃນຊຸມປີຜ່ານມາ ແລະ ສຳຫລວດພາກພື້ນດິນຫາແຫລ່ງບູຮານວິທະຍາຂອງ ການເຊື່ອມສຳພັນໄປມາຂອງມະນຸດສະໄຫມຍຸກກ່ອນປະຫວັດສາດທີ່ພາກເຫນືອຂອງ ສປປ ລາວ ແລະ ປະເທດໄທ.

ພົບເສດສ່ວນເຄື່ອງປັ້ນດິນເຜົາຊະນິດເນື້ອອ່ອນແບບມີການຕົກແຕ່ງລາຍຮອຍຂີດທາບ, ຫອຍ ແລະອື່ນໆ. ຈາກນັ້ນຈິ່ງດຳເນີນການຂຸດຄົ້ນຕົວຈິງປີ 2007 ເປັນຄັ້ງທຳອິດທີ່ຖ້ຳພູຜາຂາວໃກ້ກັບບ້ານໂພນສະຫວາດເມືອງຫລວງ ພະບາງຈາກການວິໄຈອາຍຸການຂອງແຂ້ວຄົນພົບວ່າ ສິ່ງທີ່ພົບເຫັນນີ້ມີອາຍຸ 1.800 ປີ ກ່ອນ ພ.ສ ປະຈຸບັນ ແລະ ກ້າວສູ່ຈຸດຂຸດຄົ້ນທີ່ ສອງທີ່ຖ້ຳວັງຕາແຫລວບ້ານຜາແດງເມືອງດຽວກັນ ເຊິ່ງຫ່າງຈາກເທດສະບານເມືອງໄປປະມານ 40 ກິໂລແມັດ ກໍ່ໄດ້ພົບຫລັກຖານອັນ ໂດດເດັ່ນຂອງມະນຸດບູຮານທີ່ມີອາຍຸໄດ້ 11.000 ປີຄື ເປັນຍຸກຕົ້ນຂອງສະໄຫມໂລໂລຊີນ ເຊັ່ນດຽວກັນຖ້ຳພູຜາຂາວເຊິ່ງຄັ້ງນີ້ແມ່ນຮູ້ອາ ຍຸການດ້ວຍການນຳເອົາຂີ້ເຖົ່າໄປວິໄຈດ້ວຍກາກບອນ 14 ອົງສາ ສ່ວນອີກສອງແຫລ່ງ ສຸດທ້າຍຄືທີ່ຖ້ຳເສືອບ້ານຫາດຄັ່ງ ແລະຖ້ຳອານ ມ້າບ້ານຊຽງມວກ ແມ່ນຜົນການວິໄຈຍັງບໍ່ທັນອອກມາຈິ່ງຍັງຄົງເປັນປິດສະຫນາຢູ່ສຳລັບອາຍຸການ.










__________________
Anonymous

Date:
RE: ຫລັກຖານ ຫນ້າສົນໃຈ



[marquee=left]ຂອບໃຈຫລາຍໆທີ່ນຳເອົາຂ່າວນີ້ມາໃຫ້ອ່ານ[/marquee]

__________________
Anonymous

Date:
RE: ຫລັກຖານ ຫນ້າສົນໃຈ


Thank you for this interesting news.
Here's the way to show the world about our country.
Good news!!!!!

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard