Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກິນຍາແລ້ວນອນທັນທີ ອັນຕະລາຍ !!!
Anonymous

Date:
ກິນຍາແລ້ວນອນທັນທີ ອັນຕະລາຍ !!!



sleep__1.jpg

 ຮຽບຮຽງໂດຍ: ຕາດຳ


ກ່ຽວກັບເລື່ອງດັ່ງກ່າວນີ້ ແພດຕ່າງປະເທດໄດ້ຂຽນຄຳອະທິບາຍໃນອິນເຕີເນັດ ວ່າການກິນຢາແລ້ວນອນເລີຍແມ່ນມີສ່ວນຫລາຍອາດ ເຮັດໃຫ້ເສຍຊີວິດ ເພາະວ່າການກິນຢາແລ້ວນອນຈະເຮັດໃຫ້ຢາໄປຈັບຢູ່ທໍ່ທາງເດີນອາຫານທີ່ຢູ່ລະຫວ່າງກາງຄໍຫອຍ ກັບກະເພາະອາ ຫານ.

 ເມື່ອຢາຕິດຄ້າງຢູ່ບໍລິເວນດັ່ງກ່າວ ຈະໄປເຮັດໃຫ້ທໍ່ທາງເດີນອາຫານເກີດເປັນບາດແຜຄົນທີ່ກິນຢາ ຈະຮູ້ສຶກຮ້ອນແຫນ້ນຫນ້າເອິກປະ ມານ 3 ໂມງຕອນເຊົ້າຈະລຸກຂຶ້ນມາເພາະວ່າ ຮູ້ສຶກແຫນ້ນເອິກຫລາຍ. ອາການແບບນີ້ມັກເກີດຈາກການກິນຢາ 2 ຊະນິດຄື ຢາຊະນິດ ທີ່ເປັນກົດ (ຢາວິຕາມິນຊີ) ແລະ ຢາຊະນິດທີ່ມີຊົບຢາງຫນຽວໆ.

 ວິທີແກ້ຄື ເມື່ອກິນຢາທ່ານຕ້ອງກິນນ້ຳໃຫ້ຫລາຍໆຫລັງຈາກທີ່ກິນຢາລໍຖ້າປະມານ 30 ນາທີ ແລ້ວທ່ານຈິ່ງນອນພັກຜ່ອນເພື່ອໃຫ້ແນ່ ໃຈວ່າຢາທີ່ກິນເຂົ້າໄປຜ່ານກະເພາະອາຫານ ເພາະວ່າຢາບາງຊະນິດເວລາກິນນ້ຳເຂົ້າໄປຫລາຍໆເຮົາຈະຮູ້ສຶກເລີຍວ່າມັນຈະໄຫລຈາກຄໍ ໄປຫາທ້ອງ ແຕ່ຖ້າເຮົາກິນນ້ຳຫນ້ອຍເຮົາອາດບໍ່ຮູ້ສຶກວ່າ ຢາທີ່ກິນລົງໄປນັ້ນມັນໄປຢູ່ສ່ວນໃດມັນອາດຈະຕິດຢູ່ທໍ່ທາງເດີນອາຫານກໍ່ເປັນ ໄດ້.

ດັ່ງນັ້ນ ການກິນຢາກ່ອນນອນທ່ານຢ່າຟ້າວເອນຕົວລົງນອນທັນທີ ຍິ່ງຄົນໃດທີ່ມີພາວະກົດໄຫລຢ້ອນ ຖ້າຢາທີ່ກິນລົງໄປນັ້ນຕົກຄ້າງຢູ່ ທໍ່ທາງເດີນອາຫານຈະເກີດບາດແຜ ຈົນເຮັດໃຫ້ແຜຊອດຖ້າເປັນບາດແຜຊ້ຳເຮື້ອເປັນເວລາດົນໆອາດເປັນມະເຮັງຄ້າຍຄືກັບມີລະເບີດເວ ລາຢູ່ທໍ່ທາງເດີນອາຫານມັນຈະເປັນອັນຕະລາຍກວ່າຄົນທົ່ວໄປທີ່ບໍ່ມີພາວະກົດໄຫລຢ້ອນ.

 ກິນຢາທ່ານສາມາດຈະດື່ມນ້ຳເຢັນ ຫລື ນ້ຳອຸ່ນກໍ່ໄດ້ເຊັ່ນກັນແຕ່ຄວນຫລີກເວັ້ນນ້ຳຫມາກໄມ້ບາງຊະນິດ ເຊັ່ນ: ນ້ຳຫມາກກ້ຽງ, ນ້ຳ ຫມາກນາວ ເພາະວ່າຈະເຮັດໃຫ້ຢາແຕກຕົວໄວຕັ້ງແຕ່ຢູ່ໃນປາກແທນທີ່ຈະດູດຊຶມໃນກະເພາະອາຫານ ຖ້າຢາແຕກຕົວໃນປາກມັນກໍ່ຈະ ບໍ່ຊ່ວຍປິ່ນປົວພະຍາດໄດ້ເລີຍ. ທ່ານສາມາດດື່ມນົມພ້ອມກັບກິນຢາໄດ້ ແຕ່ມີຂໍ້ຍົກເວັ້ນຢາບາງປະເພດ ເຊັ່ນ ຢາຂ້າເຊື້ອຕ່າງໆ, ຢາປິ່ນ ປົວສິວແມ່ນຫ້າມກິນກັບນົມເດັດຂາດ.

 ສິ່ງທີ່ຢາກແນະນຳຄື ຢາຊະນິດສົບຢາງຫນຽວໆຫ້າມແບ່ງເດັດຂາດ ເພາະວ່າມີພໍ່ແມ່ບາງຄົນມັກແບ່ງຢາເອົາໄປໃສ່ນ້ຳຫວານໃຫ້ລູກ ນ້ອຍກິນ ເຊິ່ງການເບິ່ງຢາທີ່ບໍ່ໄດ້ເຮັດຂຶ້ນມາເພື່ອການແບ່ງອາດເຮັດໃຫ້ຢາບໍ່ອອກລິດ ແລະ ອາດເກີດອັນຕະລາຍໄດ້.


Ecom


 




__________________
Anonymous

Date:

I don't believe it!  Why my Physician tells me go to bed right after I take my pills every night?  I'll find out from him to make sure I am not in dangerous.
Thank you.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard